01. ບົດສູດສາລະພັນ ຂາບໄຫວ້ຄຸນ
*ຍົກມື ຂຶ້ນເຖີດໜາ ທ່ານທີ່ມາ ໃນວັນນີ້
ບູຊາ ຄຸນພຣະພຸດ ທີ່ບໍລິສຸດ ແລະຜ່ອງໃສ
ບູຊາ ຄຸນພຣະທັມ ທີ່ທ່ານນ້ອມນໍາ ເຊີດຊູໄວ້
ບູຊາຄຸນ ພຣະສົງ ທີ່ທ່ານດໍາລົງ ພຣະສາສະໜາ
*ຂາບໄຫວ້ລົງເຖີດໜາ ທ່ານທີ່ມາ ໃນງານວັນນີ້
ຂາບໜຶ່ງ ຄຸນພຣະພຸດ ທີ່ບໍລິສຸດ ແລະຜ່ອງໃສ
ຂາບສອງ ຄຸນພຣະທັມ ທີ່ທ່ານນ້ອມນໍາ ເຊີດຊູໄວ້
ຂາບສາມ ຄຸນພຣະສົງ ທີ່ທ່ານດາໍລົງ ພຣະສາສະໜາ
*ຂາບສີ່ ບິດາມານດາ ທີ່ລ້ຽງເຮົາມາຈົນເຕີບໂຕໃຫຍ່
ຂາບຫ້າ ຄູບາອາຈານ ທີ່ທ່ານບັນດານ ວິຊາໃຫ້ໄວ້
ຂາບໄຫວ້ໃຫ້ໄດ້ຫ້າຄັ້ງ ເພື່ອພະລັງ ພຣະສາສະໜາ
ຕໍ່ໄປ ພາຍພາກໜ້າ ເຮົາຈັກເຖິງ ເຊິ່ງນິບພານ (ຊໍ້າ)
02. ນະມັດສະການພຣະອະຣະຫັນ 8 ທິດ
ນະໂມ...ຕັດສະ, ພະຄະວະໂຕ, (ປະສານສຽງ) ອະຣະຫະໂຕ....ສັມມາ, ສັມພຸດທັດສະ. (3 ຈົບ)
-------**--------
ສັມພຸດໂທ ທິປະທັງ ເສຕໂຖ ນິສິນໂນ ເຈວະ ມັຊຊິເມ
ໂກນທັນໂຍ ປຸພພະພາເຄ ຈະ ອາຄະນັຍເຍ ຈະ ກັສສະໂປ
ສາຣີປຸຕໂຕ ຈະ ທັກຂິເນ ຫະຣະຕິເຍ ອຸປາລີ ຈະ
ປັຈສິເມປິ ຈະ ອານັນໂທ ພາຍັພເພ ຈະ ຄະວັນປະຕິ
ໂມຄຄັລລາໂນ ຈະ ອຸຕຕະເຣ ອິສາເນປີ ຈະ ຣາຫຸໂລ
ອິເມ ໂຂ ມັງຄະລາ ພຸທທາ ສັພເພ ອິທະ ປະຕິຕຖິຕາ
ວັນທິຕາ ເຕ ຈະ ອັມເຫຫິ ສັກກາເຣຫິ ຈະ ປຸຊິຕາ
ເອເຕສັງ ອານຸພາເວນະ ສັພພະໂສຕຖີ ພະວັນຕຸ ໂນ (ຊໍ້າ)
ອິຈເຈວະມັຈຈັນຕະ ນະມັສສະນັຍຍັງ
ນະມັສສະມາໂນ ຣະຕະນັຕຕະຍັງ
ຍັງ ປຸນຍາພິສັນທັງ ວິປຸລັງ ອະລັຕຖັງ
ຕັສສານຸພາເວນະ ທະຕັນຕະຣາໂຍ
---------------------------***--------------------------
03. ບົດອອກພັນສາ
🙨 ວັນນີ້ ອອກພັນສາ ພວກເຮົາມາ ພ້ອມກັນດີ
ທຳບຸນ ປະເພນີ ຢ່າງທີມີ ເປັນປະຈຳ
ຮັບສິນ ແລະໃຫ້ທານ ຟັງອາຈານ ສະແດງທັມ
