ພຣະທັມມະຄຸນ
ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາ ສຳພຸດທັດສະ(ວ່າ 3 ເທື່ອ)
ອິທານິ ສັນນິປະຕິຕາຍະ ປະຣິສາຍະ ທຳມະຄຸນະກະຖັງ ພາສິດສາມິ ຕັງສຸນາຖະ ສະມາຄະຕາຕິ
ໂພນຕາ ສາທະໂວ ດູລາສັບປຸຣິສະ ເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໄຄ່ຫາຍັງສຸກ 3 ປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດທັງ 2 ຟັງຍັງ ພຣະສັດທຳມະເທສນາ ໃນການແນະນຳຄຳສັ່ງສອນ ທາງພຸດທະສາສະໜາ ທ່ານນໍຣະຍິງຊາຍ ທັງຫຼາຍພ້ອມທັງ…………….ໄດ້ມາປະຊຸມກັນໃນ…………..ທີ່ນີ້ ເພື່ອເປັນການອົບຣົມນິດໃສຂອງ………..ໃຫ້ຍິນດີເຄົາຣົບຕໍ່ ພຸດທະສາສະໜາ ອັນເປປັນພຣະບຸຣຸດຂອງພວກເຮົາ ໄດ້ຮັບມໍລະດົກສືບເນື່ອງ ຕໍ່ກັນມາຊິ້ນກາລະນານ ຄືວ່າ ຝ່າຍຊາວບ້ານກໍໄດ້ຮັບມໍລະດົກເປັນ ອຸປາສົກ ອຸປາສີກາ ພາກັນມາທຳບຸນໃຫ້ທານ-ຮັກສາສິນ 5 ສິນ 8 ແລະ ເກື້ອກູນດ້ວຍປັດໃຈ 4 ຄື:
ຈີວອນ-ບິນທະບາດ-ເສນາສະນະ ຄີລານະເພສັດໃຫ້ແກ່ ພຣະພິກຂຸສາ ມະເນນ ໄດ້ສຶກສາເລົ່າຮຽນແລະ ບຳເພັນກິດຈະວັດໂດຍສະດວກ ຝ່າຍພິກຂຸສາມະເນນ ກໍເປັນຜູ້ຮັບມໍລະດົກ ທາງສຶກສາກິດວັດ ແລະ ການສຶກສາເລົ່າຮຽນ ພຣະທຳ ພຣະວິນັຍ ໃຫ້ເປັນຜູ້ມີຄວາມຮູ້ ຄວາມສະຫລາດ ໃນພຸດທະໂອວາດ ແຕກສານໃນທຳ ໃນວິນັຍ ສາມາດອາດຫານ ການສະແດງທຳ ແກ່ບໍຣິສັດຮູ້ຄອງ ບ້ານ ຄອງເຮືອນ ເກີດຄວາມ ສະຫລາດ ຮູ້ຈັກບຸນ ຮູ້ຈັກບາບ-ຮູ້ຈັກຂໍ້ ປະຕິບັດ ໃຫ້ໄດ້ຄວາມສຸກ ໃນຊາດນີ້ ແລະຫນ້າ ຕະຫລອດເຖິງ ທາງມັກ-ຜົນ-ນິບພານ ເປັນການຕອບແທນ ອຸປາສົກ ອຸປາສີກາ.
ອຸປາສົກອຸປາສີກາ-ເກື້ອກູນແກ່ ພຣະສົງ-ສາມະເນນ ດ້ວຍປັດໃຈທັງ 4 ຝ່າຍ ພຣະສົງສາມະເນນ ກໍເກື້ອກູນ ອຸປາສົກ ອຸປາສີກາ ດ້ວຍທຳມິ ກະຖາຊ່ວຍແນະນຳສັ່ງສອນ ໃຫ້ພາກັນໄດ້ທີ່ເພິ່ງ ທັງຊາດນີ້ ແລະຊາດໜ້າ ຊ່ວຍເກື້ອກູນແກ່ກັນ ແລະ ກັນຢ່າງນີ້ ມີປະໂຫຍດຢ່າງໃດ? “ເພີ່ງຕອບວ່າ” ໂອວາທະຄຳສອນຂອງ ພຣະພຸດທະເຈົ້າ ປຽບເໝືອນນ້ຳໃສ ທີ່ສະອາດປາສະຈາກມົນທິນ ເປັນທີ່ອາໃສກິນອາໃສອາບ ອາໃສຊຳລະຂອງໂສໂຄກເສົ້າໝອງເຊັ່ນນັ້ນ.
