ຄໍາກອນອວຍພອນໃນງານຕ່າງໆ
01.ໃຫ້ພອນທົ່ວໆໄປ
ສາທຸເດີ່ ໃຫ້ເຈົ້າອາຍຸລື່ນລົ້ນ ທົນຢູ່ຍືນນານ
ຕະຫຼອດການອະສົງໄຂ ຄູ່ສູ່ຄົນເດີ້ເຈົ້າ
ຢ່າໄດ້ມີທາງເສົ້າ ສະເຫວີຍ່ບຸນຄຸນທ່ານ
ມີອາຍຸຍືນນານ ຕະຫຼອດການຊົ່ວເທົ້າ
ຜອງເຖົ້າແກ່ຊະລາ ນັບທັງລຸງທັງປ້າ
ນ້າບ່າວອາວອາ ນັບທັງຕາທັງຍາຍ
ຄູ່ສູ່ຄົນມວນພ້ອມ ຂ້ອຍຂໍໂມທະນານ້ອມ
ສາທຸການຊ້ອຍຊື່ນ ມີອາຍຸຍາວຍືນ
ຢ່າໄດ້ລົດຊົ່ວມ້ຽນ ເມືອງຟ້າກ່ອນຊະລາ
02.ຜະຫຍານັກເວົ້າ
ອັນວ່າຄົນເຮົານີ້ຕ້ອງເພິ່ງອາໄສກັນ ເຈົ້າເບິ່ງຂ້ອຍ ຂ້ອຍເບິ່ງເຈົ້າເລີງເລື້ອຍສືບມາ
ຄືດັ່ງປາອາໃສນໍ້າໆກໍ່ເພິ່ງວັງປາ ປາອາໃສວັງເວີນຈຶ່ງລ່ອງລອຍໃນນ້ໍາ
ຄືດັ່ງນ້ໍາອາໃສຫ້ວຍ ງົວຄວາຍອາໃສແອກ ຕາແຮກອາໃສໄກ່ຕົ້ມຈຶ່ງໂຕນຕຸ້ມຈາກຄອນ
ຄືດັ່ງຄອນອາໃສໄມ້ນົກໄຊ່ອາໄສໂກນ ຄົນກະອາໃສຄົນດັ່ງດຽວໂດຍດ້າມ
ຄືດັ່ງນ້ໍາອາໃສຫມໍ້ ຫມໍມໍອາໄສສ່ອງ ຄ້ອງອາໃສໄມ້ຄ້ອນຕີໄດ້ຈຶ່ງຄ່ອຍດັງ
03.ຜະຫຍານັກເວົ້າ (ໜຶ່ງ)
ຄັນມີດົງບໍ່ມີໄມ້ ສິເອົາຫຍັງມາເປັນປ່າ ມີຫນອງປາບໍ່ມີຫຍ້າປ້ອງ ປາສິຊົ້ນຢູ່ບ່ອນໃດ
ປາກໍອາໄສນໍ້າຈຶ່ງຄ່ອຍຢູ່ເປັນສຸກ ຄູບາຢູ່ໃນວັດກໍ່ເພິ່ງໂຍມທາງບ້ານ
ໂຍມກໍ່ອາໃສດ້ວຍບຸນຄຸນພະທໍາສ່ອງ ບົວ...ອາໄສເພິ່ງນ້ໍາ ນ້ໍາກໍ່ເພິ່ງວັງຕົມ
ໄພ່ກັບນາຍກໍ່ເພິ່ງກັນໂດຍດ້າມ ເສືອສາງຊ້າງກວາງຟານອາໄສປ່າ
ປາອາໄສຮັດສິ່ງຮ້າຍຈຶ່ງຫນາແຫນ້ນມືດມຸງ ວັດ...ກໍ່ອາໃສບ້ານ ບ້ານກໍ່ເພິ່ງບຸນວັດ
ຄັນແມ່ນບ້ານບໍ່ມີວັດສິເກີດເປັນດົງໄມ້ ຄັນແມ່ນວັດໄກບ້ານເຮືອນຊານສິເປັນປ່າ
ບ້ານສິເປັນເລົ່າເຮືອ ເຄື່ອສິກ້ຽວມືດມຸງ ແທ້ແລ້ວ...
04.ຜະຫຍານັກເວົ້າ (ສອງ)
ສາສະຫນາປຽບດັ່ງນໍ້າ ລ້າງສ່ວຍແນວສະຫມອງ
ສາສະຫນາຄືສາຍທານ ອາບເຢັນກາຍເນື້ອ
ສາສະຫນາຄືຢາແກ້ ໂອສົດອັນລ້ໍາຄ່າ
ສາສະຫນາຄືແສງພະທີບໄຕ້ ໃຫ້ເຫັນຮູ້ຊ່ອງທັມ
ລູກສິດີຫຼືຮ້າຍ ພໍ່ ແມ່ ເປັນຄົນຫັດ
ຄັນມີເຮືອນບໍ່ມີວັດ ຄວາມຈະເລີນບໍ່ມີກ້າວ
ວ່ານາງຫຼືທ້າວສາສະຫນາຢ່າປະປ່ອຍ
ຄັນບໍ່ໄດ້ເຮັດຫນ້ອຍກະຂໍໃຫ້ໄດ້ເຮັດຫຼາຍ
ເຖິງສິທຸກຍາກຮ້າຍ ເຂີນຂາດແລງງາຍ
ຢ່າສຸໄລສິນທໍາພໍ່າພຽນຮັກສາໄວ້
ຢ່າສຸໄລລາຖິ້ມຄອງທໍາຮີດເກົ່າ
ຂອງພຣະພຸດທະເຈົ້າເຮົາໄດ້ສັ່ງສອນ
ໃຫ້ເຮົາຄອຍພຽນສ້າງສະເຫມີແຕນແປຊໍ່
ໃຫ້ເຮົາກໍ່ສືບໄວ້ສະເຫມີເຜິ້ງສືບດາງ ພີ່ນ້ອງເອີຍ....!
05.ຜະຫຍານັກເວົ້າ (ສາມ)
ຈົ່ງສາມັກຄີກັນໄວ້ຄືເຂົ້າຫນຽວຫນຶ້ງໃຫມ່
ຢ່າໄດ້ເພແຕກມ້າງຄືນ້ໍາຖືກເຂົ້າຫນຽວ
ຈົ່ງສາມັກຄີກົມກຽວກັນໄວ້ຄືຝົນແສນຮ່າ
ຕົກລົງມາຈາກຟ້າໄຫຼໂຮມຫົ້ງຢູ່ຫນອງ....!
ວັດເປັນບ່ອນ... ເຄົາລົບຂອງປວງປະຊາ
ວັດເປັນບ່ອນ...ພັດທະນາຂັດເກົາໃຫ້ເປັນຄົນຮູ້
ວັດເປັນບ່ອນ... ຊູຊວ້ານໃຫ້ເປັນຄົນດີມີຄ່າ
ວັດເປັນບ່ອນ...ປວງປະຊາກາບໄຫວ້ພໍໄດ້ຮູ້ຮ່ອມທໍາ
ຂ້ານ້ອຍນີ້ຄືດັ່ງໄກ່ຜູ້ນ້ອຍຫາກໍ່ຮຽນຂັນ
ຫາງບໍ່ທັນແຊມຂົນຫນໍ່ຫອນຍັງຕື້ນ
ຍາມເມື່ອຕົບປີກຂຶ້ນຕົນໂຕກໍ່ຍັງອ່ອນ
ປາກບໍ່ທັນແກ່ກ້າຈາເວົ້າກໍ່ບໍ່ເປັນ
06. ຜະຫຍານັກເວົ້າ (ສີ່)
ເຮັດດີໄດ້ດີ.... ເຮັດຊົ່ວໄດ້ຊົ່ວ
ເຮັດດີເປັນສີແກ່ຕົວ ເຮັດຊົ່ວພາຕົວຫມົ່ນຫມອງ
ຄວາມດີໃຫ້ຝັງໄວ້ເກົ້າສອກ ຄວາມຊົ່ວໃຫ້ຊັກອອກເຫຼົ້າວາ
ເຮັດດີຍ່ອມເປັນສີແກ່ຫນ້າພາເຮົາໃຫ້ເຮືອງຮຸ່ງ
ມຸ້ງເຮັດແຕ່ຄວາມຫຍາບຊ້າສີຫນ້າສິຫມົ່ນຫມອງ ພີ່ນ້ອງເອີຍ....!
ຊື່ວ່າມີບຸນມີສຸກນີ້ຕົນເອງເປັນຜູ້ກໍ່ເອົາເດີ່
ຖ້າວ່າກິນທານບໍ່ເຄີຍມີ ຄວາມດີບໍ່ເຄີຍສ້າງ
ບຸນສິໄດ້ບ່ອນໃດ...ອີກຫນື່ງ
ຊາດທີ່ໂຜດເຕົ້າບໍ່ຮູ້ຫນອງ
ຫຼືທານຂອງຕາງຖິ້ມ ເຜົ່າຜີຕາງເອົາທ່ານ
ບອກວ່າບຸນບໍ່ຄ້ໍາຄູນນັ້ນກໍ່ບໍ່ເຫັນ
ງົວຄວາຍຕາຍຊີບສ້ຽງເຂົາຫນັງຍັງມີຄ່າ
ບາດວ່າຄົນເຮົາມຸດມອດມ້ຽນຕາຍຈ້ອຍຄ່າບໍ່ມີ
ຖ້າວ່າຄວາມດີບໍ່ໄດ້ສ້າງເກີດມາກໍ່ດາຍເປົ່າ
ບໍ່ມີໃຜສິຍໍຍົກເຈົ້າກ່າວເວົ້າວ່າດີ ດອກນາ...!
