24. ສະຫຼອງ ສັງຄະທານ

 ສະຫຼອງ ສັງຄະທານ


  ນະໂມ ຕັດສະ ພະຄະວະໂຕ ອາຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)

ປຸບເພວະ ທານາ ສຸມາໂນ ທະທັງ ຈິດຕັງ ປະສະທະເຍ ທັດຕະວາ ອັດ ຕະມະໂນ ໂຫຕິ ເອສາ ຍັນຍັດສາ ສຳປະທາຕິ.

  ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ໃນສັງຄະທານານິ ສັງສະກະຖາ ສະແດງຜະລະອານິສົງ ແຫ່ງການຖວາຍອາ ຫານບິນທະບາດ ແກ່ພຣະພິກຂຸສົງ ພໍເປັນເຄື່ອງສົ່ງເສີມສັດທາ ແຫ່ງສາທຸຊົນ ພຸດທະບໍລິສັດທັງຫຼາຍ ຈັກໄດ້ເລືອກເອົາແຕ່ ຂໍ້ທີ່ຖືກຕ້ອງໄວ້ ເປັນແນວທາງປະຕິບັດ ສືບຕໍ່ໄປ “ຄຳວ່າທານ” ຕ້ອງມີເຄື່ອງໄຊຍະທານ ວັດຖຸອັນຈະເພິ່ງຖວາຍ ຈິ່ງຈະຮຽກວ່າທານ ອັນສົມບູນ ຖ້າມີແຕ່ຄວາມຄິດ ເກີດຂຶ້ນຢ່າງດຽວ ຍັງບໍ່ທັນໄດ້ບໍລິຈາກທານ ກໍ່ບໍ່ຈັດເປັນທານໄດ້.

  ທານນັ້ນແບ່ງອອກເປັນ 2 ຢ່າງຄື: ການໃຫ້ທານ ມີວັດຖຸສິ່ງຂອງຕ່າງໆ ເປັນຕົ້ນເຂົ້າ, ນ້ຳ, ຜ້ານຸ່ງ, ຜ້າຫົ່ມ ຖວາຍໃຫ້ແກ່ ປະຕິຄາຫົກ ຊື່ວ່າ ອະມິສະທານ1, ການຊີ້ແຈງສະແດງທຳ ສັ່ງສອນຜູ້ອື່ນໃຫ້ຮູ້ ບຸນ-ບາບ, ຄຸນ-ໂທດ ປະ ໂຫຍດ ແລະ ບໍ່ເປັນປະໂຫຍດ ຕະຫຼອດເຖິງການ ແນະນຳທາງໄປນາຣົກ ສະ ຫວັນ ແລະ ພຣະນິບພານ ໂດຍບໍ່ຫວັງ ອາມິດຕອບແທນ ຊື່ວ່າ ທຳມະທານ1.

  ໃນທານ 2 ຢ່າງນີ້ ພຣະພຸດທະເຈົ້າ ໄດ້ຕັດເທສນາໄວ້ວ່າ “ທຳມະທານປະເສີດກວ່າ” ເພາະໃຫ້ທຳເປັນທານ ຊື່ວ່າ ໃຫ້ເຊິ່ງພຣະນິບພານ ສົມດ້ວຍພຸດທະພາສິດວ່າ “ຜູ້ໃດສອນທຳ ຜູ້ນັ້ນຊື່ວ່າ ໃຫ້ພຣະນິບພານ ເພາະວ່າສັດຈະໄດ້ ບັນລຸທຳພິເສດ ກໍ່ເພາະໄດ້ອາໃສ ສະດັບຮັບຟັງ ພຣະສັດທຳມະ ເທສນາ ເຫດນີ້ ຜູ້ສະແດງທຳ ຈິ່ງໄດ້ຊື່ວ່າ ເປັນຜູ້ໃຫ້ອະມະລິຕະທຳ ອັນເປັນຍອດແຫ່ງ ທານທັງປວງ”.

