13. ສະຫຼອງ ພຣະພຸດທະຮູບ


ສະຫຼອງ ພຣະພຸດທະຮູບ

  ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)


ນະມັດຖຸ ຣະຕະນັດຕະຍັດສະ ຕະໂຕ ປະຣັງ ພຸດທະຮູບປັງ ອານິສັງສາ ປະກາສິຕັນຕິ.

  ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ຜະລະອານິສົງ ສ້າງພຣະພຸດທະຮູບ ໃຫ້ແກ່ພຸດທະສາສະນິກະຊົນ ທັງຫຼາຍ ຜູ້ມີຄວາມເຫຼື້ອມໃສ ໃນພຣະພຸດທະສາສນາ ໄດ້ຊັກຊວນກັນມາ ກໍ່ສ້າງກອງການກຸສົນ ມີການໃຫ້ທານ ແລະ ຮັກສາສິນ ກະທຳໃຫ້ເປັນ ອາມິດສະບູຊາ ແລະ ປະຕິບັດບູຊາ ແກ່ພຣະພຸດທະເຈົ້າ ພຣະທຳມະເຈົ້າ ພຣະສັງຄະເຈົ້າ ທັງ 3 ຣັດຕະນະສຳເລັດແລ້ວ ປາຖນາຈະຟັງທຳມະເທສນາ ຜະລະອານິສົງ ສ້າງພຣະພຸດທະຮູບ ເຊິ່ງເປັນຮູບປຽບແຫ່ງ ພຣະບໍຣົມມະຄູ ສຳມາສຳພຸດທະ ເຈົ້າ ເພື່ອເປັນການສະຫຼອງ ຮູບພຣະປະຕິມາກອນ ທີ່ໄດ້ສະລະຊັໍບອອກມາ ກໍ່ສ້າງໄວ້ສຳລັບ ເພື່ອການບູຊາ ກາບໄຫ້ວ ຈະໄດ້ເປັນເຄື່ອງກະຕຸ້ນໃຈ ແກ່ຜູ້ສັນຈອນທ່ຽວໄປມາ ແລ້ວເກີດສັດທາເຫຼື້ອມໃສ.

  ຣະລຶກເຖິງຄຸນພຣະຣັດຕະນະໄຕ ຈະໄດ້ມີຄວາມສະຫຼົດ ສັງເວດເກີດຂື້ນ ພາຍໃນຈິດຂອງຕົນ ແລ້ວຈະໄດ້ປະພຶດປະຕິບັດ ຕາມຄຳບໍຣົມພຸດທະໂອວາດ ຕັດເສຍຈາກ ການສ່ອງເສບຄົນພານ ໃຫ້ຂາດອອກຈາກ ຂັນທະສັນດານ ກັບເປັນຜູ້ຕັ້ງຕົນໄວ້ໂດຍຊອບ ຄືລະມິດສາທິດຖີ ຄວາມເຫັນຜິດເສຍ ຈະໄດ້ກັບມາຕັ້ງຕົນໃໝ່ ໃນສຳມາທິດຖີ ມີຄວາມເຫັນຖືກຕ້ອງ ຕາມທຳນອງຄອງທຳ ປະພຶດສິ່ງທີ່ເປັນປະໂຫຍດແກ່ຕົນ ມີການໃຫ້ທານ ຮັກສາສິນ ຟັງທຳມະເທ ສນາ ແລະ ຈະເລີນເມດຕາ ພາວະນາ ປະພຶດສົມຄວນແກ່ ພາວະຄວາມເປັນຢູ່ຂອງຕົນ.

