ສະຫລອງອານິສົງຖວາຍເຈດີເຂົ້າເປືອກ
ນະໂມ 3 ຈົບ
ພາລຸກະຕັນຕຸລັງ ທັນຍານັງ ຣາສິ ອິທັງ ສັດຖາ ປ. ຣາເມ ວິຫະຣັນໂຕ ປະເສນທິໂກສະລັງ ເຈຕິຍັງ ອາຣັບພະ ເຖສີຕິ.
ໂພນຕາ ສາທະໂວ ດູລາ ສັບປຸຣິສາເຈົ້າທັງຫຼາຍ ທັງຍິງຊາຍ ນ້ອຍໃຫຍ່ຜູ້ມັກໄຂ່ໃນການຟັງທັມ ວາຣະຕໍ່ຈາກນີ້ໄປ ຈະສະແດງ ພຣະສັດທັມມະເທສະຫນາ ແກ່ທ່ານພຸດທະບໍຣິສັດທັງຫຼາຍ ທີ່ພາ ກັນມາກໍສ້າງພາລຸກກະເຈດີເຂົ້າເປືອກ ເພື່ອກະທໍາໃຫ້ເປັນພຸດທະ ບູຊາທັມມະບູຊາ ສັງຄະບູຊາ ແດ່ພຣະຣັດຕະນະໄຕຣ ດ້ວຍຈິດ ສັດທາປະສັນນາການເຫຼື້ອມໃສ ຫວັງເອົາຄຸນພຣະຣັດຕະນະໄຕຣ ມາເປັນທີ່ເພິ່ງພຳນັກໃຫ້ເປັນ ດັ່ງບ້ານເຮືອນທີ່ຢູ່ອາໄສ ເພາະສະນັ້ນ ເມື່ອມີສັດທາເຊື່ອບຸນກໍາຢ່າງແນ່ວແນ່ເຖິງພຽງນີ້ແລ້ວ ຈະ ປາດຖະຫນາ ຢຶດຫນ່ຽວເອົາສົມບັດອັນໃດສົມບັດເຫຼົ່ານັ້ນ ຈະບັງເກີດຂຶ້ນມາໃຫ້ສໍາເລັດສົມດັ່ງເຈຕະນາ ດ້ວຍອໍານາດບຸນກຸສົນສີນ ທານພາວັນນາ ດ້ວຍສັດທາເຈຕະນາ ອັນແກ່ກ້ານັ້ນ ແມ່ນຈະ ຕັ້ງຄວາມປາດຖະຫນາ ເປັນ
ພຣະພຸດທະເຈົ້າ ພຣະປັດເຈກະພຸດ ທະເຈົ້າ ພຣະອໍຣະຫັນຂີນາສາວົກ ອັນເປັນຍອດຄວາມປາດຖະ ຫນາຂອງປວງປານະສັດທັງຫຼາຍ ກໍຈະສົມມະໂນຣົດຄວາມຕັ້ງໃຈ ທຸກປະການດັ່ງນີ້ ສົມດັ່ງພຣະຈອມ ໄຕຣໂລກະນາດ ສາດສະດາ ຈານຊົງ ຕັດປະທານພຣະສັດທັມມະເທດສະຫນາ ແກ່ພຣະເຈົ້າ ປັດເສນທິໂກສົນມີໃຈຄວາມວ່າ ສະໄຫມຫນຶ່ງສົມເດັດພຣະຜູ້ມີພຣະພາກເຈົ້າ ພຣະອົງສະເດັດປະທັບ ຢູ່ນະບຸບຜາຣາມມະຫາ ວິຫານ ໃນພຣະະຄອນສາວັດຖີ ຊົງປາຣົບເຖິງ ພຣະເຈົ້າປັດເສນ ທິໂກສນຜູ້ເປັນໃຫຍ່ໃນແຄວ້ນໂກສົນ ແລະ ກາສີ ໃຫ້ເປັນອຸປັດຕິ ເຫດ ຈຶ່ງໄດ້ຕັດພຣະສັດທັມເທດສະຫນາ ດັ່ງພາສິດທີ່ຍົກຂຶ້ນໄວ້ໃນ ເບື້ອງຕົ້ນນັ້ນວ່າ ພາລຸກກະ ຕັນທຸລັງ ເຈຕິຍັງ ອິທັງ ສັດຖາ ປຸບ ພາຣາເມຕິ ດັ່ງນີ້ເປັນອາທິໃນການລະຄັ້ງນຶ່ງ ອົງສົມເດັດພຣະຜູ້ມີ ພຣະພາກເຈົ້າສະເດັດອາໄສກຸງສາວັດຖີ ເປັນທີ່ໂຄຈອນບິນ ດະບາດ ສະເດັດປະທັບຢູ່ໃນບຸບຜາຣາມມະຫາວິຫານ ໃນການ ຄັ້ງນັ້ນ
ສົມເດັດພຣະເຈົ້າປັດເສນທິໂກສົນ ກໍແວດລ້ອມໄປດ້ວຍ ບໍຣິວານທັງຫຼາຍ ມີພຣາມຄະຫະບໍດີ ສະຫນົມນາລີ ເສນາອາມາດ ບາດບໍຣິຈາຣິກາທັງປວງ ອອກໄປຈາກກຸງສາວັດຖີ ໃນເວລາເຊົ້າ ວັນນັ້ນ ເປັນມື້ຂຶ້ນສິບຫ້າ ເດືອນຈຽງເຫມັນຕາຣະດູອາກາດ ຫນາວຈັກຫນ່ອຍ ສົມເດັດພຣະເຈົ້າປັດເສນທິໂກສົນ ຊົງສະເດັດ ໄປພັກຜ່ອນ ພຣະສະຣີລະຮ່າງກາຍໃຫ້ສໍາຣານພຣະຣາຊຫະຣຶ ໄທໃນທົ່ງນາຂອງຊາວນາ ທີ່ບໍ່ຫ່າງໄກຈາກພຣະນະຄອນ ພຣະອົງ ໄດ້ທອດພຣະເນດເຫັນຊາວນາ ກໍາລັງຢຽບເຂົ້າມາພູນຂຶ້ນເປັນ ກອງໄວ້ ເປັນທີ່ພໍພຣະຫະຣຶໄທຍິ່ງນັກຫນາ ຈຶ່ງສະເດັດລົງຈາກພຣະ ຣາດຊະຍານ ພ້ອມດ້ວຍເສນາອາມາດຣາດຊະບໍລິພານທັງຫຼາຍ ແລ້ວກໍຮັບສັ່ງໃຫ້ຊາວນາ ເອົາເຂົ້າມາໂຮມກັນເປັນກອງ ກໍ່ເປັນຮູບ ເຈດີທາດ ບູຊາແກ່ພຣະຣັດຕະນະໄຕຣ ພຣະອົງຮີບຝ້າວລົງມືກໍ່ ທັນທີ ພວກຂ້າຣາດຊະບໍລິພານ ກໍພາກັນກໍ່ຮູບເຈດີທາດຢ່າງມີບັນຍາກາດ ອັນມ່ວນຊື່ນລື່ນເລີງໄປດ້ວຍຄວາມປີຕິສຸກໃຈ ເມື່ອສໍາເລັດແລ້ວ
ກໍໄດ້ຮັບສັ່ງໃຫ້ເຮັດໂຮງສັນໃນສະຖານທີ່ນັ້ນ ແລ້ວກໍສະເດັດອອກໄປສູ່ບຸບຜາຣາມມະຫາວິຫານ ເຂົ້າໄປ ນັກຂອງອົງສົມເດັດພຣະຜູ້ມີພຣະພາກເຈົ້າ ຖວາຍນະມັດສະ. ພຣະພູມີພຣະພາກເຈົ້າແລ້ວ ກໍສະຖິດຢູ່ໃນອັນທີ່ສົມຄວນ, ຂ້າງຫນຶ່ງ ແລ້ວຈຶ່ງຂາບທູນວ່າ ພັນເຕ ພະຄະວາ ຂ້າແດ່ ສົມເດັດພຣະຜູ້ມີພຣະພາກເຈົ້າ ເສວະ ເວລາຮຸ່ງເຊົ້າມື້ອື່ນນີ້ ພຣະບາດຂໍວະໂຣກາດ ອາຣາດທະນາ ພຣະພຸດທະອົງ ກັບ ພຣະພິກຂຸສົງບໍຣິວານ ໄປຮັບບິນດະບາດ ແລະ ສັນພັດຕາຫາເຊົ້າທີ່ໂຮງສັນໃນທົ່ງນາ ທີ່ພວກຂ້າພຣະບາດໄດ້ຈັດແຈງແປາໄວ້ ດີແລ້ວ ແລະ ອາຣາດທະນາພຣະພູມີພຣະພາກເຈົ້າຈົ່ງໄດ້ສະ ຫຼອງ ພາລຸກກະເຈດີ ທັນຍະຣາສີນັງ ຍັງທາດເຈດີເຂົ້າເປືອກ ຂ້າພຣະບາດຫາກຣິດຈະນາໄວ້ ໃນສະຖານທີ່ກາງທົ່ງນາ ດ້ວຍເທີ້ນ.
ສົມເດັດພຣະພູມີພຣະພາກເຈົ້າ ກໍຊົງຮັບອາຣາດທະ ນາດ້ວຍ ດຸດສະນິຍະພາບ ໂສຣາຊາ ສ່ວນພຣະເຈົ້າປັດເສນ ທິໂກສົນ ກໍຖວາຍນະມັສການລາກັບເຂົ້າໄປສູ່ເມືອງສາວັດຖີ ຄັນ ຮຸ່ງເຊົ້າຂຶ້ນມາເປັນວັນໃຫມ່ພຣະອົງກໍສະເດັດໄປສູ່ທົ່ງນາຕັ້ງແຕ່ ເຊົ້າ ເອົາພຣະໄທໃສ່ໃນຣັດຕະນະທານ ທ່າມກາງໂຮງມົນທົບ ປູລາດດ້ວຍ ອາດສະນະເປັນພຸດທະບູຊາ ແລະ ບ່ອນນັ່ງພຣະສົງສາວົກທັງປວງສໍາເຣັດແລ້ວ ກໍສະເດັດໄປກະທໍາ ປັດຈຸກຄະມະນາການ ຕ້ອນຮັບສະເດັດອົງສົມເດັດພຣະພຸດທະເຈົ້າກັບ ທັງ ພຣະພິກຂຸສົງ ບໍຣິວານຫ້າຮ້ອຍອົງ ຄັ້ງນັ້ນພຣະພູມີພຣະພາກເຈົ້າກໍຊົງປະທັບນັ່ງເຫນືອອາສະນະແລ້ວ ສົມເດັດພຣະເຈົ້າປັດເສນ ທິໂກສົນ ກໍຊົງຖວາຍສັງຄະທານ ອາຫານບິນດະບາດ ແກ່ພຣະ ອົງກັບພຣະພິກຂຸສົງສໍາເລັດການພັດຕະກິດແລ້ວ
ພຣະເຈົ້າປັດ ເສນທິໂກສົນ ກໍຊົງຂາບທູນ ຖາມເຖິງຜະລາອານິສົງ ທີ່ໄດ້ກໍ່ກອງ ພາລຸກ ກະເຈຕິຍັງ ທັນຍະຣາສີ ຍັງກອງພຣະທາດເຂົ້າເປືອກ ໃຫ້ເປັນ ທານວ່າຈະມີອານິສົງເປັນປະການໃດ ພະຄະວາ ອັນວ່າ ພຣະພູມີ ພຣະພາກເຈົ້າ ຄັນໄດ້ຟັງຍັງຄໍາທູນອາຣາດທະນາຖາມ ຂອງພຣະເຈົ້າປັດເສນທິໂກສົນແລ້ວ ຈຶ່ງຊົງຕັດພຣະທັມມະເທດ ສະຫນາວ່າ ມະຫາຣາຊາ ດູລາ ມະຫາບໍພິດຣາຊະສົມພານ ອັນ ວ່າ ນິລະຊົນຍິງຊາຍທັງຫຼາຍເຫຼົ່າໃດ ໄດ້ມີສັດທາເຫຼື້ອມໃສອົດທົນ ກໍ່ສ້າງ ພາລຸກະເຈຕິຍັງ ທັນຍະຣາສີ ຍັງກອງພຣະທາດເຂົ້າເປືອກ ໃຫ້ເປັນທານດັ່ງມະຫາບໍພິດກະທຢູ່ໃນວັນນີ້ ດ້ວຍສັດທາອັນ ແກ້ກ້າ ມີຄວາມປິຕິໂສມະນັດເປັນກໍາລັງໃຈ ນໍລະຊົນຍິງຊາຍທັງ ຫຼາຍເຫຼົ່ານັ້ນ ຈະບໍ່ໄດ້ໄປສູ່ອະບາຍຍະພູມ ເຖິງຕຣອດຮ້ອຍຊາດ ຖ້າເກີດຢູ່ໃນມະນຸດໂລກ ກໍຈະເປັນຜູ້ມັ່ງມີດ້ວຍຍົດ ສັກສົມບັດບໍຣິ ວານເປັນອັນມາກ ຄັນຈຸຕິຈາກມະນຸດໂລກແລ້ວ ກໍຈະໄດ້ໄປອຸບັດ ບັງເກີດ ຢູ່ເທິງສະຫວັນເທວະໂລກ
ສະເຫວີຍສົມບັດທິບວິມານ ທອງ ຄໍາວິມານແກ້ວມະນີ ອັນຍິ່ງໃຫຍ່ໂອລານ ເອີບອີ່ມໄປດ້ວຍ.ທິບພະສຸກສະຫນຸກສຣານເບີກບານແມ່ນແຕ່ເຮົາພຣະຕະຖາຄົດເມື່ອຄາວຍັງເປັນບໍຣົມມະໂພທິສັດ ບໍ່າເພັນປາລະມີທຳຢູ່ນັ້ນ ໄດ້ກໍ່ ເຈດີ ທັນຍະຣາສີ ຍັງພຣະທາດເຂົ້າເປືອກໃຫ້ເປັນ ທານເຊັ່ນດຽວ ກັນນີ້ ຄືໃນກາຣະຄັ້ງນັ້ນເຮົາພຣະອົງ ໄດ້ອຸບັດຂື້ນໃນຕະກູນພໍ່ນາ ເມື່ອຈະເຣີນໄວຂຶ້ນມາແລ້ວ ກໍຕ້ອງເຮັດໄປ ນາລ້ຽງຊີບກະທໍາ ຢູ່ແບບນີ້ເປັນອາຈິນຕະຫຼອດ ຢູ່ມາວັນຫນຶ່ງໄປ ນພຣະປັດເຈກະພຸດທະເຈົ້າ ຢູ່ໃນປ່າກໍມີຈິດເຫຼື້ອມໃສ ປະກອບ ດ້ວຍສັດທາອັນແຮງກ້າ ໄດ້ສະລະເຂົ້າເປືອກກໍ່ເປັນກອງພຣະ ຄັນເຮັດສໍາເລັດແລ້ວ ກໍເອົາຜ້າແພມາເຮັດເປັນທຸງ ປັກປະດັບປະດາພຣະທາດເຈດີໄວ້ທົ່ວໄປ ຄັນກະທໍາຮຽບຮ້ອຍດີແລ້ວ ກໍໄປ ອາຣາດທະນາ ພຣະປັດເຈກກະໂພທິເຈົ້າ ມາຮັບສັງຄະທານ ແລະ ພັດຕາຫານກະທໍາ ສັກກາຣະບູຊາ ແກ່ພຣະຣັດຕະນະໄຕຣ ໃນພຸດທະບາດສາດສະຫນາ ຂອງພຣະອະໂນມະທັດສີ ສມາສ ພຸດທະເຈົ້າແລ້ວ ໄດ້ຕັ້ງປະນິທານ ຄວາມປາດຖະຫນາ ວ່າຂໍໃຫ້ຜູ້ຂ້າໄດ້ສໍາເຣັດພຣະໂພທິຍານຕັດສະຮູ້ ເປັນພຣະສໍາມາສໍາພຸດທະ ເຈົ້າພຣະອົງຫນຶ່ງ
