25.ສະຫຼອງ ສາລາ

 ສະຫຼອງ ສາລາ

  ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)

ປຸນຍານິ ປະຣະໂລກັດສະມິງ ປະຕິຖາ ໂຫນຕິ ປານິນັນຕິ.

  ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ຜະລະອານິສົງ ແຫ່ງການສ້າງສາລາ ພໍເປັນເຄື່ອງເພີ່ມພູມ ກຸສົນບຸນຍະຣາສິ ແກ່ອຸປາສົກ ອຸປາສີກາທັງຫຼາຍ ຜູ້ປະກອບໄປດ້ວຍ ສັດທາເຫຼື້ອມໃສໃນຄຸນ ພຣະຣັດຕະນະໄຕແກ້ວ 3 ປະການຄື ພຣະພຸດ ພຣະທັມ ແລະ ພຣະສົງ ທັງບໍ່ມີຄວາມສົງໃສ ດັ່ງນັ້ນ ຈິ່ງໄດ້ສະລະຊັບສົມບັດ ແລະ ກໍາລັງຂອງຕົນມາກໍ່ ສ້າງສາລາໃຫ້ເປັນຫຼັງ ເພື່ອເປັນທີ່ພັກແກ່ຄົນເດີນທາງ ທີ່ມາແຕ່ທິດທັງ 4 ໄດ້ຫຼົບຫຼີກ ແດດລົມ ແລະ ຝົນເຂົ້າແວ່ເຊົາພັກຜ່ອນ ຄວາມເມື່ອຍອອ່ນເພຍ ຂອງແຕ່ລະບຸກຄົນ.

  ບັດນີ້ ການກ່ໍສ້າງສາລາຫຼັງນີ້ ກໍ່ສໍາເລັດລົງແລ້ວ ໂດຍຄວາມຈົບງາມ ແຕ່ທໍ່ນີ້ເປັນມະຫາກຸສົນ ອັນຍີ່ງໃຫຍ່ໄພສານ ສາມາດອໍານວຍຄວາມສຸກ ອັນໄພ ບູນໄດ້ຢູ່ ແຕ່ຍັງບໍ່ທັນສຸດໃຈ ໃນຄວາມດີຄວາມງາມ ທີ່ຕົນໄດ້ກະທຳແລ້ວ ເຫດນັ້ນ ຈິ່ງໄດ້ຊັກຊວນ ຍາດພີ່ນ້ອງ ມິດຕະສະຫາຍ ພ້ອມກັນເປັນເອກະສັນ ປາຖນາກະທຳ ມະຫາກໍາຄືການສະຫຼອງ ເພື່ອຈະໄດ້ໃຫ້ ທານຣັກສາສີນ ແລະ ຟັງພຣະສັດທໍາມະເທສນາ ເປັນການຍ້ອງຍໍ ເພີ່ມເຕີ່ມສະເຫຼີມສະຫຼອງ ຜະລະອານິສົງ ໃຫ້ຍີ່ງໆຂື້ນໄປ ເປັນເທື່ອທີ2 ນັບວ່າເປັນໂອກາດ ອັນດີທີ່ພວກເຮົາ ຈະໄດ້ບໍາເພັນຈາຄະ ຄື ສະລະຄວາມຂີ້ຖີ່ ໝ້ຽວແໜ້ນ ອັນເປັນຕົວມັດສະຣິຍະ ຫວງແຫນຊັບສົມບັດໄວ້ ບໍ່ເພື່ອແຜ່ເຈືອຈານແກ່ຜູ້ອື່ນ ແຕ່ຕົນເອງຈະບໍຣິໂພກ ບໍາລຸງຮ່າງກາຍ ກໍ່ຄິດເຫັນແລ້ວຄິດອີກ.

  ນີ້ ກໍ່ເປັນການປາບປາມ ຫຼື ບັນເທົາຄວາມຂີ້ຖີ່ ອີກປະການໜື່ງ ທ່ານໃດທີ່ໄດ້ມາກໍ່ສ້າງບຸນກຸສົນ ໃນຄາວນີ້ ຈິ່ງເປັນຜູ້ອົງອາດ ກ້າຫານ ຍຶດໝ່ວງເອົາກອງການກຸສົນ ເປັນທີ່ເພີ່ງຂອງຕົນ ແມ່ນວ່າຊັບສົມບັດ ຈະຍ່ອຍຍັບເປັນອັນຕະລາຍ ໄປດ້ວຍການ ທໍາບຸນກຸສົນ ກໍ່ບໍ່ເສຍໃຈ ເປັນຜູ້ມີຄວາມເຫັນຖືກ ຕ້ອງ ຕາມປະເພນີທີ່ ພຸດທາທິບັນດິດ ໄດ້ກະທໍາມາແລ້ວ ເພາະວ່າຊັບສົມບັດແລະ ສັງຂານຮ່າງກາຍນີ້ ມີການແຕກດັບ ບໍ່ຄົງທົນຖາວອນ ມີອຸປະມາເໝືອນ ເຮືອນທີ່ໄຟໄຫ້ມແລ້ວ ບຸກຄົນຜູ້ເປັນເຈົ້າຂອງເຮືອນ ຂົນເອົາພາຊະນະເຄື່ອງ ໃຊ້ສ້ອຍ ຕໍ່ໄປພາຍໜ້າ ສິ່ງຂອງທີ່ບໍ່ໄດ້ ຂົນອອກໄປນັ້ນ ລ້ວນເປັນເຊື້ອເພີງ ຍ່ອຍຍັບ ສູນເສຍໄປໝົດ ບໍ່ເປັນປະໂຫຍດ ອັນໃດໃຫ້ ແກ່ເຈົ້າຂອງເຮືອນ.

