23.ສະຫລອງອານິສົງກະຖິນ

 ສະຫລອງອານິສົງກະຖິນ

ນະໂມ 3 ຈົບ

ອະພິມັນເຕນະ ວັນເນນາຕິ ອາທິນາ ຕິນນະປາລະ ເທວະບຸດ ຕະ ກັມມະນິທັດສະນັ່ງ ຕັດສະກາ ອຸປັດຕີຕິ ອະຕິເຕກິຣະ ອິມັດສະມິງ ເຍວະ ພັດທະ ກັບເປນະ ກັດສະໂປ ນາມະ ສຳມາສຳພຸດໂທຕິ.

ໂພ ສາທະໂວ ດູລາ ສັບປຸຣິສາທັງຫຼາຍ ທັງຍິງຊາຍ ນ້ອຍໃຫຍ່ ທີ່ມັກໄຄ່ໃນການຟັງທັມ ຈົ່ງຕັ້ງໂສຕະປະສາດ ຄອຍຮັບ ຟັງຍັງຣົດສາທັມມະເທສະຫນາ ອານິສົງເຣື່ອງການ ຖວາຍຜ້າກະຖິນນະທານ ພໍເປັນເຄື່ອງປະດັບປະຄອງ ສະຫຼອງສັດທາ ເພີ້ມພູມກຸສົນບຸນຍະລາສີ ຂອງທ່ານທານະທິບໍດີທັງຫຼາຍ ທີ່ມີ ສັດທາ ເຫຼື້ອມໃສໄດ້ສະລະຊັບອອກມາສ້າງກອງການກຸສົນ ກະ ທຳເປັນ ພຸດທະບູຊາ ທັມມະບູຊາ ແລະ ສັງຄະບູຊາ ແກ່ພຣະ ຣັດຕະນະໄຕຣ ອັນຈະເປັນເຫດເປັນປັດໄຈໃຫ້ໄດ້ປະສົບສຸກສົມ ບັດ ອັນມະໂຫລານທັງໃນພົບນີ້ ແລະ ພົບຫນ້າ ດັ່ງເຣື່ອງທີ່ເຄີຍມີມາແລ້ວ ໃນອະດີດຕະການຄັ້ງສາດສະຫນາ ພຣະກັດສະປະສຳ ມາສຳພຸດທະເຈົ້າ ອຸບັດຂຶ້ນໃນໂລກມີບູຣຸດເຂັນໃຈໄຮ້ຍາດພີ່ນ້ອງ ທັງຊັບສິນເງິນຄໍາກໍຂາດເຂີນ ອາໄສລ້ຽງຊີວິດຢູ່ໃນເມືອງພາລາ ນະສີ ໄດ້ເຂົ້າໄປສູ່ຜາສາດ ສິຣິທັມມະຫາເສດຖີ ຜູ້ມີຊັບເຖິງ ແປດສິບໂກດ ແລ້ວກໍຂໍສະມັກເປັນລູກຈ້າງ ທ່ານເສດຖີຖາມ ດ້ວຍ ຄວາມເມດຕາວ່າ ເຈົ້າມີສິນລະປະສາດຄວາມຮູ້ຄວາມສາມາດໃນ ທາງໃດແນ່ ບູຣຸດເຂັນໃຈຈິ່ງບອກວ່າຜູ້ຂ້າບໍ່ມີສິນລະປະສິ່ງໃດເລີຍມີພຽງແຕ່ກຳລັງກາຍເທົ່ານັ້ນ ທ່ານເສດຖີ ຈິ່ງກ່າວວ່າຖ້າດັ່ງນັ້ນ ຈົ່ງໄປ ຮັກສາໄຮ່ນາໃຫ້ເຮົາເຖີດ ເຮົາຈະໃຫ້ເຂົ້າວັນລະຫມໍ້ແກ່ທ່ານເປັນຄ່າແຮງງານແຕ່ບັດນັ້ນເປັນຕົ້ນມາບູຣຸດເຂັນໃຈ ກໍຮັກ ນາ ລ້ຽງຊີວິດຢູ່ນະທີ່ແຫ່ງນັ້ນ ຈົນມີຊື່ປະກົດສືບມາວ່າ ຕິ ລະ ຢູ່ມາວັນຫນຶ່ງຕິນນະປາລະບູຣຸດ ຄິດຄະນິງໃນໃຈວ່າ : ນີ້ໃນ ຊາດປາງກ່ອນ ຄົງບໍ່ໄດ້ກະທຳບຸນກຸສົນສິ່ງໃດສິ່ງຫນຶ່ງໄວ້. ແນວເລີຍ ມາເຖິງຊາດນີ້ ເຮົາຈຶ່ງເປັນຄົນທຸກຍາກໄຮ້ເຂັບ ເຂົ້າຂາດ ແລງແກງຂາດຫມໍ້ປານນີ້ ອິໂຕ ປັດຖາຍະ ນັບຕັ້ງແຕ່ ເປັນຕົ້ນໄປເຮົາຈະຂົນຂວາຍໃຫ້ທ່ານທຸກໆວັນກ່ອນ ແລ້ວຈຶ່ງຈະ ບໍລິໂພກ ອາຫານໃນພາຍຫຼັງ ເມື່ອຕັ້ງສັດຈະອະທິຖານເຊັ່ນນີ້ແລ. ກໍແບ່ງ ອາຫານທີ່ເສດຖີໃຫ້ນັ້ນອອກເປັນສອງສ່ວນ ສ່ວນຫຼໍ່ ຖວາຍທານແດ່ພຣະພິກຂຸສົງ ອີກສ່ວນຫນື່ງເກັບໄວ້ບໍລິໂພກ ບູຣດ ນັ້ນກະທຳ ດັ່ງນີ້ຕຣອດມາ ດ້ວຍອຳນາດບຸນກຸສົນທີ່ຕົນໄດ້ ກະທຳ ນັ້ນຮູ້ ເຖິງທ່ານສິຣິທມະຫາເສດຖີ ຈຶ່ງໄດ້ເພີ້ມອາຫານໃຫ້ ອີກ ເປັນສອງສ່ວນ ຕິນນະບານຈຶ່ງແບ່ງອາຫານນັ້ນອອກເປັນສາມ ສ່ວນ ສ່ວນຫນຶ່ງຖວາຍແດ່ພຣະພິກຂຸສົງ ສ່ວນຫນຶ່ງໃຫ້ທານແກ່ ຄົນຍາກຈົນ ສ່ວນທີສາມຕົນເອງບໍລິໂພກກະທຳດັ່ງນີ້ ເປັນລາ ດັບມາຢູ່ມາວັນຫນຶ່ງ ເປັນລະດູອອກພັນສາ ມະຫາຊົນຊາວພຸດກໍພາກັນສ້າງ ກະຖິນນະທານຖວາຍແດ່ພຣະພິກຂຸສົງ ຜູ້ຢູ່ໃນ ອາວາດຊັ້ນໄຕຣ ມາດສາມເດືອນແລ້ວ ໃຫ້ໄດ້ອານິສົງຫ້າປະກາລ ທ່ານສີຣິທຳມະ ຫາເສດຖີກໍເປັນຜູ້ຫນຶ່ງ ທີ່ໄດ້ກະທໍາກະຖິນນະທານໃນຄາວນີ້ສ່ວນ ວ່າຕິນນະບານບູຣຸດ ຄະນິງໃນໃຈວ່າ ທານຊະ ນິດນີ້ ຄົງຈະເປັນທານທີ່ປະເສີດແນ່ນອນ ເບິ່ງແຕ່ມະຫາຊົນ ທົ່ວໄປ ກໍພ້ອມພຽງກັນ ກະທຳທ່ານໃນຄັ້ງນີ້ ມາກຍິ່ງຫນັກຫນາຕິ ນນະບານໄດ້ພິຈະຣະນາ ດັ່ງນີ້ແລ້ວ ຈິ່ງເຂົ້າໄປສູ່ສໍານັກອ່ານ ເສດຖີ ຖາມອານິສົງແຫ່ງກະ ຖິນນະທານ ທ່ານເສດຖີກໍໄດ້ພັນລະ ນາເຖິງ ຄຸນນານຸພາບຂອງ ການສ້າງກະຖິນນະທານ ໂດຍລະ ອຽດຈົນ ຕິນນະບານບູຣຸດເຂັນໃຈເກີດມີສັດທາແກ່ກ້າ ຖາມເຖິງ ເວລາທີ່ຈະຖວາຍທານ ເມື່ອນັ້ນທ່ານເສດຖີ ກໍບອກວ່າຍັງອີກເຈັດ ວັນຈາກນີ້ໄປ ຕິນນະບານກໍກັບມາສູ່ທີ່ຢູ່ຂອງຕົນ ຄິດເຖິງສິ່ງຂອງ ທີ່ຈະນຳໄປເປັນວັດຖຸທານກໍບໍ່ມີ ເຫັນແຕ່ຜ້ານຸ່ງທີ່ຕົນນຸ່ງ ຜືນດຽວ ນີ້ເທົ່ານັ້ນ ທີ່ຈະນຳເຂົ້າຮ່ວມເປັນ ສ່ວນ ແຫ່ງກະຖິນນະທານນັ້ນ ໄດ້ ເມື່ອນຶກວ່າຈະປົດເປື້ອງຜ້າທີ່ຕົນນຸ່ງ ອອກກະທຳທານເທົ່ານັ້ນ ຕົວມັດສະລິຍະຕະຖີ່ຖີ່ຫນຽວ ກໍແລ່ນມາກັ້ນກາງລະຫ່ວາງສັດທາ ວ່າຖ້າເຮົາສະລະຜ້າຜືນນີ້ເປັນ ທານແລ້ວ ຈະໄດ້ຜ້າຈາກທີ່ໃດມາ ນຸ່ງຫົ່ມນໍ ເຮົາກໍມີແຕ່ຜ້າຜືນດຽວເທົ່ານີ້ ໃນທີ່ສຸດກໍເກີດສັດທາ ແກ່ກ້າ ປົດເປື້ອງຜ້າອອກມາໄດ້ສ່ວນ ຕົນເອງໄດ້ນຳເອົາໃບໄມ້ ມາກະທໍາເປັນຜ້ານຸ່ງແທນ ເພື່ອປົກປ້ອງຄວາມອາຍ ແລ້ວນໍາຜ້າ ນັ້ນໄປຊັກສູໃຫ້ສະອາດແລ້ວ ຈຶ່ງຍ້ອມນີ້ຝາກໃຫ້ດີ ແລ້ວຈຶ່ງຮີບ ນຜ້ານັ້ນໄປມອບໃຫ້ທ່ານເສດຖີ ເພື່ອຮ່ວມອະນຸໂມທະນາ ຜ້າ ນັ້ນເຂົ້າເປັນສ່ວນບໍລິວານກະຖິນ ສ່ວນວ່າເສດຖີກໍໄດ້ຮັບ ແລະ ກ່າວອະນຸໂມທະນາທານ ດ້ອມທ້າວຕິນນະບານ ແລະ ແລ້ວເສດຖີນັ້ນ ກໍນຳເອົາຜ້ານັ້ນເຂົ້າເປັນສ່ວນບໍລິວານກະຖິນ ເພາະວ່າຜ້າບໍລິວານຍັງຂາດຢູ່ຜືນຫນຶ່ງພໍດີ ແລ້ວນຳໄປຖວາຍແດ່ ຂຸສົງ ໂກລາຫະ ລັງຊາຕັງ ສຽງໂກລາຫົນ ກໍບັງເກີດຂຶ້ນໃນ ນັ້ນ ສຽງສາທຸການ ຂອງເທວະດາທັງຫຼາຍ ໃນນະຄອນນັ້ນ ອາກາສັດຖາເທວະດາກໍຮ້ອງ ສາທຸການ ຕຣອດໄປທົ່ວປັງ ມົນທົນ ມະຫາຣາຊາ ອັນວ່າ ມະຫາກະສັດ ອັນໄດ້ສະດັບໂກລາຫົນຂົນຫົວພອງ ສະຫຍອງເກົ້າດັ່ງນັ້ນ ກໍຊົງຕົກພະໄທ ທ້ານຢ້ານກົວຍິ່ງຫນັກຫນາ ຄິດວ່າມໍລະນະໄພຈະມາເຖິງຕົນ ຈິ່ງະ ສັ່ງເອີ້ນປຸໂລຫິດຜູ້ສະຫຼາດມາ ແລ້ວຕັດຖາມເຖິງເຣື່ອງໂກລາ ອືດອັ່ງນັ້ນ ໃນກາລະຄັ້ງນັ້ນເທວະດາ ທີ່ຮັກສາຣາດຊະບັນ ລັງສະເຫວດຕະສັດ ຈຶ່ງປະກົດກາຍ ແລ້ວກ່າວຕໍ່ພຣະຣາຊາວ່າ ມະຫາຣາຊາ ດູລາ ມະຫາຣາຊະເຈົ້າ ສຽງໂກລາ ຫົນນີ້ບໍ່ແມ່ນ ໄພໃດໆ ທີ່ຈະມາເຖິງພຣະອົງເລີຍ ແຕ່ເປັນສຽງເທ ວະດາໃນຫມື່ນ ໂລກກະທາດ ທີ່ໃຫ້ສາທຸການ ໂມທະນາຍັງສ່ວນບຸນ ທີ່ທ້າວຕິນ ນະບານບູຣຸດຜູ້ທຸກຍາກ ທີ່ຮັກສາໄຮ່ນາແທນເສດຖີ ເຂົາໄດ້ສະລະຜ້ານຸ່ງພຽງຜືນດຽວຂອງຕົນ ອອກມາຮ່ວມກະຖິນນະທານດອມ ເສດຖີເຈົ້າ ຂໍພຣະອົງຢ່າໄດ້ສະດຸ້ງວາດຫວັ່ນ ຕົກພຣະໄທເລີຍ ແຕ່ນັ້ນພຣະຣາຊາກໍປິຕິຍິນດີ ແລ້ວຮັບສັ່ງໃຫ້ນໍາພາທ້າວ ຕິນ ນະບານບູຣຸດນັ້ນເຂົ້າເຝົ້າ ແລ້ວມອບຜ້າສາຫົວຄູ່ນຶ່ງ ລາຄາຜົນ ລະແສນຕລຶງຄໍາ ພຣະຣາດຊະທານ ໃຫ້ແກ່ທ້າວຕິນນະບານ ຄາວຄັ້ງນັ້ນພຣະມະຫາກະສັດເຈົ້າ ພຣະອົງນັ້ນ ກໍໄດ້ຂໍຊື້ກອງການກຸສົນສ່ວນນັ້ນ ພ້ອມທ້າວຕິນນະບານ ດ້ວຍຊັບມີປະມານພັນຫນຶ່ງ ທະວີຂຶ້ນໄປໂດຍລ ໍາດັບ ຈົນເຖິງແສນກະຫາປະນະແຕ່ ທ້າວຕິນ ນະບານກໍບໍ່ຂາຍໃຫ້ ຕາມພຣະຣາຊປະສົງ ແລ້ວຈຶ່ງຂາບທູນ ພຣະຣາຊາວ່າ ພຣະອົງຈະຊື້ ບຸນນີ້ດ້ວຍຊັບບໍ່ໄດ້ດອກ ຖ້າພຣະອົງ ຈະອະນຸໂມທະນາສ່ວນບຸນນັ້ນໄດ້ຢູ່ ຜູ້ຂ້າຈະຖວາຍ ສ່ວນບຸນແດ່ ພຣະອົງເຄິ່ງຫນຶ່ງ ກໍຂ້າຈາ.

