28.ສະຫຼອງ ເຂົ້າພັນກ້ອນ

 ສະຫຼອງ ເຂົ້າພັນກ້ອນ


  ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)

ກັດສະປະ ພຸດທັດສະສາສະເນ ປັດຕິດຖິເຕ ເຍວະ ພາຣານະສີ ນະຄະເຣ ເອໂກ ທຸກຄະຕະປຸຣິໂສ ອາຣັບພະກະເຖສິຕິ.

  ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ບາງເມື່ຶອສາສນາຂອງ ພຣະສຳມາສຳພຸດທະເຈົ້າ ຊົງພຣະນາມວ່າ ພຣະກັດສະປະ ຍັງຕັ້ງຢູ່ປາງນັ້ນ “ເອກທິວານສັງ” ໃນວັນໜື່ງ “ເອໂກ ທະຣິໂກ” ມີຊາຍທຸກໄຣ້ຂີນໃຈຜູ້ໜ່ືງ ມັນກໍ່ລ້ຽງຊິວິດ ກັບດອມເມຍແຫ່ງຕົນ ຢູ່ໃນເມື່ອງພາຣານະສີມະຫານະຄອນ ຊາຍທຸກຄະຕະຜູ້ນັ້ນ ມັນກໍ່ອອກຈາກບ້ານໄປກັບ ດ້ວຍເຫດການແຫ່ງມັນ “ທິສະວາ” ມັນກໍເຫັນຍັງ ຮູບພຣະພຸດທະເຈົ້າ ເປັນອັນຊື່ຊົມຍິ່ງໜັກໜາ ຊາຍທຸກໄຣ້ຄົນນັ້ນ ມັນກໍ່ຄືນມາສູ່ ເຮືອນແຫ່ງຕົນ ກ່າວເຊີ່ງເມຍແຫ່ງຂອງຕົນວ່າ “ພະເທ” ດູລານາງຜູ້ຈະເລີນ ພວກເຮົາທັງສອງນີ້ ກໍ່ໄດ້ເກີດເປັນຄົນທຸກໄຣ້ຂີນໃຈ ຫາວັດຖຸເຂົ້າຂອງ ເງີນຄໍາສົມບັດ ເຂົ້ານໍ້າໂພ ຊະນະອາຫານ ມາຣັບປະທານກໍຍັງຍາກ ຫາເສື້ຶອຜ້າແຜ່ນແພ ອັນຈັກນຸ່ງ ຈັກທະຣົງກໍ່ບໍ່ໄດ້ ເຮົາທັງ2 ຈົ່ງໄປສະແຫວງຫາ ກະທໍາການຈ້າງ ເພື່ອໃຫ້ໄດ້ເຂົ້າສານມາແລ້ວ ໃຫ້ເຮົາທັງສອງ ໄດ້ເອົາເຂົ້າໄປບູຊາຍັງ ຣູບພຣະພຸດທະ ເຈົ້າເຖີ້ນ ພັນລະຍາ ເມຍຊາຍທຸກໄຣ້ຜູ້ນັ້ນ ຈິ່ງກວ່າວ່າ ສາທຸໆ ດີແລ້ວວ່າດັ່ງນັ້ນແລ.

  “ສາມິໂກ” ອັນວ່າຜູ້ຍິ່ງທຸກໄຣ້ຄົນນັ້ນ ມັນກໍ່ຄວ່າສະແຫວງຫາ ກະທໍາການຈ້າງຜ່າຝືນຂາຍ ໃຫ້ແກ່ທ່ານຝູງອື່ນ ໄດ້ເຂົ້າສານປະມານ 4 ທະນານໝາກພ້າວ ເມຍຊາຍທຸຄະຕະ ມັນກໍ່ຄວ່າສະແຫວງຫາ ກະທໍາການຈ້າງຕໍາເຂົ້າ ໃຫ້ແກ່ທ່ານຜູ້ອື່ນ ໄດ້ເຂົ້າສານປະມານ 4 ທະນານມາກພ້າວ ຜົວ ແລະ ເມຍທັງສອງມາເຖີງເຣືອນແລ້ວ ກໍ່ເອົາເຂົ້າສານໂຮມກັນ ເປັນ 8 ທະນານໝາກພ້າວ ຂ້າທັງ2 ຜົວເມຍກໍ່ມາກະທໍາຕົກແຕ່ງ ໃຫ້ເປັນເຄື່ອງບູຊາ ຜຸູ້ປັ້ນເປັນເຂົ້າ 500ກ້ອນ ຜູ້ເປັນເມຍປັັ້ນເຂົ້າ 500 ກ້ອນ ມາໂຮມກັນແລ້ວເປັນ 1000 ກ້ອນແລ.