ອາຈານ ໄດ້ແນະນຳ ຢ່າກະທຳ ສິ່ງເປັນໄພ (ຊ້ໍາ)
ການນັ່ງ ຫຼືການນອນ ຈົ່ງສັງວອນ ສັງລວມໃຈ
ລ່ວງເກີນ ສິ່ງອັນໃດ ຂໍອະໄພ ຢ່າມີເວນ
ດ້ວຍກາຍ ວາຈາຈິດ ຂໍໃຫ້ຄິດ ຂໍໃຫ້ເວັ້ນ
ບາບກັມ ຢ່າໄດ້ເປັນ ທັງສົງ-ເນນ ຢ່າມີກັມ (ຊ້ໍາ)
ເທວາ ໂປຼດໄດ້ຍິນ ອົງເທບອິນ ຢູ່ເບື້ອງບົນ
ຈົ່ງມາ ເປັນພະຍານ ຂໍສາບານ ທົ່ວທຸກຄົນ
ພວກເຮົາ ບໍ່ກັງວົນ ບໍ່ມືດມົນ ໃນສັນດານ
ຈິດໃຈ ໃຫ້ເບີກບານ ກິເລດມານ ບໍ່ມີເລີຍ (ຊ້ໍາ)
04. ບົດກ່າວອຳລາ
ພວກຂ້ານ້ອຍ ຂໍຂາບລາ ເຖິງເວລາ ສົມຄວນແລ້ວ
ດ້ວຍກິດຈະການມີ ກາລະນີອັນເພິ່ງທຳ
ຂໍລາ ທັງພຣະພຸດ ແລະ ພຣະທັມ ພຣະສົງພ້ອມ
ດ້ວຍຈິດ ອັນນອບນ້ອມ ພ້ອມທັງຄຣູ ຜູ້ມີຄຸນ
ຂໍບຸນ ຍະເທພາ ທັງອິນທາ ຜູ້ສະຖິດ
ທີ່ນີ້ ເປັນສະຖານ ອັນເບີກບານ ວິໄລເລີດ
ຂໍພອນ ອັນປະເສີດ ດວງລ້ຳເລີດ ຄືປັນຍາ
ໜ່ວຍແກ້ວສອງກວງຕາ ໄດ້ບູຊາ ເປັນທຽນໄຕ້
ສິບນິ້ວປະນົມກອນ ເພື່ອຂໍພອນຈາກອາຈາຣຍ໌ (ຊ້ໍາ)
ພວກເຮົາພ້ອມກັນມາ ກ່າວອຳລາ ທ່ານອາຈາຣຍ໌
ມາແລ້ວ ກໍຕ້ອງລາ ໂອກາດໜ້າ ພົບກັນໃໝ່ (ຊ້ໍາ)
ວັນນີ້ ຈຳຈາກຈອນ ແສນອາວອນ ຍິ່ງໜັກໜາ
ຜິດພາດ ປະການໃດ ໃຫ້ອະໄພ ພວກຂ້າເທີ້ນ (ຊ້ໍາ)
05. ມາລາດວງດອກໄມ້
🙨 ມາລາ ດວງດອກໄມ້ ໆ ມາຕັ້ງໄວ້ ເພື່ອບູຊາ
ຂໍບູຊາ ຄຸນພຣະພຸດ (ຊໍ້າ) ຜູ້ທີບໍລີສຸດຕັດສະຮູ້ມາ
ມາລາ ດວງດອກໄມ້ (ຊໍ້າ) ມາຕັ້ງໄວ້ ເພື່ອບູຊາ
ຂໍບູຊາ ຄຸນພຣະທັມ (ຊໍ້າ) ທີ່ນ້ອມນຳ ທາງປັນຍາ
ມາລາ ດວງດອກໄມ້ (ຊໍ້າ) ມາຕັ້ງໄວ້ ເພື່ອບູຊາ
ຂໍບູຊາ ຄຸນພຣະສົງ (ຊໍ້າ) ຜູ້ດຳລົງ ທັມວິໄນ
ຄຸນພຣະໄຕຣ ທັງສາມນີ້ (ຊໍ້າ) ຄວາມປານີ້ ຂໍບູຊາ
ນຳມາ ໄດ້ພ້ອມແລ້ວ (ຊໍ້າ) ທັງດວງແກ້ວ ອັນຊະລີ
ຂໍໃຫ້ ພວກຂ້ານີ້ (ຊໍ້າ) ຈົ່ງໂຊກດີ ມີສຸກ ທຸກເມື່ອເທີ້ນ...
06. ບົດປະຫວັດພຣະພຸທທະເຈົ້າ
🙨 ບັດນີ້ ຈັກໄດ້ກ່າວ ເຖິງເລື້ອງລາວ ພຸດທະອົງ
ຜູ້ມີ ກາຣຸນາ ຊົງເມດຕາເທດສັ່ງສອນ
ຊົງເປັນ ພຣະບຸດຕາ ຂອງພຣະເຈົ້າ ສຸດໂທທະນະ
ສີຣິ ມະຫາມາຍາ ພຣະມານດາ ຂອງພຣະອົງ
ວັນເພັງ ເດືອນຫົກນີ້ ວັນປະສູດຂອງ ພຣະອົງ
ປະສູດ ໄດ້ສາມວັນ ອະ ສິຕາ ກໍເຂົ້າຢ້ຽມ
ຢູ່ມາ ອີກຫ້າວັນ ພາມຮ້ອຍແປດ ກໍຖືກເຊີນ
ໃຫ້ຕັ້ງ ຊື່ໄວ້ວ່າ ສິດ ທັດຖະ ຣາຊະກຸມານ
ປະສູດ ໄດ້ເຈັດວັນ ພຣະມານດາ ສິ້ນພຣະຊົນ
ພຣະຊົນ ໄດ້ເຈັດປີ ມີເຂົ້າຮຽນ ສຶກສາວິຊາ
ພຣະຊົນ ໄດ້ສິບຫົກ ກໍຕົກລົງ ອະພິເສກສົມລົດ
ພຣະຊົນ ໄດ້ຊາວເກົ້າ ພຣະອົງເຈົ້າ ບັນພຣະຊາ
ເນື່ອງດ້ວຍ ເທວະທູດ ເຫຼົ່າທັງສີ່ ທີ່ຊົງເຫັນ
ຄືຄົນ ແກ່ ເຈັບ ຕາຍ ລວມກັບທັງ ສາມະນະ
ເຮັດໃຫ້ ດຳຣິວ່າ ແກ່ເຈັບຕາຍ ຄືປັນຫາ
ທີ່ພຣະ ສັດຖາເຈົ້າ ຈະຕ້ອງແກ້ ເພື່ອໂລກາ
ຕໍ່ມາຊົງໄດ້ຂ່າວ ການປະສູດ ບຸດພຣະອົງ
ຊົງເປັ່ງ ອຸທານວ່າ ໂອ ວ່າບ້ວງນີ້ ເກີດແລ້ວໜໍໆ
ພໍຕອນ ຄືນນັ້ນໜາ ໄດ້ຊົງມ້າ ກັນຖະກະ
ມີນາຍ ສັນນະນີ ຕາມສົ່ງທີ່ ອະໂນມາ
ຊອກຫາ ໂມກຂະທັມ ດ້ວຍວິທີ ທໍຣະມານຕົນ
ຈົນໝົດ ຄຸນຄວາມຮູ້ ຂອງອາຈານ ທີ່ຈະສອນ
ບຳເພັນ ຍອດຕະບະ ທີ່ຍາກຍິ່ງ ໃຜຈະທຳ
ໄດ້ແກ່ ອົດອາຫານ ຈົນພຣະວໍລະກາຍຫ່ຽວແຫ້ງໆ
ເຫື່ອແຮງ ກໍໝົດໄປ ເມື່ອຍ່າງໄປ ກໍຊວນເຊ
ແສນທຸກ ທໍ່ລະມານ ພຣະອົງຈຳເປັນປ່ຽນວິທີ
ດຳຣີເດີນສາຍກາງ ເປັນຫົນທາງບໍາເພັນພຽນຈິດໃຈ
