18.ສະຫຼອງ ຫໍແຈກ ສາລາໂຮງທໍາ

 

ສະຫຼອງ ຫໍແຈກ ສາລາໂຮງທໍາ

  ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)


ອິມິນາ ສຸຣຸຈິຣັງ ໂສ ອັນພັນເຕ ອິທັງ ສັດຖາ ເຊຕະວະເນ ວິຫະຣັນໂຕ ສຳພະທຸລາ ພິກຂາເວ ທຳມະສາຂາ ກັດສະ ອະນາຖະ ບີນດິກະພຸດທະມາຍິ ໂກ ປັກກະຕິ ນະກະເຖສິຕິ.

  ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ໃນເລື້ອງການ ກໍ່ສ້າງຫໍແຈກໂຮງທໍາ ໃຫ້ເປັນທີ່ພັກພາອາໄສ ແກ່ພຣະພິກຂຸສາມະເນນ ແລະ ນໍລະຍິງຊາຍທັງຫຼາຍ ຊ່ວຍກັນອຸດໜູນຄ້ຳຈູນ ພຣະພຸດທະ ສາສນາໃຫ້ຖາວອນ ໝັ້ນຄົງ ດ້ວຍສັດທາ ອັນແຮງກ້າຕໍ່ກອງກຸສົນ.

  ບັດນີ້ການ ກໍສ້າງກໍສໍາເລັດລົງແລ້ວ ໂດຍບໍຣິບູນແຕ່ພຽງເທົ່ານີ້ ກໍເປັນມະຫາກຸສົນ ອັນໃຫຍ່ໄພສານ ນັບວ່າເປັນໂອກາດທີ່ດີ ຈະໄດ້ບໍາເພັນຈາຄະສະລະ ຄວາມຂີ້ຖີ່ໜ້ຽວແໜ້ນ ອັນເປັນຕົວ ມັດສະຣິຍະ ຫວງແຫນຊັບສົມບັດໄວ້ ບໍ່ເພືອແຜ່ແກ່ຜູ້ອື່ນ ແລະ ຕົນເອງ ຈະບໍຣິໂພກບໍາຣຸງ ຮ່າງກາຍກໍ່ຄິດແລ້ວຄິດອີກ ນີ້ເປັນການປາບປາມ ຫຼື ບັນເທົາຄວາມຂີ້ຖີ່ ຫວງແຫນ.

  ອີກປະການໜື່ງ ທ່ານທານາທິບໍດີທັງຫຼາຍ ມາກໍ່ສ້າງບຸນກຸສົນໃນຄາວນີ້ ຈິ່ງເປັນຜູ້ອາດຫານ ຢຶດໜ່ວງເອົາກອງການກຸສົນ ເປັນທີ່ເພິ່ງອາໄສຂອງຕົນ ແມ່ນຊັບຈະເສຍໄປເປັນຕະລາຍ ດ້ວຍການກະທຳບຸນ ກຸສົນກໍບໍ່ເສຍໃຈ ເປັນຜູ້ທີ່ມີຄວາມເຫັນຖືກຕ້ອງ ຕາມປະເພນີ ທີ່ພຸດທະບັນດິດໄດ້ກະທໍາ ມາແລ້ວ ເພາະວ່າຊັບສົມບັດ ແລະ ຮ່າງກາຍນີ້ ມີການແຕກດັບໄປ ບໍ່ຄົງທົນຖາວອນ ມີອຸປະມາເໝືອນ ເຮືອນໄຟໄໝ້ ບຸກຄົນທີ່ເປັນເຈົ້າຂອງເຮືອນ ຂົນພາຊະນະເຄື່ອງໃຊ້ສອຍ ອອກເສຍໄດ້ແລ້ວ ຂອງນັ້ນກໍ່ຈະເປັນປະໂຫຍດ ໄດ້ໃຊ້ສອຍຕ່ໍໄປພາຍໜ້າ ສິ່ງຂອງທີ່ບໍ່ໄດ້ຂົນອອກນັ້ນ ກໍ່ເປັນເຊື້ອເພີງ ຍ້ອຍຍັບສູນຫາຍໄປ ບໍ່ເປັນປະໂຫຍດອັນໃດເລີຍ.

