30.ສະຫຼອງ ພຣະທາດເກືອ

 ສະຫຼອງ ພຣະທາດເກືອ


  ນະໂມ ຕັດສະ ພະຄະວະໂຕ ອາຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)

ໂລນະເຈຕິຍັນໂຕ ອິທັງ ສັດຖາ ປັບພະຕາຣາເມ ວິຫະຣັນໂຕ ທຸກຄະຕາວະໂສ ອາຣັບພະ ກະເຖສິ ປະຕິກຳມັນໂຕ ໂອປະນະ ພະຄະວັນຕັງ ສະຣະນັງ ອິທັງ ທັກຂິນາ ກຸສະເລເຈຕິຕິ.

  ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ສະຫຼອງຜະລະ ອານິສົງການກໍ່ສ້າງ ໂລນະເຈຕິພະທາດເກືອ ເພື່ອກະທຳໃຫ້ ເປັນ ການບູຊາພຣະພຸດທະຄຸນ ພຣະທຳມະຄຸນ ແລະ ພຣະສັງຄະຄຸນ ອັນເປັນອົງພຣະຣັດຕະນະໄຕ ຄື ແກ້ວສາມດວງ ອັນສຸກໃສສະຫວ່າງ ສະໄຫວຮຸ່ງເຮືອງ ຢູ່ໃນຊຸມພູທະວີບ ແລະ ລັງກາທະວີບ ມີຣັດສະໝີກວ່າ ແສງສະຫວ່າງອື່ນໆໃນໂລກ ໃນຄວາມຮົ່ມເຢັນ ເປັນສຸກແກ່ຊາວ ພຸດທະມາມະກະ ຜູ້ເຖິງແລ້ວ ຈິ່ງທຳໃຫ້ຜູ້ເຊື່ອຖືພຸດທະສາສນາ ມີຈິດສັດທາ ປະສັນນະການເຫຼື້ອມໃສ ຫວັງເອົາຄຸນ ພຣະຣັດຕະນະໄຕ ເປັນທີ່ເພິ່ງ ເຊື່ອກຸສົນຜົນບຸນ ອັນແນ່ວແນ່ລົງໄປ ແລະ ມີຄວາມເຈດຈຳນົງ ລົງໃນໃຈຕົນເອງ ຢູ່ກັບດ້ວຍການ ກະທຳກອງການກຸສົນ ເຈດຕະນາເປັນຕົ້ນເຊັ່ນນີ້.

  ຈິ່ງໄດ້ເກີດຄວາມຄິດ ຮ່ວມຈິດຮ່ວມໃຈກັນ ຊັກຊວນຍາດມິດ ສະຫາຍທັງ ຫຼາຍ ຜູ້ທີ່ຢູ່ໃກ້ຄຽງກັນ “ກະໂຣຕິ” ແລມາກະທຳສ້າງ ພຣະທາດເຈດີເກືອ ອັນຊອກສະແຫວງຫາມາໄດ້ ດ້ວຍນ້ຳເຫື່ອນ້ຳແຮງຂອງຕົນ ເພື່ອຕ້ອງການຊ່ວຍ ເຫຼືອ ເກື້ອກູນພຸດທະບໍລິສັດ ແລະ ຫວັງເອົາກຸສົນບຸນຍະຣາສີ ເພື່ອຊ່ວຍຄຸ້ມຄອງປ້ອງກັນ ໄພພິບັດອັນຈະເກີດ ມີແກ່ຕົນ ໃຫ້ຫຼຸດພົ້ນໄປຈາກ ຄວາມໂສກ ເສົ້າໂສກາ ຍາກໄຮ້ທົນທຸກ ເປັນເວທະນາ ມີທຸກໂສກໂລກໄພ ໄຂ້ເຈັບເຂົ້າກ່ຽວຂ້ອງ ເປັນມົນທິນອັນລະມົກ ຕັດຂາດເສຍ ເຊິ່ງການກະທຳ ອັນບໍ່ເປັນປະໂຫຍດ ໃນພົບປັດຈຸບັນ ເຮົາທັງຫຼາຍ ປາຖນາເອົາ ຄຸນພຣະຣັດຕະນະໄຕທັງ 3 ປະການ ມາເປັນທີ່ເພິ່ງ ທັງນີ້ກໍ່ສົມຄວນແລ້ວ ທີ່ພວກເຮົາ ຄວນຕັ້ງໃຈ ບູຊາສັກກາຣະ ເທີດທູນໄວ້ ເໜືອຫົວເໜືອຂະໝ່ອມ ທະນຸບຳລຸງສົງເສີມ ດ້ວຍການບໍລິຈາກ ສັບພະວັດຖຸຕ່າງໆ ເພື່ອເປັນເຄື່ອງ ສັກກາຣະບູຊາ.

