17.ສະຫລອງອານິສົງສ້າງກຸດຕິ-ກຸຕີ

 ສະຫລອງອານິສົງສ້າງກຸດຕິ-ກຸຕີ
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສໍາມາ ສໍາພຸດທັດສະ (ວ່າ 3 ເທື່ອ)

         ເອວຳເມ ສຸຕັງ ເອກັງ ສະມະຍັງ ພະຄະວາ ຣາຊະຄະເຫ ພິມພິສາຣັງ ເວລຸວະເນ ປຸບພະຣາເມ ລັດຖິວະເນ ສັນຕິຕິ.

   ໂພນຕາ ສາທະໂວ ດູລາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໄຄ່ຫາຍັງສຸກ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດທັງ 2 ຟັງຍັງ ພຣະສັດທໍາມະເທສນາ ຜະລະອານິສົງ ສ້າງກຸຕິວິຫານ ໃຫ້ເປັນທານແກ່ ພຣະພິກຂຸສົງ ເຊິ່ງມາແຕ່ທິດຕ່າງໆກໍດີ ຫຼື ທີ່ຍັງບໍ່ທັນໄດ້ມາ ກໍ່ດີ ຫຼື ທີ່ມາປະຈຳຢູ່ຕະຫຼອດ ຊີວິດກໍ່ດີ ຫຼື ຈະມາອາໃສ ຈຳພັນສາແລ້ວ ໜີໄປກໍ່ດີ ນໍຣະຍິງຊາຍຜູ້ໃດ ມີໃຈໃສ່ສັດທາ ແລມາກໍ່ສ້າງ ກຸດີວິຫານ ຖວາຍເປັນສັງຄະທານ ແກ່ພຣະພິກຂຸສົງ ທີ່ໄດ້ມາພັກພາອາໃສ ກໍຈະມີຜະລະອານິສົງ ເປັນອັນມາກ.

ອາດນໍາຕົນໃຫ້ພົ້ນຈາກທຸກ ເອົາຕົນໄປສູ່ ຄວາມຈະເລີນໄດ້ ແລະ ຈະແຜ່ອຸທິດສ່ວນບຸນ ກຸສົນໄປໃຫ້ແກ່ ບິດາ-ມານດາ ແລະ ຍາດມິດສະຫາຍ ທັງ ຫຼາຍກໍ່ໄດ້ວ່າ ດ້ວຍອານິສົງ ທີ່ໄດ້ສ້າງກຸດີວິຫານນີ້ ເປັນອານິສົງອັນຍິ່ງໃຫ່ຍ ໄພສານ ບຸກຄົນຜູ້ມີສັດທາ ປູກຕົ້ນໄມ້ ສີມະຫາໂພດໄວ້ ເປັນສັກກະຣະບູຊາກໍ່ດີ ໄດ້ບັນພະຊາ ອຸປະສົມບົດ ບຳເພັນພົດພົມມະຈັນ ໃນພຣະພຸດທະສາສນາ ກໍ່ດີ ຫຼໍ່ຮູບພຣະປະຕິມາກອນ ສະຫຼອງພຣະພຸດທະອົງ ປະສົງຈະໃຫ້ເປັນເຈດີ ທີ່ເຄົາລົບນະມັດສະການ ນັ້ນກໍດີ ບຸກຄົນເຫຼົ່ານີ້ ຈະສໍາເລັດສົມບັດ ດັ່ງຄວາມປາຖນາ ຖ້າຮັກໃຄ່ໃນ ສັບພັນຍູພຸດທະພູມ ກໍ່ຈະໄດ້ສໍາເລັດ ດັ່ງມະໂນລົດປະນິທານ ທ່ຽງແທ້.

“ໂຍ ປະສາທະວະຕິ” ບຸກຄົນຜູ້ມີສັດທາກະທໍາ ສັກກາລະບູຊາ ພຣະພຸດ ທະອົງເຈົ້າ ພຣະທໍາມະເຈົ້າ ພຣະສັງຄະເຈົ້າ ສິ້ນກາລະທຸກເມື່ອ ບໍ່ໄດ້ເບື່ອໃນກິດບຳເພັນທານ-ຮັກສາສິນ-ກະທໍາບຸນກຸສົນ ດ້ວຍຕົນ ແລ້ວຊັກນໍາໃຫ້ຜູ້ອື່ນ ກະທໍາດ້ວຍບຸກຄົນຜູ້ນັ້ນ ຖ້າຈະປາຖນາເອົາສິ່ງໃດ ກໍ່ຈະໄດ້ສິ່ງນັ້ນ ດັ່ງພຣະຄາ ຖາທີ່ຍົກຂື້ນ ໃນເບື້ອງຕົ້ນນັ້ນວ່າ “ພະຄະວາ ຣາຊະຄະເຫ ວິຫາເຣ ເວລຸວະເນ ປຸບພາຣາເມ” ດັ່ງນີ້ເປັນເຄົ້າ.

ໃນກາລະຄັ້ງນັ້ນ ສົມເດັດພຣະ ບໍຣົມສາສດາ ສະເດັດປະທັບຢູ່ ໃນລັດຖິວັນ ສວນຕານໜຸ່ມ ພຣະອົງຊົງຂົນຂວາຍ ແຕ່ທີ່ຈະຮື້ຈະຂົນ ຊຶ່ງເວໄນຍະສັບ ພະສັດທັງປວງ ໃຫ້ອອກໄປຈາກ ສັງສາລະວັດ ຕັດພຣະສັດທໍາມະເທສນາ ໂຜດສັດໃຫ້ໄດ້ມັກ 4 ຜົນ 4 ໃຫ້ປະດິດສະຖານ ໄວ້ໃນພຣະນິບພານ ອັນກະ ເສີມສຸກນິຣາດໄພ ໃນກາລະຄັ້ງນັ້ນ ຍັງມີສົມເດັດ ພຣະຍາພິມພິສານ ກໍ່ໄດ້ສະເຫວີຍຣາຊະສົມບັດ ໃນກຸງຣາຊະຄຶ ມະຫານະຄອນ ກໍບັງເກີດເຫຼື້ອມໃສ ສັດທາມາກໍ່ສ້າງ ກຸດິວິຫານ ໃນພຣະຣາຊະອຸທະຍານ ເວຣຸວັນ ສວນປ່າໄມ້ໃຜ່ ໃຫ້ເປັນວັດວາອາຣາມ ແລ້ວກໍ່ຖວາຍໃຫ້ເປັນ ແກ່ອົງສົມເດັດພຣະພຸດທະເຈົ້າ ກັບທັງຊາວເຈົ້າພິກຂຸສົງ ທັງຫຼາຍເປັນບໍຣິວານ ຖວາຍສັງຄະທານບິນທະບາດ ສົມເດັດພຣະຜູູ້ມີພຣະພາກເຈົ້າ ສໍາເລັດພັດທະກິດແລ້ວ ພຣະເຈົ້າ ພຣະຍາພິມພິສານ ກໍ່ໄຫ້ວທູນຖາມ ສັບພັນຍູເຈົ້າວ່າ “ພັນເຕ ພະຄະວາ”.

ຂ້າແຕ່ອົງສົມເດັດ ພຣະຜູ້ມີພຣະພາກເຈົ້າ ບຸກຄົນນໍຣະຍິງຊາຍທັງຫຼາຍ ມີໃຈໃສສັດທາ ປະສັນນະການ ເຫຼື້ອມໃສໃນ ພຣະພຸດທະສາສນາ ມາກໍ່ສ້າງ ກຸດີວິຫານ ຖວາຍເປັນສັງຄະທານນັ້ນ ໄປໃນໂລກເບື້ອງໜ້າ ຈະໄດ້ຜະລະອາ ນິສົງ ເປັນປະການໃດ ຈົ່ງຊົງພຣະກະຣຸນາ ຕັດພຣະສັດທໍາມະເທສນາ ໃຫ້ຂ້າພະອົງກັບທັງ ພຸດທະບໍຣິສັດທັງຫຼາຍ ຮູ້ແຈ້ງເຫັນຈິງແດ່ກໍ່ຂ້າເທີ້ນ.

ໃນກາລະຄັ້ງນັ້ນ ອົງສົມເດັດ ພຣະສາສດາເຈົ້າ ຈິ່ງມີພຣະພຸດທະດີກາ ໂຜດປະທານ ພຣະສັດທໍາມະເທສນາ ດູກ່ອນມະຫາບໍພິດ ພຣະຣາຊະສົມພານ ບຸກຄົນນໍຣະຍິງຊາຍ ຜູ້ມີສັດທາປະສັນນະການ ເຫຼື້ອມໃສ ໄດ້ມາກໍ່ສ້າງກຸດີວິຫານ ແລະ ຜາສາດໂຮງມົນດົບ ສາລາຫ້ອງຄູຫາ ນ້ອຍໃຫ່ຍ ເອີ້ນວ່າວິຫານທັງນັ້ນ ບຸກຄົນນໍຣະຍິງຊາຍ ຜູ້ໃດໄດ້ຖວາຍເປັນທານແລ້ວ ກໍປະກອບດ້ວຍຜະລະອານິສົງມາກ ເປັນອະເນກອະນັນ ນັບໄດ້ເຖິງ 40 ກັບເປັນກໍານົດ ພຣະພຸດທະເຈົ້າ ຈິ່ງນໍາເອົາອະດີດນິທານ ມາເທສນາຕໍ່ໄປວ່າ “ອະຕິເຕ ກິຣະ” ດັ່ງໄດ້ຍິນມາວ່າ ໃນອະດີດຕະການລ່ວງລັບ ໄປແລ້ວຊ້ານານ ກ່ອນພັດທະກັບອັນນີ້ ພຣະພຸດທະເຈົ້າທັງຫຼາຍ ຍັງບໍ່ໄດ້ອຸບັດ ບັງເກີດຂື້ນໃນໂລກນີ້ ຍັງສູນເປົ່າຢູ່ສິ້ນການຊ້ານານ.

ໃນລະຫວ່າງນັ້ນ ພຣະປັດເຈກະ ໂພທິເຈົ້າທັງຫຼາຍ ກໍບັງເກີດຕັດສະຮູ້ໃນໂລກນີ້ແລ້ວ ພຣະປັດເຈກະໂພທິເຈົ້ານັ້ນ ກໍອາໃສຢູ່ໃນປ່າຫິມະວັນທີ່ນັ້ນ ຢູ່ມາວັນໜຶ່ງ ທີ່ຄວາມປາຖນາ ເພື່ອຈະມາຢູ່ໃກ້ແດນມະນຸດ ຈັບບາດ ແລະ ຈີວອນເຄື່ອງບໍຣິຂານ ແລ້ວກໍເຫາະໄປໂດຍ ນະພາໄລປະເທດ ລົງໄປໃນບ້ານແຫ່ງໜຶ່ງ ອັນເປັນແວ້ນແຄວ້ນ ກາສີກະຣາດ ອາໃສຢູ່ໃນຣາວປ່າແຫ່ງໜຶ່ງ ແຖບໃກ້ບ້ານອັນນັ້ນ “ເອໂກ ນະລະກາຣະປຸຣິໂສ” ຍັງມີນາຍຊ່າງອໍ້ ຜູ້ໜື່ງຢູ່ໃນບ້ານນັ້ນມັນກໍໄປປ່າກັບດ້ວຍລູກຊາຍ ເພື່ອຈະຕັດໄມ້ອໍ້ນັ້ນ ມາຂາຍກິນລ້ຽງຊີບຕາມເຄີຍ ກໍຍ່າງເຂົ້າໄປໃກ້ ແລ້ວນ້ອມກາຍ ຖວາຍນະມັດສະການ ພຣະປັດເຈກະໂພທິເຈົ້າ ກະທໍາປາໃສແລ້ວ ທູນຖາມວ່າ.