ວັນຂຶ້ນ ສິບຫ້າຄ່ຳ ເດືອນຫົກເພັງຈຶ່ງຕຣັສສະຮູ້
ຊົງເປັນ ພຣະສັມມາ ຫາຜູ້ໃດ ບໍ່ມີເໝືອນ
ຊົງມີຄວາມເມດຕາ ເທດສະໜາສັ່ງສອນໂລກ
ສີ່ສິບຫ້າ ພຣະວັດສາ ຊົງອົດສາ ເຜີຍແພ່ທັມຕະຫຼອດມາ
ນຳຄວາມສຸກ ແລະປະໂຫຍດ ໂປຣດໃຫ້ແກ່ ຊາວໂລກາ
ສິ້ນສຸດ ເມື່ອວັນຂຶ້ນສິບຫ້າຄ່ຳ ໃນເດືອນສາມ
ພຣະອົງ ຊົງຕັດກັບ ພຣະອານົນ ຈົ່ງເຂົ້າໃຈ
ຕໍ່ໄປ ອີກສາມເດືອນ ເຮົານີ້ນາ ຈະນິບພານ
ພຣະອົງ ຊົງນິບພານ ລະຫວ່າງຄູ່ ຂອງຕົ້ນຮັງ
ທີ່ເມືອງ ກຸສິນາຣາ ອັນເປັນເມືອງຂອງເຈົ້າມັນລະ
ຂໍຈົບ ພຽງເທົ່ານີ້ ເຫຼົ່າປະຫວັດ ພຸດທະອົງ ໆ
ພວກເຮົາ ເປັນຊາວພຸດ ຄວນພາກພຽນ ຈື່ຈໍາໃຫ້ດີ
ຖ້າເຮັດໄດ້ຕາມດັ່ງນີ້ ຈະມີດີ ແກ່ຕົນເອງ ໆ
07. ອຸທິດບຸນຫາແມ່
🙨 ໂອໂອ່ ແມ່ລູກເອີຍ ລູກບໍ່ເຄີຍ ລະເລີຍທຳທານ
ວັນນີ້ ຈິດຊື່ນບານ ມາທຳທານ ດ້ວຍສັດທາ
ເພື່ອມາ ສ້າງກຸສົນ ອຸທິດຜົນບຸນ ສົ່ງໄປຫາ
ມາມາ ມາ ແມ່ມາ ມາຮັບເອົາເຄື່ອງກອງທານ (ຊ້ໍາ)
ຕອບແທນ ແມ່ນັ້ນໜາ ທີ່ລ້ຽງລູກມາ ຈົນເຕີບໃຫຍ່
ຖະໜອມລ້ຽງລູກໄວ້ ດ້ວຍຄວາມຮັກ ຄວາມຫ່ວງໃຍ
ຕັ້ງແຕ່ ແມ່ຈາກໄປ ແສນອາໄລ ໃຈຫ່ວງຫາ
ຄິດເຖິງ ແມ່ໜັກໜາ ໂອແມ່ມານດາຢູ່ໃສເອີຍ (ຊ້ໍາ)
ນ້ຳຕາ ລູກຫຼິນໄຫຼ ແມ່ຈາກໄປ ບໍ່ກັບມາ
ໂອນໍ ອະນິດຈາ ພາກມານດາ ຂອງລູກໄປ
ຂໍໃຫ້ ບຸນລູກໄດ້ທຳ ຈົ່ງນໍາຄ້ຳ ໃຫ້ແມ່ໄປດີ
ໃຫ້ພົ້ນ ຈາກໂລກີ ຢ່າໄດ້ມີ ຄວາມທຸກເລີຍ (ຊ້ໍາ)
08. ບົດວິນຍານແມ່ວອນຂໍ (ບຸນເຂົ້າປະດັບດິນ)
🙨 ໂອໂອ່ ລູກແມ່ເອີຍ ຢ່າລະເລີຍ ການທຳທານ
ວັນນີ້ ຍົມພິບານ ທ່ານປະທານ ປ່ອຍແມ່ມາ
ເພື່ອມາຮັບເອົາສ່ວນບຸນ ໃນຄັ້ງນີ້ ໃຫຍ່ໜັກໜາ
ລູກເອີຍ ເຈົ້າໃຫຍ່ມາ ການທຳບຸນ ຢ່າລະເລີຍ
ຕັ້ງແຕ່ ເຈົ້າເລີ່ມເກີດ ແສນປະເສີດ ແມ່ດີໃຈ
ຖະໜອນ ລ້ຽງແຕ່ເຍົາໄວ ຈົນເຕີບໃຫຍ່ ໄດ້ເປັນນາຍ
ທັງລູກຍິງ ແລະລູກຊາຍ ເຈົ້າຊ່າງຫາຍ ຄົງລືມແມ່
ຕັ້ງຕາແລ ແນມບໍ່ເຫັນ ຫຼື ຈະເປັນ ດັ່ງວ່າມາ
ຫຼຽວຫາ ລູກກໍບໍ່ເຫັນ ຫຼື ຈຳເປັນ ຢ່າງໃດໜໍ
ວິນຍານ ເລາະແຕ່ເຊົ້າ ພ້ອມອັບເສົາ ນ້ຳຕາຫຼິນ
ລູກເອີຍ ຄົງໄດ້ຍິນ ຈົ່ງສົງສານ ວິນຍານແມ່
ໝູ່ເຂົາ ໄດ້ເຕັມກະຕ່າ ແມ່ນີ້ໜາ ບໍ່ໄດ້ເລີຍ
ລູກເອີຍ ບໍ່ສ້າງບຸນ ຄຸນທີ່ແມ່ ລ້ຽງເຈົ້າມາ
ບໍ່ແທນ ຄຸນບິດາ ແລະມານດາ ລ້ຽງເຈົ້າມາ
ເຂົ້າປັ້ນ ພຽງນ້ອຍໆ ຂອງແຊບຊ້ອຍ ກໍບໍ່ທຳ
ລູກເອີຍ ບໍ່ທຳທານ ບໍ່ສົງສານ ດວງວິນຍານ
ບ້ານເຮືອນ ແມ່ຢູ່ໄກ ເດີນບໍ່ໄຫວ້ ບໍ່ໄດ້ກິນ
ຢາກນ້ຳ ແລະ ຢາກເຂົ້າ ຂໍໃຫ້ເຈົ້າ ຈົ່ງສ້າງບຸນ
ຈຳໄວ້ ນະລູກໜາ ແມ່ຄອຍຖ້າ ທຸກເວລາ
ທຳບຸນໃຫ້ພຣະສົງ ດວງວິນຍານ ຈະໄດ້ກິນ
ລູກເອີຍ ບໍ່ສົງສານ ດວງວິນຍານ ຂໍລາກ່ອນ
ຂໍອວຍພອນ ທັງນ້ຳຕາ ຂໍອວຍພອນ ທັງນ້ຳຕາ
ຂໍໃຫ້ ລູກຄິດ ໄດ້ເອງ ເບິ່ງໃຫ້ເຫັນ ດວງວິນຍານ
ຢ່າກຽດຄ້ານ ການທຳບຸນ ຮູ້ບຸນຄຸນ ຂອງພໍ່ແມ່ເຮົົາເອີຍ
.....................................***..........................................
