27.ອາກາຣະ ວັດຕະສູດ

 ອາກາຣະ ວັດຕະສູດ

ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສໍາມາ ສັມພຸດທັດສະ (ວ່າ 3 ເທື່ອ)

ເອວຳເມ ສຸຕັງ ເອກັງ ສະມະຍັງ ພະຄະວາ ຣາຊະຄະເຫ ວິຫະຣະຕິ ຄິດຊະກູເຕ ປັບພະເຕ ອະຖະໂຂ ອະຍັດສະມາ ສາຣິບຸດໂຕ ເຍນະ ພະຄະ ວາ ເຕນຸປະສັງກະມິ ອຸປະສັງກະມິຕະວາ ພະຄະວັນຕັງ ອະພິວະເທຕະວາ ເອກະມັນຕັງ ນິສິທິຕິ.

ໂພນຕາ ສາທະໂວ ດູຣາສັບປຸຣິສະ ເຈົ້າທັງຫຼາຍ ຈົ່ງຕັ້ງ ໂສຕະຜາສາດ ຫູທັງສອງ ຄອຍຮອງຮັບ ເອົາຍັງຣົດສະ ພຣະສັດທໍາມະ ເທສະນາ ອັນມີຊື່ວ່າ: ອາກາຣະ ວັດຕະສູດ ແກ່ນັກປາດເຈົ້າ ທັງຫຼາຍ ຜູ້ມີຜະຫຍາ ປັນຍາ ອັນເປັນພູມ ສໍາມາປະຕິບັດ ເພິ່ງຮູ້ດັ່ງນີ້ເຖີ້ນ ເອກັງ ສະມະຍັງ ຍັງມີ ໃນສະ ໄໝໜຶ່ງ ພຣະສໍາມາສໍາພຸດທະເຈົ້າ ໄດ້ປະທັບຢູ່ເໜືອເຂົາ ຄິດຊະກູດ ບັນພົດ ໃກ້ເມືອງຣາຊະຄຶ ມະຫານະຄອນ ໃນຄັ້ງນັ້ນແລ ພຣະມະຫາ ສາຣິບຸດ ພຸດທະສາວົກ ໄດ້ເຂົ້າໄປສູ່ທີ່ເຝົ້າ ຖວາຍອະພິວາດ ກາບໄຫ້ວ ໂດຍເຄົາຣົບແລ້ວ. ກໍນັ່ງໃນທີ່ສົມຄວນ ສ່ວນຂ້າງໜຶ່ງ ຫຼິງແລເບິ່ງ ສະຫະທໍາມິກະ ສັດທັງຫຼາຍ ກໍເກີດຄຳປະຣິວິຕົກໃນໃຈ ຄິດເຖິງການອັນຕະລາຍ ທີ່ຈະເກີດມີ ຕໍ່ໄປພາຍ ໜ້າວ່າ: “ອິເມ ໂຂສັດຕາ ສິນນະມູລາ ອະຕິຕະ ສິກຂາ” ສັດທັງຫຼາຍເຫຼົ່ານີ້ ມີກິເລດໜາ ຖືກອະວິດຊາ ຫໍ່ຫຸ້ມໄວ້ ມີສັນດານ ອັນຕຶບໜາ ໄປດ້ວຍ ອະກຸ ສົນມູນຄື ໂລພາ ຄວາມຢາກໄດ້ ໂທສະ ຄວາມປະທຸດສະຮ້າຍ ໂມຫະ ຄວາມ ຫຼົງງົມງວາຍ ເປັນຜູ້ຊື່ວ່າ ມີກຸສົນມູນ ຂາດແລ້ວ ມີສິກຂາ ອັນຂາດເສຍແລ້ວ ຈະຕ້ອງໄດ້ໄປ ສູ່ອະບາຍພູມທັງ 4 ຄື: ນະຣົກ 1 ເຜດຕະວິໃສ 1 ອະສຸຣະກາຍ 1 ແລະ ສັດເດຍລະສານ 1 ເມື່ອເປັນດັ່ງນີ້ ແລ້ວ ໝູ່ສັດທີ່ໜາ ໄປດ້ວຍກິເລດ ກໍຈະຕ້ອງໄປ ໝົກໄໝ້ ຢູ່ໃນອະບາຍພູມ ຕະຫຼອດການ ຍືນຍາວນານ ທໍາຄືປັນຍາ ປາຣະມີ 30 ທັດ.

