ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາ ສັມພຸດທັດສະ(ວ່າ 3 ເທື່ອ)
ອິທານິ ສັນນິປະຕິຕາຍະ ປະຣິສາຍະ ສັງຄະ ຄຸນະກະຖັງ ພາສິດສາມິ ຕັງສຸນາຖະ ສະມາຄະຕາຕິ.
ໂພນຕາ ສາທະໂວ ດູລາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໄຄ່ຫາຍັງສຸກ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດທັງ 2 ຟັງຍັງ ພຣະສັດທຳມະເທສນາ ອັນເປັນພຸດທະໂອວາດ ສາສນາ ຄືຄຳສັ່ງສອນຂອງ ພຣະພຸດທະເຈົ້າ ສຳລັບຈະໄດ້ປະຕິບັດ ດຳເນີນຕາມດ້ວຍວ່າ ພວກເຮົາເປັນຊາວລາວ ເປັນພຸດທະມາມະ ກະ ມາແຕ່ບັນພະບູຣຸດ ຈຳເປັນຈະຕ້ອງສຶກສາ ໃຫ້ເຂົ້າອົກເຂົ້າໃຈ ໃນທາງພຸດທະສາສນາ ໄວ້ສຳລັບຕົນທຸກໆຄົນ ຄືພວກເຮົາທີ່ຍັງເປັນ ເດັກເຍົາວະຊົນນີ້ ແລະ ຕໍ່ໄປຈະຕ້ອງເປັນ ຜູ້ໃຫ່ຍຮັບມໍລະດົກ ພຣະພຸດທະສາສນາຕໍ່ໄປ ທີ່ເປັນຜູ້ໃຫ່ຍບຳລຸງ ພຣະພຸດທະສາສນາ ຢູ່ທຸກວັນນີ້.
ແຕ່ກ່ອນນັ້ນກໍ່ເປັນເດັກນ້ອຍ ເຍົາວະຊົນຢູ່ ດັ່ງພວກທ່ານທັງຫຼາຍ ນັ້ນເອງຄັນໃຫຍ່ແລ້ວ ກໍແບ່ງອອກເປັນ 2 ພາກທີ່ເປັນນັກບວດ ກໍບວດຮັບມໍຣະດົກຕົກກັນມາ ພວກທີ່ເປັນຊາວບ້ານ ກໍຮັບມໍຣະດົກ ເປັນອຸປາສົກອຸປາສິກາ ທະນຸບຳ ລຸງພຣະພຸດທະສາສນາ ສືບຕໍ່ກັນໄປຢ່າງນີ້ ບໍ່ມີທີ່ສຸດ. ວັນນີ້ ຈັກສະແດງພຣະສັງຄະຄຸນ ອັນເປັນວັດຖຸທີ່ຄວນເຄົາລົບ ເຊີ່ງເປັນປະເທດເອເຊຍ ຝ່າຍຕາເວັນອອກ ໂດຍມາກແລ້ວ ຖືເອົາເປັນເຈົ້າຂອງ ສວ່ນສາສນາຄຣິດສະຕັງ ແລະ ອິດສະລາມ ສາສນາສະແດງເຖີງພຽງສະຫວັນ ແຫ່ງຄວາມສຸກ ສ່ວນພຸດທະສາສນາສະແດງພຣະນິບພານ ເປັນຍອດແຫ່ງຄວາມສຸກ ຜົນທີ່ສຸດມີວິເສດຕ່າງກັນ.
ຢ່າງນີ້, ການທີ່ຍົກສາສນາຕ່າງໆ ມາສະແດງໃຫ້ຟັງ ນີ້ປະສົງຈະໃຫ້ຮູ້ວ່າ ໂລກນີ້ ມີສາສນາໃຫຍ່ຢູ່ 3 ສາສນາເທົ່ານັ້ນ ພຣະສາສະນາທັງ 3 ນັ້ນ ລ້ວນແຕ່ປະກາດຄຸນງາມຄວາມດີ ໃຫ້ແກ່ຜູ້ປະຕິບັດ ໄດ້ຮັບຄວາມສຸກທັງຊາດນີ້ ແລະຊາດໜ້າເໝືອນກັນ ເປັນສາສນາທີ່ ດີວິເສດດ້ວຍກັນທັງ 3 ແຕ່ທີ່ຈະປະກາດໃຫ້ຮູ້ວ່າ ສາສນາໃດ ຈະຍິ່ງຈະຫຍ່ອນກວ່າກັນ ດ້ວຍເລ້ລົມຄົມໃນ ຂໍ້ນັ້ນເປັນວິໃສຂອງນັກປາດ ຜູ້ເປັນຈິນຕະກະວີ ເພີ່ງຮູ້ວິນິດໃສ ແຕ່ໃຫ້ເພີ່ງຮູ້ ເພີ່ງເຂົ້າໃຈວ່າ ສາສນາໃນໂລກ ເປັນຂອງກາງດ້ວຍກັນໝົດ ຄົນຊາດໃດຈະຖືສາສນາໃດ ກໍໄດ້ ແຕ່ໃຫ້ຊາດທີ່ຮັບປະຕິບັດ ມີອິດສະຣະ ບໍ່ເປັນກຳມະສິດ ຖືວ່າເປັນເຈົ້າຂອງແກ່ສາສນານັ້ນ.