ທັງນີ້ເປັນການດີແລ້ວ ພວກເຮົາພ້ອມກັນ ທຳກຸສົນຜົນບຸນ ເຈືອຈູນຄ້ຳຄູນ ພຣະພຸດທະສາສນາ ໃຫ້ຮຸ່ງເຮືອງຖາວອນ ໝັ້ນຄົງເໝືອນແຕ່ໂບຮານ ນະການ ພຸ້ນ ທີ່ພວກເຮົາເຄີຍ ປະຕິບັດມາ ເປັນປະເພນີ ຣະບຽບ ແລະ ການປະຕິບັດກັນ ສືບຕໍ່ໆມານັ້ນໆແລຄື “ປະເພນີ” ຜູ້ທີ່ບໍ່ລືມປະເພນີ ຍ່ອມສາມາດ ຍັງກິດການງານຂອງຕົນ ໃຫ້ຫຼຸດພົ້ນໄປ ສູ່ຜົນສຳເລັດ ໃນເບື້ອງໜ້າທີ່ຈະມາເຖິງເຮົາ.

  ດວງດາວ ແລະ ໂຊກລາບຂອງເຮົາ ຈະເກີດຂື້ນ ຄອຍຖ້າທ່ານຢູ່ແລ້ວ ເຮົາຕ້ອງເປັນຜູ້ ກ້າວໜ້າໄປຫາດວງດາວ ແລະ ໂຊກລາບນັ້ນ ຄວາມພໍໃຈໄປດ້ວຍ ໂພຄະຊັບ ແລະ ຄວມສຸກກະເສີມສຳລານ ເຫດໃດເຮົາເປັນ ປຸຖຸຊົນ ຈິ່ງຈະກ້າງໄປເຖິງໄດ້ ພຣະພຸດທະເຈົ້າຂອງເຮົາ ໄດ້ຕັດ ພຣະສັດທຳມະເທ ສນາວ່າ “ວິຣິເຍນະ ທຸກຂະມັດເຈຕິ” ຄົນລ່ວງໄປໄດ້ ດ້ວຍຄວາມພຽນ ອົດກັ້ນຕໍ່ ຄວາມທຸກຍາກລຳບາກ ກາກກຳໃດໆທັງໝົດ ເຮົາຂະຫຍັນກະທຳ ກິດທຸລະສິ່ງທີ່ເປັນ ປະໂຫຍດເຊັ່ນການ ກັ່ນກອງເອົານ້ຳເກືອ ໃນເບື້ອງຕົ້ນ ຕ້ອງຄົ້ນຄ້ວາຂຸດດິນ ຫາທາດແລ້ວ ຕັ້ງຕົ້ນກໍ່ເຕົາຕັດຟືນ ພະຍາຍາມເອົາໃຈໃສ່ ຝັກໄຝ່ໃນວຽກ ງານຂອງຕົນ ບໍ່ປະວາງທຸລະກິດ ການນັ້ນໆ.