  ຂ້າທັງ2 ກໍ່ພ້ອມກັນຕົກແຕ່ງ ພາງາມຊະພາດ ເຂົ້າພັນກ້ອນ ອາດບູຊາ ດອກໄມ້ກໍໃຫ້ໄດ້ພັນດວງ ແຕ່ງພ້ອມທຸກອັນ ຂົນຂວາຍຫາໝາກພູ ແລະ ປະທູບປະທິບ ໄຕ້ຫຼາຍປະການຕ່າງໆ ກັບໃຫ້ໄດ້ພັນສິ່ງ ສອງເຂືອກໍ່ພາກັນເອົາໄປບູຊາ ຣູບພຣະພຸດທະເຈົ້າ ກັບທັງເຈົ້າພິກຂຸທັງຫຼາຍກໍ່ໄດ້ 500 ຕົນ ອັນມີພຣະພຸດທະເຈົ້າ ເປັນເຄົ້າເປັນປະທານແລ້ວ ກໍ່ກະທໍາອະນຸໂມທະນາ ເຊິ່ງເຂົ້າພັນກ້ອນອາດ ບູຊາ ຂອງຂ້າຜົວເມຍ ນັ້ນແລ ເຂືອຜົວເມຍທັງສອງກໍຮັກສາສີນ 5 ສີນ 8 ດ້ວຍຄວາມປິຕີຍີນດີ ມາກໜັກໝາກໍ່ມີແລ.

  “ອາຄັນຕະວາ” ຄັນຄືນມາສູ່ເຮືອນແຫ່ງຕົນແລ້ວ ກໍ່ຕັ້ງຢູ່ໂດຍປະກອບຊອບທໍານັ້ນແລ “ອະນຸດສະຣິດຕະວາ” ກໍ່ມາລະນືກເຖີງ ກຸສົນຜົນບຸນ ທີ່ຕົນໄດ້ໃຫ້ແລ້ວ ຊື່ງເຂົ້າພັນກ້ອນອາດບູຊາ ທັງມາລາດອກໄມ້ ກໍ່ໄດ້ພັນດອກ ໃນເມື່ອແລ້ວ ອາຍຸແຫ່ງຂ້າທັງສອງ ຕາຍຈາກອັດຕະພາບ ອັນເປັນຄົນທຸກໄຣ້ແລ້ວ ຂ້າທັງສອງກໍ່ໄດ້ ເອົາຕົນເມືອເກີດໃນຊັ້ນຟ້າ ຊື່ວ່າຕາວະຕິງສາສະຫວັນເທວະໂລກພຸ້ນແລ.

  ອັນມີວິມານຜາສາດຄຳສູງ ໄດ້ 12 ໂຍດຊະນະ ວິມານຜາສາດສອງເຂືອນັ້ນ ກໍ່ຫາກສູງສະເໝີກັນແລ ອັນນີ້ກໍ່ດ້ວຍ ຜາລະອານິສົງສະ ອັນໄດ້ໃຫ້ດອກໄມ້ດວງງາມຊະພາດ ເຂົ້າພັນກ້ອນອາດ ບູຊາຣູບພຣະພຸທະເຈົ້ານັ້ນແລ ຂ້າທັງສອງຜົວເມຍນັ້ນ ກໍ່ໄດ້ເປັນເທວະບຸດ ສະເຫວີຍສຸກສົມບັດທິບ ອັນມີນາງຂັບນາງພ້ອມກໍ່ມາກ ພ້ອມທັງດີດສີຕີເປົ່າ ເສບຕຸຣິຍະມົນຕີ ຢູ່ທຸກເມື່ອທຸກຍາມນັ້ນແລ ອັນນີ້ກໍ່ດ້ວຍ ຜາລະອານິສົງສະ ອັນໄດ້ເອົາເຂົ້າພັນກ້ອນອາດບູຊາ ຣູບພຣະພຸດທະເຈົ້ານັ້ນແລ ອັນມີເຂົ້ານ້ໍາ ໂພຊະນະອາຫານ ກໍ່ເປັນທິບ ມີດອກໄມ້ ຄັນທະຣົດສະ ຂອງຫອມກໍ່ເປັນທິບ ມີເສື່ອ, ສາດ, ອາດສະໜາ ຜ້າກັ້ງ ແລະ ເພດານນັ້ນ ກໍ່ເປັນທິບ ມີພາຊະນະເງີນຄຳ ກໍ່ເກີດມີຂື້ນໃນຖໍ້າກາງຜາສາດ ຢູ່ທຸກເມື່ອທຸກເວລາ ອັນນີ້ກໍດ້ວຍ ຜາລະອານິສົງສະ ອັນໄດ້ເອົາເຂົ້າພັນກ້ອນອາດບູຊາ ຣູບພຣະພຸດທະເຈົ້າ.