ຖ້າຊາດບໍ່ໄດ້ຮັບຄວາມເປັນອິດສະຣະ ບໍ່ເປັນກຳມະສິດ ຖືວ່າຄົນທີ່ຊາດຖືມາກ່ອນ ເຂົາບໍ່ຍອມໃຫ້ກຳມະສິດ ເຂົາບໍ່ໂອນກຳມະສິດໃຫ້ ເຂົາຕາມມາປົກ ຄອງ ເປັນອິດສະລະຂອງເຂົາ ເປັນກຳມະສິດຂອງເຂົາຢູ່ ສາສນາເຊັ່ນນັ້ນ ເຮົາບໍ່ຄວນຖື ເພາະເສຍກຽດຕິຍົດຂອງຊາດ ບັດນີ້ ຈະໄດ້ເຫຼົ່າເຖີງ ຄວາມສະຫຼາດສະຫຼຽວ ເປັນພຣະບຸຣຸດຂອງພວກເຮົາ ທີ່ໄດ້ຮັບເອົາ ພຣະພຸດທະສາສນາ ເຂົ້າມາເປັນເຈົ້າຂອງຄື ພຣະພຸດທະເຈົ້າ ບໍ່ແມ່ນຄົນຊາດເຮົາ ເປັນຄົນຊາດ ອະຣິຍະກະ ຕາມພຸດທະປະຫວັດວ່າ ຢູ່ປະເທດອິນເດຍ ເມື່ອພຣະອົງຕັດສະຮູ້ ເປັນພຣະພຸດທະເຈ້າ ໄດ້ຊົງປະກາດ ພຣະພຸດທະສາສນາ ຢູ່ອິນເດຍ ບໍ່ໄດ້ສະເດັດມາສັ່ງສອນ ທີ່ປະເທດລາວເຮົາ ຈະເຫຼົ່າໃຫ້ຟັງຕາມ ສາຣະນະປະຫວັດ.
ເມື່ອພຣະອົງສະເດັດນິບພານແລ້ວ ໃນລະຫວ່າງ 200 ປີລ່ວງມາຕັ້ງ ພຣະເຈົ້າຣັດຊະໄໝ ອະໂສກະ ມະຫາຣາດ ໃນເມືອງປາຕະຣິບຸດ ໄດ້ພຣະໂມກຄັນລາ ພຣະສາລິບຸດ ເປັນພຣະມະຫາສັງຄະນາຍົກ ທ່ານຈື່ງຍົກຕະຕິຍະ ສັງ ຄະຍະນາສຳເລັດແລ້ວ ພຣະເຖຣະເຈົ້າພິຈາລະນາ ດ້ວຍອະນາຄະຕັງສະຍານ ເຫັນວ່າພຣະພຸດທະສາສນາ ຈະໄປຮຸ່ງເຮືອງປັດຈັນຕະປະເທດ ຈື່ງໄດ້ແຕ່ງໃຫ້ພຣະເຖຣະ ຜູ້ແຕກສານໃນ ພຣະທຳພຣະວິໄນ ພ້ອມດ້ວຍອັນດັບຄົບຄະນະ ອຸປະສົມບົດກໍແຍກກັນອອກ ໄປປະກາດ ພຣະພຸດທະສາສນາ ເປັນຫຼາຍສາຍໃນປະເທດ ສີລັງກາ ແລະ ປະເທດລາວ-ໄທ.