  “ເອວະມາທິເຖ ໂລເກ ຊະຣາຍະ ມະຣະເນນະຈະ” ເມື່ອໂລກຄືເບັນຈະຂັນ ອັນເປັນຊະຣາ ແລະ ມະຣະນະເຜົາຜານແລ້ວຢ່າງນີ້ “ນິຫະເຣຖະ” ເພິ່ງນໍາອອກດ້ວຍ ຄວາມສາມາດ ບໍຣິຈາກແກ່ຍາຈົກ ວະນິຈົກຄົນອະນາຖາ ແລະ ສະມະນະພາມສະໄໝ “ທີນນັງ ໂຫຕຸ ສຸນິບພຸຕັງ” ສັບພຣະສິ່ງ ພັດສະດຸ ທີ່ໄດ້ບໍຣິຈາກແລ້ວນັ້ນ ເປັນອັນນໍາອອກໄປດ້ວຍດີ ຈະມີຜົນຕໍ່ໄປພາຍໜ້າ ສ່ວນຂອງທີ່ເກັບໄວ້ບໍ່ໄດ້ ບໍຣິຈາກທານກໍ່ເໜືອນ ຂອງອັນສູນເສຍໄປ ໃນໄຟນັ້ນລ້າໆ ບໍ່ມີຄຸນອັນໃດແກ່ຕົນ ສະນັ້ນ ເພາະສາທາຣະນະ ທົ່ວໄປດ້ວຍ ອໍານາດໄພຕ່າງໆ “ອະເຖພັນເຕນະ ສະຫາຕິ ສະຣິຣັງສາ ປະຣິກຄະຫັງ” ເມື່ອມະນະໄພນີ້ມາເຖີງ ສະຣິຣະຮ່າງກາຍ ກັບທັງພັດສະດຸ ໂພຄະຊັບ ກໍ່ຍ່ອມລະຖີ້ມ ບໍ່ມີອັນໃດຈະຕິດຕາມໄປຍັງ ປະລະໂລກນັ້ນໄດ້.

  ເພາະສະນັ້ນ ນັ້ນທ່ານທາຍົກທາຍິກາ ທັງຫຼາຍ ເພີ່ງຜ່ອນຜັນບໍຣິຈາກທານ ແລະ ບໍຣິໂພກໃຊ້ສອຍຕາມສົມຄວນ ແກ່ໂພຄະສັບຂອງຕົນ ຢ່າໃຫ້ເກີດຄວາມ ວິປະຕິສານເດືອດຮ້ອນ ຕໍ່ການພາຍຫຼັງ ໃຫ້ຮິບກະທຳເຖີ້ນ ເຊິ່ງບຸນຄືຄວາມດີ ທັງຫຼາຍອັນເປັນ ເຄື່ອງຊໍາລະສັນດານ ຈິດໃຈໃຫ້ຜ່ອງໃສ ທັງເປັນປັດໃຈໃຫ້ແກ່ຕົນ ນໍາໄປສູ່ ປະຣະໂລກເບື້ອງໜ້າໄດ້ ເໝືອນດັ່ງພຣະຄາ ຖາ ທີ່ພຣະພຸດທະເຈົ້າ ຕັດເທສນາໄວ້ວ່າ “ປຸນຍາມີ ປະຣະໂລກັດສະມິງ ປະຕິດຖາ ໂຫນຕິ ປານິນັງ” ບຸນຍ່ອມເປັນ ທີ່ເພີ່ງຂອງສັດທັງຫຼາຍ ໃນປະຣະໂລກຂ້າງໜ້າດັ່ງນີ້ ບຸນນີ້ຄວນສ້າງຢ່າໄດ້ປະຣະ ເພາະວ່າເປັນ ຂຸມຊັບນໍາສູ່ແດນສະຫວັນ ຄືຄວາມສຸກອັນແທ້ງຈິ່ງ.