09.ບົດວັນວິສາຂະບູຊາ
🙨 ພໍເຖິງ ເດືອນ 6 ເພັງ ເປັນວັນເດັ່ນ ສາດສະໜາ
ເປັນວັນວິສາຂະ ພ້ອມກັນມາ ບູຊາຄຸນ (ຊ້ໍາ)
ນ້ອມຈິດ ຄິດສ້າງດີ ໃຫ້ມີໄວ້ ເພື່ອເປັນທຶນ
ເຊີນເທີດ ມາທຳບຸນ ໄວ້ເປັນທຶນ ໃນພົບໜ້າ (ຊ້ໍາ)
ເພີ່ມພູນ ປາຣະມີ ບຸນຣາສີໃຫ້ແໜ້ນໜາ
ພາກັນນ້ອມນຳມາ ດວງມາລາ ວັນທານ້ອມ (ຊ້ໍາ)
ບູຊາ ຄຸນພຸດໂທ ທັງທັມໂມ ແລະ ສັງໂຄ
ຜູ້ມີ ຄວາມດີພ້ອມ ໄດ້ກ່ອມໃຈ ໃສສະອາດ (ຊ້ໍາ)
ເປັນວັນ ປຣະສູດເຈົ້າ ອົງເປັນເຄົ້າ ສິດທັດຖະ
ເປັນວັນ ຕັດສະຮູ້ ເປັນວັນຄຣູ ແຫ່ງພຣະສົງ (ຊ້ໍາ)
ເປັນວັນ ປົງນິບພານ ສາມປະການ ໃຫ້ຈຳໄວ້
ຫົວໃຈ ຕັດສະຮູ້ ນັ້ນມີຢູ່ ສີ່ປະການ (ຊ້ໍາ)
ໜຶ່ງນັ້ນ ຄືຄວາມທຸກ ບໍ່ມີສຸກ ໃນສັງຂານ
ສອງນັ້ນ ສະມຸທັຍ ເປັນເຫດໃຫ້ ທຸກບັງເກີດ
ຂໍ້ສາມ ຄືນິໂຣດ ດັບທຸກໂທດ ໃຫ້ໝົດສິ້ນ
ຂໍ້ສີ່ ທາງພົ້ນທຸກ ໃຫ້ເກີດສຸກ ຄືແນວທາງ
ຊາວພຸດ ໄດ້ເຫຼື້ອມໃສ ຖືດອກໄມ້ ມາວຽນທຽນ
ຜັນປ່ຽນ ໃຫ້ເປັນວັນ ທີ່ສຳຄັນ ໃນວັນນີ້ (ຊ້ໍາ)
ຂໍເຕືອນ ຢ່າລະເລີຍ ວິສາຂະ ໃຫ້ຈິຣັງ
ໄດ້ຊື່ ເປັນວັນດີ ເປັນວັນມໍ ລະດົກໂລກ
ເປັນວັນ ສັນຕິພາບ ທີ່ຊາວໂລກ ຍອມຮັບເອົາ
ນີ້ຄື ຄວາມສຳຄັນ ວັນວິສາຂະ ນະທ່ານເອີຍ (ຊ້ໍາ)
10. ບົດສິນຫ້າ
ຂໍກ່າວ ເປັນສູນທອນ ປະພັນກອນສອນຍິງຊາຍ
ດູກ່ອນ ທ່ານທັງຫຼາຍ ຈົ່ງຕັ້ງໃຈ ຟັງພຣະທັມ
ຄຳວ່າ ສິນຫ້ານີ້ ຟັງໃຫ້ດີ ດີເລີດລ້ຳ
ທຸກຄົນ ຈົ່ງຈົດຈຳ ລົດພຣະທັມ ແຫ່ງຄວາມດີ
*ຂໍ້ໜຶ່ງ ປະຕິບັດ ຫ້າມຂ້າສັດ ຕັດຊີວີ
*ຂໍ້ສອງ ທ່ອງໃຫ້ດີ ລັກຊັບນີ້ ບໍ່ພາຄວນ
*ຂໍ້ສາມ ຂົມຂື່ນຫຼິ້ນຊູ້ ຄູ່ຜູ້ອື່ນ ມັນບໍ່ດີ