ທີ່ຊື່ວ່າ....ມີບຸນນີ້ກໍ່ດີໄປຫຼາຍຢ່າງ
ແມ່ນສິໄປປະເທດຕ່າງໄພຮ້າຍກໍ່ບໍ່ມີ
ຄັນແມ່ນຕົກນະຣົກບຸນສິຍົກເຮົາຫນີ
ຄັນແມ່ນຕົກອະເວຈີ ບຸນສິຊູເຮົາຂຶ້ນເຮືອນສູງຫຼັງໃຫຍ່
ໃຫ້ເຮົາມີແຕ່ສຸກຍິ່ງລ້ໍາສະຖຽນຫມັ້ນຫມື່ນໆປີ ພີ່ນ້ອງເອີຍ..!
07. ຜະຫຍານັກເວົ້າ (ຫ້າ)
ຊື່ວ່າບຸນໆນີ້ເປັນຊື່ແຫ່ງຄວາມສຸກ
ສິຮ້ອຍວັນພັນຍຸກທຸກສະໄຫມບໍ່ໄລຖິ້ມ
ໃຜມາຊີມສິເຫັນມ້ອງ ໃຜມາລອງສິເຫັນມ່ວນ
ຂໍເຊີນຊວນເດີ່ພີ່ນ້ອງໃຫ້ຫັນຫນ້າອວ່າຍມາ
ຄັນເຮົາພາມັນເຕັ້ນໂລເລິ່ງແລ່ນ ພາມັນແອະແອ່ນຟ້ອນ
ເງົານັ້ນກໍ່ແອ່ນນໍຄັນເຮົານັ່ງຢ່ອງຢໍ້ເງົາກໍ່ນັ່ງລົງຕາມ
ຄັນເຮົາໂຕນເຫວຫ້ວຍພູຜາຫຼາຍຊັ້ນ
ຂຶ້ນຕົ້ນໄມ້ຜາລ້ານດ່ານເຂົາ
ເງົາກໍ່ຕິດຕາມກ້ຽວເກາະກ່ຽວພັນທະນັງ
ບໍ່ໄດ້ມີຍາມເຫີນຫ່າງໄກກັນໄດ້
ອັນນີ້ສັນໃດແທ້ທັງສອງບຸນບາບ
ມັນຫາກຕິດຕໍ່ກົ້ນຕາມສົ້ນຜູ້ກະທໍາ
ບໍ່ໄດ້ຄະລາດຮ້າງເຫີນຫ່າງໄປໄກ
ໃຜຜູ້ທໍາປາປັງບາບເວນກໍ່ວຽນຕ້ອງ
ໃຜຜູ້ທໍາບຸນສ້າງສິນທານເປັນປະໂຫຍດ
ອັນວ່າໂທດທໍ່ກ້ອຍບໍ່ມີພໍ້ພົບເຫັນ... ທ່ານເອີຍ
08. ຜະຫຍານັກເວົ້າ (ຫົກ)
ຍ້ອນວ່າຊີວິດມັນສັ້ນມື້ວັນຜ່ານໄວວາ
ເຮົາທຸກຄົນເກີດມາຈຶ່ງຄວນທໍາດີໄວ້
ສ້າງຄຸນຄ່າໃຫ້ຕົນໄດ້ເປັນຄົນອັນປະເສີດ
ຢ່າໄດ້ເສຍແຮງທີ່ໄດ້ເກີດມາແລ້ວຕາຍຖິ້ມຄ່າບໍ່ມີ ພີ່ນ້ອງເອີຍ!
ທໍາຄວາມດີເຮັດຮ້ອຍໄວ້
ໃຜບໍ່ຍ້ອງກະຕາມຊ່າງ
ທໍາຊົ່ວນັ້ນ ໃຜສິຍ້ອງກໍ່ຢ່າທໍາ
ທໍາດີມີຄົນຍ້ອງ ປານມີຄໍາລ້ານຫມື່ນ
ທໍາຊົ່ວແສນສິຊຸກຊ້ອນໄວ້ ປານມີໄມ້ສຽບໃຈ
ສາສະຫນາ..... ເປັນແກ່ນເຫງົ້າຊູຊ່ວຍໃຫ້ທໍາດີ
ສາສະຫນາ..... ເປັນແສງທຽນຊ່ອງທາງໃຫ້ເຫັນແຈ້ງ
ສາສະຫນາ..... ເປັນວັງນ້ໍາໃຫ້ປວງຊົນໄດ້ລ້າງສວ່າຍ
ສາສະຫນາ..... ເປັນບ່ອນສ້າງໃຫ້ຄົນຮູ້ຄ່າຄົນ
ທໍາດີຍາກຍິ່ງແທ້ເຍີ້ນຍ່ານນານສໍາເລັດ
ທໍາຊົ່ວລົງມືເຮັດເມື່ອໃດກໍ່ພໍໄດ້
ທໍາດີຄືເຮົາສ້າງອາຄານເຮືອນປຸກກໍ່
ທໍາຊົ່ວຄືເອົາໄຟຈູດຖິ້ມບໍ່ພໍມື້ກໍ່ວອດວາຍ.
09. ຜະຫຍານັກເວົ້າ (ເຈັດ)
ຊາດທີ່ເປັນຄົນນີ້ມີສິນທໍາມັນຈັ່ງແມ່ນ
ແສນສິຍາກສິຫຍຸ້ງກໍ່ຄວນຕັ້ງກໍ່ກະທໍາ
ຄັນວ່າມີທໍາແລ້ວໄປໃສບໍ່ຕົກຕໍ່າ
ແມ່ນສິດໍາຂີ້ຫຼີ້ກໍ່ດີລໍ້າລື່ນຄົນ
ເກີດເປັນຄົນໃຫ້ເຈົ້າຕັ້ງປະພຶດແຕ່ຄວາມດີ
ເພື່ອໃຫ້ເປັນລາສີເຮືອບຄີງຄຽນຄ້ອງ
ຄວາມດີຄອງຄົນໄວ້ສີວິໄລແສນສະຫງ່າ
ຍາມເມື່ອລາໂລກນີ້ຄົນສິຍ້ອງຈົ່ມຫາ
ເພິ່ນວ່າທານໆນີ້ທານອິຫຍັງກະດີຢູ່
ທານກະປູແລະຂຽດນ້ອຍກະທານໄດ້ຄູ່ຊູ່ແນວ
ຫຼືສິທານຫມາກແງວພ້ອມເຟືອງໄຟກະບໍ່ວ່າ
ຫມາກຊີດາພ່ໍາພ້ອມ ຫມາກຂາມປ້ອມກະພ່ໍາກັນ
ການທໍາທານນີ້ບໍ່ໄດ້ຕິເລືອກຊັ້ນປັນແບ່ງວັນນະ
ບໍ່ວ່າເນນຫຼືພຣະຮ່ວມໂມທະນາກະຍັງໄດ້
ບໍ່ວ່າຈະເປັນລູກໄພ້ສາວນ້ອຍປະຖົມ
ມັດທະຍົມໄວທອງສາວປະເພດຫນຶ່ງ
ປະເພດສອງພໍ່ຄ້າຂາຍແຫ່ຂາຍກະແຈ
ຂາຍມອງກະທານໃນຄືກັນ ພີ່ນ້ອງເອີຍ...!
10. ຜະຫຍານັກເວົ້າ (ແປດ)
ພາກັນຢືນເຮັດຫຍັງຢູ່ຫັ້ນ ຍ່າງໄປມາຕັ້ງຫຼາຍເທື່ອ
ເບິ່ງເຈົ້າເຊື່ອແທ້ໆເບິ່ງເຈົ້າເຊື່ອແທ້ໆ
ຂ້ອຍເວົ້ານີ້ແມ່ນແຜ່ບຸນ ມາເອົາບຸນລະແມ໋ະເຈົ້າ
ພຣະກໍ່ມີໃຫ້ຊ່ຽງ ຈົກກັນເອົາກະໄດ້ຊາຕາເຈົ້າກະສິເຫັນ
ປາໂຕດຽວເນົ່າຫມົດຂ້ອງ
ຄ້ອງຫນ່ວຍດຽວດັງທົ່ວເມືອງ
ເກີດເປັນຄົນທໍາຕົນໃຫ້ມີຄ່າ
ຢ່າມາເຮັດແນວບ້າໆ
ໃຫ້ເສຍຫນ້າສ່ວນລວມ...!
ເກີດເປັນຄົນດ້າມຊາດ
ຢ່າໄດ້ເດິນທາງຜິດເສັ້ນເປັນຄົນເປື້ອນຊົ່ວ
ຮູ້ແລ້ວຢ່າເມົາມົວຮີບກັບຕົວກັບໃຈ
ເປັນຄົນໃຫມ່ສາ ພໍ່ແມ່ພີ່ນ້ອງອາວອາ ຄົງດີໃຈຫນັກແລ່...!