ຂ້າແຕ່ພຣະຜູ້ເປັນເຈົ້າ ຈະໄປໃສຈຶ່ງມາຢູ່ໃນທີ່ນີ້ ພຣະປັດເຈກະໂພທິເຈົ້າ ຈື່ງຕອບວ່າ ດູກ່ອນອາວຸໂສ ບັດນີ້ຈວນຈະເຂົ້າພັນສາແລ້ວ ອາຕະມາທ່ຽວສະ ແຫວງຫາ ກຸຕິວິຫານ ທີ່ຈະຈຳພັນສາ ຊ່າງອໍ້ກໍອາຣາທະນາ ພຣະຜູ້ເປັນເຈົ້າ ຈຳພັນສາຢູ່ໃນທີ່ນີ້ເທີ້ນ ພຣະປັດເຈກະໂພທິເຈົ້າ ກໍຮັບດ້ວຍຕຸສະນີພາບນິ້ງຢູ່ ພໍ່ລູກທັ້ງສອງນັ້ນ ກໍຊື່ນຊົມໂສມະນັດຍິ່ງນັກ ຈິ່ງອາຣາທະນາ ພຣະຜູ້ເປັນເຈົ້າເຂົ້າໄປສູ່ເຮືອນ ຖວາຍບິນດິບາດທານ ແກ່ພຣະປັດເຈກະໂພທິ ເມື່ອຜູ້ເປັນເຈົ້າກະທໍາພັດຕິກິດ ສໍາເລັດແລ້ວ.

ນາຍຊ່າງອໍ້ສອງພໍ່ລູກນັ້ນ ກໍພາພຣະປັດເຈກະ ໄປສູ່ຮາວປ່ານັ້ນ ຍັງພຣະຜູ້ເປັນເຈົ້າ ໃຫ້ຢູ່ແທບຮິມສະ ໂບກຂະຣະນີອັນໃຫຍ່ ສ່ວນນາຍຊ່າງອໍ້ສອງພໍ່ລູກນັ້ນ ທ່ຽວຕັດໄມ້ອໍ້ນັ້ນ ໄດ້ຫຼາຍແລ້ວກໍແບກມາວາງໄວ້ໃນທີ່ ຈະກະທໍາ ກຸດດິວິຫານແລ້ວ ຈຶ່ງໄປສູ່ໄມ້ໝາກເດື່ອ ເລືອກຕັດເອົາແຕ່ທີ່ຈະກະທໍາເສົາດັງຂື່ ຕັດເອົາທັງເຄືອເຂົາ ເຖົາວັນແລ້ວທ່ຽວກ່ຽວຫຍ້າຄາ ມາເພື່ອຈະມຸງ ແລ້ວກໍປຸກເປັນກຸດດິນ້ອຍອັນໜື່ງ ສໍາເລັດໄປດ້ວຍ ໄມ້ໝາກເດື່ອ ໄມ້ອໍ້ກະທໍາເປັນຝາ ຫຍ້າຄາເປັນໄພມຸງເບື້ອງເທິງ ເຮັດປະຕູເຂົ້າອອກ ຄອຍເບິ່ງສະໂບກຂາຣະນີ ແລ້ວ ກະທໍາທີ່ຈົງກົມຍາວ ທາໄປດ້ວຍດິນແດງ ແລ້ວປະດັບດ້ວຍດອກໄມ້ ມີສີຕ່າງໆຫວ່ານໂຮຍລົງ ໄວ້ໃນທີ່ຈົງກົມໂດຍຮອບ ກະທໍາການສໍາເລັດແລ້ວ.