ແຕ່ນ້ຳທຳມະດານັ້ນແຕ່ກິນກະຫາຍ ແລະ ອາບແກ້ຮ້ອນຊຳລະມົນທິນຈາມຮ່າງກາຍ ແລະ ຊຳລະຂອງບໍ່ສະອາດ ທີ່ມີຢູ່ຕາມພາຍນອກເທົ່ານັ້ນ ສ່ວນຄືນ້ຳພຸດທະໂອວາດສາສະໜານີ້ ເປັນນ້ຳອະມະຕະ ສຳຫຼັບດື່ມສຳອາບຊຳລະຂອງໃຈ ແລະ ອາດຈະລະງັບຄວາມກະຫາຍ ແລະ ລະງັບຄວາມຮ້ອນກະວົນກະວາຍ ແລະ ເປັນເຄື່ອງຊຳລະຄວາມເສົ້າໝອງ ຂ້ອງໃຈໃຫ້ສ້ຽງໃຫ້ໝົດສິ້ນ ເພາະເຫດນັ້ນຈຶ່ງສ້າງວັດ ປຽບເໝືອນສ້າງບໍນ້ຳ ສ່້າງໄວ້ສຳຫຼັບໃສ່ນ້ຳເກັບນ້ຳ ແລະ ມີ ພຣະພິກຂຸສາມະເນນໄວ້ ສຳຫຼັບຮັກສານ້ຳບຳລຸງນ້ຳ ໃຫ້ເຕັມຢູ່ສະເໝີເພື່ອຈະໄດ້ ພາກັນອາບພາກັນກິນ ຊຳລະເຄື່ອງເສົ້າໝອງເປັນ ສາທາລະນະປະໂຫຍດ.
ເພາະສະນັ້ນຊາວບ້ານຜູ້ເປັນ ຍາດໂຍມອຸປະຖາກຈຶ່ງຕ້ອງທຳບຸນ ໃຫ້ທານເກື້ອກູນແກ່ພິກຂຸສາມະເນນ ດ້ວຍປັດໃຈທັງ 4 ປຽບເໝືອນບຳລຸງບໍ່ນ້ຳ ບຳລຸງສະນ້ຳບຳລຸງທັງຜູ້ຮັກສານ້ຳ ໃຫ້ເຕັມຢູ່ສະເໝີຈະໄດ້ບໍຣິໂພກທົ່ວກັນ ບ້ານໃດເມືອງໃດບໍ່ມີວັດ ບໍ່ມີພິກຂຸສາມະເນນ ເທົ່າກັບບໍ່ມີນ້ຳວິເສດ ບໍ່ມີບ່ອນເກັບນ້ຳບ ບໍ່ມີທັງຜູ້ຮັກສານ້ຳ ເປັນບ້ານເມືອງທີ່ແຫ້ງແລ້ງໄປ ຫລື ວັດແຕ່ພິກຂຸສາມະເນນບໍ່ມີ ຫລື ມີພິກຂຸສາມະເນນ ແຕ່ບໍ່ສຶກສາເລົ່າຮຽນໃຫ້ສະຫລາດ ໃນພຸດທະໂອວາດບໍ່ສາມາດ ຈະສັ່ງສອນຍາດໂຍມ ອຸປະຖາກຂອງຕົນໃຫ້ສະອາດ ໃນຄຳສອນຂອງພຣະພຸດທະເຈົ້າໄດ້ ກໍ່ເທົ່າກັບບໍ່ມີນ້ຳເໝືອນກັນ.