11. ຜະຫຍານັກເວົ້າ (ເກົ້າ)
ຄ່າຂອງຄົນຢູ່ທີ່ຜົນຂອງງານ ການທໍາສ້າງແນວທາງເປັນປະໂຫຍດ
ຮູ້ຈັກບາບຮູ້ຈັກບຸນຮູ້ຈັກຄຸນແລະໂທດ ຮູ້ຈັກສ້າງປະໂຫຍດໄວ້ໃນໂລກໂລກາ...!
ທານໃຫ້ສັດໄດ້ພະຫຼະຮ້ອຍ ທານໃຫ້ເດັກນ້ອຍໄດ້ພະຫະພັນ
ທານໃຫ້ຄົນສໍາຄັນໄດ້ພະຫຼະຫມື່ນ ທານໃຫ້ຜູ້ລົ້ນລື່ນໄດ້ພະຫຼະແສນ
ທານໃຫ້ພະສົງສໍາມະເນນໄດ້ພະຫະລ້ານ ທານໃຫ້ຄົນຂໍທານໄດ້ພະຫຼະຫມື່ນພະຫຼະຕັນ ຄັນທານໃຫ້ ສໍາມະເນນນ້ອຍຜູ້ເວົ້າຈ້ອຍໆ ຈະໄດ້ເລກທ້າຍສາມໂຕ ພຸ້ນແລ້ວ ແມ່ເອີຍ
12. ຜະຫຍານັກເວົ້າ ((ເກົ້າ))
ສູມື້ນີ້ງົວຄວາຍສິບໍ່ຍອມກິນຫຍ້າ ຫາກິນນໍ້າມັນເຄື່ອງ
ເຂົ້າສິເກີດຢູ່ເມືອງ ມີແຕ່ເມັດໂຈໂກ້ໃບເຫງົ້າແມ່ນບໍ່ມີ
ສູ່ມື້ນີ້ນ້ອງພີ່ຜິດໃຈກັນ ວັນເດືອນປີກໍ່ຕ່າວຕາຍແປປີ້ນ
ຫີນສິລອຍເໝືອນໍ້າ ຄົນຊົ່ວຊາມສິເປັນໃຫຍ່ໄຟຊິໄຫມ້ຮອດນໍ້າ
ໃນຫ້ວຍແມ່ນບໍ່ເຫຼືອ ສະນັ້ນເຮົາຢ່າໄດ້ໂຫດຫ້ຽວພະຍາບາດປອງກັນ
ເຮົາຢ່າໄດ້ຊິງຊັງ ໃຫ້ຮັກແພງກັນໄວ້ເວລາເຈັບເວລາໄຂ້
ໃຜເດ່ສິມາເບິ່ງນອກຈາກພີ່ແລະນ້ອງ ໄປແລ້ວກໍ່ບໍ່ມີຜູ້ອື່ນດີເທົ່າຟ້າມັນບໍ່ໄທໂຕ ມັນບໍ່ຄືໄທເຮົາຜູ້ສົ່ງແກງແລງເຊົ້າ
ເດືອນແປດຄ້ອຍ ເຫັນລົມທັ່ງໃບຂຽວ
ຫຼຽວເຫັນຫມູ່ປາຂາວ ແລ່ນມາໂຮມຕ້ອນ
ກົບເພິ່ນນອນຄອຍຖ້າ ຝົນມາສິໄດ້ມ່ວນ
ຊວນກັນລົງຫຼິ້ນນ້ໍາ ໂຮຮ້ອງຊວ່າແຊວ
ເດືອນເກົ້າມາຮອດແລ້ວ ບ້ານປ່າຂາດອນ
ເຫັນແຕ່ນົກເຂົາງອຍຄອນສົ່ງສຽງຫາຊູ້ ເຖິງລະດູເດືອນເກົ້າ
ຄົນລາວເຮົາທຸກທ້ອງຖິ່ນ ຄົງສິເຄີຍໄດ້ຍິນ
ບຸນປະດັບດິນກິນເຂົ້າກ້ອນ ທານທອດນ້ອມຖວາຍ
13. ເຕືອນປ່າວມວນຊົນ
ຝູງຫມູ່ຊຸມຊາວເຊື່ອ ຄົນລາວນ້ອຍໃຫຍ່
ຕັ້ງແຕ່ເຫນືອຕະຫຼອດໃຕ້ ພາສ້າງສ່ວນບຸນ
ສືບທອດຕັ້ງແຕ່ພຸ້ນ ປູ່ຍ່າຕາຍາຍ
ພາສ້າງຄຸນຄວາມດີ ຮີດຄອງເດີມເຄົ້າ
ພາກັນບູຊາເຈົ້າ ອົງພຸດໂທຜູ້ປະເສີດ
ເພິ່ນຜູ້ເກີດຮ່ວມຫ້ອງ ຊຸມພື້ນມະນຸດຄົນ
ເພິ່ນໄດ້ຂົນສັດຂ້າມ ອະເວຈີໃຫ້ມົ້ມຝັ່ງ
ຫວັງໃຫ້ໂລກມະນຸດນີ້ ຫນີພົ້ນຈາກຫມູ່ມານ
ອົງສັບພັນຍູບໍ່ຢ່ອນຢ້ານ ສະຫຼະແຫ່ງຊີບຕົນ
ກໍ່ເພື່ອຄົນທັງຫຼາຍ ສະຫຼະທານທັງສິ້ນ
ບຸນກະຖິນບຸນຜ່າປ່າ ມີມາຕັ້ງແຕ່ກ່ອນ
ເພິ່ນໄດ້ສອນສັ່ງໄວ້ ໃຫ້ເຮົາຮູ້ສືບມາ
ຂໍໃຫ້ພວກແມ່ປ້າ ພວກຫນຸ່ມຊາວຫຼານ
ພາກັນເດີນຕາມຄອງ ແຫ່ງອົງພຸດໂທເຈົ້າ
ພາກັນຖືສິນຫ້າ ປານາໃຫ້ເວັ້ນຫຼີກ
ອະທິນນາທານອີກດ້ວຍ ໃຫ້ໄລເວັ້ນຢ່າກະທໍາ
ກໍາສິນໍາຕາມສົ້ນ ພຣະໂຄດົມເພິ່ນວ່າ
ກາມມະຄຸນຫ້າໃຫ້ເວັ້ນ ເວນນັ້ນສິຈ່ອງນໍາ
ມຸສາວາພໍ່າພ້ອມ ຕົນເຈົ້າຢ່າກະທໍາ
ກໍາສິນໍາຕາມຕ້ອງ ກາມມະຄຸນຂໍ້ທີ່ສີ່
ທາງຮີດຄອງປະເພນີ ບູຮານລາວກ່າວໄວ້
ປະສົງເວັ້ນຢ່າລ່ວງເກີນ ໃຫ້ເຮົາເດີນຕາມຫ້ອງ
ຄອງພຸດໂທອົງປະເສີດ ສຸລາເມເກີດກໍ່ກໍ້າ
ປະສົງສ້າງສ່ວນເມົາ ມັນຈະມົວຫມອງຕົນ
ຕ່າງຄົນເຂົາແທ້ ມັນຈະແປເປັນເລື່ອງ
ຜິດຖຽງກັນເວົ້າໃຫຍ່ ເວົ້າແນວໃດກໍ່ໄດ້ ໃຈເຕັ້ນຢູ່ບໍ່ເຊົາ
14. ຄຳຜູກແຂນ (ເອີ້ນຂວັນ)
ສຣີ ໆ........ສິທທິພຣະພອນບໍວອນວິເສດ ຝ້າຍແກ້ວເກດມຸງຄຸນ ປຸນລົງມາຕົກແຕ່ງ ກວັດອິ້ວແກວ່ງກົງຫລາ ຜັດອອກມາເປັນຫລອດ ຖອດອອກມາເປັນປຸ໋ຍ ສຸຍອອກມາເປັນເສັ້ນ ເສັ້ນລະສີ່ພັນຄຳ ເປັນດັ່ງແກ້ວມຸກຄຳໃສສ່ອງ ງາມອ່ອງຕ່ອງຜ່ອງໃສ ທັງນອກໃນລໍ້າເລີດ ຝ້າຍແກ້ວເກີດເມືອງສະຫວັນ ປັນໃຫ້ຜູ້ຂ້າມາຜູກແຂນ ຜູກແຂນຊ້າຍໃຫ້ຂວັນເຈົ້າມາ ຜູກແຂນຂວາໃຫ້ຂວັນເຈົ້າຢູ່....ວ່າມາເຢີຂວັນເອີຍ !!
ຂວັນເຈົ້າໄປມຸດສະນ້ຳໃຫຍ່ກິນປາ ກໍ່ໃຫ້ມາສາມື້ນີ້ວັນນີ້
ຂວັນເຈົ້າໄປກິນເຫລົ້ານຳຫມູ່ນຳຝູງ ກໍ່ໃຫ້ມາສາມື້ນີ້ວັນນີ້....ວ່າມາເຢີຂວັນເອີຍ !!
ຂວັນເຈົ້າໄປຢູ່ຖ້ຳນຳພະຍາງູ ກໍ່ໃຫ້ມາສາມື້ນີ້ວັນນີ້
ຂວັນເຈົ້າໄປຢູ່ຮູນຳພະຍານາກ ກໍ່ໃຫ້ມາສາມື້ນີ້ວັນນີ້
ຂວັນເຈົ້າໄປລຳບາກນຳຫມູ່ຜີຕາຍ ກໍ່ໃຫ້ມາສາມື້ນີ້ວັນນີ້....ວ່າມາເຢີຂວັນເອີຍ !!