 ເມື່ອນັ້ນ ພຣະຣາຊາກໍມີໃຈຍິນດີ ໃຫ້ຕີຄ້ອງຮ້ອງປ່າວ ທົ່ວ ເທົ້າທັງພຣະນະຄອນ ແລ້ວພຣະຣາດຊະທານ ຊ້າງມ້າງົວຄວາຍ ຂ້າທາດບໍລິວານຍິງຊາຍຢ່າງລະຮ້ອຍ ທັງເຄື່ອງປະດັບອາພອນ ຫໍຜາສາດເສດຕະສັດຮົ່ມກັ້ງບູຊາ ແກ່ທ້າວຕິນນະບານບູຣຸດນັ້ນ ເປັນອັນມາກ ແລ້ວແຕ່ງຕັ້ງໄວ້ໃນຕຳແຫນ່ງເສດຖີປະຈຳນະຄອນ ສ່ວນ ວ່າພໍ່ຄ້າຄະຣຶຫະບໍດີເສດຖີທັງຫຼາຍ ຕ່າງກໍພາກັນສະລະຊັບ ນັບຈໍານວນໂກດອອກມາບູຊາຄຸນແກ່ ທ່ານຕິນນະປານເສດຖີ ເປັນ ຈໍານວນມະຫາສານ. 

 ນີ້ ແລະ ກໍຍ້ອນກຸສົນລະເຈຕະນາອັນຍິ່ງຂອງຕິນນະບານຳບູຣຸດນັ້ນ ຄັນຢູ່ຕໍ່ມາຕິນນະປານເສດຖີໄດ້ກະທຳການ ກິຣິຍາ  ຕາຍໄປ ກໍໄດ້ໄປບັງເກີດເທິງສະຫວັນຊັ້ນດາວະດຶງ ສ່ວນສິຣິທັມມະເສດຖີເມື່ອທຳລາຍຂັນຕາຍ ກໍໄດ້ໄປບັງເກີດໃນດາວະດຶງ ສະ ຫວັນເຊັ່ນດຽວກັນ ຄັນເຖິງສາດສະໜາຂອງພຣະສີອາຣິຍະເມດ ໄຕຣ ສໍາມາສໍາພຸດທະເຈົ້າ ຕິນນະບານເທວະບຸດຈຶ່ງຈະໄດ້ ລົງມາ ຈຸດຕິເປັນຣາດຊະໂອຣົດແຫ່ງພຣະເຈົ້າມັນທາລະວະດີ ກໍຈະໄດ້ສະສາວົກເຫວີຍຣາຊະສົມບັດແທນບິດາ ຢູ່ອີກສີ່ຫມື່ນປີ ກໍຈະໄດ້ກໍຈະໄດ້ອອກບວດ ເປັນເອຫິພິກຂຸ ສຳເລັດເປັນພຣະອໍລະຫັນຂີນາສົບສາວົກ  ຂອງພຣະສີອາຣິຍະເມດໄຕຣພຸດທະເຈົ້າ ມີນາມປະກົດວ່າຕິນນະເຖຣະ

ຕັດສະມາ ສາທະໂວ ດູລາທ່ານສາທຸຊົນ ພຸດທ. ບໍລິສັດທັງຫຼາຍ ເມື່ອໄດ້ຮູ້ເຣື່ອງຂອງຕົ້ນນະບານດັ່ງນີ້ແລ້ວ ຂໍຈົ່ງ ລື່ນເລີງບັນເທີງອາດຫານໃນກຸສົນລະເຈຕະນາ ສຳມາປະຕິບັດ ທ່ານໄດ້ກະທຳແລ້ວໃນເວລາວັນນີ້ເທີ້ນ ເອວັງ.

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top