ເປັນທໍາເຄື່ອງ ກະທໍາເຮັດໃຫ້ ເປັນພຣະພຸດທະເຈົ້າມີຢູ່ ຈະຫ້າມ ແລະ ປ້ອງກັນເສຍເຊິ່ງ ອະບາຍພູມທັງ 4 ແລະ ທໍາທີ່ ພຣະພຸດທະເຈົ້າ ຊົງສະແດງ ໄວ້ໃນພຣະສູດ ພຣະວິໃນ ແລະ ພຣະປາຣະມັດ ລ້ວນເປັນທໍາ ທີ່ຈະນໍາສັດ ໃຫ້ພົ້ນຈາກທຸກ ໃນສົງສານທັງນັ້ນ ເມື່ອພຣະທໍາມະເສນາບໍດີ ສາຣິບຸດ ເກີດມີຄຳປະຣິວິຕົກ ດັ່ງນັ້ນແລ້ວ ຈິ່ງກາບທູນໄຫ້ວ ຖາມພຣະພຸດທະເຈົ້າວ່າ ຂ້າແຕ່ທ່ານ ສັບພັນຍູ ຜູ້ຈະເຣີນ “ເຍ ເກຈິ ທຸບປັນຍາ ປຸກຄະລາ” ບຸກຄົນທັງຫຼາຍເຫຼົ່າໃດ ເຫຼົ່າໜຶ່ງ ມີປັນຍາຍັງຕຶບໜາ ໄປດ້ວຍ ໂມຫະ ຄວາມຫຼົງງົມງວາຍ ບໍ່ຮູ້ຈັກ ພຸດທະກະຣະນະທໍາ ຄືປາຣະມີແຫ່ງ ພຣະພຸດທະເຈົ້ານັ້ນ.

ເພາະເປັນຄົນອັນທະພານ ກະທໍາເຊິ່ງກໍາ ອັນເປັນບາບທັງປວງ ດ້ວຍອຳນາດ ຣາຄະ ຄວາມກໍານັດ ຍິນດີ ໂທສາ ຄວາມປະທຸດສະຮ້າຍ ເຂົ້າຄອບງຳ ກະທໍາກໍາຕັ້ງເບົາຄື ລະຫຸກໍາ ຂຶ້ນໄປ ຈົນເຖິງກໍາໜັກຄື ຄະລຸກໍາ ໂດຍບໍ່ ມີຄວາມລະອາຍແກ່ໃຈ ແລະ ຄວາມເກງກົວ ຕໍ່ບາບຄື ຄວາມຊົ່ວ ເບື້ອງໜ້າ ແຕ່ແຕກກາຍ ທໍາລາຍຂັນຕາຍແລ້ວ ກໍຈະໄດ້ໄປເກີດໃນ ອະເວຈີ ມະຫານາຣົກ. ຂ້າແຕ່ ພຣະພຸດທະເຈົ້າ ຜູ້ປະເສີດ ທໍາອັນສຸກຂຸມລະອຽດ ເພື່ອປ້ອງກັນ ສັດທັງຫຼາຍ ບໍ່ໃຫ້ໄປຕົກ ນະຣົກໃຫ່ຍ ຈະມີຢູ່ ຫຼື ໜໍ?

ໃນກາລະຄັ້ງນັ້ນ ພຣະພຸດທະເຈົ້າ ກໍເທສະນາທໍາ ອັນມີຊື່ວ່າ: ອາກາຣະ ວັດຕະສູດ ກໍານົດດ້ວຍວັກ 5 ວັກ ມີ ນະວະທະຣາທິຄຸນ ເປັນວັກຕົ້ນ ຈົນເຖິງ ປາຣະມີທັດຕະວັກ ເປັນຄຳຣົບ 5 ມີພຣະຄາຖາວ່າດັ່ງນີ້:

ອິຕິປິໂສ ພະຄະວາ ທານະປາຣະມີ ທານະອະປະປາຣະມີ ທານະຄະ ຕັດສະຣິຍະ ສໍາປັນໂນ ໂສ ພະຄະວາ ສະມະຕິງສະປາຣະມີໂຍ ປຸໂຕ ໂສ ພະຄະວາ ນະ ຕັດສະ ພະຄະວະໂຕ ອະຣະຫະໂຕ ສໍາມາສໍາພຸດທັດສະ ອິຕິປິ ໂສ ພະຄະວາ ອາຣະຫັງ ສໍາມາສໍາພຸດໂທ ວິດຊາຈະຣະນະ ສໍາປັນໂນ ສຸຄະໂຕ ໂລກະວິທູ ອະນຸດຕະໂລ ປຸຣິສະທໍາມະສາຣະຖິ ສັດຖາ ເທວະ ມະນຸດສານັງ ພຸດໂທ ພະຄະວາຕິ ນີ້ຊື່ວ່າ ນະວະທະຣະຄຸນ

     ວັກທີ 1.ອິຕິປິ ໂສ ພະຄະວາ ອຸເປກຂາ ປະຣະມັດຖະ ປາຣະມີໂຍ ໂສ ພະຄະວາ ອຸເປກຂາ ປະຣະມັດຖະ ປາຣະມີໂຍ ໂສ ເທໂສ ອະນັນຕາ ທິຄຸໂນ ໂສ ພະຄະວາ ອິຕິປິ ໂສ ມະມາທັດສະພາລາພະໂລ ປັນຍາ ປັນຍັງ ໂສ ພະຄະວາ ພະລັງ ພະລາ ປັນຍັງ ປັນຍາ ພາວະນາ ເຕຊັງ ເຕຊາ ທຸປັນຍັງ ປັນຍາ ສິລັນຈະ ຄຸນະຄຸນັງ ຈະ ໂຫຕຸ ປັດຈະໂຍ ໂສ ພະຄະວາ ສໍາປັນໂນ ອິຕິປິ ໂສ ອຸດຕະມັງ ອຸດຕະມາ ມະຫາທະສະ ພະລັງ ພະລາ ປັນຍັງ ປັນຍາ ເຕຊັງ ເຕຊາ ປຸນຍັງ ປຸນຍາ ສີລັນຈະ ຄຸນະ ຄຸນັງ ຈະ ໂຫຕຸ ປັດຈະໂຍ ພະຄະວາ ສໍາປັນໂນ ໂສ ພະຄະວາ ອິຕິປິ ສຸຂຸມັງ ສຸຂຸມາ ມະຫາທະສະ ພະລັງ ພະລາ ປັນຍັງ ປັນຍາ ເຕຊັງ ເຕຊາ ປຸນຍັງ ປຸນຍາ ສີລັນຈະ ຄຸນະ ຄຸນັງ ຈະ ໂຫຕຸ ປັດຈະໂຍ ສໍາປັນໂນ ໂສ ພະຄະວາ ອິຕິປິ ສຸຂຸມັງ ສຸຂຸມາ ມະຫາທະສະ ພະລັງ ພະລາ ປັນຍັງ ປັນຍາ ສີລັນຈະ ຄຸນະ ຄຸນັງ ຈະ ໂຫຕຸ ປັດຈະໂຍ ສໍາປັນໂນ ໂສ ພະຄະວາ ອິຕິປິ ພຸດທັດສະ ສໍາພຸດໂທ ມະຫາ ທະສະ ພະລັງ ພະລາ ມຸນິມຸນາ ມະຫາຄຸນນັງ ຄຸນນາ ຣາຊັງ ປັນຍາ ສີລັນຈະ ຄຸນນັງ ວະທໍາມັງ ອະພິນິທາຣະ ສໍາປັນໂນ ອິຕິປິ ໂສ ພະຄະວາ ອັດຖະຊະຍະ ສໍາປັນໂນ ອິຕິປິ ໂສ ພະຄະວາ ປະຕິທານະ ສໍາປັນໂນ ອິຕິປິ ໂສ ພະຄະວາ ຍະນະ ສໍາປັນໂນ ອິຕິປິ ໂສ ພະຄະວາ ໂຍຄະ ສໍາປັນໂນ ອິຕິປິ ໂສ ພະຄະວາ ປັບພະໂຍຄະ ສໍາປັນໂນ ອິຕິປິ ໂສ ພະຄະວາ ຍຸດຕະ ສໍາ ປັນໂນ ອິຕິປິ ໂສ ພະຄະວາ ຍຸດຕິ ສໍາປັນໂນ ອິຕິປິ ໂສ ພະຄະວາ ໂຊຕິ ສໍາປັນໂນ ອິຕິປິ ໂສ ພະຄະວາ ໂອຄັນທະ ສໍາປັນໂນ ອິຕິປິ ໂສ ພະຄະວາ ກໍາພິນິ ສໍາປັນໂນ ອິຕິປິ ໂສ ພະຄະວາຕິ ອັນນັ້ນຊື່ວ່າ ພັງຄະນິວັນຕາ