ຍາມເມື່ອຕາເວັນຕົກລັບປ່າແຊງ ຍາມເມື່ອຕາເວັນແດງຕົກລັບປ່າໄມ້ ຂວັນເຈົ້າໄປຢູ່ຫົນເຫນືອຫລືໃຕ້ ກໍ່ໃຫ້ມາສາມື້ນີ້ວັນນີ້ ໆ ຄັນວ່າເຈົ້າມາຮອດແລ້ວ ໃຫ້ເຈົ້າຢູ່ສຸກສະຫວັດດີ ມີຄວາມສຸກຄວາມຈະເລີນ ຄວາມເຈັບເຈົ້າຢ່າໄດ້ ຄວາມໄຂ້ເຈົ້າຢ່າມີ ນອນຫລັບໃຫ້ໄດ້ເງິນພັນ ນອນຝັນໃຫ້ໄດ້ເງິນໃຫ້ໄດ້ເງິນຫມື່ນ ນອນຕື່ນໃຫ້ໄດ້ເງີນແສນເງິນລ້ານ ອອກຈາກບ້ານໃຫ້ພໍ້ແຕ່ໂຊກແຕ່ໄຊ ສິ່ງຮ້າຍຢ່າໄດ້ມາພານ ມານຮ້າຍຢ່າໄດ້ມາຕ້ອງ ຮ່ຳຮຽນໃຫ້ເຈົ້າເກັ່ງເສັງໃຫ້ໄດ້ ຮຽນອັນໃດໃຫ້ເຈົ້າປ່ອງ ຮຽນທ່ອງໃຫ້ເຈົ້າຈື່ຈຳເອົາເນີ ໆ ຂໍໃຫ້ເຈົ້າເປັນຜູ້ກ້າ ເປັນຫົວຫນ້ານາຍຄົນ ໃຫ້ພໍ່ແມ່ໄດ້ເພິ່ງບຸນຢູ່ສຸກສະບາຍລົ້ນ ເກີດເປັນຄົນຕ້ອງຮູ້ກະຕັນຍູເສີມແຕ່ງ ເປັນແວ່ນແຍງໃຫ້ພວກພີ່ນ້ອງເຊື້ອເຜົ່າພົງພັນ ເຈົ້າເດີ !! ໂອມ ອຸ ອະ ມຸ ມະ ສະຖາໂສດຖີພະວັນຕຸເຕ ໆ
15. ຄຳຜູກແຂນ
ສຣີ ສຣີ ສິທທິ ພຣະພອນ ບໍວອນແວນວິເສສ
ຝ້າຍແກ້ວເກຕ ເມືອງສວັຣຄ໌
ປຸນປັນມາຕົກແຕ່ງ ອິ້ວແອດແກວ່ງ ກົງຫຼາ
ເປັນເສັ້ນມາລ້ໍາເລີຖ ຝ້າຍປະເສີຖພັນຄໍາ
ເສັ້ນນຶ່ງລໍາ ຜາຍຜ່ອງ ເປັນດັ່ງ, ມຸຂແກ້ວສ່ອງ
ໃສແສງເປັນຂອງແພງ ປະເສີຖ ຝ້າຍແກ້ວເກີດ
ມຸງຄຸນ ປຸນກັນມາ ລີລ້າຍ ຜູກແຂນຊ້າຍ
ໄດ້ວັດຖັງ ຜືນອ່ອນ ຄ່າບໍ່ຜ່ອນ ພໍແສນ
ທໍ່ຫົວແຫວນ ທອງເທສ ທຸກຂອບເຂຕ
ຫົງສາ ໄຫຼນອງມາ ແຕ່ທ້າງ ແມ່ນໍ້າກວ້າງ
ອະໂນມາ ເປັນທາຣາ ບໍ່ຂາດ ເໝືອນດັ່ງຫາດ
ຊາຍຊຸມພູ ຝູງສັຕຣູ ຢ່າບັງບຽດ ຢ່າໄດ້ມີ,ຜູ້ຄຽດ
ເຄືອງແຄນຜູກແຂນຂວາ ໃຫ້ເຈົ້າໝັ້ນ ວ່າມາເຢີ ຂວັນເອີຍ!
ຂວັນໄປຢູ່,ນໍາໄຟ ລວບຫຍ້າ
ຂວັນໄປຢູ່ປ່າຊ້າ ດອມຜີ ກໍໃຫ້ມາສາ
ມື້ນີ້ ວັນນີ້ ວ່າ ມາເຢີ ຂວັນເອີຍ!
ກ້ອນເສົ້າໄປ ຈັ່ງໄປຄີໄຟຄວ່າ
ຈັ່ງຄວ່າລຸກແຕ່ປ່າ ມາເຮືອນ ລຸກແຕ່ສວນ
ມາບ້ານ ໃຫ້ເຈົ້າໝັ້ນ
ດັ່ງເຊຶອກເຮືອ ໃຫ້ເຈົ້າເຝືອ
ດັ່ງເຊືອກຊ້າງ ຢ່າໄດ້ມ້າງ
ຈັກຍາມອາຍຸ ວັນໂນ ສຸຂັງ ພະລັງ.
16. ຄຳຜູກແຂນ ອວຍພອນ ທົ່ວໄປ
ຮ້າຍກວາດໜີ ຮ້າຍກວາດໜີ ຮ້າຍກວາດໜີ ດີກວາດເຂົ້າ
ດີກວາດເຂົ້າ ດີກວາດເຂົ້າ ຂວັນເຈົ້າໃຫ້ຫຼັ່ງໂຮມ ເດີ້
ສຣີ ສຣີ ສຣີ ຝ່າຍສະເໜນີ້ ເປັນຝ່າຍທີ່ສັກສິດ
ຜູກແຂນແລ້ວສິມີລິດຮູງເຮືອງໄປໜ້າ
ອັນໝູ່ໂຣຄາໄຂ່ ຫວັດໄອບ່ມາຜ່າ
ພົບແຕ່ທາງກ້າວໜ້າຈະເລີນຂຶຶ້ຶນດັ່ງຝັນ
ນອນຫຼັບນັ້ນໄດ້ເງີນພັນເງີນໝື່ນ
ຕື່ນຂຶຶ້ຶນໄດ້ ເງີນ ເງີນ ເງີນ ແລະທອງ
ໂອມ ອຸ ອະ ມຸ ມະ ມູນມາ ສະທາ ໂສດຖີ ພະວັນຕຸ ເຕ
17. ຄຳຜູກແຂນ ອວຍພອນ ທົ່ວໄປ (ສອງ)
ຜະຫຍາອວຍພອນ ເດີ້ພີ່ນ້ອງໃຫ້ເຈົ້າສຸກຢູ່ລົ້ນ
ຜົນທີ່ກໍ່ກັມດີ ໃຫ້ຢູ່ແດງມີຮີ ໃຫ້ຢູ່ດີມີແຮງ
ບໍ່ປ່ຽນແປງສຸກນັ້ນ ອາຍຸຍືນຍາວໝັ້ນ
ພັນປີຢ່າໄດ້ຫຼ່າ ມີເດຊາກຽດກ້ອງ
ໃຫ້ຄົນຍ້ອງກ່າວຂານ ມີແຕ່ຫົວຢ່າມໆ
ນາມຢົດປາກົດໄກ ສຸກສົດໃສບໍ່ມີເຫງົາ
ກວ່າຄົນທັງຄ້າຍ ພໍ້ແຕ່ດີບໍ່ມີຮ້າຍ
ມາທຳລາຍໃຫ້ມ້າງມຸ່ນ ຄວາມເຈັບເປັນເອັນອຸ່ນ
ຢ່າສິມີທໍ່ກິ້ນ ໃຫ້ຫາຍສິ້ນ ແກ່ທ່ານເດີ້
18. ຄຳຜູກແຂນ ອວຍພອນ ຜູ້ຊາຍ
ຊີວິດຕໍ່ແຕ່ນີ້ໃຫ້ມີຕັ້ງແຕ່ຄວາມສຸກ
ອັນໝູ່ມຄວາມຄວາມທຸກ ຢ່າສິມີມາໃກ້
ອັນໝູ່ໂຣຄາໄຂ່ ຫວັດໄອໃຫ້ໄກຫ່າງ
ໄດ້ພົບແຕ່ຄວາມກ້າວໜ້າ ຈະເລີນຂຶ້ນບໍ່ຖອຍ
ເປັນຜູ້ບ່າວສ່ຳນ້ອຍ ຫ້າຮ້ອຍປີຫູຍັງດີຄືເກົ່າ
ບໍ່ມີມື້ແກ່ເຖົ່າ ຜູ້ສາວຫຸ້ມຮັກແພງ
ຄວາມແຂງແຮງຄົງຫມັ້ນ ບໍ່ມີມື້ແປປ່ຽນ
ຈົນກະສຽນຮ້ອຍຄັ້ງ ຍັງໜຸ່ມກໍ້ຫຼໍ່ດັ່ງຝັນ
ອາຍຸໃຫ້ຢືນຢາວຫມັ້ນພັນປີສີສະຫງ່າ