  ອະມິດສະທານ ຈັດຕາມລັກສະນະ ທີ່ໃຫ້ເປັນ 2 ປະການຄື: ໃຫ້ໂດຍອະນຸເຄາະ ຄືໃຫ້ແກ່ຜູ້ທີ່ມີຖານະ ຕ່ຳຕ້ອຍກວ່າ ດວ້ຍໃຈເມດຕາກະຣຸນາ ເປັນການເກື້ອກູນອຸດໜູນ ໃຫ້ຜູ້ຮັບມີຄວາມສຸກ ຜ່ານພົ້ນຄວາມທຸກໄດ້ໄປ ເຊັ່ນໃຫ້ເສື້ອຜ້າ ແພພັນແກ່ຍາຈົກ ເປັນຕົ້ນ ໃຫ້ໂດຍອະນຸເຄາະຄື ໃຫ້ແກ່ຜູ້ມີຖານະສະ ເໝີກັນ ໃຫ້ໂດຍບູຊາຄຸນ ໃນທ່ານຜູ້ມີພະຄຸນແກ່ຕົນມີ ມານດາ ບິດາ ເປັນຕົ້ນ ຕະຫຼອດຈົນທ່ານຜູ້ຊົງຄຸນ ໃຫ້ແກ່ພົນໂລກເຊັ່ນ ສະມະນຊີ-ພາມ ລັກສະນະເຫຼົ່ານີ້ ຖ້າເປັນໄປໂດຍເຈາະຈົງ ຮຽກວ່າ ປາຕິບຸກຄະລິກະທານ 1. ຖວາຍແກ່ພຣະພິກຂຸສົງ ຜູ້ປະພຶດພຣະທຳມະວິໄນ ເປັນສາທາລະນະທົ່ວໄປ ບໍ່ຈຳ ກັດຕົວຮຽກວ່າ ສັງຄະທານ 1.

  ໃນ 2 ຢ່າງນີ້ “ສັງຄະທານ” ພຣະພຸດທະເຈົ້າ ຕັດເທສນາໄວ້ວ່າ ປະເສີດກວ່າ ປະຕິບຸກຄະລິກະທານ ເປັນອັນວ່າອາມິສະທານມີ 2 ຢ່າງຄື: ປະຕິບຸກຄະລິກທານ ໃຫ້ໂດຍເຈາະຈົງຕົງ 1. ສັງຄະທານ ໃຫ້ແກ່ພຣະພິກຂຸສົງ ຜູ້ປະ ພຶດປະຕິບັດ ໃນພຣະທຳມະວິໄນ ໂດຍບໍ່ຈຳເພາະເຈາະຈົງຕົງ 1. ດັ່ງສະແດງມານີ້.

  ອັນໜຶ່ງ ອາມິສະທານທັງປວງ ຍ່ອມເປັນກິດເກື້ອກູນ ກໍ່ໃຫ້ເກີດຄວາມສຸກ ສຸກກາຍ ສະບາຍຈິດ ແກ່ປະຕິຄາຫົກຜູ້ບໍລິໂພກ ຄວນທີ່ເມທິຊົນ ຈະຕ້ອງບຳ ເພັນໃຫ້ເປັນກິດຈະວັດ ຕາມສົມຄວນແກ່ ໂພຄະຊັບສົມບັດຂອງຕົນ ເພື່ອວິ ບາກສົມບັດ ອັນຈະເພິ່ງໄດ້ໃນພາຍໜ້າ ອົງສົມເດັດພຣະສຳມາ ສຳພຸດທະ ເຈົ້າ ໄດ້ຕັດເທສນາເປັນ ພຣະຄາຖາວ່າ “ປຸບເພວະ ທານາ ສຸມະໂນ” ດັ່ງນີ້ເປັນເຄົ້າ “ກ່ອນແຕ່ຈະໃຫ້ກໍ່ມີໃຈດີ 1, ກຳລັງໃຫ້ຢູ່ ກໍ່ທຳຈິດໃຈ ໃຫ້ຜ່ອງແຜ້ວ 1, ຄັນໃຫ້ແລ້ວ ກໍ່ມີໃຈຊື່ນບານ 1, ນີ້ເປັນເຄື່ອງສົມບູນແຫ່ງ ຍັນຍະ ຄື ທານບໍລິຈາກ”

  ດັ່ງນີ້. ເມື່ອຈະກ່າວເຖິງຜົນ ອັນເຫັນປະຈັກໃນປະຈຸບັນ ຜູ້ໃຫ້ທານ ຍ່ອມເປັນທີ່ຮັກໃຄ່ ພໍໃຈຂອງຜູ້ເປັນມິດ ສະຫາຍເປັນອັນມາກ ກິດຕິສັບຍົດຊື່ສຽງ ແລະ ຄວາມສັນລະເສີນ ຍ່ອມລືກະສ່ອນໄປ ທົ່ວທິດສານຸທິດ ກ້າຫານໃຫ້ສະ ມາຄົມທົ່ວໄປ ເປັນຜູ້ປະກອບໄປດ້ວຍປັນຍາ ແລະ ມີສະຕິ ສຳປະຊັນຍະ ອັນ ໃພບູນ ເມື່ອສິ້ນຊີວິດແລ້ວ ຍ່ອມໄປອຸບັດ ບັງເກີດໃນສຸຄະຕິ ໂລກສະຫວັນ.