  ດັ່ງນີ້ ຊີ້ສ່ອງທາງ ໃຫ້ເຫັນເປັນຕົວຢ່າງ ດັ່ງພຸດທະພາສິດ ທີ່ຕັດໄວ້ແກ່ ພິກຂຸທັງລາຍວ່າ “ພິກຂະເວ ປຸນຍານັງ ພາຍິດຖະ” ດູກ່ອນພິກຂຸທັງຫຼາຍ ຄໍາວ່າບຸນໆນີ້ ເປັນຊື່ຂອງຄວາມສຸກ ທີ່ເກີດໃນກາຍ ແລະ ຈິດໃຈ ອັນຄວາມສຸກນີ້ ສັດທັງຫຼາຍປາຖນາ ຣັກໃຄ່ບໍ່ເລືອກວ່າຜູ້ໃດເລີຍ ລ້ວນແຕ່ສະແຫວງຫາ ຄວາມສຸກດ້ວຍກັນທັງສີ້ນ ຖ້າວ່າບຸນເປັນທືນ ທີ່ໃຫ້ພົບຄືຄວາມສຸກ ສົມບັດແລ້ວ ບໍ່ຄວນທີ່ຈະປະມາດ ໝັ່ນບໍາເພັນບຸນໄວ້ ໃຫ້ມາກໆ ໃນຈິດໃຈສັນດານ ຂອງຕົນຢ່າງເນື່ອງນິດ ສົມບັດເປັນອັນທິບ ກໍ່ຈະຜຸດຂື້ນລໍຄອຍ ຢູ່ໃນສຸຄະຕິໂລກ ສະຫວັນ ດັ່ງພຣະຄາຖາທີ່ຕັດໄວ້ ໃນເບື້ອງຕົ້ນນັ້ນວ່າ “ອິມານິ ສຸຣຸຈິຣັງ” ດັ່ງນີ້ເປັນເຄົ້າ ແປເປັນເນື້ອໃນ ໃຈຄວາມວ່າ ໃນການຄັ້ງນັ້ນ ພຣະບໍຣົມສາສດາ ຂອງເຮົາທັງຫຼາຍ ໄດ້ສະເດັດປະທັບຢູ່ ໃນປ່າເຊຕະວັນ ອັນເປັນຣາມຂອງ ນາຍອະນາຖະບິນດິກະ ມະຫາເສດຖີ ສ້າງຖວາຍແກ່ ພຣະພຸດທະເຈົ້າ ແລະ ພຣະສາວົກທັງຫຼາຍ ຢູ່ມາໃນວັນໜຶ່ງ ພຣະສາວົກທັງຫຼາຍ ກໍ່ສົນທະນາເຊິ່ງກັນ ແລະ ກັນວ່າ ນາຍອະນາຖະຜູ້ນີ້ ກໍ່ມີສັດທາສ້າງ ວັດວາອາຣາມທັງຫຼາຍ ຖວາຍເປັນທານແກ່ ພຣະພຸດທະເຈົ້າ ກັບທັງເປັນຜູ້ລ້ຽງດູ ຄຸ້ມຄອງຮັກສາ ພຣະສາສດາຈານເຈົ້າ ກໍ່ຈະເປັນປະໂຫຍດ ຢ່າງໃດໜໍ?

  ໃນກາລະຄັ້ງນັ້ນ ອົງສົມເດັດ ພຣະສຳມາສຳພຸດທະເຈົ້າ ໄດ້ຊົງທັດສະນະການເຫັນ ຊາວເຈົ້າພິກຂຸ ໂຈດທະນາຖາມກັນ ດັ່ງນັ້ນແລ້ວ ພຣະອົງກໍ່ສະ ເດັດເຂົ້າມາ ສູ່ສຳນັກຂອງພິກຂຸສົງ ແລ້ວກໍຖາມວ່າ ພວກທ່ານທັງຫຼາຍ ໂຈດທະນາໄຕ່ຖາມກັນ ໃນເລື່ອງອັນໃດ? ຊາວເຈົ້າພິກຂຸທັງຫຼາຍ ມີພຣະອານົນເຖ ຣະ ຈິ່ງກາບທູນຖວາຍ ພຣະອົງວ່າ ພວກຂ້າພຣະອົງທັງຫຼາຍ ໂຈດທະນາຖາມກັນເຖິງ ເລື້ອງນາຍອະນາຖະບິນດິກະ ມະຫາເສດຖີ ໄດ້ກໍ່ສ້າງອາຣາມ ຖວາຍພຣະພຸດທະເຈົ້າ ຈະເປັນປະໂຫຍດ ແລະ ໄດ້ຜະລາອານິສົງ ແກ່ທ່ານຢ່າງໃດ? ພຣະພຸດທະເຈົ້າຂ້າ ພວກຂ້າພຣະອົງ ໄດ້ໂຈດທະນາຖາມກັນດັ່ງນີ້.