ສຸກຢູ່ໃນໃຕ້ລ້າມາໂຮມເຈົ້າສູ່ວັນ
ນອນຫຼັບນັ້ນໄດ້ເງີນພັນເງີນໝື່ນ
ຕື່ນຂຶ້ນໄດ້ເງີນເຕັມຫ້ອງທອງເຕັມບ້ານ ເດີ…ສາທຸ
19. ຄຳຜູກແຂນ ອວຍພອນ ຜູ້ຍິງ
ຊີວິດຕໍ່ແຕ່ນີ້ໃຫ້ມີຕັ້ງແຕ່ຄວາມສຸກ
ອັນໝູ່ມຄວາມຄວາມທຸກ ຢ່າສິມີມາໃກ້
ອັນໝູ່ໂຣຄາໄຂ່ ຫວັດໄອໃຫ້ໄກຫ່າງ
ໄດ້ພົບແຕ່ຄວາມກ້າວໜ້າ ຈະເລີນຂຶ້ນບໍ່ຖອຍ
ເປັນຜູ້ສາວສ່ຳນ້ອຍ ຫ້າຮ້ອຍປີຍັງງາມຄືເກົ່າ
ບໍ່ມີມື້ແກ່ເຖົ່າ ຜູ້ບ່າວຫຸ້ມຮັກແພງ
ຄວາມແຂງແຮງຄົງມັ່ນ ບ່ໍ່ມີມື້ແປປ່ຽນ
ຈົນກະສຽນຮ້ອຍຄັ້ງ ຍັງສາວຄືເກົ່າ
ອາຍຸໃຫ້ຢືນຢາວຫມັ້ນພັນປີສີສະຫງ່າ
ສຸກຢູ່ໃນໃຕ້ລ້າມາໂຮມເຈົ້າສູ່ວັນ
ນອນຫຼັບນັ້ນໄດ້ເງີນພັນເງີນໝື່ນ
ຕື່ນຂຶ້ນໄດ້ເງີນເຕັມຫ້ອງທອງເຕັມບ້ານ ເດີ…ສາທຸ
20. ຄຳຜູກແຂນ ອວຍພອນ ເຈົ້າບ່າວ (ໜຶ່ງ)
ຮ້າຍກວາດໜີ ຮ້າຍກວາດໜີ ຮ້າຍກວາດໜີ
ດີກວາດເຂົ້າ ດີກວາດເຂົ້າ ດີກວາດເຂົ້າ ຂວັນເຈົ້າຫຼັ່ງມາໂຮມ ເດີ້
ສຣີ ສຣີ ສຣີ ສິດທິພະພອນ ບໍວອນລ້ຳເລີດ
ຝ້າຍແກ້ວເກີດເມືອງສະຫວັນ
ປັນລົງມາໃຫ້ຜູ່ຂ້າຜູກແຂນເຈົ້າບ່າວ
ເພີ່ນໄດ້ແຕ່ງງານກັບເຈົ້າສາວໃນມື້ນ້ີວັນນີ້ ວ່າມາເຢີຂວັນເອີຍ
ຂວັນເຈົ້າມາຮອດແລ້ວໃຫ້ເຈົ້າຢູ່ສຸກສະບາຍ
ມີສຸກຂະກາຍແຂງແຮງ ພໍ່ເຖົ້າແມ່ເຖົ້າຮັກແພງຄືລູກຄືຫຼານ
ພີ່ນ້ອງບໍລິວານຮັກແພງແຫ່ລ້ອມ
ເມຍອ່ອນນ້ອມເອົາອົ້ກເອົາໃຈ
ໄດ້ລູກຊາຍຍິງດັ່ງທີ່ເຈົ້າປາດຖະຫນາ
ການງານໃຫ້ກ້າວໜ້າ ການຄ້າໃຫ້ຮຸ່ງເຮືອງ
ການເມືອງໃຫ້ລືລັ່ນ ການບ້ານໃຫ້ຂະຫຍັນ
ຜິວພັນໃຫ້ຜ່ອງໃສ ໃຫ້ເຈົ້າຮ່າງເຈົ້າມີ
ໃຫ້ເຈົ້າໄດ້ເປັນເສຣດຖີ ເປັນມະຫາເສຣດຖີ
ເປັນລູກເຂີຍທີ່ດີ ເປັນຜົວທີ່ດີ ເປັນພໍ່ທີ່ດີ ເດີ້
21. ຄຳຜູກແຂນ ອວຍພອນ ເຈົ້າບ່າວ (ສອງ)
ຮ້າຍກວາດໜີ ຮ້າຍກວາດໜີ ຮ້າຍກວາດໜີ
ດີກວາດເຂົ້າ ດີກວາດເຂົ້າ
ດີກວາດເຂົ້າ ຂວັນເຈົ້າຫຼັ່ງມາໂຮມ ເດີ້
ສຣີ ສຣີ ສຣີ ສິດທິພະພອນ ບໍວອນລ້ຳເລີດ
ຝ້າຍແກ້ວເກີດເມືອງສະຫວັນ
ປັນລົງມາໃຫ້ຜູ່ຂ້າຜູກແຂນເຈົ້າບ່າວ
ເພີ່ນໄດ້ແຕ່ງງານກັບເຈົ້າສາວໃນມື້ນີ້ ມາເຢີຂວັນເອີຍ
ຂວັນເຈົ້າມາຮອດແລ້ວໃຫ້ເຈົ້າຢູ່ສະບາຍດີ
ມີສຸກຂະພາບດີແຂງແຮງ ພໍ່ເຖົ້າແມ່ເຖົ້າຮັກແພງຄືລູກຄືຫຼານ
ພີ່ນ້ອງບໍລິວານຮັກແພງແຫ່ລ້ອມ
ເມຍອ່ອນນ້ອມເອົາອົ້ກເອົາໃຈ
ໄດ້ລູກຊາຍຍິງດັ່ງທີ່ເຈົ້າປາດຖະຫນາ
ການງານໃຫ້ກ້າວໜ້າ ການຄ້າໃຫ້ຮຸ່ງເຮືອງ
ການເມືອງໃຫ້ລືລັ່ນ ການບ້ານໃຫ້ຂະຫຍັນ
ຜິວພັນໃຫ້ຜ່ອງໃສ ໃຫ້ເຈົ້າຮັ່ງເຈົ້າມີ
ໃຫ້ເຈົ້າໄດ້ເປັນເສຣດຖີ ເປັນມະຫາເສຣດຖີ
ເປັນລູກເຂີຍທີ່ດີ ເປັນຜົວທີ່ດີ ເປັນພໍ່ທີ່ດີ ເດີ້
ປະສິດທິ ເຕໂຊ ປະສິດທິ ມັງຄະໂລ ມະຫາຊັຍໂຢ…. ສາທຸ
22. ຄຳຜູກແຂນ ອວຍພອນ ເຈົ້າສາວ (ໜຶ່ງ)
ຮ້າຍກວາດໜີ ຮ້າຍກວາດໜີ ຮ້າຍກວາດໜີ
ດີກວາດເຂົ້າ ດີກວາດເຂົ້າ ດີກວາດເຂົ້າ
ຂວັນເຈົ້າໃຫ້ຫຼັ່ງໂຮມ ເດີ້
ສຣີ ສຣີ ສຣີ ສິດທິພະພອນ ບໍວອນລ້ຳເລີດ
ຝ້າຍແກ້ວເກີດເມືອງສະຫວັນ
ປັນລົງມາໃຫ້ຜູ່ຂ້າຜູກແຂນເຈົ້າສາວໃນມື້ນີ້ ມາເຢີຂວັນເອີຍ
ຂວັນເຈົ້າມາຮອດແລ້ວໃຫ້ເຈົ້າຢູ່ສະບາຍດີ
ມີສຸກຂະພາບດີແຂງແຮງ ປູ່ຢ່າຮັກແພງຄືລູກຄືຫຼານ
ພີ່ນ້ອງບໍລິວານຮັກແພງແຫ່ລ້ອມ
ຜົວອ່ອນນ້ອມເອົາອົ້ກເອົາໃຈ
ໄດ້ລູກຊາຍຊາວດັ່ງທີ່ເຈົ້າປາດຖະຫນາ
ການງານໃຫ້ກ້າວໜ້າ ການຄ້າໃຫ້ຈະເລີນ
ການເງີນໃຫ້ລືລັ່ນ ການບ້ານໃຫ້ຊອຍກັນ
ຜິວພັນໃຫ້ຜ່ອງໃສ ໃຫ້ເຈົ້າຮັ່ງເຈົ້າມີ
ເປັນລູກສະໃພ້ທີ່ດີຂອງປູ່ຢ່າ
ເປັນທີ່ເພິ່ງພາຂອງພີ່ນ້ອງ ປ້າ ລຸງ ລູກ ຫຼານສູ່ຄົນ ເດີ້