  “ເອວະມາທິຕຸ ຕຸເກໂລເລ ຊະຣາຍະ ມະຣະເນນະຈະ” ເມື່ອໂລກຄື ເບນຈະຂັນ ອັນຊະຣາ ແລະ ມະຣະນະ ເຜົາຜານແລ້ວຢ່າງນີ້ “ນິຫະເຣເຖວະ ທາເນ” ຈະເພິ່ງນຳອອກດ້ວຍ ສາມາດບໍຣິຈາກແກ່ຍາຈົກ ວະນິພົກ ຄົນອະນາຖາ ແລະ ສະມະນະພາມ ຕາມສະໄໝ “ທິນນັງ ໂຫຕິ ສຸນີພະຕັງ” ສັບພະສິ່ງພັດສະດຸ ທີ່ໄດ້ບໍຣິຈາກ ແລ້ວນັ້ນ ເປັນອັນນຳອອກແລ້ວດ້ວຍດີ ຊ້ຳຈະມີສຸກ ເປັນຜົນຕໍ່ໄປພາຍໜ້າ ສ່ວນຂອງທີ່ເກັບໄວ້ ບໍ່ໄດ້ບໍຣິຈາກ ກໍ່ເໝືອນຂອງສູນເສຍ ໃນໄຟບໍ່ມີຄຸນ ອັນໃດແກ່ຕົນ ເພາະຈະເປັນສາທາຣະນາ ທົ່ວໄປ ດ້ວຍອຳນາດໄຟຕ່າງໆ “ອະຖະ ອັນເຕ ຊະຫາຕິ ສະຣິຣັງ ສະປະຣິກຄະຫັງ” ເມື່ອມະນະໄພມາເຖິງ ສະຣິຣະ ຮ່າງກາຍກັບທັງ ພັດສະດຸໂພຄະຊັບ ຍ່ອມລະຖິ້ມເສຍ ບໍ່ໄດ້ຕິດຕາມໄປ ຍັງປະຣະໂລກເບື້ອງໜ້າໄດ້.

  ເພາະສະນັ້ນ ທ່ານທາຍົກ ທາຍິກາທັງຫຼາຍ ເພິ່ງຜ່ອນຜັນ ບໍຣິຈາກທານ ແລະ ບໍຣິໂພກຕາມສົມຄວນ ຢ່າໃຫ້ເກີດວິປະຕິສານ ຄວາມເດືອດຮ້ອນ ພາຍ ຫຼັງ ເພິ່ງຮີບກະທຳເສຍ ເຊິ່ງບຸນທັງຫຼາຍ ເພາະວ່າບຸນເປັນເຄື່ອງ ຊໍາລະຈິດ ໃຈສັນດານ ໃຫ້ຜ່ອງໃສ ແລະ ອາດເປັນປັດໃຈແກ່ ປະຣະພົບເບື້ອງໜ້າ ເມື່ອພິຈາລະນາເຫັນ ປະໂຫຍດແກ່ຕົນແລ້ວ ບຸນນີ້ສົມຄວນທີ່ຈະ ກໍ່ສ້າງຢ່າງຍິ່ງ ດັ່ງພຸດທະພາສິດຕັດວ່າ “ປຸນຍານິ ປະຣະໂລກັດສະມິງ ປະຕິດຖາ ໂຫນຕິ ປານິນັງ” ແປວ່າ ບຸນຍ່ອມເປັນທີ່ເພິ່ງ ຂອງສັດທັງຫຼາຍ ໃນໂລກເບື້ອງໜ້າ “ມາ ພິກຂະເວ ປຸນຍານັງ ພາຍິດຖະ” ດູກ່ອນພິກຂຸທັງຫຼາຍ ທ່ານທັງຫຼາຍ ຢ່າໄດ້ກົວແຕ່ ບຸນເລີຍ ຄຳວ່າບຸນໆນີ້ ເປັນຊື່ຂອງຄວາມສຸກ ທີ່ໃນກາຍ ແລະ ຈິດ ອັນຄວາມສຸກນີ້ ສັດທັງຫຼາຍ ຍ່ອມມີຄວາມປາຖນາ ຮັກໃຄ່ບໍ່ເລືອກວ່າ ຜູ້ໃດເລີຍ ລ້ວນແຕ່ສະແຫວງຫາ ຄວາມສຸກດ້ວຍກັນທັງສິ້ນ.