  ໃນກາລະຄັ້ງນັ້ນ ພຣະສຳມາສຳພຸດທະເຈົ້າ ຈິ່ງຕັດພຣະສັດທຳມະເທສນາ ແກ່ພຣະພິກຂຸສົງ ອັນມີພຣະອານົນເຖຣະ ເປັນປະທານ ພຣະອົງຈິ່ງຍົກເອົາເລື້ອງ ພຣະຍາສຸທັດສະຣາຊາ ຈັກພັດຕິຣາດ ມາສະແດງເປັນຕົວຢ່າງ ຄືໃນກາລະຄັ້ງນັ້ນ ມີພຣະສຸທັດ ກໍ່ໄດ້ສະເຫວີຍຣາຊະສົມບັດ ເປັນເຈົ້າກະສັດ ໃນເມືອງສຸທັດນະຄອນ ໃນຄັ້ງສາສນາຂອງ ພຣະພຸດທະເຈົ້າ ປິຍະທັດສິ ພຣະອົງກໍໄດ້ບັງເກີດເປັນ ບຸດຂອງພຣະຍາອົງໜຶ່ງ ຊື່ວ່າ ພຣະຍາສຸທັດຣາຊາ ຄັນຈະເລີນໄວຂື້ນມາ ເຮົາກໍ່ໄດ້ສ້າງອາຣາມ ໃຫ້ເປັນທານແກ່ ພຣະພຸດທະເຈົ້າ ປິຍະທັດສິ ແລ້ວກໍ່ຕັ້ງປະນິທານ ຄວາມປາຖນາວ່າ ຂໍໃຫ້ຂ້າພະເຈົ້າ ໄດ້ເປັນ ພຣະພຸດທະເຈົ້າອົງໜຶ່ງເຖີ້ນ.

  ເມື່ອຈຸຕິຈາກຊາດ ເປັນພະຍານັ້ນແລ້ວ ກໍ່ໄດ້ໄປບັງເກີດ ໃນສະຫວັນຊັ້ນຕຸສິດາ ໄດ້ສະເຫວີຍສົມບັດ ມີນາງຟ້າເທພະອັບພະສອນ ກັນລະຍາແສນໜຶ່ງ ເປັນບໍລິວານ ມີຜາສາດຄຳສູງໄດ້ 44 ໂຍດ ມີອາ ຍຸຍືນນານໄດ້ພັນປີທິບ ຄັນຈຸຕິຈາກຊັ້ນຕຸສີດານັ້ນ ກໍ່ໄດ້ມາບັງເກີດເປັນບຸດ ພຣະຍາກາວິຕະກະສັດ ໃນເມືອງເສຖະນະຕອນທີ່ນັ້ນ ຊື່ວ່າ ຣາມະວັດຕິກຸມມານ ຄັນຈະເລີນໄວໃຫ່ຍຂື້ນມາ ກໍ່ໄດ້ດາບກາຍະສິດແກ້ວ ວະຊິຣາເພັດ ຊ້າງແກ້ວ ມ້າແກ້ວ ງົວແກ້ວ ຄວາຍແກ້ວ ຜາສາດແກ້ວ ກໍ່ເກີດຂື້ນດ້ວຍບຸນຍະຣາສີ ທີ່ໄດ້ກໍ່ສ້າງ ຫໍແຈກ ອາຣາມ ໃຫ້ເປັນທານນັ້ນແລ ຄັນທົວລະໄວໄປມາ ກໍ່ໄດ້ມາອຸປັດບັງເກີດ ເປັນອົງຕະຖາຄົດ ໃນກາລະບັດນີ້ແລ.

  ເມື່ອພຣະບໍຣົມສາສະດາ ໄດ້ສະແດງ ພຣະສັດທຳມະເທສນາ ຈົບລົງ ໝູ່ ພຣະພິກຂຸສົງທັງຫຼາຍ ກໍ່ໄດ້ສຳເລັດຊັ້ນໂສດາ ສັກຄິທາອະນາຄາ ແລະ ອະ ຣະຫັນຕະປະຕິສຳພິທາຍານ ແລ້ວແຕ່ອຸປະນິດໃສຂອງ ໃຜຈະແກ່ກ້າ ສະນັ້ນ ຂໍແກ່ເຫຼົ່າສາທຸຊົນ ພຸດທະບໍຣິສັດທັງຫຼາຍ ທີ່ໄດ້ໄຕ່ເຕົ້າເຂົ້າມາຟັງ ຍັງພຣະສັດທຳມະເທສນາ ຮູ້ແຈ້ງໃນຜະລະ ອານິສົງແລ້ວ ຈົ່ງພາກັນລື່ນເລີງ ບັນເທິງໃຈໃນການກຸສົນຄັ້ງນີ້ ຈົ່ງປະນິທານ ຄວາມປາຖນາເອົາ ຊັບສົມບັດອັນໃດໆ ກໍຄົງຈະໄດ້ສຳເລັດມະໂນລົດ ຄວາມປາຖນາຂອງຕົນ ໂສດຖິຜົນທຸກປະການ ບໍ່ຕ້ອງສົງໃດເລີຍ ນິດຖິຕາ ກໍຈົບລົງພຽງເທົ່ານິ້ແລ

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top