ສະຫລອງ ການຟັງທຳ
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສຳພຸດທັດສະ (ວ່າ 3 ເທື່ອ)
ສັດຖຸໂນ ສັດທຳມັງ ສຸຕະວາ ສັບພັດສະມິງ ຊິນະສາສະເນ ກັບປານິ ສະຕະສະຫັດສານິ ທຸກຄະຕິ ໂສ ນະ ຄັດສະຕິຕິ.
ໂພນຕາ ສາທະໂວ ດູລາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໄຄ່ຫາຍັງສຸກ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດທັງ 2 ຟັງຍັງ ພຣະສັດທຳມະເທສນາ ຜະລະອານິສົງ ແຫ່ງການຟັງທຳແກ່ ນໍຣະຍິງຊາຍທັງຫຼາຍ ພໍເປັນເຄື່ອງເພີ່ມພູນ ບຸນກຸສົນຄື ທານ-ສີນ-ພາວະນາ ອັນທ່ານທັງຫຼາຍ ໄດ້ກະທຳແລ້ວ.
ເພື່ອໃຫ້ເປັນປະທີບໃຕ້ ແສງສະຫວ່າງສ່ອງທາງ ທຽວໄປມາໃນວັດຕະ ສົງສານ ອັນທຳມະດາມວນໝູ່ ມະນຸດຈະເກີດມີປັນຍາ ຮູ້ແຈ້ງໃນອັດຖະທຳທີ່ເລີກແລບໄດ້ ຕ້ອງມີປັນຍາປະດັບດວງໃຈ ໃຫ້ຮູ່ງເຮືອງເໝືອນແສງສະຫວ່າງ ແຫ່ງດວງພຣະອາທິດ ແຕ່ປັນຍາຈະເກີດຂື້ນໄດ້ ຕ້ອງອາໃສການສຶກສາ ການຟັງຄູ-ອາຈານ ແນະນຳສັ່ງສອນວິຊາ ທາງໂລກ ແລະ ທາງທຳ ຍິ່ງເປັນຄວາມຮູ້ ທີ່ເປັນຫຼັກທຳມະແລ້ວ ຕ້ອງອາໃສຄວາມໝັ່ນ ຄວາມຂະຫຍັນພຽນ ສະດັບຮັບຟັງທ່ານຜູ້ຮູ້ ຈິ່ງຈະເປັນຜູ້ເປື້ອງປາດ ໃນທາງຄະດີທຳ ເພາະວ່າທຳມະເປັນຫຼັກ ຫຼື ກົດຂອງຄວາມຈິງທົ່ວໄປ ຖ້າຮູ້ຮອບຄອບໃນທາງທຳດີ ສັບພະວິິຊາທົ່ວໂລກ ຍ່ອມຊາບໄດ້ແຈ້ງຊັດ ເພາະວ່າການສຶກສາ ຕາມຫຼັກຂອງພຸດທະສາສນາ ທີ່ຮຽກວ່າທຳມະ ຫຼື ກົດທົ່ວໆໄປ ຂອງສະພາບທີ່ເປັນຈິງ ອັນທຳມະຊາດ ຫາກປຸງແຕ່ງຂື້ນເອງ.
ເຫດສະນັ້ນ ການຮຽນຫຼັກທຳ ຈິ່ງເປັນການສຶກສາສ່ວນລວມ ຂອງກົດທົ່ວໄປແຫ່ງທຳມະຊາດ ເມື່ອຊາບກົດທຳມະຊາດດີແລ້ວ ສັບພະວິທະຍາການຂອງໂລກ ເປັນສ່ວນນ້ອຍ ຂອງທຳມະຊາດ ຄືເປັນອານຸຊິກ ຫຼື ອະນຸສ້ຽວຂອງມັນ ເຫດໃດຜູ້ຮູ້ແຈ້ງ ແທງຕະຫຼອດຂອງ ທຳມະຊາດແລ້ວ ຈະບໍ່ຮູ້ທົ່ວເຖິງເຮົາ ເມື່ອຜູ້ໃດຮູ້ກົດຂອງທຳມະຊາດ ໝົດສິ້ນແລ້ວ ໂດຍບໍ່ມີສ່ວນເຫຼືອແລ້ວ ຜູ້ນັ້ນໄດ້ນາມວ່າ ອະເສຂະ ຜູ້ບໍ່ຕ້ອງສຶກສາ ເປັນຜູ້ຮູ້ເທົ່າທັນສັງຂານທັງຫຼາຍ.