  ເປັນຄາຣະວາດ ຄອບຄອງຢ້າວເຮືອນ ກໍ່ໃຫ້ຕັ້ງຕົນໄວ້ໃນເຂດແຫ່ງ ສິນທຳອັນເປັນຄິຫິວິໄນ ແລະ ໃຫ້ທານຕາມສົມຄວນ ແກ່ໂພຄະຊັບຂອງຕົນ ຖ້າມີຄວາມຮູ້ສຶກຊາບຊຶ້ງ ໃນໃຈເຫຼື້ອມໃສ ຈົນຄາຣາວາດວິໃສ ອອກສູ່ເນກຂຳ ມະບັບພະຊາ ອຸປະສົມບົດ ກໍ່ຕັ້ງຕົນໄວ້ຊອບ ໃນສິນຈາຣານຸວັດຂອງບັບພະ ຊິດ ຄືຢຶດຖືເອົາ ປະຕິໂມກຂະສັງວອນ ສິນເປັນເຄື່ອງດຳເນີນ ຈະໄດ້ເປັນຜູ້ຊ່ວຍສົ່ງເສີມຄ້ຳຊູ ພຣະພຸດທະສາສນາ ໃຫ້ຢືດຍາວອອກໄປຕາບເທົ້າ 5000 ວັດສາ ກໍ່ແລ.

  ການສ້າງພຣະພຸດທະຮູບ ມີປະໂຫຍດຫຼາຍສະຖານ ສາມາດອຳນວຍວິ ບາກຜົນ ໃຫ້ແກ່ຜູ້ສະຖາປະນາ ແລະ ຜູ້ໄດ້ທັດສະນາໃນປັດຈຸບັນ ພົບນີ້ ແລະ ພົບຂ້າງໜ້າ ດັ່ງພຣະເຖຣະຜູ້ໜຶ່ງ ບຳເພັນກຳມະຖານຢູ່ໃນ ປະເທດຮາວປ່າ ຢູ່ມາການວັນໜຶ່ງ ໄດ້ທັດສະນາການເຫັນ ພຣະພຸດທະປະຕິມາກອນ ເກີດຄວາມສະລົດສັງເວດ ລະລຶກເຖິງພຣະພຸດທະຄຸນ ບຳເພັນພຽນປະພຶດ ສະມະນາທຳ ໄດ້ບັນລຸພຣະອະຣະຫັນຕະຜົນ ພົ້ນຈາກສັງສາຣະທຸກ ໃນວັນນັ້ນເອງ ເພາະສະນັ້ນ ສົມເດັດພຣະບໍຣົມມະຄູ ຈິ່ງຕັດວ່າ ການເຫັນພຣະພຸດທະຮູບ ເປັນທັດສະນານຸດຕະຣິຍະ ອັນປະເສີດ ເພາະທຳໃຫ້ຜູ້ໄດ້ທັດສະນະ ຕື່ນຈາກບາບອະກຸສົນ ບໍ່ຫຼົງງົມງາຍ ເຫຼົ່າເທວະດາ ມະນຸດຈະຣະລຶກເຖິງ ພຣະພຸດທະ ຄຸນວ່າ “ອິຕິປິໂສ ພະຄະວາ ອະຣະຫັງ ສຳມາສຳພຸດໂທ” ເປັນຕົ້ນ ກໍຕ້ອງໄດ້ເຫັນ ພຣະພຸດທະເຈົ້າ ຫຼື ຮູບພຣະພຸດທະປະຕິມາກອນ ໂດຍທາງໃດ ທາງໜຶ່ງເສຍກ່ອນ.