    ວັກທີ 2. ອິຕິປິ ໂສ ພະຄະວາ ອະຣະຫັງ ສໍາປັນໂນ ອິຕິປິ ໂສ ພະຄະວາ ຄັບພະວຸດຖານັງ ສໍາປັນໂນ ອິຕິປິ ໂສ ພະຄະວາ ກໍາພິຊາຕິ ສໍາປັນໂນ ອິຕິປິ ໂສ ພະຄະວາ ສໍາປຸກຸສະລະ ສໍາປັນໂນ ອິຕິປິ ໂສ ພະຄະວາ ອະຫະຣະ ສໍາປັນໂນ ອິຕິປິ ໂສ ພະຄະວາ ຕິ ສໍາປັນໂນ ອິຕິປິໂສ ພະຄະວາ ປະຣິວາຣະ ສໍາປັນໂນ ອິຕິປິ ໂສ ພະຄະວາ ນິອິມະສະມະປຸ ປັບພະຊາຍະ ສໍາ ປັນໂນ ອິຕິປິ ໂສ ພະຄະວາ ອະພິສໍາໂພທິ ສໍາປັນໂນ ອິຕິປິ ໂສ ພະຄະວາ ອັນນີ້ຊື່ວ່າ ປະຣິສັດຕະວັນນະ

     ວັກທີ 3. ອິຕິປິ ໂສ ພະຄະວາ ສໍາມາທິ ສໍາປັນໂນ ອິຕິປິ ໂສ ພະຄະວາ ປັນຍາ ສໍາປັນໂນ ອິຕິປິ ໂສ ພະຄະວາ ວິມຸດຕິ ສໍາປັນໂນ ອິຕິປິ ໂສ ພະຄະວາ ວິມຸດຕິຍາ ສໍາປັນໂນ ອິຕິປິ ໂສ ພະຄະວາ ອະພິຈະຄຸນະ ສໍາປັນໂນ ອິຕິປິ ໂສ ພະຄະວາ ສັງຂາຣັກຂັນໂທ ອະນິດຈັງ ລັກຄະນະ ສໍາປັນໂນ ອິຕິປິ ໂສ ພະຄະວາ ຣູປະຂັນທາ ອະນັດຕາ ລັກຂະນະ ປາຣະມີ ສໍາປັນໂນ ອິຕິປິ ໂສ ເວທະນາຂັນທາ ອະນັດຕາລັກຂະນະ ປາຣະມີ ສໍາປັນໂນ ອິຕິປິ ໂສ ພະຄະ ວາ ສັງຂາຣະຂັນທາ ອະນັດຕາລັກຂະນະ ປາຣະມີ ສໍາປັນໂນ ອິຕິປິ ໂສ ພະ ຄະວາ ອັນນີ້ຊື່ວ່າ ປາຣະສິຕະ

     ວັກທີ 4. ອິຕິປິ ໂສ ພະຄະວາ ທານະປາຣະມີ ສໍາປັນໂນ ອິຕິປິ ໂສ ພະຄະວາ ອະພິນຍາ ປາຣະມີ ສໍາປັນໂນ ອິຕິປິ ໂສ ພະຄະວາ ສະຕິຍາຣະ ປາຣະມີ ສໍາປັນໂນ ອິຕິປິ ໂສ ພະຄະວາ ສະມິທານະ ປາຣະມີ ສໍາປັນໂນ ອິຕິປິ ໂສ ພະຄະວາ ສໍາພິທາ ປາຣະມີ ສໍາປັນໂນ ອິຕິປິ ໂສ ພະຄະວາ ສໍາປະມາຍາ ນະ ສໍາປັນໂນ ອິຕິປິ ໂສ ພະຄະວາ ວິມຸດຕິ ປາຣະມີ ສໍາປັນໂນ ອິຕິປິ ໂສ ພະຄະວາ ທະວັດຕິງສະມະຫາ ປຸຣິສະລັກຂະນະ ສໍາປັນໂນ ອິຕິປິ ໂສ ພະຄະວາ ສິຕິພະລະປັນຍະ ລັກຂະນະ ສໍາປັນໂນ ອິຕິປິ ໂສ ພະຄະວາ

ທານະ ປາຣະມີ ອິຕິປິ ໂສ ພະຄະວາ ທານະອຸປະ ປາຣະມີ ອິຕິປິ ໂສ ພະຄະວາ ທານະ ປາຣະມັດຖະ ປາຣະມີ ສໍາປັນໂນ ອິຕິປິ ໂສ ພະຄະວາ ສັດຈະ ປາຣະມີ ອິຕິປິ ໂສ ພະຄະວາ ສັດຈະອຸປະ ປາຣະມີ ອິຕິປິ ໂສ ພະຄະວາ ສັດຈະ ປາຣະມັດຖະ ປາຣະມີ ສໍາປັນໂນ ອິຕິປິ ໂສ ພະຄະວາ ເມດຕາ ປາຣະມີ ອິຕິປິ ໂສ ພະຄະວາ ເມດຕາອຸປະ ປາຣະມີ ອິຕິປິ ໂສ ພະຄະວາ ເມດຕາ ປາຣະມັດຖະ ປາຣະມີ ສໍາປັນໂນ ອິຕິປິ ໂສ ພະຄະວາ ອຸເປກຂາ ປາຣະມີ ອິຕິປິ ໂສ ພະຄະວາ ອຸເປກຂາອຸປະ ປາຣະມີ ອິຕິປິ ໂສ ພະຄະວາ ອຸເປກຂາ ປາຣະມັດຖະ ປາຣະມີ ສໍາປັນໂນ ອິຕິປິ ໂສ ພະຄະວາ

ສໍາມາຕິ ປາຣະມີ ສໍາປັນໂນ ອິຕິປິ ໂສ ພະຄະວາ ນິຣຸດຕິ ປາຣະມີ ສໍາປັນ ໂນ ອິຕິປິ ໂສ ພະຄະວາ ສໍາພິທາຍານະ ປາຣະມີ ສໍາປັນໂນ ອິຕິປິ ໂສ ພະຄະວາ ອິຕິປະຕິສະມະພິ ທະຍານະ ປາຣະມີ ສໍາປັນໂນ ອິຕິປິ ໂສ ພະຄະວາ ປັດຕະຕິສະວາຣະ ໂພທິປັກຂາຍາ ປາຣະມີ ສໍາປັນໂນ ອິຕິປິ ໂສ ພະຄະວາ ໂສດຖານະ ປາຣະມີ ສໍາປັນໂນ ອິຕິປິ ໂສ ພະຄະວາ ອັນຍະ ປາຣະມີ ສໍາປັນໂນ ອິຕິປິ ໂສ ພະຄະວາ ອະປະຣະຍະຕະນະ ປາຣະມີ ສໍາ ປັນໂນ ອິຕິປິ ໂສ ພະຄະວາ ສັບພັນຍຸດຕັນຍານະ ປາຣະມີ ສໍາປັນໂນ ອິຕິປິ ໂສ ພະຄະວາ ອະຣະຫັງ ສໍາມາສໍາພຸດໂທ ນະອຸທັງ ສະຫະເທສິຖິຕັງ ອັນນີ້ຊື່ວ່າ ປາຣະມີທະຕັດຕະ