ຕາມສະພາບ ເປັນຢ່າງໃດ ເປັນຍອດແຫ່ງຄວາມຮູ້ທັງປວງ ຮູ້ທົ່ວເຖິງບໍ່ເລືອກວ່າ ກະດີໂລກ ຫຼື ກະດີທຳ ເພາະເປັນຄຸນທຳຊັ້ນສູງ ຄື ພຣະນິບພານໄດ້ເຊັ່ນນີ້ ຕ້ອງອາໃສການສຶກສາ ສະດັບຮັບຟັງທຳ ຈາກສຳນັກທ່ານຜູ້ຮູ້ ເຖິງຈະມີປັນຍາ ສະຫຼຽວສະຫຼາດດີ ເຊັ່ນພຣະສາຣິບຸດ ແລະ ພຣະໂມກຄັນລານະ ແຕ່ຄັ້ງຍັງເປັນ ປະຣິບພາສົກຢູ່ ກໍ່ຕ້ອງຟັງທຳຈາກ ພຣະຜູ້ເປັນເຈົ້າອັດສະຊິ ຈິ່ງໄດ້ບັນລຸ ໂສດາປັດຕິຜົນ ສົມເດັດພຣະທັດສະພົນ ຈິ່ງຕັດສັນລະເສີນວ່າ ການຟັງທຳ ມີຜະລະອານິສົງມາກ ສາມາດອຳນວຍຜົນໃນປັດຈຸບັນ ທັນຕານີ້ຮຽກວ່າ ທິດຖະທຳມິກັດຖະປະໂຫຍດເຖິງ 5 ສະຖານຄື: ຜູ້ຟັງຍ່ອມໄດ້ຟັງ ສິ່ງທີ່ບໍ່ເຄີຍຟັງ1 ສິ່ງໃດທີ່ເຄີຍຟັງມາແລ້ວ ແຕ່ບໍ່ເຂົ້າໃຈຊັດ ຍ່ອມເຂົ້າໃຈສິ່ງນັ້ນຊັດ ເຈນຂື້ນ1 ແລ້ວບັນເທົາຄວາມສົງໃສໄດ້1 ທຳຄວາມເຫັນຂອງຕົນ ໃຫ້ຖືກຕ້ອງ1 ແລະ ຈິດຂອງຜູ້ຟັງ ຍ່ອມຜ່ອງໃສ1 ມີອັດອະທິບາຍວ່າ ຜູ້ຟັງທໍາຍ່ອມໄດ້ຟັງທຳ ພາສິດໃໝ່ໆ ແລະ ຕ່າງໆສະເໝີ.
ຟັັງສິ່ງໃດມາແລ້ວ ແຕ່ຍັງຈຳບໍ່ໄດ້ຕະຫຼອດ ກໍຈະຊົງຈຳສິ່ງນັ້ນໄດ້ ຕະ ຫຼອດຕົ້ນ ຕະຫຼອດປາຍ ແມ້ນຢຳຂື້ນອີກ ທຳໃຫ້ເປັນພະຫູສູດ ຊົງຈຳພຸດທະພົດໄວ້ໄດ້ມາກໆ ມີຄວາມຮູ້ກວ້າງຂວາງ ມີປະຕິພານສ້ຽມແຫຼມ ບັນເທົາຄວາມສົງໃສອັນມີແລ້ວ ໃນປາງກ່ອນໃຫ້ເສື່ອມສູນໄປ ທຳລາຍຄວາມເຫັນຜິດ ເປັນມິດສາທິດຖີເສຍ ກັບທຳຕົນໃຫ້ເປັນ ສຳມາທິດຖີ ຕັ້ງຢູ່ໃນຄວາມເຫັນຊອບ ເມື່ອເຫັນບໍ່ຜິດ ຄວາມປະພຶດຢ່າງຖືກຕ້ອງ ໃຈກໍ່ຜ່ອງໃສບໍ່ຂຸ້ນມົວ ເປັນບໍ່ເກີດແຫ່ງຄວາມສຸກສຳລານ.