ກໍເຂົ້າໄປກາບໄຫວ້ ນະມັດສະການ ພຣະປັດເຈກະໂພທິເຈົ້າ ແລ້ວວ່າ ຂ້າແຕ່ພຣະຜູ້ເປັນເຈົ້າ ຜູ້ຈະເລີນ ບັນດາກຸດິ ແລະ ທີ່ຈົງກົມທີ່ຂ້າພະເຈົ້າ ທໍາໄວ້ສໍາເລັດແລ້ວ ຂໍອາຣາທະນາ ພຣະຜູ້ເປັນເຈົ້າ ຢູ່ໃຫ້ເປັນສຸກເທີດ ຂະນ້ອຍ ຄັນພຣະປັດເຈກະໂພທິເຈົ້າ ໄດ້ຮັບນິມົນຂອງນາຍຊ່າງອໍ້ ທັງສອງພໍ່ລູກແລ້ວ ກໍລຸກຈາກອາດສະໜາ ຣຸກຂະມູນ ໄປສູ່ກຸດິອຸປາສົກທັງສອງ ກໍຖືເອົາບາດຈີ ວອນ ຕາມໄປສົ່ງໃຫ້ ພຣະຜູ້ເປັນເຈົ້າ ຢູ່ເປັນສຸກສໍາລານ ໃນປັນນະກຸດິທີ່ນັ້ນ ແລ້ວຊ່າງອໍ້ ທັງສອງພໍ່ລູກກໍຖວາຍກຸດິ ແລະ ບ່ອນທີີ່ຈົງກົມ ເປັນສັງຄະທານ ໃຫ້ແກ່ພຣະປັດເຈກະໂພທິເຈົ້າ ແລ້ວກໍ່ຕັ້ງຄວາມປາຖນາ ຂໍຈົ່ງໃຫ້ຂ້າພະເຈົ້າ ພົ້ນຈາກຄວາມທຸກ ຍາກໄຮ້ເຂັນໃຈ ແລະ ຂໍໃຫ້ຂ້າພະເຈົ້າທັງສອງນີ້ ໄດ້ເປັນພຣະອະຣະຫັນຂີນາສາວົກ ຜູ້ປະເສີດອົງໜຶ່ງເຖີ້ນ.

ພຣະປັດເຈກະໂພທິເຈົ້າ ກໍ່ຮັບອະນຸໂມທະນາ ຊຶ່ງບຸນນາຍນະຣະການ ຊ່າງອໍ້ ສອງພໍ່ລູກແລ້ວ ພຣະປັດເຈກະໂພທິ ກໍ່ຈຳພັນສາຢູ່ທີີ່ນັ້ນ ຈຳເດີມແຕ່ທີ່ນັ້ນມາ ພໍ່ລູກທັງສອງ ກໍ່ອຸດສາຫະກະທໍາ ວັດປະຕິບັດ ແກ່ພຣະປັດເຈກະໂພທິ ດ້ວຍຈະຕຸປັດໃຈ ທັງສີ່ບໍ່ໄດ້ຂາດ ຈົນວັນອອກພະວັດສາ ຖວາຍໄຕຈີີວອນ ແກ່ພຣະປັດເຈກະໂພທິແລ້ວ ທ່ານກໍໄປສູ່ ປ່າຫິມມະພານ ສ່ວນນາຍນະຣະການ ທັງສອງພໍ່ລູກ ກໍ່ຕັ້ງຢູ່ໃນເຂດອາຍຸແຫ່ງຕົນ “ກາລັງ ກັດຕະວາ” ຄັນກະທໍາກາລະກິຣິຍາຕາຍ ກໍ່ໄດ້ໄປບັງເກີດ ໃນສະຫວັນຊັ້ນຟ້າ ຕາວະຕິງສາ ສະເຫວີຍທິບພະສົມບັດ ຢູ່ໃນວິມານຜາສາດ ໃຫ່ຍຄົນລະຫລັງ ຜູ້ພໍ່ນັ້ນຊື່ວ່າ ນະລະການເທວະບຸດ ຜູ້ລູກນັ້ນຊື່ວ່າ ນະລະການເທວະບຸດ.