ກໍຄາວດຽວກັນ ໃນປະເທດເຮົາ ກໍປາກົດຕາມສາສນາ ປະຫວັດວ່າ ມີ2ສາຍຄື ໂຍນົກປະເທດ ເຊີ່ງນິຍົມຮຽກກັນວ່າ ເມືອງຊຽງແສນສາຍ1 ສຸວັນນະພູມ ປະເທດນິຍົມ ຮຽກກັນວ່າ ເມືອງທ້າວອູ່ທອງ ຢູ່ລະຫວ່າງ ນະຄອນປະຖົມ ກັບການຈະນະບູລີ ຕໍ່ກັນສາຍ1 ຖ້າຫາກແມ່ນຄວາມຈິງ ຕາມປະຫວັດສາດ ເຮົາເພີ່ງເຂົ້າໃຈວ່າ ພຣະເຖຣະເຈົ້າທັງຫຼາຍ ທີ່ນຳເອົາພຸດທະສາສນາ ເຂົ້າມາປະ ກາດນັ້ນ ບໍ່ແມ່ນຄົນຊາດລາວ ເຮົາມີພຣະເຈົ້າແຜ່ນດິນ ເປັນປະມຸກ ຄັ້ງນັ້ນຄື ພຣະຍາຟ້າງຸ່ມ ຈື່ງໄດ້ນຳເອົາ ພຣະພຸດທະສາສນາ ເຂົ້າໄວ້ໃຫ້ເປັນສົມບັດ ຂອງປະເທດ ບໍ່ໄດ້ພາກັນລັງກຽດ ຂໍ້ນີ້ແຫລະພວກເຮົາ ຈະເຫັນໄດ້ວ່າ ທ່ານພຣະເຈົ້າ ແຜ່ນດິນນີ້ ເປັນບັນພະບູຣຸດ ຜູ້ສະຫຼຽວສະຫຼາດ ແລະ ສຽ້ມແຫຼມຍິ່ງໜັກ ເພີ່ງເຫັນດິ່ງ ພຣະສົງຜູ້ນຳສາສນາມ າສູ່ປະເທດ ເປັນຜູ້ບໍຣິສຸດຄື:
“ສຸປະຕິປັນໂນ” ເປັນຜູ້ປະຕິບັດດີແລ້ວ “ອຸຊຸປະຕິປັນໂນ” ເປັນຜູ້ປະຕິບັດຊື່ຕົງແລ້ວ ຄືປະຕິບັດດ້ວຍ ກາຍ-ວາຈາ-ໃຈ ຊື່ຕົງຕໍ່ໄຕສິກຂາ “ຍາຍະປະຕິປັນໂນ” ປະຕິບັດເພື່ອຈະຮູ້ຂອງຈິງ “ສາມິຈິປະຕິປັນໂນ” ປະຕິບັດເປັນໜ້າໄຫວ້ ໜ້າກາບ ສະແດງຕົນບໍ່ກຽ່ວກັບຊາດ ຂາດນາມສະກຸນ ເປັນອະຣິໂຍ ຜູ້ບໍ່ມີຂ້າເສີກ ຄືບໍ່ທຳໃຫ້ເປັນ ຂ້າເສີກແກ່ຕົນ ແລະ ການນຳພຣະພຸດທະສາສນາ ມາມອບໃຫ້ນີ້ ຄືໃຫ້ຜູ້ຮັບມີອິດສະຣະ ມີກຳມະສິດ ຄືເມື່ອຕົນຕາຍແລ້ວ ກໍບໍ່ຕ້ອງໃຫ້ຜູ້ໜື່ງຜູ້ໃດ ໃນຊາດຂອງຕົນ ມາຮັກສາອິດສະຣະ ຮັກສາກຳມະສິດ ສ່ວນພຣະພຸດທະໂອວາດ ສາສະດາທີ່ນຳມານັ້ນ ກໍລ້ວນເປັນຂອງດີຂອງຈິງ.