ເລືອກເອົາຄົນໃຊ້ ໃຫ້ໄດ້ຄົນດຸໝັ່ນ ທັງເປັນຄົນບໍ່ອິດສາ ຣິດສະຫຍາຄົນອື່ນ ມີໃຈສັນໂດດ ໃນວຽກງານທີ່ຕົນທຳ ນ້ອມນຳຄວາມ ສຳເລັດມາສູ່ຕົນ ໂດຍຮອບຄອບ ແມ່ນວ່າການກະທຳ ວຽກງານສິ່ງໃດໆ ຖ້າເຮົາມີສະຕິລະວັງ ແລະ ຈາລຶກໄວ້ຢູ່ສະເໝີວ່າ ເວລານີ້ມີການກະທຳຢູ່ 2 ຢ່າງຄື: ກຳດີ 1 ແລະ ກຳຊົ່ວ 1 ກຳຊົ່ວຄື: ກະທຳວຽກງານສິ່ງໃດໆ ບໍ່ຈົບບໍ່ລະອຽດ ເຮັດພໍແຕ່ແລ້ວໆໄປ ສ່ວນກຳດີ ຄືການກະທຳວຽກງານ ສິ່ງນັ້ນໆຈົບງາມລະອຽດ ເຮັດໃຫ້ໝັ້ນຄົງຖາວອນ ກຳຊົ່ວໃຫ້ຜົນ ໄດ້ຮັບຄວາມທຸກ ກຳດີໃຫ້ຜົນ ໄດ້ຮັບຄວາມສຸກແກ່ ຜູ້ປະພຶດປະຕິບັດ ມີໝາກຜົນໃຫ້ເກີດ ໂພຄະຊັບ ໃນພົບປະຈຸບັນນີ້.

  ສ່ວນຄວາມສຸກ ໃນເບື້ອງໜ້າ ກໍ່ຄືສຸກອັນເລີດ ອັນປະເສີດ ມີສະຫວັນ ແລະ ພຣະນິບພານ ເປັນເບື້ອງສູງ ດັ່ງພຣະຄາຖາທີ່ຍົກໄວ້ ໃນເບື້ອງຕົ້ນນັ້ນວ່າ: “ໂລນະເຈຕິຍັນໂຕ ອິທັງ ສັດຖາ ປັບພະຕາຣາເມ ວິຫະຣັນໂຕ ທຸກຄະຕາວະໂສ ອາຣັບພະ ກະເຖສິຕິ” ດັ່ງນີ້ເປັນເຄົ້າ “ເອກັງ ສະມະຍັງ” ໃນກາລະຄັ້ງໜຶ່ງ ພຣະສຳມາ ສຳພຸດທະເຈົ້າ ຂອງເຮົາທັງຫຼາຍ ສະເດັດປະທັບ ຢູ່ໃນຖ້ຳ ສັດຕະບັນນະຄູຫາບັນພົດ ໃກ້ທະເລນ້ຳເຄັມ ອາໃສພິກຂາຈານ ທ່ຽວບິນທະບາດ ຢູ່ໃນແຄວ້ນກາສີນັ້ນ ເປັນອາຈິນ ໃນເວລານັ້ນ ເປັນລະດູຮ້ອນ ເດືອນ 4 ແຮມ 8 ຄ່ຳ “ທຸກຄະຕາຣະໂສ” ຍັງມີບຸຣຸດ ເຂັນໃຈສາມຄົນພີ່ນ້ອງ ຢູ່ໃນຣາວປ່າ ເປັນຄົນທຸກຍາກ ເສາະສະແຫວງຫາ ອາຫານມາລ້ຽງຊີບ ດ້ວຍຄວາມຂາດໆເຂີນໆ.

  ໃນຄັ້ງນັ້ນ ຊາຍທຸກຄະຜູ້ພີ່ນັ້ນ ໄດ້ທັດສະນະ ຫຼຽວເຫັນເມັດເກືອ ຢູ່ຕາມຮີມຫາດຊາຍ ທະເລຂາວສະອາດ ເຂົາຈິ່ງຊັກຊວນກັນກອງກໍ່ ເປັນເຈດີທາດເກືອ ສູງເຄິ່ງສອກ “ກະໂລນໂຕ” ເມື່ອກະທໍາສໍາເລັດແລ້ວ ຈິ່ງເອົາແພມາສີກ ເຮັດເປັນທຸງໄຊ ປັກປະດັບປະດາ ພຣະເຈດີທາດເກືອແລ້ວ ທຸກຄະຕະທັງ 3 ພີ່ນ້ອງກໍ່ພາກັນ ໄຫວ້ນົບເຄົາຣົບ ອະພິວາດ ດ້ວຍຄວາມເຫຼື້ອມໃສຂອງຕົນ.