ຈັດຕາໂຣ ທັມມາ ວັດທັນຕິ ອາຢຸ ວັນໂນ ສຸຂັງ ພະລັງ…. ສາທ
23. ຄຳຜູກແຂນ ອວຍພອນ ເຈົ້າສາວ (ສາມ)
ສຸກຊຳບາຍທຸກໃຜ່ ປຣະທານໃຫຍ່ໃນງານ
ສຸກສຳຣານສູ່ຄົນ ທີ່ດົນໃຈມາງານນີ້
ວັນທີ່ມີງານລ້ຽງ ສັງສັນມື້ງານແຕ່ງ
ນ້ອງຄຳແພງຮັກກັນມັ້ນ ພົວພັນໄວ້ດ້ວຍຮັກຫຼາຍ
ຂໍສະແດງຄວາມດີໃຈດ້ວຍ ເຈົ້າສາວງາມເຈົ້າບ່າວຫຼໍ່
ເໝາະສົມກັນກະດໍ້ ຊ່າງຫາພໍ້ກະຊ່າງເປັນ
ຂ້ອຍຢາກເຫັນໝູ່ເຈົ້າ ມີລູກຫຼານໆເຫຼນຫຼອນ
ຂ້ອຍອອນຊອນລ່ວງໜ້າ ວ່າລູກເຈົ້າຕ້ອງຫຼໍ່ສວຍ
ຈຶ່ງຂໍອວຍພອນໃຫ້ ໄດ້ມີເປັນທຸກສິ່ງຢ່າງ
ຕາມທີ່ຫວັງວາດໄວ້ ສົມໃຈເຈົ້າໃຝ່ຝັນ
ມີລູກຫຼານໄວຟ້າວ ເປັນບ່າວສາວເຈົ້າໄດ້ເພິ່ງ
ໄທບ້ານໄດ້ຍໍຍ້ອງ ມວນພີ່ນ້ອງໄດ້ເພິ່ງພາ
ໃຫ້ເຈົ້າມີອາຍຸມັ້ນ ຂວັນຢືນຍາວຍິ່ງ
ສິ່ງໃດດີໃຫ້ຫລັ່ງເຂົ້າ ສິ່ງໃດຮ້າຍໃຫ້ຫຼັ່ງໜີ
ເປັນເສຣດຖີພັນລ້ານ ການງານໃຫ້ລຸຫຼັ່ງ
ຍ່າງໄປໃສໄທບ້ານຫຸ້ມ ແຫນແຫ່ເຈົ້າດ້ວຍຮັກແພງ
ຄວາມແຂງແຮງຄົງມັ້ນ ບໍ່ມີມື້ແປປ່ຽນ
ຜິວນວນນຽນປານສ່ຳນ້ອຍ ມີຂ້ອຍຂ້າຊ່ອຍແຮງ
ຮັກແພງຮອດມື້ເຖົ່າ ເບິ່ງແຍງກັນຮອດມື້ແກ່
ເປັນແມ່ຕູ້ພໍ່ຕູ້ ຊູໄມ້ເຖົ້າຊ່ອຍຍ່າງ ພຸ້ນເດີ້
24. ຄຳຜູກແຂນ ອວຍພອນ ລູກຫຼານ
ຮ້າຍກວາດໜີ ຮ້າຍກວາດໜີ ຮ້າຍກວາດໜີ
ດີກວາດເຂົ້າ ດີກວາດເຂົ້າ ດີກວາດເຂົ້າ
ຂວັນເຈົ້າໃຫ້ຫຼັ່ງໂຮມ ເດີ້
ສຣີ ສຣີ ສຣີ ສິດທິພະພົນ ບວນລ້ຳາເລີດ
ຝ້າຍແກ້ວເກີດເມືອງສະຫວັນ
ປັນລົງມາໃຫ້ຜູ່ຂ້າຜູກແຂນຫຼານໃນມື້ນີ້ວັນນີ້ວ່າ ມາເຢີຂວັນເອຍ
ຂວັນເຈົ້າມາຮອດແລ້ວໃຫ້ເຈົ້າຢູ່ສະບາຍ
ມີສຸກຂະກາຍແຂງແຮງ ພໍ່ແມ່ຮັກແພງຫຼາຍບໍ່ນ້ອຍ
ພີ່ນ້ອງຊ່ອຍສົ່ງເສີມ ການງານໃຫ້ກ້າວໜ້າ
ການສຶກສາໃຫ້ເຮືອງຮຸ່ງ
ໄດ້ເກຣດສູງສີ່ລ້ວນດັ່ງທີ່ເຈົ້າປາດຖະຫນາ
ໃຫ້ເຈົ້າມີອາຍຸຢືນຍາວ ຜິວພັນຂາວອ່ອງຕ່ອງ
ງາມຜຸດຜ່ອງສ່ອງໃສ ໃຜເຫັນກະຮັກກະແພງ
ໃຫ່ເຈົ້າແຂງແຮງບໍ່ເຈັບບໍ່ໄຂ້ ພໍ່ແມ່ພີ່ນ້ອງໄດ້ເພິ່ງພາ
ຈັດຕາໂຣ ທັມມາ ວັດທັນຕິ ອາຢຸ ວັນໂນ ສຸຂັງ ພະລັງ
ໂອມ ສະວາຫິ ໂອມ ສະວາຫະ ໂອມ ຕຸ ຕະ ຕຸ ຕະ ..ສາທຸ
25. ຄຳຜູກແຂນ ອວຍພອນ ພໍ່ໃຫຍ່
ຮ້າຍກວາດໜີ ຮ້າຍກວາດໜີ ຮ້າຍກວາດໜີ
ດີກວາດເຂົ້າ ດີກວາດເຂົ້າ ດີກວາດເຂົ້າ ຂວັນເຈົ້າໃຫ້ຫຼັ່ງໂຮມ ເດີ້
ສຣີ ສຣີ ສຣີ ສິດທິພະພອນ ບໍວອນລ້ຳເລີດ
ຝ້າຍແກ້ວເກີດເມືອງສະຫວັນ
ປັນລົງມາໃຫ້ຂ້ອຍຜູກແຂນພໍ່ໃຫຍ່…ໃນມື້ນີ້ວັນນີ້ວ່າ ມາເຢີຂວັນເອີຍ
ຂວັນເຈົ້າມາຮອດແລ້ວໃຫ້ເຈົ້າຢູ່ດີມີແຮງ
ນອນຫຼັບໄດ້ເງີນພັນ ນອນຝັນໄດ້ເງີນໝື່ນ
ນອນຕື່ນໄດ້ເງີນແສນ ແບນມືໄປໄດ້ເງີນລ້ານ
ອອກນອກບ້ານ ພໍ້ຫ້ອງອາຫານໃນຣີສອດ
ມີຜູ້ສາວມາຫຸ່ມກອດ ໄປນວດຫຼັງນວດແອວ
ໃຫ້ມ່ວນຊື່ນໂຮແຊວ ບໍ່ແກ່ບໍ່ເຖົ້າ
ຢູ່ເປັນເຈົ້າໂຄດໝູ່ວົງສາ
ສົມດັ່ງຄວາມປາດຖະຫນາທຸກສິ່ງທຸກປະການ ເດີ້
ຈັດຕາໂຣ ທັມມາ ວັດທັນຕິ ອາຍຸ ວັນໂນ ສຸຂັງ ພະລັງ
26. ຄຳຜູກແຂນ ອວຍພອນ ແມ່ໃຫຍ່
ຮ້າຍກວາດໜີ ຮ້າຍກວາດໜີ ຮ້າຍກວາດໜີ
ດີກວາດເຂົ້າ ດີກວາດເຂົ້າ ດີກວາດເຂົ້າ ຂວັນເຈົ້າໃຫ້ຫຼັ່ງໂຮມ ເດີ້
ສຣີ ສຣີ ສຣີ ສິດທິພະພອນ ບໍວອນລ້ຳເລີດ
ຝ້າຍແກ້ວເກີດເມືອງສະຫວັນປັນລົງມາ
ໃຫ້ຂ້ອຍຜູກແຂນແມ່ໃຫຍ່…ໃນມື້ນີ້ ມາເຢີຂວັນເອຍ
ຂວັນເຈົ້າມາຮອດແລ້ວໃຫ້ເຈົ້າຢູ່ດີມີແຮງ
ນອນຫຼັບໄດ້ເງີນພັນ ນອນຝັນໄດ້ເງີນໝື່ນ
ນອນຕື່ນໄດ້ເງີນແສນ ແບນມືໄປໄດ້ເງີນລ້ານ
ອອກນອກບ້ານໄດ້ໄປວັດໄປວາ
ລູກຫຼານພາໄປໄຫວ້ພະທາດອາຈານ
ໃຫ້ເຈົ້າສຸກສຳລານແຂງແຮງບໍ່ແກ່ບໍ່ເຖົ້າ
ຢູ່ເປັນເຈົ້າໂຄດໝູ່ວົງສາ