ນຳຜູ້ປະຕິບັດໃຫ້ໄດ້ຮັບ ຄວາມສຸກຄວາມສຳຣານ ເປັນໝາກຜົນຜູ້ນຳສາສນາ ມາສູ່ຊາດ ປຽບເໝືອນນຳແກ້ວ ສາລະພັດນຶກ ມາມອບໃຫ້ ຄືເມື່ອທ່ານມາ ປະກາດພຸດທະສາສນາ ໃຫ້ບັນພະບູຣຸດຂອງພວກເຮົາ ເກີດຄວາມເຫຼື້ອມໃສ ຮັບປະຕິບັດຕາມແລ້ວ ກໍຮີບເຮັ່ງສັງສອນ ອຸປາສົກອຸປາສິກາ ໃຫ້ຍິນດີໃນ ທານ-ສິນ-ພາວະນາ ໃຫ້ມີພຣະໄຕສາຣະນະຄົມ ເປັນທີ່ເພີ່ງຕາມສົມຄວນ ແກ່ອຸປະຕິໃສ ກຸລະບຸດທີ່ຍັງໜຸ່ມນ້ອຍ ກໍແນະນຳໃຫ້ມີສັດທາ ບວດເປັນສາມະເນນ ແລະ ພິກຂຸກ ໃຫ້ຮ່ຳຮຽນພຣະປະຣິຍັດຕິທຳ ໃຫ້ແຕກສານ ຊຳນິຊຳນານ ໃນພຣະທຳ-ພຣະວິໃນ ໃຫ້ສະຫຼາດໃນການເທສະນາ ສັ່ງສອນພຸດທະບໍຣິສັດ ໃຫ້ເປັນຜູ້ແທນຕົນໄດ້ ທຸກປະການ.
ຄັນທ່ານທີ່ເປັນ ໂປຣານາຈານເຫຼົ່ານັ້ນ ເຖີງມໍຣະນາພາບ ດັບລັບໄປແລ້ວ ລູກສິດທີ່ເປັນຊາວລາວ ເຮົາກໍໄດ້ຮັບມໍຣະດົກ ຕໍ່ມາຈົນກາຣະທຸກວັນນີ້. ຄົນຊາວລາວເຮົາຈື່ງໄດ້ຊື່ວ່າ ພຸດທະມາມະ ທຳມະມາມະກະ ສັງຄະມາມະກະ ແປວ່າຜູ້ຖືພຣະພຸດ-ພຣະທຳ-ພຣະສົງ ເປັນທີ່ເພີ່ງຂອງຕົນ ຄືວ່າຕົນເປັນເຈົ້າຂອງ ພຣະພຸດທະສາສນາ ຂໍ້ທີ່ສະແດງມານີ້ ເພີ່ງເຫັນໄດ້ວ່າ ບັນພະບຸຣຸດຂອງເຮົາ ເປັນຜູ້ສະຫຼຽວສະຫຼາດ ຍິ່ງໜັກໜາ ໄດ້ທັງພຣະພຸດທະສາສນາ ເຊີ່ງເປັນຂອງປະເສີດ ໄດ້ທັງຄວາມເປັນອິດສະຣະ ກຳມະສິດດ້ວຍ ທ່ານຈື່ງຮັບເອົາ ພຣະພຸດທະສາສນາ ໄວ້ສຳລັບຊາດ ຄືວ່າບໍ່ຕ້ອງນັບຖືບຸກຄົນ ຊາດທີ່ນຳເອົາ ພຣະພຸດທະສາສນາ ມາມອບໃຫ້ ແມ່່ນເຖີງຊາດຂອງ ພຣະພຸດທະເຈົ້າ ເຊີ່ງຮຽກວ່າ ອະຣິຍະກະ ກໍບໍ່ຕ້ອງນັບຖືເໝືອນກັນ ນັບຖືແຕ່ຈຳເພາະ ພຣະພຸດທະເຈົ້າ ຜູ້ເປັນເຈົ້າຂອງ ພຣະພຸດທະສາສນາ ອົງດຽວເທົ່ານັ້ນ.
ການນັັບຖືຢ່າງນີ້ ສົມຄວນແທ້ ທີ່ຈະຮຽກຮ້ອງ ພຣະພຸດທະສາສນາ ເຊັ່ນນັ້ນ ຈື່ງເປັນກຽດຕິຍົດ ສຳລັບຊາດ ການນັບຖື ພຣະພຸດທະສາສນາ ໄດ້ປຽບໄດ້ກຳໄລຢ່າງນີ້ ບັນພະບຸຣຸດຂອງພວກເຮົາ ທ່ານຈື່ງພາກັນນັບຖື ນີ້ແລສົມຄວນ ຊາວລາວຂອງພວກເຮົາ ຈື່ງພາກັນຢຳເກງ ກາບໄຫວ້ຕໍ່ຄຸນຂອງພຣະສົງ ທີ່ທ່ານນຳເອົາ ພຣະພຸດທະສາສນາ ຂອງປະເສີດມາປະກາດ ໃຫ້ຊາດເຮົາ ໄດ້ນັບຖືຊື່ວ່າ ບຸບພາຈານ ມີຄຸນແກ່ຊາດ ຂອງເຮົາຢ່າງຍິ່ງ ຄວນພວກເຮົາລະລຶກເຖີງ ພຣະຄຸນຂອງທ່ານ ເປັນຢ່າງຍິ່ງ.