*ຂໍ້ສີ່ ຄວາມບໍ່ມີ ມຸສາ ຢ່າໄດ້ກ່າວ
*ຂໍ້ຫ້າ ດື່ມສຸຣາ ຕົວບັນຫາ ພາທຳຊົ່ວ ຮູ້ຕົວ ແລ້ວລະເລີກ
ຖ້າບໍ່ເລີກ ເສຍຄວາມເປັນຄົນ ທັງ ຫ້າຂໍ້ ຢ່າໄດ້ກັງວົນ
ເກີດເປັນຄົນ ຕ້ອງຮັກສາ ດູລາ ເພື່ອນຍິງແລະຊາຍ
ຈົ່ງຕັ້ງໝາຍ ເພິ່ງສິນແລະທັມ ຄວາມດີ ຈະນຳໜູນສົ່ງ
ໃຫ້ວົງຕະກູນສູງເລີດລ້ຳ ທຳດີ ມີຄົນຊົມ
ໂລກນິຍົມ ໃນຊາດນີ້ ຊິວິດ ໃນພາຍພາກໜ້າ
ກໍຈະພາ ຂຶ້ນສະຫວັນ ທຳດີ ກັນເທີດໜາ
ທຸກຖ້ວນໜ້າ ຢ່າໜາຍໜີ ໃຫ້ມີ ແຕ່ຄວາມສຸກ
ໃນຊາດນີ້ ທຸກຊີວີ ໃນຊາດນີ້ ກໍມີສຸກ
ທຸກໆຊາດ ກໍສຸກຍິ່ງ ຂໍອວຍພອນ ທ່ານຊາຍຍິງ
ໃຫ້ສຸກຂີ________________ຊາດນີ້ເທີ້ນ (ຊ້ໍາ)
11. ຫົວໃຈຫຼັກຂອງພຣະສາສະໜາ ຄື ອະຣິຍະສັຈ 4 ທີ່ພຣະພຸທທະເຈົ້າຕຣັສສະຮູ້ ແລະ ສັງສອນທັມແກ່ຊາວໂລກ ຄື:
* ທຸກ ໝາຍເຖີງ ສະພາບທີ່ທົນໄດ້ຍາກ ຄືຄວາມບໍ່ສະບາຍກາຍ ຄວາມບໍ່ສະບາຍໃຈ, ຄວາມໂສກເສົ້າເສັຍໃຈ, ຄວາມຄັບແຄ້ນໃຈ, ຄວາມຍຶດໝັ້ນຖືໝັ້ນໃນສິ່ງຕ່າງໆວ່າໂດຍຫຍໍ້ການຍຶດໝັ້ນຖືໝັ້ນ ໃນຂັນ 5 ເປັນຕົວທຸກ.
* ສະມຸທັຍ ໝາຍເຖີງ ສາເຫດທີ່ກໍ່ໃຫ້ເກີດທຸກ ເຊີ່ງມີສາເຫດຫຼັກມາຈາກຕັນຫາ ມີ 3 ປະການຄື:
ກ. ກາມະຕັນຫາ ໄດ້ແກ່ ຄວາມຢາກໄດ້ສິ່ງນັ້ນສິ່ງນີ້ (ມີກາມະຄຸນ 5 ຄື: ຮູບ, ສຽງ, ກິ່ນ,ຣົດ ແລະ ສຳພັດ.ເປັນຕົ້ນ
ຂ. ພາວະຕັນຫາ ໄດ້ແກ່ຄວາມຢາກເປັນນັ້ນຢາກເປັນນີ້.
ຄ. ວິພາວະຕັນຫາ ໄດ້ແກ່ ຄວາມບໍ່ຢາກເປັນ ບໍ່ຢາກເກີດ ບໍ່ຢາກມີ.
* ນິໂຣທ ໝາຍເຖີງ ຄວາມດັບທຸກ ບໍ່ເຫຼື່ອແຫ່ງທຸກຂ໌ອີກແລ້ວ ຄື: ການດັບຕັນຫາ ແລະ ອຸປະທານຂັນທັງ 5 ທີ່ເປັນຕົວເຫດແຫ່ງທຸກຂ໌.