  ເມື່ອຮູ້ວ່າບຸນ ເປັນພືດທີ່ໃຫ້ຜົນຄື ຄວາມສຸກສົມບັດແລ້ວ ບໍ່ຄວນທີ່ຈະປະໝາດ ຈົ່ງໝັ່ນບຳເພັນໄວ້ໃຫ້ມາກໆ ໃນສັນດານຂອງຕົນ ເປັນນິດ ສົມບັດອັນເປັນທິບ ກໍຈະຜຸດຂື້ນ ລໍຄອຍຢູ່ໃນສຸຄະຕິ ໂລກສະຫວັນ ດັ່ງນັ້ນ ທິຍະມານົບ ໄດ້ຖວາຍສາລາແກ່ ພຣະບໍຣົມສາສດາ ເປັນຕົວຢ່າງ ຄວາມພິດສະດານວ່າ ນັນທິຍະມະນົບ ເປັນມະຫາທານະບໍດີ ໄດ້ສ້າງວະຫານທີ່ປ່າ ອິສິປະຕະນະ ພ້ອມທັງເຄື່ອງ ເສນາສະນະແລ້ວ ທຳມະຫາກຳການສະຫຼອງ ຢ່າງມະໂຫ ລານ ຖວາຍແກ່ພຣະພິກຂຸສົງ ມີອົງສົມເດັດ ພຣະສຳມາສຳພຸດທະເຈົ້າ ເປັນປະທານ ພ້ອມທັງໄດ້ຫຼັ່ງນ້ຳ ທັກຂີໂນທົກຕົງລົງ ເໜືອຝາພຣະຫັດຂອງ ພຣະພຸດທະເຈົ້າ.

  ໃນຂະນະນັ້ນ ຜາສາດອັນເປັນທິບ ສຳເລັດແລ້ວດ້ວຍແກ້ວ 7 ປະການ ໃຫ່ຍ 12 ໂຍດ ສູງ 17 ໂຍດ ພຽນພ້ອມໄປດ້ວຍ ນາງເທວະດາ ກໍອຸບັດຂຶ້ນໃນເທວະໂລກ ລໍຄອຍນັນທິຍະມານົບຢູ່ “ກະລັງ ກັດຕະວາ” ຄັນທິຍະມານົບ ສິ້ນຊີບ ທຳລາຍຂັນແລ້ວ ກໍ່ໄດ້ໄປສະເຫວີຍສົມບັດ ໃນເທວະໂລກອັນ ລໍ ຄອຍຢູ່ນັ້ນ ມີນາມປາກົດວ່າ ນັນທິຍະເທວະບຸດ ບໍຣິໂພກຊັບສົມບັດ ອັນມີນາງຟ້າເປັນບາດ ບໍຣິຈາຣິກາ ແວດລ້ອມບຳເລີຢູ່ ທຸກທິພາຣາຕິການ ສຸກ ຂະເສີມສຳລານ ຢູ່ໃນທິບພະວິມານ ນັ້ນຢ່າງບໍ່ມີເວລາ ເມື່ອທ່ານສາທຸຊົນທັງຫຼາຍ ໄດ້ສະດັບຟັງ ຜະລະອານິສົງ ການສ້າງສາລາ ໃຫ້ເປັນທານຄັ້ງນີ້ແລ້ວ ຈົ່ງມີຄວາມປິດາປາໂມດ ໃນກຸສົນຈະຣິຍາສຳມາ ປະຕິບັດ ທີ່ໄດ້ບຳ ເພັນສ້າງສົມມາ ໄວ້ໃນເວລາຄັ້ງນີ້.

  ບຸນອັນນີ້ຈະເປັນ ຂັ້ນໃດທອງຮອງຮັບ ທ່ານທັງຫຼາຍ ໃຫ້ດຳເນີນໄປສູ່ສຸ ຄະຕິພົບ ເໝືອນດັ່ງ ນັນທິຍະມານົບ ໂດຍທ່ຽງແທ້ ບໍ່ຕ້ອງສົງໃສ ນິດຖິຕາ ກໍ່ຈົບລົງພຽງເທົ່ານີ້ແລ.

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top