     ວັກທີ 5. ຄາຖາອາກາຣະ ວັດຕະສູດນີ້ ມີອານຸພາບຍິ່ງໜັກ ແກ່ຜູ້ລະນຶກ ຄິດເຖິງ ຢູ່ສະເໝີ ຍ່ອມປັດສະຈາກ ໂພຍໄພ ອັນຕະລາຍຕ່າງໆ ຈິດໃຈຍ່ອມ ຜ່ອງໃສ ດ້ວຍອຳນາດ ອາກາຣະ ວັດຕະສູດນີ້ແລ ບຸກຄົນຜູ້ໃດ ໄດ້ຟັງກໍ່ດີ ໄດ້ຂຽນເອງກໍ່ດີ ຫຼື ໄດ້ຈ້າງ ທ່ານຜູ້ອື່ນຂຽນໃຫ້ກໍ່ດີ ໄດ້ທ່ອງຊົງຈຳໄວ້ກໍ່ດີ ໄດ້ສັ່ງສອນຜູ້ອື່ນກໍ່ດີ ໄດ້ສັກກາຣະບູຊາ ເຄົາຣົບນັບຖືກໍ່ດີ ໄດ້ສູດມົນ ພາວັນນາ ຢູ່ເນື່ອງໆກໍ່ດີ ກໍຈະໄດ້ພົ້ນຈາກໄພ 30 ປະການຄື ໄພອັນເກີດແຕ່ງູພິດ ໝາ ປ່າ ໝາບ້ານ ງົວບ້ານ ງົວປ່າ ຄວາຍບ້ານ ແລະ ຄວາຍປ່າ ພະຍັກຄະ ໝູ່ເສືອ ສິງ ແລະ ໄພອັນເກີດແຕ່ ຄະຊະສານ ອັດສະດອນ ພາຊີ ຈະຕຸຣົງ ຄະຊາດ ຂອງພຣະຣາຊາ ຜູ້ເປັນຈອມຂອງ ນໍຣະຊົນ ໄພອັນເກີດ ແຕ່ນໍ້າ ແລະ ໄຟ ເກີດແຕ່ມະນຸດ ແລະ ອະມະນຸດ ພູດຜີປີສາດ ເກີດແຕ່ອາດຍາ ຂອງແຜ່ນດິນ ເກີດແຕ່ຍັກກຸມພັນ ແລະ ຄັນທັບພະຍັກ ອາຣັກຂະເທວະດາ

     ເກີດແຕ່ມານ 5 ປະການ ທີ່ລ້າງຜານ ໃຫ້ວິກົນວິການຕ່າງໆ ເກີດແຕ່ວິຊາທອນ ຜູ້ຊົງຄຸນວິທະຍາການ ແລະ ໄພທີ່ຈະເກີດແຕ່ ມະເຫສວນເທວະຣາດ ຜູ້ເປັນໃຫ່ຍໃນເທວະໂລກ ລວມເປັນໄພ 30 ປະການ ຍ່ອມອັນຕະລະ ທານພິນາດໄປ ທັງໂລກໄພ ທີ່ສຽບແທງ ອະໄວຍະວະນ້ອຍໃຫ່ຍ ກໍ່ຈະວິນາດ ເສື່ອມສູນໄປ ດ້ວຍອຳນາດເຄົາຣົບ ນັບຖື ໃນພຣະອາກາຣະ ວັດຕະສູດນີ້ແລ

      ດູກ່ອນ ທໍາມະເສນາບໍດີ ສາຣິບຸດ ບຸກຄົນຜູ້ນັ້ນ ເມື່ອຍັງທ່ອງທ່ຽວ ຢູ່ໃນວັດຕະສົງສານ ກໍ່ຈະເປັນຜູ້ມີປັນຍາ ລະອຽດສຸຂຸມ ອາຍຸຍືນຍາວນານ ຕາບເທົ້າເຖິງ ອາຍຸໄຂ ເປັນກໍານົດຈິ່ງຕາຍ ຈະຕາຍດ້ວຍອຸປັດທະວະ ອັນຕະລາຍ ຕ່າງໆນັ້ນກໍ່ບໍມີ ເມື່ອສິ້ນຊີວິດແລ້ວ ຈະໄດ້ໄປບັງເກີດເທິງສະຫວັນ ຮ່າງກາຍກໍຈະມີວັນນະ ອັນຜ່ອງໃສ ເໝືອທອງຄຳທໍາມະຊາດ ຈັກຂຸຜາສາດຕາ ກໍຮຸ່ງ ເຮືອງງາມ ຈະໄດ້ເປັນ ພະຍາອິນທາທິຣາດ 36 ກັບ ເປັນປະມານ ຈະໄດ້ສົມບັດພຣະຍາ ຈັກກະພັດຕິຣາດ 16 ກັບ ສົມບູນໄປດ້ວຍແກ້ວ 7 ປະການກໍ່ດ້ວຍອານິສົງທີ່ໄດ້ສູດ ສາທະຍາຍຢູ່ເນື່ອງນິດ “ທຸກຄະຕິງ ໂສນະຄັດສະຕິ” ແມ່ນວ່າໄດ້ຟັງ ທ່ານຜູ້ອື່ນເທສະນາ ດ້ວຍຈິດເຫຼື້ອມໃສ ກໍບໍ່ໄດ້ໄປສູ່ທຸກຄະຕິເຖິງ 90 ແສນກັບ ນິດຖິຕາ ກໍ່ຈົບລົງພຽງເທົ່ານີ້ແລ


#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top