ເພາະມາຮູ້ຊື່ເຫດແຫ່ງຄວາມເສື່ອມ ແລະ ຄວາມວັດທະນາຖາວອນ ຈະ ເລີນແລ້ວ ລະຕົ້ນເຫດແຫ່ງ ຄວາມເສື່ອມເສຍ ກັບປະພຶດສ້າງສົມແຕ່ເຫດ ແຫ່ງຈະເລີນ ຜູ້ຟັງພຣະສັດທຳ ຍ່ອມຢຶດເອົາປະໂຫຍດ ໃນປັດຈຸບັນໄວ້ໄດ້ດັ່ງ ກ່າວມານີ້ ບຸກຄົນຜູ້ຕັ້ງຕົນໄວ້ຊອບ ໃນປັດຈຸບັນພົບນີ້ ແມ່ນທຳລາຍຂັນຈຸຕິໄປ ໃນພົບເບື້ອງໜ້າ ກໍມີສຸຄະຕິເປັນແດນເກີດ ເພາະອຳນາດອານິສົງແຫ່ງ ການຟັງທຳນັ້ນ ຕາມຄຸ້ມຄອງຮັກສາ ສົມດ້ວຍພຸດທະພາສິດ ທີ່ຍົກໄວ້ໃນເບື້ອງຕົ້ນນັ້ນວ່າ “ສັດຖຸໂນ ສັດທຳມັງ ສຸດຕະວາ” ທຸກຄົນໃດໄດ້ຟັງ ພຣະສັດທໍາ ຂອງພຣະສາສດາ ຂອງພຣະຊິນະຣາດເຈົ້າທັງປວງ ບຸກຄົນນັ້ນຍ່ອມບໍ່ໄດ້ ໄປສູ່ທຸກຄະຕິສິ້ນແສນກັບ.
ຖ້າຈະຄຳນວນກັບອານິສົງສະ ຜົນການສະດັບຮັບຟັງ ພຣະສັດທຳແລ້ວ ຄົງຈະບໍ່ຈົບລົງໄດ້ງ່າຍໆ ຈະລວບລັດຕັດຕອນ ກ່າວແຕ່ຫຍໍ້ໆ ພໍເປັນທຳມານຸດ ຕະຣິຍະອານິສົງ ດັ່ງຈະນຳເລື່ອງສັດເດຍລະສານ ຜູ້ສະດັບຟັງທຳ ມາເປັນນິທັດສະນະອຸທາຫອນ “ອະຕິເຕ ກາເລ” ໃນອະດີດຕະການ ລ່ວງມານານແລ້ວ ມີເຈຍຕົວໜຶ່ງຈັບເກາະ ຢູ່ໃນວິິິຫານ ເຊີ່ງເປັນທີ່ສູດມົນ ທຳວັດຂອງພິກຂຸສົງ ສະດັບຮັບຟັງການສູດ ສັນລະເສີນ ພຣະພຸດທະຄຸນ ຄື: “ອິຕິປິໂສ ພະຄະວາ ອະຣະຫັງ ສຳມາສຳພຸດໂທ” ດັ່ງນີ້ເປັນເຄົ້າ.
ຕະຫຼອດເຖິງພຣະທໍາມະຄຸນ ແລະ ພຣະສັງຄະຄຸນ ຢູ່ເປັນເນື່ອງນິດ ດ້ວຍຈິດສັດທາເຫຼື້ອມໃສ ໃນເວລາເຊົ້າ ແລະ ເຢັນຈົນຕະຫຼອດອາຍຸໄຂ ຄັນສິ້ນຊີບທຳລາຍຂັນ ຈາກອັດຕະພາບ ທີ່ເປັນເຈຍໄປນັ້ນ ກໍ່ໄດ້ໄປອຸບັດເກີດຂື້ນ ບົນສະຫວັນເທວະໂລກ ມີວິມານຜາສາດທອງເປັນທີ່ຢູ່ ພັ່ງພ້ອມໄປດ້ວຍ ຄວາມສຸກສຳລານ ໃນວິມານຜາສາດທິບ ນີ້ເປັນອານິສົງທີ່ ສະດັບຮັບຟັງ ທຳມະຂອງສັດເດຍລະສານ ມີຄວາມປະພຶດແຕ່ພຽງເລັກນ້ອຍ ເທົ່ານັ້ນ ຖ້າສາ ທຸຊົນ ພຸດທະບໍລິສັດທັງຫຼາຍ ໝັ່ນສະດັບຟັງຈົນຟັງເຂົ້າໃຈ ດີແລ້ວ ນຳມາປະ ພຶດປະຕິບັດ ຈົນໄດ້ຮັບຜົນໃນປັດຈຸບັນນີ້ ກໍ່ທ່ຽງແທ້ທີ່ຈະໄດ້ໄປສະເຫວີຍ ສຸກສົມບັດທິບໃນປະຣະພົບ ເບື້ອງໜ້າ ບໍ່ຕ້ອງສົງໃສແທ້ ນິດຖິຕາ ກໍຈົບລົງພຽງເທົ່ານີ້ແລ.