  ທານຍ່ອມໃຫ້ຜົນ ທັງໃນພົບນີ້ ແລະ ພົບໜ້າ ນຳວິບາກສົມບັດ ມາໃຫ້ໂດຍທຳໃຫ້ ເປັນຜູ້ມີໂພຄະສົມບັດ ບໍລິບູນ ເປັນທີ່ເພິ່ງຂອງສັດທັງປວງ ດັ່ງເຊັ່ນ ທ່ານພຣະສີວະລີເຖຣະ ຜູ້ໄດ້ຮັບເອຕະທັກຄະ ໃນທາງມີເອກະລາບ ເຫຼືລົ້ນ ທ່ານຈະໄປໃນທີ່ໃດໆ ກໍ່ມີລາບສົມບູນ ຢູ່ເນື່ອງນິດ ບໍ່ບົກຜ່ອງ ເສື່ອມຄາຍລົງ ດ້ວຍອານິສົງທີ່ໄດ້ ຖວາຍທານແຕ່ປາງກ່ອນ ດັ່ງຈະໄດ້ຍົກ ອະດີດນິທານ ມາເທສນາດັ່ງຕໍ່ໄປນີ້ ໃນສະໄໝໜຶ່ງ ພຣະຜູ້ເປັນເຈົ້າສີວະລີ ອຸບັດບັງເກີດຂື້ນ ເປັນບຸດເສດຖີ ເມື່ອຈະເລີນໄວຂື້ນມາ ໄດ້ໃຫ້ທານແກ່ ພຣະປັດເຈກພຸດທະ ເຈົ້າ ວັນລະອົງໆ ຄັນໄດ້ຕຳແໜ່ງ ເປັນເສດຖີແທນບິດາແລ້ວ ຕໍ່ແຕ່ນັ້ນມາ ໄດ້ຖວາຍທານແກ່ ພຣະປັດເຈກພຸດທະເຈົ້າ ເພີ່ມຂື້ນອີກ ລວມເປັນ 7 ອົງຕະ ຫຼອດມາ ກະທຳຢູ່ດັ່ງນີ້ ຈົນສິ້ນຊີວິດ ກໍ່ໄດ້ໄປອຸບັດບັງເກີດ ບົນສະຫວັນຊັ້ນຍາມາ ມີວິມານຜາສາດສູງໄດ້ 30 ໂຍດ ມີນາງຟ້າເທພະອັກສອນ ກັນຍາປະ ມານໝື່ນໜຶ່ງ ເປັນບໍລິວານ.

  ແຕ່ສະເຫວີຍສຸກຢູ່ບົນສະຫວັນ ຊັ້ນຍາມາປະມານວ່າ ໄດ້ໂກດປີໃນ ເມືອງ ມະນຸດ ຄັນເຖິງສາສນາ ພຣະໂຄດົມບໍຣົມຄູ ຈິ່ງຈຸຕິລົງມາຖືເອົາ ກຳເນີດໃນ ຕະກູນເຈົ້າ ສາກະຍະ ບໍຣິບູນໄປດ້ວຍ ໂພຄະສົມ ບັດຍິ່ງໜັກ ຄັນຈະເລີນໄວຂື້ນມາ ກໍ່ໄດ້ອອກບວດ ໃນສຳນັກພຣະບໍຣົມຄູ ໄດ້ບັນລຸເປັນ ພຣະອະຣະຫັນຂີນາສົບ ມີຊື່ປະກົດວ່າ ພຣະສີວະລີເຖຣະ ຜູ້ເລີດກວ່າພິກຂຸ ບໍລິສັດທັງຫຼາຍ ໃນທາງທີ່ມີລາບມາກ ພຣະຜູ້ເປັນເຈົ້າ ໄປສູ່ສະຖານທີ່ໃດ ເທວະດາ ແລະ ມະນຸດຍ່ອມສັກກາຣະ ບູຊາຢ່າງລົ້ນເຫຼືອ ແມ່ນໝູ່ບໍລິວານຂອງທ່ານ ກໍ່ບໍລິບູນໄປດ້ວຍ ບໍ່ອາດບໍລິໂພກ ເຄື່ອງສັກກາຣະເຫຼົ່ານັ້ນ ໃຫ້ໝົດສິ້ນລົງໄປໄດ້ ນີ້ກໍເພາະຜະລະ ອານິສົງແຫ່ງສັງຄະທານ ທີ່ທ່ານໄດ້ໃຫ້ແລ້ວ ໃນຊາດປາງກ່ອນ ໄດ້ນຳມາອຳນວຍຜົນ ຂໍສາທຸຊົນ ພຸດທະບໍລິສັດທັງຫຼາຍ ເພິ່ງຍິນດີໃນທານ ທີ່ໄດ້ກະທຳໄວ້ນີ້ເທີ້ນ.