ເພາະເຫດນັ້ນ ພວກເຮົາຊາວລາວ ທັງຝ່າຍພິກຂຸສາມະເນນ ແລະ ຝ່າຍອຸບາສົກອຸປາສີກາ ສົມຄວນແທ້ທີ່ຈະ ຕັ້ງໃຈຊ່ວຍກັນບຳລຸງ ພຣະພຸດທະສາສນາ ໃຫ້ຮຸ່ງເຮືອງຈະເລີນ ສະເໝີກັບບັນພະບູຣຸດ ບຳລຸງມາແລ້ວ ຫຼື ຈະເລີນຍິ່ງຂື້ນໄປກວ່າເກົ່າ ຈິ່ງຈະໄດ້ຊື່ວ່າ ຮັກຊາດ ຮັກສາສນາ ຮັກປະທານປະເທດ ໃນເບື້ອງຕົ້ນ ຕ້ອງສຶກສາໃຫ້ຮູ້ຈັກ ພຣະພຸດທະຄຸນ ພຣະທຳມະຄຸນ ພຣະສັງຄະຄຸນ ໃຫ້ແນ່ນອນແກ່ໃຈເສຍກ່ອນ ເພາະເປັນສະຣະນະທີ່ເພິ່ງ ເປັນວັດຖຸຄວນເຄົາລົບຢ່າງສູງສຸດ. ໃນບັດນີ້ ຈະສະແດງພຣະທໍາມະຄຸນຕໍ່ໄປ ຫຍໍ້ ພຣະທໍາມະຄຸນລົງ ພໍໃຫ້ໄດ້ໃຈຄວາມກໍຄື ພຣະປັນຍາຄຸນ ຂອງພຣະພຸດທະເຈົ້າ ເຊິ່ງເປັນພະຍານ ແກ່ພຸດທະບໍລິສັດຢູ່ທົ່ວໄປ ໄດ້ແກ່ພຣະປະຣິຍັດຕິທຳຄື ພຣະສູດ ພຣະວິໄນ ພຣະປະຣະມັດ ທີ່ຮຽກກັນວ່າ ພຣະໄຕປິດົກ.
ນັ້ນແລ ຊື່ວ່າ ພຣະທຳ ເພາະເປັນຄຳສອນຂອງ ພຣະພຸດທະເຈົ້າ ພຣະປະຣິຍັດຕິທຳ ເປັນເຄື່ອງປະກາດ ປະຕິບັດທຳຄື ຂໍ້ປະຕິບັດຫຍໍ້ ລົງເປັນ 3 ຢ່າງຄື: ສິນ1, ສະມາທິ1, ປັນຍາ1, ຊື່ວ່າ ພຣະທຳ ເພາະວ່າເປັນຄຳສອນ ຂອງ ພຣະພຸດທະເຈົ້າ ແລະ ເພິ່ງຮູ້ວ່າເປັນປັນຍາ ຄຸນຂອງພຣະພຸດທະເຈົ້າ ຈິ່ງຊື່ວ່າຄຸນທຳ ໃຫ້ນ້ອມເອົາຄຸນທຳນັ້ນ ເຂົ້າມາສູ່ຕົນ ຄືທຳຕົນໃຫ້ເປັນສິນ, ໃຫ້ເປັນສະ ມາທິ, ໃຫ້ເປັນປັນຍາ ຖ້າຕົນຂອງຕົນ ເປັນໄດ້ໃນຊັ້ນໃດ ຄືເປັນໃນຊັ້ນສິນ ຫຼື ສະມາທິ ຫຼື ຊັ້ນປັນຍາ ກໍ່ຊື່ວ່າເປັນອັນເຖິງ ພຣະທຳໃນຊັ້ນນັ້ນ ແລະ ເປັນອັນທີ່ເພີ່ງໃນຊັ້ນນັ້ນ.
ຄວາມຈິງ ສິນ-ສະມາທິ-ປັນຍາ ເປັນໄປທັງຊັ້ນຕ່ຳແລະຊັ້ນສູງ ຫລືເປັນໄປໄດ້ທັງຊັ້ນໂລກີຍະ ແລະ ໂລກູດຕະຣະດ້ວຍກັນ ສິນນັ້ນທ່ານສະແດງໄວ້້ຫລາຍປະເພດ ຄື ສິນ 5 ກໍມີ ສິນ 8 ກໍມີ ສິນ 10 ກໍມີ ສິນພຣະປາຕິໂມກກໍມີ ຕາມພູມແຫ່ງສັດທາຂອງ ຜູ້ສາມາດຈະຮັກສາໄດ້ ໃນທີ່ນີ້ຈະສະ ແດງແຕ່ພຽງສິນ 5 ເຊີ່ງເປັນຂອງຄວນຮັກສາທົ່ວກັນ ເພາະເປັນເບື້ອງຕົ້ນແຫ່ງຂໍ້ ປະຕິບັດທັງປວງ ເພື່ອໃຫ້ຄຸນທຳກະຈ່າງແຈ້ງຂື້ນ ການຮັກສາສິນ ສຳເລັດດ້ວຍເຈຕະນາຄື ຕັ້ງໃຈວ່າ ເຮົາຈະເວັ້ນຈາກ ການບຽດບຽນຊີວິດ ແລະ ຮ່າງກາຍຂອງຜູ້ອື່ນ, ເວັ້ນຈາກການບຽດບັງເອົາ ເຂົ້າຂອງແຫ່ງຜູ້ອື່ນ1 ເວັ້ນຈາກການລ່ວງຜິດປະເວນີ ຄືເຂົາຫວງແຫນຢູ່1 ເວັ້ນຈາກການ ກ່າວຄຳຕົວະຫລ່າຍ ຄືຄຳທີ່ບໍ່ຈິງ1 ເວັ້ນຈາກການດື່ມນໍ້າເມົາ ຄືສຸຣາເມໄຣ1 ຕັ້ງໃຈເຈຕະນາງົດເວັ້ນ ຊື່ວ່າ ວິຣັດເຈຕະນາ ຮັກສາກາຍ-ວາຈາ ໃຫ້ເປັນປົກກະຕິ ໃນຄຸນຄວາມດີຢ່າງນີ້ ຊື່ວ່າເປັນສິນ 5.
ເມື່ອທຳຕົນໃຫ້ເປັນສິນ 5 ໄດ້ແລ້ວ ກໍເປັນອັນເຖີງ ພຣະທຳຊັ້ນສິນ 5 ຄືໄດ້ພຣະທຳເປັນທີ່ເພີ່ງ ຜູ້ເບີ່ງພຣະທຳຍ່ອມ ບໍ່ມີໄພ ບໍ່ມີເວນ ບໍ່ຕ້ອງເປັນໂຈນເປັນຈຳເລີຍ ຈະໄດ້ຮັບແຕ່ຄວາມສັນຣະເສີນ ຂອງໂລກ ແລະ ຢູ່ເຢັນເປັນສຸກຕະຫຼອດຊີວິດ ດ້ວຍອະນິສົງເຫລົ່ານີ້ ຜູ້ປະຕິບັດເຫັນດ້ວຍຕົນເອງ ຕາມໃນພຣະທຳມະຄຸນ ເຊີ່ງແຜ່ຫຼາຍທົ່ວໄປ ໃນຣະຫວ່າງພຸດທະບໍຣິສັດຄື “ສວາກຂາໂຕພະຄະວະຕາ ທຳໂມ” ພຣະທຳອັນ ພຣະຜູ້ມີພຣະພາກເຈົ້າ ຕັດດີແລ້ວ ພຣະທຳນັ້ນກໍຄື ສິນ-ສະມາທິ ແລະ ປັນຍາ ນັ້ນເອງ.
