ສະຫລອງອະນິສົງສ້າງໂຮງຮຽນ
ນະໂມ 3 ຈົບ
ສາທຸ ໂຂ ສິປປະກັງ ນາມາຕິ
ໂພນຕາ ສາທະໂວ ດູລາ ສັບປຸຣິສາທັງຫຼາຍຝູງ ປາດຖະຫນາຫາຍັງສຸກສາມປະການ ມີນິຣະພານເປັນທີ່ແລ້ວ ຈົ່ງ ຕັ້ງ ໂສຕະ ປະສາດ ແກ້ວທັງສອງຄອຍຮອງຮັບຟັງ ຍັງຣົດສາ ທັມມະເທສະຫນາ ພັນລະນາອານິສົງແຫ່ງການສ້າງໂຮງຮຽນ ເປັນທານ ພໍເປັນເຄື່ອງປະດັບສະຕິປັນຍາ ເພີ່ມພູນບຸນກຸສົນເຕືອນ ຈິດສະກິດໃຈ ໃຫ້ມຸ້ງຫມັ້ນໃນການບໍາເພັນກຸສົນສືບໄປໂດຍສົມຄວນ ແກ່ການເວລາ.
ບັດນີ້ ທ່ານສາທຸຊົນພຸດທະບໍຣິສັດທັງຫຼາຍ ໄດ້ ປາຣົບການສະຫຼອງໂຮງຮຽນ ເຊິ່ງສ້າງສໍາເຣັດແລ້ວໃຫມ່ໆນີ້ ໃຫ້ ເປັນເຫດແລ້ວ ໄດ້ຮ່ວມກັນໃຫ້ມີການບໍາເພັນບຸນກຸສົນ ໄດ້ກະທໍາ ບຸບພະກິດເບື້ອງຕົ້ນ ຄືວ່າໄຫວ້ພຣະ ສະມາທານສິນ ຖວາຍທານ ເປັນຕົ້ນ ຮຽບຮ້ອຍແລ້ວ ຕໍ່ໄປເປັນໂອກາດທີ່ຈະໄດ້ ສະດັບຮັບ ຟັງພຣະທັມມະເທດສະຫນາ ຂໍບັນດາທ່ານພຸດທະບໍຣິສັດທັງຫຼາຍ ຈົ່ງໄດ້ຕັ້ງໃຈຄອຍສະດັບຮັບຟັງ ດ້ວຍຄວາມເຄົາຣົບໃນທັມສືບໄປ ແລ້ວກໍຈັກໄດ້ຮັບອານິສົງແຫ່ງການ ຟັງພຣະທັມມະເທດສະຫນານີ້ ຫ້າ ປະການຄື: ຫນຶ່ງໄດ້ຟັງສິ່ງທີ່ຍັງບໍ່ເຄີຍຟັງ ສອງສິ່ງໃດທີ່ເຄີຍ ຟັງມາແລ້ວແຕ່ຍັງບໍ່ເຂົ້າໃຈແຈ່ມແຈ້ງ ຍ່ອມເຂົ້າໃຈສິ່ງນັ້ນແຈ່ມ ແຈ້ງ ສາມບັນເທົາຄວາມສົ່ງໃສເສັຍໄດ້ ສີ່ກະທໍາຄວາມເຫັນໃຫມ່ ຖືກຕອ້ງ ຫ້າຈິດຂອງຜູ້ຟັງຍ່ອມຜອ່ງໃສ ອັນນີ້ອົງສົມເດັດພຣະສໍາ ມາສໍາພຸດທະເຈົ້າຊົງຕັດຮັບຮອງໄວ້ວ່າ: ສຸດສຸສັງ ລະພະເຕ ປັນຍັງ ຮູ້ຈັກຟັງໃຫ້ດີ ພິຈະຣະນາໃຫ້ຖີ່ຖ້ວນຟັງດ້ວຍດີມີເຫດຜົນ ຄົ້ນໃຫ້ທົ່ວ ກໍຍ່ອມໄດ້ປັນຍາເຂົ້າຫາຕົນຈິດທີ່ເຄີຍເມົາມົວກໍຈະຈ່າງຫາຍມະລາຍຊິນໄປດັ່ງນີ້