  ເທສນາປະຣິໂຍສາເນ ໃນເມື່ອແລ້ວ ຣົດສະທຳມະເທສນາ ແຫ່ງພຣະພຸດ ທະເຈົ້າ ຂໍທ່ານສາທຸຊົນ ພຸດທະບໍລິສັດ ຜູ້ໄດ້ຮັບຟັງ ເຊິ່ງຜະລະອານິສົງ ແຫ່ງສັງຄະທານ ຂໍຈົ່ງຫຼັ່ງນ້ຳທັກສີໂນຫົກ ໃຫ້ຕົກລົງເໜືອປະຖະພີ ອຸທິດວິ ບາກຜົນ ແຫ່ງກອງການກຸສົນ ທີ່ຕົນໄດ້ສ້າງສົມອົບຮົມ ມາແລ້ວໃຫ້ແກ່ມານດາບິດາ ຍາດມິດຄູ ອຸປັດຊາອາຈານເປັນຕົ້ນ ຜູ້ເກື້ອກູນອຸດໜູນຕົນມາ ຕະ ຫຼອດເຖິງ ສັບພະສັດທັງຫຼາຍ ໃນໝື່ນໂລກຈັກກະວານ ເບື້ອງຕ່ຳເຖິງອະເວຈີ ເບື້ອງບົນຈົນເຖິງ ອະກະນິດຖາພົບ ເປັນທີ່ສຸດ ຂໍບັນດາສັບພະສັດ ຈົ່ງໄດ້ຮັບສ່ວນບຸນກຸສົນນີ້ແລ້ວ ກໍ່ຈະໄດ້ພາກັນຊື່ນຊົມ ອະນຸໂມທະນາ ໃນຄວາມເມດຕາຂອງທ່ານ ຜູ້ເປັນທຳ ຂໍບຸນກຸສົນສ່ວນນີ້ ຈົ່ງໄປກັ້ງໄປບັງເສຍ ເຊິ່ງປະຕູອະບາຍພູມທັງ 4 ຄື: ນາຣົກ ເຜດຕະວິໃສ, ອະສຸຣະກາຍ ແລະ ກຳເນີດ ສັດເດຍລະສານ ຂໍໃຫ້ທ່ານພົ້ນຈາກທຸກ ທັງປວງ ຈົ່ງສະເຫວີຍສຸກສົມບັດ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ສິ້ນກາລະຊ້ານານ ຕາບເທົ້າ ພຣະອະຣິຍະເມດໄຕ ບໍຣົມໂພທິສັດ ຈະໄດ້ລົງມາຕັດສະຮູ້ເປັນ ພຣະພຸດທະເຈົ້າໃນຄັ້ງນັ້ນ.

  ກໍ່ແລ ທ່ານທັງຫຼາຍ ຈັກໄດ້ຟັງ ພຣະທຳມະເທສນາ ໃນສຳນັກຂອງພຣະ ອົງແລ້ວ ຈະໄດ້ບັນລຸມັກຜົນຕາມສົມຄວນ ແກ່ວາດສະໜາ ປາລະມີຂອງ ຕົນໆ ຈະໄດ້ດັບເສຍ ເຊິ່ງ ຊາດ ຊະລາ ພະຍາທິ ມະລະນະ ໃນທີ່ສຸດກໍຈະ ບ່າຍໜ້າເຂົ້າສູ່ເມືອງແກ້ວ ກ່າວຄືພຣະອະມະຕະມະ ຫານິລະພານ ຕາມແບບ ຢ່າງຂອງ ພຣະອະຣິຍະທັງປວງ ທີ່ລ່ວງມານັ້ນແລ້ວ ນິດຖິຕາ ກໍ່ຈົບລົງພຽງ ເທົ່ານີ້ແລຯ

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top