ທຳອັນ ພຣະພູມີພຣະພາກເຈົ້າ ຕັດດີແລ້ວ ດີຢ່າງຍິ່ງ ຈິງຢ່າງໃດ ຂໍ້ນັ້ນເພີ່ງເຫັນໃນຂໍ້ວິນິດໄສ 4 ຢ່າງ ບົດເບື້ອງຫຼັງຄື “ສັນທິດຖິໂກ” ຜູ້ປະຕິບັດຈະເຫັນເອງເໝືອນດັ່ງສິນ 5 ຖ້າບຸກຄົນໃດຮັກສາໄດ້ ຜູ້ນັ້ນກໍເຫັນເອງ ຄືໄດ້ຮັບ ໝາກຜົນເອງ “ອະກາຣິໂກ” ຜູ້ປະຕິບັດບໍ່ຕ້ອງ ເລືອກເວລາ ເພາະຕົວມີຢູ່ທຸກ ເມື່ອ ສິນມີຢູ່ທຸກເມືີ່ອ ຮັກສາເວລາໃດ ກໍເປັນສິນເວລານັ້ນ “ເອຫິປັດສິໂກ” ຜູ້ປະ ຕິບັດ ອາດທວາຍຊີ້ ໃຫ້ຜູ້ອື່ນເຫັນໄດ້ເບີ່ງໄດ້ ເພາະມີທີ່ຕົນຮັກສາ “ໂອປະນະຍິໂກ” ຜູ້ປະຕິບັດອາດ ນ້ອມມາສູ່ຕົນໄດ້ ຄືນ້ອມສິນ 5 ມາສູ່ຕົນເຊັ່ນນັ້ນ “ປັດຈັດ ຕັງເວທິຕັບໂພວິນຍູຫິ” ຜູ້ປະຕິບັດ ຈະຮູ້ແຈ້ງປະຈັກວ່າ ຕົນເປັນສິນແລ້ວ ດັ່ງນີ້.
ບົດທັງ 4ນີ້ເປັນເຄື່ອງຕັດສິນ ພຣະທຳ ຖ້າເປັນພຣະອໍຣະຫັນ ພຣະຜູ້ມີ ພຣະພາກເຈົ້າຕັດດີແລ້ວ ຍ່ອມໄດ້ລັກຂະນະ 4 ປະການດັ່ງນີ້ ພວກເຮົາທີ່ຈະປະຕິຍານຕົນວ່າ ເປັນທຳມາມະກະ ຄືຖືວ່າພຣະທຳເປັນຂອງເຮົາ ຖືວ່າພຣະທຳເປັນທີ່ເພີ່ງຂອງເຮົາ ເພີ່ງສືກສາໃຫ້ຮູ້ຈັກພຣະທຳ ໃຫ້ຮູ້ຈັກວ່າພຣະທຳເປັນທີ່ເພີ່ງ ໃຫ້ຮູ້ຈັກອາການ ເຖີງພຣະທຳ ໂດຍທີ່ອະທິບາຍມານີ້ ແຕ່ເຍົາວະຊົນນັກຮຽນ ຍັງອອ່ນດ້ວຍປະການທັງປວງ ຈະຟັງໃຫ້ເຂົ້າໃຈໄດ້ໃນເວລານີ້ ກໍຍາກທີ່ຈະຮູ້ໄດ້ ແຕ່ຫຼັກຂອງພຣະທຳ ມີຢູ່ຢ່າງນີ້ ນັກຮຽນເຍົາວະຊົນ ຈົ່ງຕັ້ງໃຈຟັງ ຂໍ້ທຳອັນເລິກນັ້ນແລ.
ຖ້າເຮົາຮູ້ຈັກແລ້ວ ກໍຫາກເປັນຂອງຕື້ນນັ້ນເອງ ອຸສະຟັງເລື້ອຍໆ ຄິດເລື້ອຍ ເລື້ອຍ ອາດຈັກຮູ້ແທ້ ດ້ວຍກັນທຸກໆຄົນ ແຕ່ໜັງສືທີ່ເຮົາຮຽນ ຢູ່ໃນໂຮງຮຽນທຸກມື້ນີ້ ກໍເປັນຂອງເລິກເຊີ່ງເໝືອນກັນ ອາດຈະເປັນຂອງເຫຼືອວິໄສ ຈະເພີ່ງຂຽນໄດ້ອ່ານໄດ້ ເຍົາວະຊົນນັກຮຽນ ທີ່ຂຽນໄດ້ ແລະ ອ່ານອອກນັ້ນ ກໍເພາະຄູອາຈານຕັ້ງໃຈສອນຄັກໆ ສ່ວນເຍົາວະຊົນ ນັກຮຽນກໍຕັ້ງໃຈຮຽນ ຈົນຂຽນໄດ້ອ່ານອອກບໍ່ລະຄວາມເຫຼົ່າຮຽນ ກໍອາດສຳເລັດໄດ້ ການຮູ້ທຳມະກໍຄື ຢ່າງດຽວກັນນັ້ນແລ.