  ອີກປະການໜຶ່ງ ຍາມເມື່ອໄດ້ ຫົດສົງຍັງຣູບພຣະພຸດທະເຈົ້າ ໄດ້ເອົາດອກ ໄມ້ບູຊາ ຍາມເມື່ອເຂົ້າພັນສາ ແລະ ອອກພັນສາກໍ່ດີ ນໍລະຍິງຊາຍທັງຫຼາຍຝູງນັ້ນ ກໍ່ເອົາຕົນໄປເກີດ ໃນຊັ້ນຟ້າຕາວະຕິງສາ ສະຫວັນເທວະໂລກ ພຸ້ນກໍ່ມີແລ “ກັບປາຣຸກຂານິ” ອັນວ່າ ຕົ້ນກາລະພຶກທັງຫຼາຍ ກໍຣະງອກອອກມາ ຄູ່ປະຕູທວານທັງມວນ ມີເສື້ອຜ້າທິບຫາກ ແຂວນຫ້ອຍຍ້ອຍຢູ່ ໃນລຳໃນຕົ້ນກິ່ງຫງ່າທັງມວນ ແມ່ນວ່າ ຜ້ານຸ່ງຜ້າທະຣົງ ກໍ່ໄປປິດເອົາໃນ ຕົ້ນກາລະພຶກທິບນັ້ນແລ.

  ອັນນີ້ກໍ່ດ້ວຍ ຜາລະອານິສົງສະ ອັນໄດ້ເອົາພັນກ້ອນອາດບູຊາ ຣູບພຣະພຸດທະເຈົ້ານັ້ນແລ “ໂຍບຸກຄະໂລ” ອັນວ່າບຸກຄົນ ນໍລະຍິງຊາຍທັງ ທາຍົກທາຍິກາທັງຫຼາຍ ຝູງໃດແລໄດ້ເອົາ ເຂົ້າພັນກ້ອນອາດບູຊາ ຣູບພຣະພຸດທະ ເຈົ້າ ພຣະທຳມະເຈົ້າ ແລະ ພຣະສັງຄະເຈົ້າ ກໍ່ຈັກເອົາຕົນເມືອເກີດ ໃນຊັ້ນຟ້າຕາວະຕິງສາ ສະຫວັນເທວະໂລກ ພຸ້ນກໍ່ມີແລ “ໂສບຸຄະໂລ” ອັນວ່າບຸກຄະລະຜູ້ນັ້ນ ຍັງທ່ຽວຢູ່ໃນວັດຕະສົງສານ ຍ່ອມໄດ້ຖືເອົາ ກໍາເນີດທີ່ດີໃນສຸຄະຕິພົບ ເມື່ອປາຣະມີແກ່ກ້າ ກໍ່ຈະໄດ້ເຖີງຊາດຊັ້ນ ຫໍຣະຫັນຕາ ຕາມບຸນຍະສົມພານ ທີ່ໄດ້ກະທຳໄວ້ນັ້ນແລ.

  “ປາປຸນິງສຸ ພະຫຸຊະນາ ວະສາເນ” ໃນເມື່ອແລ້ວຮົດສະທຳມະເທສະນາດວງນີ້ ອັນເປັນຫິຕະປະໂຫຍດ ໂຜດບັນນະສັດທັງຫຼາຍ ໃຫ້ໄດ້ເຂົ້າສູ່ນິຣະພານ ເປັນທີ່ແລ້ວກໍ່ມີແລ ກວ່າຍ້ອງຍໍ ຜາລະອານິສົງສະ ອັນຊາຍທຸກໄຮ້ໄດ້ໃຫ້ເຂົ້າພັນກ້ອນ ອາດບູຊາ ເປັນທານ ນິດຖິຕາ ກໍ່ຈົບລົງພຽງເທົ່ານີ້ແລ.

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top