ແມ່ນພຣະສົງ ທີ່ຮັບມໍຣະດົກ ກໍຕັ້ງອົກຕັ້ງໃຈ ສືກສາເຫຼົ່າຮຽນ ຊົງຈຳພຣະວິໃນ ແລະ ພຣະປະຕິບັດ ກິດພຣະພຸດທະສາສນາ ຕະຫຼອດການ ຖ້າຂາດພຣະຜູ້ຮັບປະຕິບັດ ສືບກັນແລ້ວພວກເຮົາ ເກີດມາພາຍຫຼັງ ກໍຈະບໍ່ໄດ້ປະສົບພົບເຫັນ ພຣະພຸດທະສາສນາ ເມື່ອເຮົາຈະຖືເອົາພຣະສົງ ເປັນທີ່ເພີ່ງກໍຕ້ອງສືກສາ ພຣະສົງທ່ານຊົງຄຸນທຳ ປະການໃດ ທ່ານຈື່ງໄດ້ນາມວ່າ “ສຸປະຕິປັນໂນ” ເພີ່ງເຂົ້າໃຈວ່າທ່ານ ຊົງໄວ້ເຊີ່ງຄຸນທຳ ຄືໄຕຣສິກຂາ ໄດ້ແກ່ ສິນ-ສະມາທິ-ປັນຍາ ທ່ານຈື່ງເປັນຜູ້ປະຕິບັດ ດ້ວຍກາຍ-ວາຈາ-ໃຈ ທ່ານເປັນຜູ້ຕົງໃຈຕໍ່ແລ້ວ ຕໍ່ໄຕຣສິກຂາ ທ່ານຈື່ງໄດ້ນາມວ່າ “ອຸຊຸປະຕິປັນໂນ” ຜູູ້ປະຕິບັັດຕົງແລ້ວ ຖ້າຮູ້ຄຸນທໍາອັນພຣະສົງ ຊົງໄວ້ເຊັ່ນນັ້ນ ກໍນ້ອມເອົາຄຸນທຳເຫຼົ່ານັ້ນ ມາສູ່ຕົນ.
ຄື ສິນ-ສະມາທິ-ປັນຍາ ພຣະສົງທ່ານຊົງໄວ້ ຄົບທຸກປະການ ເມື່ອເຮົາມີສິນ-ສະມາທິ-ປັນຍາ ພຽງຊັ້ນໃດ ກໍເປັນອັນເຖີງພຣະສົງ ດ້ວຍຄຸນທຳໃນຊັ້ນນັ້ນ ເປັນທີ່ເພີ່ງ ຕົກລົງເຮົາ ມີສິນ5 ພຽງຢ່າງດຽວ ເປັນອັນເຖີງປັນຍາ ຄຸນຂອງພຣະພຸດທະເຈົ້າ ເພາະວ່າສິນ5 ເປັນຄຳສອນຂອງ ພຣະພຸດທະເຈົ້າ ຈື່ງຊື່ວ່າເປັນ ພຣະປັນຍາຄຸນ ຂອງພຣະອົງ ຖ້າເຮົາຊົງທຳຄືສິນ5 ໃຫ້ມີທີ່ເພີ່ງຂອງຕົນ ກໍເປັນອັນເຖີງພຣະທຳ ເພາະສິນ5 ເປັນພຣະທຳ ຄືເປັນຄຳສອນຂອງ ພຣະພຸດທະເຈົ້າ ຖ້າເຮົາຮັກສາສິນ5 ໄວ້ໄດ້ກໍເປັນອັນເຖີງ ພຣະສົງຊັ້ນສິນ5 ເພາະສິນນັ້ນເປັນພຣະສົງ ຊົງໄວ້ທຸກປະການ ລວມຄວາມໃຫ້ສັ້ນ ຖ້າເຮົາຮັກສາສິນ ໄດ້ເປັນອັນເຖີງ ພຣະໄຕຣສະຣະນະຄົມ ເປັນພຸດທະມາມະກະ ມີພຣະໄຕຣສາຣະນະຄົມ ເປັນທີ່ເພີ່ງປິດອະບາຍ ພູມໄດ້ມີສຸກຄະຕິ ເປັນທີ່ໄປນະເບື່ອງໜ້າ ນິດຖິຕາ ກໍຈົບລົງພຽງເທົ່ານີ້ແລ.