ສົມປາດຖະຫນາທຸກສິ່ງທຸກປຣະການ ເດີ້
ຈັດຕາໂຣ ທັມມາ ວັດທັນຕິ ອາຍຸ ວັນໂນ ສຸຂັງ ພະລັງ
27. ຄຳຜູກແຂນ ອວຍພອນ ວັນເກີດ
ມື້ນີ້ວັນເກີດເຈົ້າ ເອົາພອນຊັຍມາສົ່ງ
ປະສົງໃດຂໍໃຫ້ໄດ້ ສົມດ້າມດັ່ງໝາຍ
ຄັນເຈົ້າຄຶດຢາກໄດ້ ສັບພະສິງເງີນທອງ
ໃຫ້ຫຼັ່ງໄຫຼຫລາຍອົງ ເຕັມຫ້ອງເຮືອນຂອງເຈົ້າ
ໂຊກດີໄຫຼຫຼັ່ງເຂົ້າ ໂພຍພັຍໃຫ້ໄກຫ່າງ
ພົບແຕ່ທາງກ້າວໜ້າ ນຳພາເຈົ້າສຸກສຳບາຍ
ອັນໝູ່ໂຣຄາໄຂ່ ຫວັດໄອໄຂ່ບົ່ດວົງ
ປວດແຂນຂາເຈັບສ້ວງ ໃຫ້ຫາຍສິ້ນສູ່ອັນ
ອາຍຸຢືນຍາວຫມັ້ນ ສຸກສຳລານການເປັນຢູ່
ສົມປະສົງສູ່ດ້ານ ໃຫ້ຝັນເຈົ້າເປັນຄວາມຈິງ ເດີ້ ສາທຸ
28. ຄຳຜູກແຂນ ອວຍພອນ ວັນເກີດ (ສອງ)
ມື້ນີ້ມື້ເກີດເຈົ້າ ເອົາພອນຊັຍມາສົ່ງ
ປະສົງໃດຂໍໃຫ້ໄດ້ ສົມດ້າມດັ່ງໝາຍ
ຄັນເຈົ້າຄຶດຢາກໄດ້ ສັບພະສິງເງີນທອງ
ໃຫ້ຫຼັ່ງໄຫຼມາກອງງ ເຕັມຫ້ອງເຮືອນຂອງເຈົ້າ
ໂຊກດີໃຫ້ຫຼັ່ງເຂົ້າ ໂພຍພັຍໃຫ້ໄກຫ່າງ
ພົບແຕ່ທາງກ້າວໜ້າ ນຳພາເຈົ້າສຸກສະບາຍ
ອັນໝູ່ໂຣຄາໄຂ້ ຫວັດໄອໄຂ້ບໍ່ສ່ວງ
ປວດແຂ້ງຂາເຈັບສ້ວງ ໃຫ້ຫາຍສິ້ນສູ່ອັນ
ອາຍຸຢືນຍາວມັ້ນ ສຸກສຳຣານການເປັນຢູ່
ສົມປະສົງສູ່ດ້ານ ໃຫ້ຝັນເຈົ້າເປັນຄວາມຈິງ ເດີ້ ສາທຸ
29. ຄຳຜູກແຂນ ອວຍພອນ ຫຼານ
ມາ ມາ ມາ ໃຫ້ເຈົ໊າຫຍັບເຂົ້າມາໃກ້
ໃຫຍ່ນະໂມສິຜູກແຂນ......ພະນະ
ຮ້າຍກວາດໜີ ຮ້າຍກວາດໜີ ຮ້າຍກວາດໜີ
ດີກວາດເຂົ້າ ດີກວາດເຂົ້າ ດີກວາດເຂົ້າ ຂວັນເຈົ້າໃຫ້ຫຼັ່ງໂຮມ ເດີ້
ສຣີ ສຣີ ສຣີ ສິດທິພະພອນ ບໍວອນລ້ຳເລີດ
ຝ້າຍແກ້ວເກີດເມືອງສະຫວັນ
ປັນລົງມາໃຫ້ຜູ້ຂ້າຜູກແຂນຫຼານໃນມື້ນີ້ວັນນີ້ ວ່າມາເຢີຂວັນເອີຍ
ຂວັນເຈົ້າມາຮອດແລ້ວໃຫ້ເຈົ້າຢູ່ສຸກສະບາຍ
ມີສຸກຂະກາຍແຂງແຮງ ພໍ່ແມ່ຮັກແພງຫຼາຍບໍ່ນ້ອຍ
ພີ່ນ້ອງຊ່ອຍສົ່ງເສີມ ການງານໃຫ້ກ້າວໜ້າ
ການສຶກສາໃຫ້ເຮືອງຮຸ່ງ ໄດ້ເກຣດສູງສີ່ລ້ວນ
ດັ່ງທີ່ເຈົ້າປາດຖະຫນາ ໃຫ້ເຈົ້າມີອາຍຸຍືນຍາວ
ຜິວພັນຂາວອ່ອງຕ່ອງ ງາມຜຸດຜ່ອງສ່ອງໃສ
ໃຜເຫັນກະຮັກກະແພງ ໃຫ້ເຈົ້າແຂງແຮງບໍ່ເຈັບບໍ່ໄຂ້
ພໍ່ແມ່ພີ່ນ້ອງໄດ້ເພິ່ງພາ ຈັດຕາໂຣ ທັມມາ ວັດທັນຕິ
ອາຍຸ ວັນໂນ ສຸຂັງ ພະລັງ
30. ຄຳຜູກແຂນ ອວຍພອນ ປີໃໝ່
ປີເກົ່າເບິດໄປແລ້ວ ປີໃໝ່ໄດ້ມາເຖີງ
ຂໍພະອິນຜູ້ຢູ່ເທີງ ດາວະດິງເມືອງຟ້າ
ປະທານພອນມາໃຫ້ ມະນຸດໃນພື້ນແຜ່ນ
ທົ່ວດິນແດນໂລກກວ້າງ ໃຫ້ເນົາຢັ້ງຢູ່ດີ
ຢ່າໄດ້ມີເຫດຮ້ອນ ສັບພະສິ່ງອັນໃດ
ໂພຍພັຍຫາຍ ຢ່າສິຫວນເຫັນພໍ້
ຜູ້ທີ່ລໍໂຊກເຂົ້າ ວາດນາເສີມສົ່ງ
ສົມປະສົງສູ່ດ້ານ ງານເງີນພ້ອມສູ່ອັນ
ຜູ້ຂີ້ຄ້ານ ໃຫ້ພໍຢູ່ພໍກິນ
ຜູ້ມີສິນມີທັມ ໃຫ້ຮັ່ງມີດີໄດ້
ຜູ້ທີ່ເຈັບປ່ວຍໄຂ່ ໃຫ້ຫາຍດີມີສຸກຍິ່ງ
ສິ່ງໃດດີຫຼັ່ງເຂົ້າ ໂພຍພັຍຮ້າຍໃຫ້ຫ່າງໄກ
ທຸກຄົນມີເປັນໄດ້ ສົມຕັ້ງໃຈທຸກສິ່ງຢ່າງ
ທາງຊີວິດປີໃໝ່ນີ້ ສຸກຂີມັ່ນສູ່ຄົນ ເດີ້ ສາທຸ
ປີໃໝ່ນີ້ ໃຫ້ມັນດີກວ່າປີເກົ່າ
ເງີນເຂົ້າເຮືອນມື້ລະຮ້ອຍ ປີໃໝ່ໄດ້ມື້ລະພັນ
ຝັນປີເກົ່ານັ້ນ ຝັນບໍ່ດີມີແຕ່ລາຍ
ຝັນປີໃໝ່ໃຫ້ເຫັນໃຫຍ່ກ້ອງຍ້ອງ ຊື້ໄດ້ໂລດບໍ່ຕ້ອງແປ
ແກ່ປີເກົ່ານັ້ນ ປີໃໝ່ໃຫ້/ເປັນບ່າວສາວ
ເມຍເຮົາເຄີຍເປັນຄົນຍັກ ປີໃໝ່ກາຍເປັນນາງຟ້າ
ຜົວຂີ້ຢາຂີ້ເຫຼົ້າ ໃຫ້ເຊົາກິນເຊົາດື່ມ
ເຄີຍຢືມເງີນຜູ້ອື່ນໃຊ້ ປີໃໝ່ໃຫ້ເປັນເຈົ້າມື
ເມຍໃຫ້ຖືເງີນໄດ້ ບໍ່ເກີນມື້ລະຊາວພັນ
ປີໃໝ່ນັ້ນໃຫ້ເພິ່ນເພີ່ມ ຊາວແອັດພັນກີບບໍ່ຕ້ອງທອນ ເດີ້ ສາທຸ
31. ອວຍພອນລາ (ຕະລົກເລີກຝຶກອົບຮົມ)
ຂໍລາເດີທຸກທ່ານ ອາຈານໃຫຍ່ ຜໍ.