ການສ້າງໂຮງຮຽນ ເຊິ່ງທ່ານທັງຫຼາຍໄດ້ຈັດກະທໍາລົງໄປ ຈົນສໍາເຣັດຮຽບຮ້ອຍແລ້ວ ນີກໍດ້ວຍຄວາມສາມັກຄີ ແລະ ເສຍສະລະຂອງທ່ານທັງຫຼາຍ ນັບວ່າທ່ານທັງຫຼາຍເປັນຜູ້ມີຄວາມມຸ້ງຫວັງທີ່ດີ ຕໍ່ກຸນລະບຸດ ກຸນລະທິດາ ອະນຸຊົນເຍົາວະຊົນ ລຸ້ນຫຼັງສືບໄປ ຈຶ່ງໄດ້ພ້ອມໃຈກັນຈັດສ້າງໂຮງຮຽນຫຼັງນີ້ຈົນສໍາເລັດດ້ວຍພິຈາລະນາເຫັນວ່າ ເດັກນ້ອຍວັນນີ້ກໍຄືຜູ້ໃຫຍ່ໃນວັນ ຂ້າງຫນ້າ ເພື່ອໃຫ້ເຫມາະສົມແກ່ການງານ ອາດຕະມາພາບຈະໄດ້ ສະແດງເຣື່ອງຄວາມ ສາມັກຄີ ປັນຍາ ແລະ ວິຊາໂດຍລໍາດັບໄປ ຄວາມສາມັກຄີ ຄືຄວາມພ້ອມພຽງກັນນັ້ນມີໃນຫມູ່ຄະນະໃດ ຍ່ອມ ເຮັດໃຫ້ຫມູ່ຄະນະນັ້ນ ໄດ້ຮັບຄວາມສຸກສໍາເຣັດໂດຍແທ້ ສົມດັ່ງ ວະຈະນະປະພັນພຸດທະພາສິດໃນທັມມະບົດ ຂຸດທະກະນິກາຍວ່າ: ສຸຂາ ສັງຄັດສະ ສາມັກຄີ ຖ້າຫມູ່ຄະນະໃດ ມີຄວາມພ້ອມພຽນ ກັນ ໃນຫມູ່ຄະນະນັ້ນ ກໍຍ່ອມຈະເລີນເພີດເພີນດ້ວຍມັກຜົນ ໃຫ້ ເກີດສຸກສົມດັ່ງຫມາຍ ຫາຍກັງວົນເພາະທຸກຄົນສາມັກຄີຕໍ່ກັນດັ່ງນີ້
ໂດຍອະທິບາຍວ່າ ຝູງຊົນໃດໆກໍດີທີ່ຢູ່ເປັນຫມູ່ໆ ຄື ຕັ້ງແຕ່ຫ່ມູ ນ້ອຍໆ ຈົນເຖິງຫມູ່ໃຫຍ່ທີ່ສຸດ ຍ່ອມມີຄວາມສຸກ ແລະ ຄວາມທຸກກ່ຽວເນື່ອງເຖິງກັນ ມີຄວາມຈະເລີນ ແລະ ຄວາມເສື່ອມ ເນື່ອງເຖິງກັນ ເພາະຫມູ່ຊົນເຫຼົ່ານັ້ນ ຍ່ອມເປັນກໍາລັງຂອງກັນແລະ ກັນ ມີຄວາມກ່ຽວຂ້ອງພົວພັນກັນໂດຍໃກ້ຊິດສະຫນິດກັນ ຈະດ້ວຍຫ່າງໄກກັນກໍດີ ໃກ້ຊິດກັນກໍດີ ເຊັ່ນເປັນບິດາມານດາແລະ ບຸດ ທິດາກັນກໍດີ ເປັນຄູບາອາຈານ ແລະ ລູກສິດກໍດີ ເປັນສາມີພັນ ລະຍາ ເປັນພີ່ເປັນນ້ອງກັນກໍດີ ເປັນຍາຕິກາວົງວານກັນກໍດີ ເພື່ອນມິດຮ່ວມສຸກຮ່ວມທຸກກັນກໍດີ ເປັນເພື່ອນຮ່ວມບ້ານຮ່ວມ ເມືອງ ຕຣອດຈົນຮ່ວມຊາດກໍດີ ຫມູ່ຊົນທີ່ກ່ຽວພັນກັນໂດຍໃກ້ຊິດຍ່ອມມີສຸກມີທຸກທີ່ກ່ຽວເນື່ອງເຖິງກັນ ຈະເປັນສາມະຄົມທີ່ໄກ້ຊິດ ມີຄວາມສໍາພັນທີ່ຫາງກັນອອກໄປກໍດີ ສຸກທຸກທີ່ເນື່ອງເຖິງ. ໂດຍລໍາດັບນັ້ນ ຍ່ອມຫມາຍເຖິງພະລັງຄວາມເຂັ້ມແຂງຂອງ ສະມາຄົມນັ້ນໆ ຂອງສັງຄົມຂອງຊາດນັ້ນໆ ແລ ເພາະບຸກຄົນ ຫນຶ່ງກໍເປັນສ່ວນຫນຶ່ງຂອງຊາດ ຫາກວ່າຊາດເຖິງຄວາມຫຍຸ້ງຍາກ ຂັດສົນຫຼົ້ມຈົມລົງໄປນັ້ນ ຫມາຍເຖິງຄົນຮ່ວມຊາດທຸກຄົນຫຼົ້ມຈົນໄປ ນໍາກັນນັ້ນເອງ ເພາະຄໍາວ່າຊາດກໍຄືຄົນທຸກໆຄົນທີ່ຮ່ວມຊາດ, ເອງ ເມື່ອເປັນດັ່ງນີ້ຍ່ອມມີຄວາມຈໍາເປັນຢ່າງຍິ່ງ ທີ່ມະຫາຊົນ ທັງຫຼາຍ ຈະຕ້ອງຄໍານຶງເຖິງປະໂຫຍດຂອງສ່ວນລວມ ແລະ ປະໂຫຍດຂອງຕົນໄປພ້ອມໆກັນ ຖ້າວ່າເຮົາຈະປະກອບການງານ ໃດໆ ກໍຫວັງແຕ່ຄວາມສຸກຄວາມຈະເລີນແກ່ຕົນ ຈະເຫັນແກໄດ້ ສະເພາະຕົນແລ້ວ ບໍ່ຄິດຄໍານຶງເຖິງຜົນເສັຍຂອງຫມູ່ຄະນະ ດັ່ງນີ້ຍ່ອມເປັນຄົນໃຊ້ການບໍ່ໄດ້ ເພາະທຸກຄົນມີຫນ້າທີ່ອຸດຫນູນຄໍ້າຈູນ ອູ້ມຊູເຊິ່ງກັນແລະກັນ ຖ້າບໍ່ມີການເພິ່ງພາອາໄສເຊິ່ງກັນແລະກັນ ດັ່ງນັ້ນ ກໍຈະເກີດຄວາມເສື່ອມເສັຍເພາະການບຽດບຽນກັນເອົາປຽບ ກັນ. ວິວາດຜິດຖຽງກັນ ອັນເປັນເຫດນໍາໄປສູ່ຄວາມຫາຍະນະ ຫຼົ້ມຈົມໄປໃນທີ່ສຸດ ເພື່ອປ້ອງກັນເຫດທີ່ໄດ້ກ່າວມານີ້ ມະຫາຊົນທັງຫຼາຍຜູ້ຢູ່ຮ່ວມກັນຈໍາເປັນທີ່ສຸດທີ່ຈະຕ້ອງ ມີຄວາມສາມັກຄີປອງດອງກັນເຄື່ອງຮັກສາ ຫມູ່ຄະນະນັ້ນໆຈຶ່ງຈະຕັ້ງຫມັ້ນ ມີຄວາມຜາສຸກຄວາມຈະເລີນກ້າວຫນ້າສືບໄປ.