ເທວະບຸດທັງສອງນັ້ນ ກໍ່ຮຸ່ງເຮືອງ ສະຫວ່າງໄປດ້ວຍ ລັດສະໝີແກ້ວ ແລະ ທອງ ປະດັບປະດາໄປດ້ວຍແກ້ວ 7 ປະການ ບານປະຕູ ແລະ ໜ້າຕ່າງ ແລະ ໜ້າມຸກ ແລະ ຍອດກຸຕາຄາລະມະຫາບຸດ ສະບົກໂດຍຮອບ ມີພວງເງິນພວງທອງ ເປັນອັນງາມ ສະເນາະສະນັ່ນ ໄປດ້ວຍສຽງຂັບຮ້ອງຟ້ອນລຳ ປະໂຄມມົນຕີອັນນາງ ເທບພະອັກສອນທັງຫຼາຍ ພັນກວ່າ ລ້ວນແຕ່ມີລັດສະໝີ ອັນໂອພາດສະຫວ່າງ ນະລະການເທວະບຸດ ທັງສອງສະເຫວີຍ ທິບພະສົມບັດ ຢູ່ໃນສະຫວັນເທວະໂລກ ສິ້ນການຊ້ານານ ນະລະການເທວະບຸດ ຄັນຈຸຕິຕາຍຈາກ ສະຫວັນນັ້ນແລ້ວ ກໍ່ໄດ້ມາບັງເກີດ ນໍາສົມເດັດພຣະເຈົ້າ ສຸໂຣທິບໍຣົມມະກະສັດ ໄດ້ສະເຫວີຍຣາຊະສົມບັດໃນ ເມືອງມິຖິລາມະຫານະຄອນ ຊົງນາມວ່າມະຫາປະນາດກຸມມານ ເມື່ອເຈົ້າມະຫາປະນາດກູມານຈະເລີນໄວຂື້ນມາ ກໍໄດ້ສະເຫວີຍຣາຊະສົມບັດ ເປັນພະຍາຈັກກະພັດຕິຣາດ 

      ໃນຂະນະນັ້ນທ້າວໂກສີລະມະລິນເທວະລາດ ຈິ່ງໃຊ້ວິສຸກໍາມະເທວະບຸດລົງມາສ້າງຜາສາດແກ້ວ ມີພື້ນໄດ້ 7 ຊັ້ນ ສູງໄດ້ 12 ໂຢດ ກ້ວາງໄດ້ເຄິ່ງໂຍດ ຍາວໄດ້ໂຍດ 1 ງາມເໝືອນທິບພະວິມານໃນເມືອງສະຫວັນມີ ນາງນາດນາລີທັງຫຼາຍ 6 ພັນເປັນບໍລິວານຄັນສົມເດັດມະຫາປະນາດ ໄດ້ສະເຫວີຍຣາຊະສົມບັດ ບ້ານເມືອງແລ້ວຮຸ່ງເຮືອງ ສະຫວ່າງ ໄປດ້ວຍຂອງທິບກໍເກີດມາພ້ອມ ຈະຄະນະນານັບບໍ່ຖ້ວນ ດ້ວຍອານິສົງສະ ໄດ້ສ້າງກຸຕິຖວາຍເປັນທານ ໃຫ້ແກ່ພຣະປັດເຈກະໂພທິເຈົ້ານັ້ນແລ.

ຄັນວ່າຕາຍຈາກຊາດ ເປັນພຣະຍາມະຫາປະນາດນັ້ນແລ ກໍທ່ອງທ່ຽວໄປມາຢູ່ໃນມະນຸດສົມບັດ ສະຫວັນສົມບັດ ແລ້ວກໍໄດ້ມາເກີດເປັນບຸດເສດຖີ ມີຊັບເຖິງ 8 ໂກດ ຢູ່ໃນເມືອງພັດທິຍະນະຄອນ ກຸມານນັ້ນມີນາມຊື່ວ່າ ພັດທະສີໄດ້ສະເຫວີຍຜະສາດ 3 ຫຼັງຢູ່ໃນ 3 ລະດູ ຄັນຈະເລີນໄວຂື້ນມາກໍໄດ້ເຂົ້າບວດ ໃນສາສະໜາ ກໍໄດ້ເປັນພຣະອໍຣະຫັນຊົງນາມວ່າ ພັດທະສີເທວະເຖຣະຜູ້ມີ ອະນຸພາບໃນ ສາສະໜາຕະຖາຄົດດຽວນີ້ແລ.