  “ພະຄະວາໂຕ” ໃນກາລະຄັ້ງນັ້ນ ສົມເດັດພຣະພູມີ ພຣະພາກເຈົ້າ ສະເດັດ ທ່ຽວບິນທະບາດ ໃນແຄວ້ນກາສີຣາຊະທານີ ແລ້ວຈິ່ງລຽບຕາມ ຮິມຝັ່ງທະເລໄປ ຈິ່ງພົບທຸກຄະຕະ ສາມພີ່ນ້ອງ ກຳລັງອະພິວາດ ພຣະເຈດີທາດເກືອຢູ່ ສົມເດັດພຣະພູມີ ພຣະພາກເຈົ້າ ຈິ່ງສະເດັດເຂົ້າໄປ ຢືນຕົງຕໍ່ໜ້າຊາຍທຸກຄະ ຕະແລ້ວ ຈິ່ງຊົງປາໃສ ຕັດຖາມວ່າ ທ່ານທຳອັນໃດ?

  “ທຸກຄະເຕ ຍາຈະກາເຣ ອະພິວາເທມິ” ຈິ່ງທູນຕອບ ພຣະວາຈາວ່າ ຂ້າແຕ່ອົງສົມເດັດ ພຣະພູມີ ພຣະພາກເຈົ້າ ພວກຂ້າພຣະບາດ ສ້າງພຣະເຈດີທາດເກືອ ເພື່ອຖວາຍບູຊາ ພຣະຣັດຕະນະໄຕ ໂດຍຂ້ານ້ອຍ ຄັນສົມເດັດ ພຣະພູມີ ພຣະພາກເຈົ້າ ໄດ້ຊົງຟັງແລ້ວ ຈິ່ງຕັດພະວາຈາແກ່ ພຣະອານົນໃຫ້ປູຜ້າ ນິສິທະນະລົງ ໃຕ້ຮົ່ມໄມ້ຕົ້ນໜຶ່ງແລ້ວ ພຣະອົງກໍ່ປະທັບນັ່ງແລ້ວ ທຸກຄະຕະທັງ 3 ພີ່ນ້ອງຈິ່ງເຂົ້າໄປ ນະມັດສະການ ພຣະສຳມາສຳພຸດທະເຈົ້າ ແລ້ວຈິ່ງກາບທູນ ຖາມເຖິງຜະລະອານິສົງ ທີ່ໄດ້ກອງກໍ່ ໂລນະກະເຈດີທາດເກືອ ຖວາຍບູຊາ ພຣະພຸດທະເຈົ້າ ພຣະທຳມະເຈົ້າ ພຣະສັງຄະເຈົ້າ ກໍ່ຈະມີຜະລະອານິສົງ ດັ່ງລືກໍ່ຂ້າຈາ? ຄັນພຣະພູມີພຣະພາກເຈົ້າ ຊົງຟັງແລ້ວ ຈິ່ງຕັດພຣະສັດທຳມະ ເທສນາວ່າ ດູກ່ອນທຸກຄະຕະ ບຸກຄົນຜູ້ມີສັດທາ ປະສັນ ນະການ ເຫຼື້ອມໃສໄດ້ກອງກໍ່ ພຣະໂລນະກະເຈດີ ທາດເກືອນັ້ນ ສູງສອກໜຶ່ງກໍ່ດີ ຄືບໜຶ່ງກໍ່ດີ ບຸກຄົນຜູ້ນັ້ນ ຈະບໍ່ໄດ້ໄປສູ່ອະບາຍ ທຸກຄະຕິເລີຍ ກຳນົດ ການໄດ້ຮ້ອຍຊາດ ຈະໄດ້ສະເຫວີຍສົມບັດ ອັນເປັນທິບໃນ ມະນຸດສຸຄະຕິແລ້ວ ຈະໄດ້ສະເຫວີຍ ທິບພະສົມບັດ ໃນສຸຣາໄລເມືອງສະຫວັນ ພາຍຫຼັງຈະໄດ້ ພຣະນິບພານສົມບັດ ອັນສິ້ນທຸກ ສິ້ນໄພ ໃນວັດຕະສົງສານ.

  ການກໍ່ໂລນະກະເຈດີ ທາດເກືອນີ້ ເປັນແບບຢ່າງປະເພນີ ແຫ່ງພຣະບໍຣົມໂພທິສັດ ສືບໆກັນມາ ເມື່ອພຣະຜູ້ມີພຣະພາກເຈົ້າ ຕັດພຣະສັດທຳມະເທສນາ ຈົບລົງແລ້ວ ກໍ່ສະເດັດເຂົ້າໄປສູ່ ຖ້ຳບັນພົດຄູຫາ.