ຖ້າຄູອາຈານຜູ້ສອນ ເຍົາວະຊົນ ນັກຮຽນບໍ່ຮູ້ທຳມະ ຈະໃຫ້ເຍົາວະຊົນລູກ ສິດຜູ້ຟັງ ຮູ້ທຳມະໄດ້ດ້ວຍອາການຢ່າງໃດ ຖ້າບໍ່ຮູ້ພຣະທຳ ຈະຖືເອົາຄຸນປະ ໂຫຍດ ໃນພຣະທຳນັ້ນຢ່າງໃດ ເໝືອນຄົນທີ່ບໍ່ຮູ້ໜັງສື ຈະເອົາຄຸນປະໃນໜັງສື ໄດ້ຢ່າງໃດ ເພາະສະນັ້ນ ຈື່ງຈະສະແດງໄວ້ໃຫ້ ເປັນຫຼັກສຳລັບ ສືກສາຕໍ່ໄປ ພວກເຮົາຊາວລາວ ພຸດທະບໍລິສັດມາແຕ່ບັນພະບູຣຸດ ແມ່ນວ່າພວກເຈົ້າແຜ່ນ ດິນແຕ່ບູຮານນະການ ກໍຊົງເປັນປະມຸກ ອັກຄະສາສະນູປະຖຳ ພົກຍົກຍ້ອງ ພຣະພຸດທະສາສນາ ສືບເນື່ອງກັນມາ ຈົນເຖີງປະທານປະເທດ ຂອງພວກເຮົາ.
ໃນປະຈຸບັນກໍຊົງບຳລຸງ ພຣະພຸດທະສາສນາ ອັນເປັນພະຍານໃຫ້ແກ່ພວກເຮົາທັງຫຼາຍ ສົມຄວນທີ່ພວກເຮົາ ຈະພາກັນຮັກຊາດ ຮັກກຽດຕິຍົດຂອງຊາດ ພວກເຮົາເປັນຊາດລາວ ຈື່ງຮັກສາຕົນໃຫ້ເປັນຄົນດີ ຕາມຄຳສັ່ງສອນ ຂອງພຣະພຸດທະສາສນາ ໄດ້ຊື່ວ່າເປັນຜູ້ຮັກຕົນ ໄດ້ຊື່ວ່າເປັນຜູ້ຮັກຊາດ ໄດ້ຊື່ວ່າເປັນຜູ້ຮັກສາສນາ ໄດ້ຊື່ວ່າເປັນຜູ້ຮັກ ທ່ານປະທານປະເທດດ້ວຍ ເພາະທ່ານປະທານປະເທດຂອງພວກເຮົາ ຊົງນັບຖືພຣະພຸດທະສາສນາ ເມື່ອເຮົານັບຖືພຣະພຸດທະສາສນາ ຖືກຕ້ອງຕາມຄວາມປະສົງ ຂອງຂັ້ນເທິງແລ້ວ ກໍເປັນອັນວ່າເຮົາຮັກທ່ານປະທານປະເທດ ຖ້າພວກເຮົາມີສິນ 5 ເທົ່ານັ້ນ ກໍເປັນອັນເຖີງ ພຣະທຳຄຳສອນ ຂອງພຣະພຸດທະເຈົ້າ ເປັນທີ່ເພີ່ງ ຄືເປັນຄົນດີໄດ້ແລ້ວ ກໍຈະໄດ້ຮັບແຕ່ຄວາມສຸກ ຄວາມສຳຣານ ເບີກບານໃຈ ດ້ວຍອຳນາດຄຸນພຣະທຳ ຫາກມາອະພິບານຮັກສາຕົນ ໃຫ້ເຖີງຈຸດໝາຍປາຍທາງນັ້ນ ທຸກປະການນິດຖິຕາ ກໍຈົບລົງພຽງເທົ່ານີ້ແລ.