ສ່ວນວ່າ ນະລະການເທວະບຸດອົງພໍ່ນີ້ ຍັງສະເຫວີຍທິບພະສົມບັດ ຢູ່ໃນເມືອງສະຫວັນຊ້ານານ ຈົນເຖິງສາສະໜາພຣະສີອະຣິຍະເມດໄຕ ລົງມາຕັດເປັນ ພຣະສັບພັນຍູ ສໍາມາສໍາພຸດທະເຈົ້າໃນມະນຸດໂລກນີ້ ນະລະການເທວະບຸດ ຈິ່ງຈຸຕິລົງມາປະຕິສົນທິແຫ່ງ ພຣະອັກຄະມະເຫສີ ສົມເດັດພຣະເຈົ້າກຸງເກຕຸມະວະດີ ບໍຣົມມະຜູ້ປະເສີດຊົງນາມວ່າ ສົງຄະກຸມານ ຄັນຂະເລີນໄວຂື້ນມາກໍໄດ້ສະ ເຫວີຍ ສົມບັດເປັນອິດສະຣະພາບໃນ ຈະຕຸທະວີບໃຫຍ່ທັງ 4 ມີທະວີບນ້ອຍ 2 ພັນ ເປັນບໍຣິວານຊົງວິຊາການ ຊຳນານໃນໄຕເພດ ສະເຫວີຍຣາຊະສົມບັດ ໃນເກຕຸມະວະດີຣາຊະທານີ ປາສະຈາກອາຍາ ປາສະຈາກອາວຸດ ທົ່ວທຸກປະເພດຍ່ອມເກງເດດ ຖວາຍບັງຄົມນໍາເຄື່ອງຣາຊະ ປັນນະການມາ ອ່ອນນ້ອມສົມເດັດ ພຣະເຈົ້າສັງຂະຈັກ ບໍຣົມມະກະສັດຜູ້ປະເສີດນັ້ນ.

ພຣະອົງຈຶ່ງໄດ້ສະຫຼະຣາຊະສົມບັດ ອອກໄປບັບພະຊາໃນສໍານັກ ພຣະສີອາຣິຍະເມດໄຕກັບທັ້ງ ບໍຣິວານ 1 ໂກດ ກໍໄດ້ເຖິງພຣະອໍຣະຫັນ ຈຶ່ງໄດ້ເປັນອັກຄະສາວົກເບື້ອງຂວາ ຊົງພຣະນາມວ່າ ອະໂສກະເຖຣະນັ້ນແລ ກໍດ້ວຍອານິ ສົງສ້າງກຸດິ ໃຫ້ເປັນທານນັ້ນແລ ອັນເປັນບຸນໃຫ້ເຖິງເຊິ່ງຄວາມສຸກ 3 ປະການຄື ມະນຸດສົມບັດ ສະຫວັນສົມບັດ ແລະ ນິພານສົມບັດ “ຕັດສະມາ ສາທະໂວ” ເພາະສະນັ້ນແລ ທ່ານພຸດທະບໍຣິສັດທັງຫຼາຍ ຈົ່ງຣື່ນເຣີງໃນທານະປາຣະມີ ທີ່ທ່ານໄດ້ສ້າງສົມໄວ້ໃນວັນນີ້ ຄົງຈະສໍາເລັດດັ່ງມະໂນຣົດຄວາມປາຖະໜາ ທຸກປະການນັ້ນແລ ນິຖີຕາ ກໍຂົບລົງພຽງເທົ່ານີ້ແລ.

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top