ມະນຸດເຮົາທຸກຄົນທີ່ເກີດມາໃນໂລກນີ້ ຍ່ອມມີຄວາມຈໍາເປັນຢ່າງຍິ່ງ ທີ່ຈະຕ້ອງປະກອບກິດຈະກໍາຫນ້າທີ່ວຽກງານ ຫາລ້ຽງຊິບຕົນຕາມກໍາລັງຄວາມສາມາດຂອງຕົນ ແລະສິ່ງສໍາຄັນທີ່ຕ້ອງມີນັ້ນ ຄືປັນຍາ ເພາະປັນຍານີ້ ເປັນສິ່ງສໍາຄັນທີ່ມະນຸດ ຈະຂາດບໍ່ໄດ້ ປັນຍານັ້ນ ຈະເກີດຂຶ້ນໄດ້ດ້ວຍການຄິດ ການສະດັບຮັບຟັງການສຶກສາຮ່ໍ່າຮຽນ ການສັ່ງສົມອົບຮົມ ກໍແລ ການທີ່ທານທັງຫຼາຍໄດ້ຈັດສ້າງໂຮງຮຽນຫຼັງນີ້ຂຶ້ນ ກໍເພື່ອຈະເຮັດໃຫ້ເປັນ ສະຖານທີ່ ສຶກສາອົບຮົມແນວຄິດ ແດ່ມະຫາຊົນທັງຫຼາຍ ທັງຍິງ ແລະ ຊາຍ ໃຫ້ເປັນຜູ້ມີປັນຍາ ສະຫຼຽວສະຫຼາດປາດສະຈາກ ຄວາມໂງ່ຈ້າລ້າຫຼັງ ໃຫ້ມີຄວາມຮູ້ຄວາມສາມາດ ມີສະຕິປັນຍາ ຖ້າຄວາມຮູ້ນ້ອຍຍ່ອມເອົາໂຕບໍ່ຫຼອດ ໃນສັງຄົມທີ່ຕ້ອງແຂ່ງຂັນກັນ ລິ້ນລົນທໍາມາຫາລ້ຽງຊີບ ຄືປັດຈຸບັນນີ້ ປະເທດໃດທີ່ມີກາສຶກສາ ນ້ອຍປະເທດນັ້ນຍ່ອມເຊື່ອມໂຊມ ກົງກັນຂ້າມກັບປະເທດທີ່ມີການ ສຶກສາກ້ວາງຂວາງ ປະເທດນັ້ນ ຍ່ອມເຕັມໄປດ້ວຍບັນດິດນັກປາດ ປັນຍາຊົນຄົນຜູ້ມີປັນຍາສະຫຼຽວສະຫຼາດຫຼາຍ ແລະປະເທດນັ້ນ ຍອມເປັນປະເທດ ທີ່ມີການສ້າງສາພັດທະນາໄປໄດ້ຢ່າງວ່ອງໄວ ແລະ ມີສີສັນແຫ່ງຄວາມຜາສຸກຈະເລີນກ້າວຫນ້າ ໃນຊີວິດການ ເປັນຢູ່ຂອງຄົນ ຄອບ ຄົວບ້ານເມືອງ ຕຣອດຈົນເຖິງປະເທດຊາດ ໃຫ້ດໍາເນີນໃປສູ່ຄວາມຈະເລີນກ້າວຫນ້າ ຕາມສົມຄວນແກ່ປັນຍາຂອງຕົນນັ້ນແລ ອັນວ່າປັນຍານັ້ນ ທ່ານກ່າວໄວ້ວ່າ ເປັນຍິ່ງກວ່າ ແສງສະຫວ່າງໃດໆ ເຫດວ່າແສງສະຫວ່າງແຫ່ງປັນຍາມະຫັດສະຈັນພັນລຶກ ຍິ່ງກວ່າ ແສງພະຈັນ ແສງຕະເວັນ ແລະໄຟຟ້າ ເປັນອະເນກອະນັນ ດັ່ງມີພຣະພຸດທະພາສິດທີ່. ສົມເດັດພຣະສໍາມະສໍາພຸດທະເຈົ້າຊົງຕັດໄວ້ໃນ ສັງຍຸນິກາຍ ວ່າ ນັຕຖິ ປັນຍາ ສະມາອາພາ ແປວ່າ ແສງສະຫ່ວາງອື່ນໃດ ຈະ ສະເຫມີເຫມືອນແສງສະຫວ່າງແຫ່ງປັນຍານັ້ນບໍ່ມີດັງນີ້ ເຍຊະນາ ອັນວ່າ ບຸກຄົນຜູ້ໃດມີປັນຍາແລ້ວ ຍ່ອມຄ່ອງແຄ່ວວ່ອງໄວໃນການ ສຶກສາ ຫາວິຊາຫາຄວາມຮູ້ສະເຫມີ ໃນປັດຈຸບັນນີ້ ທາງ ລັດຖະບານ ກໍໄດ້ກໍານົດຫຼັກສູດໃນຊັ້ນຮຽນຕ່າງໆໄວ້ຢ່າງພອ້ມູນ ແລ້ວ ທັງນີ້ເພື່ອໃຫ້ປະຊາຊົນບັນດາເຜົ່າໄດ້ສົ່ງບຸດທິດາຂອງຕົນ ເຂົ້າສຶກສາຕາມສົມຄວນແກ່ຖານະຂອງຕົນ ຂໍທ່ານພຸດທະບໍຣິ ສັດທັງຫຼາຍ ຈົ່ງມີຄວາມເບີກບານຍິນດີ ໃນບຸນກຸສົນທີ່ຕົນໄດ້ ສ້າງສາພັດທະນາ ສະຖານສຶກສານີ້ ກໍຄືໂຮງຮຽນ ໃຫ້ເປັນຜູ້ມີ ສ່ວນຮ່ວມ ໃນການສ້າງບຸກຄະຣາກອນຂອງຊາດ ກໍຄືໃຫ້ ວິທະຍາທານ ນັບວ່າເປັນຜູ້ມີສ່ວນໃນການສ້າງຄວາມຈະເລີນກ້າວ ຫນ້າໃຫ້ແກ່ປະເທດຊາດໂດຍທ່ຽງແທ້ຢ່າງບໍ່ຕ້ອງສົງໃສ.
ຂຶ້ນຊື່ວ່າສິລະປະ ວິທະຍາວິຊາຄວາມຮູ້ນັ້ນ ຫາກຊໍານິຊໍານານ ສະຫຼາດ ຫຼັກແຫຼມເລິກແລບນຽບນຽນ ຈະແຈ້ງຝັງ ແຫນ້ນຢູ່ໃນຈິດໃຈຂອງນັກຮຽນນັກສຶກສາ ເຖິງແມ່ນວ່າຈະເປັນພຽງ ຄວາມຮູ້ເລັກນ້ອຍ ກໍຍ່ອມສາມາດ ອໍານວຍຄວາມສຸກແກ່ຜູ້ມີ ຄວາມຮູ້ນັ້ນໆໄດ້
ເທສະນາປະຣິໂຍສະເນ ສຸດທ້າຍນີ້ ຂໍອໍານາດບຸນ ກຸສົນຜົນທານທີ່ທ່ານເຈົ້າມູລະສັດທາທັງຫຼາຍ ໄດ້ກະທໍາລົງແລ້ວ ເຈຕະນາສັດທາປາສາທະ ແລະການເບິ່ງໄກຄິດກ້ວາງ ເພື່ອຫວັງປະໂຫຍດສຸກຂອງສ່ວນລວມໃນຄາວນີ້ ຈົ່ງອຳນວຍໃຫ້ບັນດາ ທ່ານມີຄວາມສຸກສະຫວັດ ພິພັດທະນາມຸງຄຸນ ສົມບູນພູນຜົນໃນ ທຸກພົບທຸກຊາດຕາບເທົ້າ ເຖິງທີ່ສຸດ ແຫ່ງຄວາມມຸ້ງມາດປາດຖະໜາ ມີພຣະນິບພານເປັນທີ່ແລ້ວພຸ້ນເທີ້ນ ເອວັງ ກໍມີດ້ວຍປະການນີ້