ຜູ້ມານນັ່ງອົບຮົມ ຢູ່ນຳກັນຫຼາຍມື້ແລ້ວ
ຂໍລາແນວຊຸມເຊື້ອ ວິທະຍາກອນຜູ້ສວຍ ຫຼໍ່
ຄົງສິໄດ້ພົບພໍ້ ກັນແທ້ແນ່ນອນ
ຫຳຍັງແຂວນອ້ອນຕ້ອນ ຂາຍັງຢ່າງໄປເປັນ
ເອັນຍັງແຂງຄຶກຄັກ ແອວຢັງດີພໍໄດ້ເດົ້າ
ສິບໍ່ເຊົາຮ້າງ ການສຶກສາໃຫ້ເຮືອງຮຸ່ງ ດອກນາ
ຄວາມຮູ້ໄດ້ເທື່ອນີ້ ນຳໄປໃຊ້ໄດ້ແນ່ນອນ
ຈຶ່ງຂໍອວຍພອນໃຫ້ ໄຊໂຍສິດທິໂຊກ
ຖືກສະໂຫຼກທຸກເລື້ອງ ພັຍຮ້າຍເຈົ້າຢ່າມີ
ໃຫ້ເຈົ້າສຸຂີໝັ່ນ ສະເໝີມັນເຄືອເກົ່າ
ຜູ້ເຖົ້າເຖົ້າຖ່າຢູ່ບ້ານ ໃຫ້ຂອງຂຶ້ນຈົນອອກແສງ
ເມືອມື້ແລງໃຫ້ເຈົ້າໄດ້ ເບີກຖອຍຫຼັງຮອດສາມສີ່
ໂຊກດີຂີ່ຖືກໝ້ອງ ເງີນທອງລັນຫຼັ່ງໂຮມ ເດີ້ ສາທຸ
32. ຄຳຜະຫຍາ ສຸພາສິດ
ຢາກມີ ໃຫ້ຢືມເພີ່ນໄປຄ້າ
ຢາກຂື້ນຊັ້ນຟ້າ ໃຫ້ຂ້າເຈົ້າເອົາຂອງ
ປັດຊະຍາຊີວິດບົດນີ້ ໃຫ້ມຸມມອງເພື່ອສ້າງແນວຄວາມຄິດ
ໂດຍໝາຍເຖິງປິດສະໜາທັມ ເບິ່ງເຫັນທຸກເພາະການເປັນໜີ້ ແລະ
ມຸມມອງໃຫ້ຂ້າກິເລດ ຄວາມໂລບ ຄວາມໂກດ ຄວາມຫຼົງເຊັ່ນວ່າ:
ຄວາມຍາກຈົນ ແລະ ການກູ້ຢືມໜີ້ ເຮົາເອີ້ນວ່າເປັນທຸກໃນໂລກ ຄົນຈົນເມື່ອຢືມໜີ້ໃຊ້ສອຍຢູ່
ຍ່ອມເດືອດຮ້ອນເພາະການບໍ່ໃຫ້ຄືນນັ້ນ ພວກເຈົ້າໜີ້ຈຶ່ງຕິດຕາມ ເລີຍຖືກຈອງຈຳ
ການຖືກຈອງຈຳນັ້ນແລ ເປັນທຸກຂອງໝູ່ຊົນຜູ້ປາດຖະນາໃນກາມ.
ອັນວ່າເງິນຄຳແກ້ວ ຫາຍາກນານພົບ
ລາງເທື່ອມີໃນມື ກໍ່ເປົ່າແປນປານລ້າງ
ບ່ອນເຂັດໃຫ້ຢຳບ່ອນ ຄາລຳໃຫ້ຢ້ານ
ຄັນຊິຖິ້ມ ກະເສຍດາຍ
ຄັນຊິບາຍ ກະຂີ້ດຽດ
ເຮົາເປັນສິດຄວນຮູ້ ບູຊາຄູຜູ້ສອນສັ່ງ
ເຮັດຕາມຄຳບອກໃວ້ ສິດຊິໄດຮຸ່ງເຮືອ
ໂງ່ບໍ່ເປັນ ໃຫຍ່ຍາກ
ໄມ້ລຳດຽວ ລ້ອມຮົ້ວບໍ່ໄຂວ
ໄພ່ບໍ່ພ້ອມ ແປງບ້ານບໍ່ເຮືອງ
ໝົດດົງ ຍັງມີເຫຼົ່າ
ໝົດເຖົ້າເກົ່າ ຍັງມີລູກມີຫຼານ
ປາຢູ່ນ້ຳບໍ່ຫ່ອນ ຂື້ນເທິງບົກ
ມັນຫາກອາໄສເນົາ ຢູ່ນອນໃນນ້ຳ
ໃຜຜູ້ພາໂລລົ້ນ ໂລພາມີມາກ
ໂລບລື່ນລົ້ນ ເມືອໜ້າບໍ່ດີ
ໃຈບໍ່ສັດທາເລື້ອມແສນຊິອອຍ ກະປານດ່າ
ໃຈບໍ່ສັດທາດອມປາກດີ ກະເປັນຮ້າຍ
ໃຈບໍ່ໃສຕໍ່ແກ້ວ ແຍງເງົາກະບໍ່ຄ່ອງ
ໃຈບໍ່ໃສຕໍ່ຄ້ອງ ຕີໄດ້ກະບໍ່ດັງ
ບຸນບໍ່ຮອດ ຍອດບໍ່ກ້ຽວ
ແສນຊິຝັ້ນ ກະເລົ່າມາຍ
33. ຫົວຂໍ້ໃຫຍ່2
ສາສນາປຽບດັ່ງນໍ້າ ລ້າງສ່ວຍແນວສະໝອງ ສາສນາຄືສາຍທານ ອາບເຢັນກາຍເນື້ອ fffffffff
34. ຫົວຂໍ້ໃຫຍ່2
ສາສນາປຽບດັ່ງນໍ້າ ລ້າງສ່ວຍແນວສະໝອງ ສາສນາຄືສາຍທານ ອາບເຢັນກາຍເນື້ອ fffffffff
35. ຫົວຂໍ້ໃຫຍ່2
ສາສນາປຽບດັ່ງນໍ້າ ລ້າງສ່ວຍແນວສະໝອງ ສາສນາຄືສາຍທານ ອາບເຢັນກາຍເນື້ອ fffffffff
36. ຫົວຂໍ້ໃຫຍ່2
ສາສນາປຽບດັ່ງນໍ້າ ລ້າງສ່ວຍແນວສະໝອງ ສາສນາຄືສາຍທານ ອາບເຢັນກາຍເນື້ອ fffffffff
37. ຫົວຂໍ້ໃຫຍ່2
ສາສນາປຽບດັ່ງນໍ້າ ລ້າງສ່ວຍແນວສະໝອງ ສາສນາຄືສາຍທານ ອາບເຢັນກາຍເນື້ອ fffffffff
38. ຫົວຂໍ້ໃຫຍ່2
ສາສນາປຽບດັ່ງນໍ້າ ລ້າງສ່ວຍແນວສະໝອງ ສາສນາຄືສາຍທານ ອາບເຢັນກາຍເນື້ອ fffffffff
39. ຫົວຂໍ້ໃຫຍ່2
ສາສນາປຽບດັ່ງນໍ້າ ລ້າງສ່ວຍແນວສະໝອງ ສາສນາຄືສາຍທານ ອາບເຢັນກາຍເນື້ອ fffffffff
40. ຫົວຂໍ້ໃຫຍ່2
ສາສນາປຽບດັ່ງນໍ້າ ລ້າງສ່ວຍແນວສະໝອງ ສາສນາຄືສາຍທານ ອາບເຢັນກາຍເນື້ອ fffffffff
41. ຫົວຂໍ້ໃຫຍ່2
ສາສນາປຽບດັ່ງນໍ້າ ລ້າງສ່ວຍແນວສະໝອງ ສາສນາຄືສາຍທານ ອາບເຢັນກາຍເນື້ອ fffffffff
42. ຫົວຂໍ້ໃຫຍ່2
ສາສນາປຽບດັ່ງນໍ້າ ລ້າງສ່ວຍແນວສະໝອງ ສາສນາຄືສາຍທານ ອາບເຢັນກາຍເນື້ອ fffffffff
43. ຫົວຂໍ້ໃຫຍ່2
ສາສນາປຽບດັ່ງນໍ້າ ລ້າງສ່ວຍແນວສະໝອງ ສາສນາຄືສາຍທານ ອາບເຢັນກາຍເນື້ອ fffffffff
44. ຫົວຂໍ້ໃຫຍ່2
ສາສນາປຽບດັ່ງນໍ້າ ລ້າງສ່ວຍແນວສະໝອງ ສາສນາຄືສາຍທານ ອາບເຢັນກາຍເນື້ອ fffffffff
45. ຫົວຂໍ້ໃຫຍ່2
ສາສນາປຽບດັ່ງນໍ້າ ລ້າງສ່ວຍແນວສະໝອງ ສາສນາຄືສາຍທານ ອາບເຢັນກາຍເນື້ອ fffffffff
46. ຫົວຂໍ້ໃຫຍ່2
ສາສນາປຽບດັ່ງນໍ້າ ລ້າງສ່ວຍແນວສະໝອງ ສາສນາຄືສາຍທານ ອາບເຢັນກາຍເນື້ອ fffffffff
47. ຫົວຂໍ້ໃຫຍ່2
ສາສນາປຽບດັ່ງນໍ້າ ລ້າງສ່ວຍແນວສະໝອງ ສາສນາຄືສາຍທານ ອາບເຢັນກາຍເນື້ອ fffffffff
48. ຫົວຂໍ້ໃຫຍ່2
ສາສນາປຽບດັ່ງນໍ້າ ລ້າງສ່ວຍແນວສະໝອງ ສາສນາຄືສາຍທານ ອາບເຢັນກາຍເນື້ອ fffffffff
48. ຫົວຂໍ້ໃຫຍ່2
ສາສນາປຽບດັ່ງນໍ້າ ລ້າງສ່ວຍແນວສະໝອງ ສາສນາຄືສາຍທານ ອາບເຢັນກາຍເນື້ອ fffffffff
49. ຫົວຂໍ້ໃຫຍ່2
ສາສນາປຽບດັ່ງນໍ້າ ລ້າງສ່ວຍແນວສະໝອງ ສາສນາຄືສາຍທານ ອາບເຢັນກາຍເນື້ອ fffffffff
50. ຫົວຂໍ້ໃຫຍ່2
ສາສນາປຽບດັ່ງນໍ້າ ລ້າງສ່ວຍແນວສະໝອງ ສາສນາຄືສາຍທານ ອາບເຢັນກາຍເນື້ອ fffffffff