ໃນອະນາຄົດຕະການເບື້ອງຫນ້ານັ້ນເທີ້ນ ຄັນ ທໍາລາຍຂັນກໍໄດ້ໄປ ອຸບັດເກີດຂຶ້ນໃນສະຫວັນຊັ້ນດາວະດຶງ ມີວິມານຄໍາສູງໄດ້ສິບສອງໂຍດ ວິມານນັ້ນມີພາກພື້ນສໍາເຣັດແລ້ວ ດ້ວຍ ຣັດຕະນັງ ໂອທະຕາ ອັນຂາວສະອາດ ສ່ວນພນັ່ງ ແລະ ແພດານໃນວິມານ ປະດັບດ້ວຍຄໍາແດງສຸກທັງຊິ້ນ ວິມານນັ້ນ ແລະມີຄວາມງົດງາມ ຮຸ່ງເຮືອງຍິ່ງກວ່າວິມານຫຼັງອືນໆ ພຣະຕະຖາຄົດ ສະເຫວີຍສົມບັດທິບ ຢູ່ດ້ວຍຄວາມສຸກສາຣານ ປະມານໄດ້ສີພັນ ປີທິບ ຄັນນະນານັບເປັນປີໃນເມືອງມະນຸດເຮົານີ້ ແມ່ນຫ້າສິບ ເຈັດໂກດກັບສີ່ແສນປີພຸ້ນແລ ເມື່ອຊິ້ນອາຍຸແລ້ວກໍມາອຸບັດຂຶ້ນເປັ ນພຣະຣາຊະໂອຣົດ ຂອງພຣະເຈົ້າ ພາຣານະສີ ສັງສະຣັນໂຕ ຄັ ນທ່ອງທ່ຽວ ຢູ່ໃນມະນຸດໂລກ ແລະ ເທວະໂລກ ບໍ່າເພັນປາຣະມີ ເຕັມດີແລ້ວ ຈຶ່ງໄດ້ ມາອຸບັດຜັດເປັນອົງ ພຣະສມາສໍາພຸດທະເຈົ້າ ດັ່ງປະກົດແກ່ຕາ ມະຫາບໍພິດຢູ່ນະບັດນີ້ແລ.
ເມື່ອຈົບພຣະສັດທັມມະເທສະຫນາລົງ ຫມູ່ປານະສັດທັງ ຫຼາຍມີພຣະເຈົ້າປະເສນທິໂກສົນເປັນຕົ້ນ ກໍພາກັນໂສມະນັດຍິນດີ ໃນພຸດທະພາສິດຍິ່ງຫນັກ ຕັດສະມາສາທະໂວ ດ້ວຍເຫດນີ້ ພຸດ ທະບໍຣິສັດທັງຫຼາຍ ຂໍຢ່າໄດ້ປະຫມາດໃນກອງການກຸສົນໃຫ້ຮີບ ເຮັ່ງກະທໍາບເພັນບຸນ ມີການໃຫ້ທານຮັກສາສິນຈະເຣີນເມດຕາ ພາວັນນາຢູ່ເນື່ອງນິດ ກໍຈະສໍາເຣັດຜົນດັ່ງຄວາມປາດຖະຫນາ ຂອງທ່ານ ໂດຍທ່ຽງແທ້ຢ່າງບໍ່ຕ້ອງສົງໃສ ດັ່ງຮັບປະທານວິສັດຊະ ນາມານີ້ ກໍ່ພໍສົມຄວນແກ່ເວລາ ເອວັງ.