  ສ່ວນທຸກຄະຕະທັງ 3 ພີ່ນ້ອງ ຄັນໄດ້ຟັງ ທໍາມະເທສນາ ພຣະພຸດທະເຈົ້າແລ້ວ ກໍ່ຕັ້ງປະນິທານ ຄວາມປາຖນາວ່າ ຂໍໃຫ້ຂ້າພະເຈົ້າ ໄດ້ເປັນພຣະອໍຣະຫັນ ພຣະອົງໜຶ່ງເຖີ້ນ ຄັນປາຖນາດັ່ງນີ້ແລ້ວ ບຸຣຸດເຂັນໃຈທັງສາມນັ້ນ ກໍ່ຖວາຍນະມັດສະການ ລາກັບໄປສູ່ບ້ານເຮືອນແຫ່ງຕົນ ຂົນຂວາຍຫາລ້ຽງຊີບ ຊີວິດຕາບເທົ້າ ສິ້ນອາຍຸແຫ່ງຕົນ ເມື່ອທຳລາຍປັນຈະຂັນ ຕາຍໄປກໍ່ໄດ້ ຂື້ນໄປບັງເກີດໃນຊັ້ນຟ້າ ຕາວະຕິງສາ ສະຫວັນໝົດທັງ 3 ພີ່ນ້ອງ ມີວິມານຜາ ສາດທອງ ຄົນລະຫຼັງ ສູງໄດ້ 25 ໂຍດ ມີນາງຟ້າ ເທບພະກັນຍາ 500 ເປັນບໍລິວານ ວິມານຜາສາດ ເທບພະບຸດທັງ 3 ອົງນັ້ນ ວິຈິດບັງຈົງ ໄປດ້ວຍເສດຕະສັດທຸງ ປະດັບປະດາ ໄປດ້ວຍໄມ້ກັນລະພຶກ ແລະ ສວນອຸດທິຍານ ແວດລ້ອມໄປດ້ວຍ ຣັດສະໝີ ອັນຮຸ່ງເຮືອງງາມ ສ່ອງສະຫວ່າງ ວິຈິດບັນຈົງໂອພາດ ພູມພື້ນນັ້ນດາດາດ ໄປດ້ວຍທອງງາມ ບໍລິສຸດສະອາດ ສະເຫວີຍທິບພະສົມບັດ ຢູ່ໃນວິມານຜາສາດ ຄັນເຖິງພຣະສາສນາ ພຣະສີອະຣິຍະເມດໄຕ ລົງມາຕັດສັບພັນຍູ ເປັນສຳມາສຳພຸດທະເຈົ້າ ໂຜດສັບພະສັດ ທັງຫຼາຍໃນໂລກນີ້.

  ເທວະບຸດທັງສາມອົງນີ້ ຈຶ່ງຈະໄດ້ຈຸຕິລົງມາເກີດ ເປັນບຸດເສດຖີ ໃນເມືອງເກຕຸວະດີ ນະຄອນ ຄັນຈະເລີນໄວຂື້ນມາ ກໍ່ໄດ້ອອກບັນພະຊາ ໃນສຳນັກ ພຣະສີອະຣິຍະເມດໄຕ ກໍ່ໄດ້ບັນລຸ ພຣະອະຣະຫັນ ໃນສາສນາ ພຣະສີອະຣິຍະເມດໄຕ ດ້ວຍຜະລະອານິສົງທີ່ໄດ້ກໍ່ ໂລນະກະເຈດີທາດເກືອ ບູຊາພຣະຣັດຕະນະໄຕ ນັ້ນແລ. ຂໍສາທຸຊົນ ພຸດທະບໍລິສັດທັງຫຼາຍ ຄັນຮູ້ຜະລະອານິ ສົງ ຢ່າງແຈ່ມແຈ້ງແລ້ວ ຈົ່ງລື່ນເລີງບັນເທີງໃຈ ໃນຜົນທານທີ່ກະທຳມາແລ້ວ ນີ້ ກໍ່ຈະສົມມະໂນຣົດ ຄວາມມຸ້ງມາດປາຖນາ ທຸກສິ່ງທຸກປະການ ນິດຖິຕາ ກໍ່ຈົບລົງ ພຽງເທົ່ານີ້ແລ.

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top