* ມັຄ ໝາຍເຖີງ ຂໍ້ປະຕິບັດເພື່ອໃຫ້ພົ້ນອອກຈາກຄວາມທຸກຂ໌ທັງປວງ ປະກອບມີມັຄມີອົງ 8 ເປັນຫົນທາງ ໄດ້ແກ່ ຄວາມເຫັນຖຶກຕ້ອງ, ຄວາມດໍາຣິຖຶກຕ້ອງ, ການເວົ້າຈາຖຶກຕ້ອງ, ການງານຖຶກຕ້ອງ, ການລ້ຽງຊີບຖຶກຕ້ອງ, ຄວາມພຽນຖຶກຕ້ອງ, ຄວາມຣະລຶກຖຶກຕ້ອງ ແລະ ຄວາມຕັ້ງໃຈໝັ້ນອັນຖຶກຕ້ອງ.
-------"*ການໃຫ້ທັມມະເປັນທານ ຍ່ອມຊະນະການໃຫ້ທານທັງປວງ *”-------
12. *ຄະຕິທັມຄໍາກອນ *
ສາສະໜາ ຄື ວັງນ້ຳ ລ້າງສ່ວຍແນວໝອງ
ສາສະໜາ ຄື ສາຍທານ ອາບເຢັນກາຍເນື້ອ
ສາສະໜາ ຄື ຢາແກ້ ໂອສົດລ້ຳຄ່າ
ສາສະໜາ ຄື ແສງປະທີບໄຕ້ ໃຫ້ເຫັນຮູ້ສ່ອງທັມ
ສາສະໜາ ເປັນແກ່ນເຫງົ້າ ຊູຊ່ອຍໃຫ້ທຳດີ
ສາສະໜາ ເປັນແສງທຽນ ສ່ອງທາງໃຫ້ເຫັນແຈ້ງ
ສາສະໜາ ເປັນວັງນ້ຳ ໃຫ້ຊາວຊົນລ້າງສ່ວຍກິເລດ
ສາສະໜາ ເປັນບ່ອນສ້າງ ໃຫ້ຄົນຮູ້ຄ່າຄົນ ແທ້ແລ້ວ
ວັດເປັນບ່ອນຊົ້ນ ເປັນຕົ້ນຮົ່ມໂພສີ
ມີຄຣູບາສາມະເນນ ຮ່ຳຮຽນພຣະທັມເຈົ້າ
ວັດເປັນບ່ອນເຕົ້າ ເອົາບຸນຮ່ວມກັນ
ຍາມວັນພຣະວັນສິນ ຮ່ວມກິນທານສ້າງກໍ່
ດັ່ງນັ້ນ, ວັດແລະບ້ານ ຊິຫັນພາກພອຍພັດ ເປັນບໍ?
ຂັດວິໄນສິນທັມ ສິກໍ່າໝອງຄອງເສົ້າ
ອຸບາສົກໃຫ້ເປັນເຄົ້າ ສັດທາເຮົາຢ່າປະປ່ອຍ
ເຊົ້າ-ຄຳ ຄ່ອຍລຽບຕ້າຍ ຢ່າກາຍລ້າວັດສິໝອງ ແທ້ນາ
ພຣະຕ້ອງຮັດເຄັ່ງເຂົ້າ ຄອງເກົ່າທາງສົງ
ປົງບັນຫາທາງໂລກ ກິເລດກາມຕັນຫາ
ຖືວິນັຍສົງໃຫ້ໝັ້ນ ຂັນຕິທັມຕັ້ງຕໍ່
ສາສະໜາກໍຈຶ່ງເຫຼື້ອມ ຈະເລີນກ້າວຄູ່ກັນ ແທ້ແລ້ວ
*-------------------------------------------------*----------------------------------------------------*
ທະທະມິໂນ ປິໂຍ ໂຫຕິ ຜູ້ໃຫ້ຍ່ອມເປັນທີ່ຮັກ
ພາລາ ຫະເວ ນັບປະສັງສັນຕິ ທານັງ ຄົນພາລເທົ່ານັ້ນ ທີ່ບໍ່ສັນລະເສີນການໃຫ້ທານ
*-------------------------------------------------*----------------------------------------------------*
01. ຫົວຂໍ້ໃຫຍ່2
ສາສນາປຽບດັ່ງນໍ້າ ລ້າງສ່ວຍແນວສະໝອງ ສາສນາຄືສາຍທານ ອາບເຢັນກາຍເນື້ອ fffffffff