“ຕັດສະມາ” ເພາະສະນັ້ນ ທ່ານຈິ່ງພັນລະນາ ຜະລະອານິສົງ ສ້າງພຣະພຸດທະຮູບ ໄວ້ນານາປະການ ດັ່ງຕໍ່ໄປນີ້ ນໍຣະຍິງຊາຍ ຜູ້ໃດໄດ້ສະລະຊັບ ສ້າງ ພຣະພຸດທະຮູບປະຕິມາກອນ ເບື້ອງໜ້າ ແຕ່ຕາຍໄປຈະໄດ້ເປັນ ເສດຖີ ມີຊັບມາກ ນໍຣະຍິງຊາຍຜູ້ໃດໄດ້ ສ້າງພຣະພຸດທະຮູບດ້ວຍດີມຸກ ເບື້ອງໜ້າແຕ່ຕາຍໄປ ຈະໄດ້ເປັນເທວະດາ ມີລິດທານຸພາບມາກ ນໍຣະຍິງຊາຍຜູ້ໃດໄດ້ ສ້າງພຣະພຸດທະຮູບດ້ວຍເງິນ ຜູ້ນັ້ນຈະໄດ້ເປັນ ພຣະເຈົ້າຈັກກະພັດຕິຣາດ ໃນປະຣະພົບເບື້ອງໜ້າ ທີ່ຕາຍໄປ, ນໍຣະຍິງຊາຍຜູ້ໃດໄດ້ ສ້າງພຣະພຸດທະຮູບດ້ວຍ ທອງເຫຼືອງ ຫຼື ທອງສຳລິດ ຜູ້ນັ້ນຈະໄດ້ເປັນ ບໍຣົມມະກະສັດຕາທິ ຣາດ ໃນປະຣະພົບເບື້ອງໜ້າ ທີ່ຕາຍໄປ.

  ນໍຣະຍິງຊາຍຜູ້ໃດໄດ້ ສ້າງພຣະພຸດທະຮູບດ້ວຍສີລາ ຫຼື ດອກໄມ້ປົນເຈືອກັນຂື້ນເປັນອົງ ຈະໄດ້ເປັນ ທ້າວສັກກະເທວະຣາດ ໄດ້ເປັນໃຫ່ຍກວ່າເທວະດາ ໃນຊັ້ນຕາວະຕິງສາ ນໍຣະຍິງຊາຍຜູ້ໃດໄດ້ ສ້າງພຣະພຸດທະຮູບ ດ້ວຍແກ່ນຈັນ ຜູ້ນັ້ນຈະໄດ້ເປັນ ໃຫ່ຍໃນປະເທດສະຣາດ ປະກອບໄປດ້ວຍ ຈະຕຸ ຣົງຄະເສນາ ນໍຣະຍິງຊາຍຜູ້ໃດໄດ້ ສ້າງພຣະພຸດທະຮູບສາຍາ ໃສ່ແຜ່ນຜ້າ ຫຼື ແຜ່ນໂລຫະຕ່າງໆ ຜູ້ນັ້ນຈະໄດ້ເປັນ ພຣະມະຫາພົມ ນໍຣະຍິງຊາຍຜູ້ໃດໄດ້ ສ້າງພຣະພຸດທະຮູບ ດ້ວຍທອງຄຳທຳມະຊາດ ນໍຣະຍິງຊາຍຜູ້ນັ້ນ ຈະປາຖນາເປັນພຸດທະພູມ ປັດເຈກະພູມ ສາວະກະພູມ ຢ່າງໃດ ຢ່າງໜຶ່ງ ກໍ່ຈະສຳ ເລັດດັ່ງຄວາມປາຖນາ ໃນປະຣະພົບເບື້ອງໜ້າໂດຍແທ້.

  ພຸດທະສາສະນິກະຊົນທັງຫຼາຍ ມັກໃຄ່ໄດ້ຂົນຂວາຍ ສ້າງພຣະພຸດທະຮູບປະຕິມາກອນ ນານາວັດຖຸ ດັ່ງເທສນາມາແລ້ວນັ້ນ ເພື່ອອຸທິດບູຊາ ພຣະຣັດ ຕະນະໄຕຄື: ພຣະພຸດທະເຈົ້າ ພຣະທຳມະເຈົ້າ ພຣະສັງຄະເຈົ້າ ຈະໄດ້ເປັນທີ່ ສັກກາຣະບູຊາ ກາບໄຫວ້ແກ່ເທວະດາ ແລະ ມະນຸດນິກອນທຸກຖ້ວນໜ້າ ຍ່ອມເປັນບຸນອັນລ້ຳເລີດ ປະເສີດຍິ່ງໜັກໜາ ດັ່ງພຣະພຸດຄາຖາວ່າ “ປຸນຍານິ ປະຣະໂລກັດສະມິງ ປະຕິດຖາ ໂຫນຕິ ປະນິນັງ” ບຸນຄືຄວາມດີ ຄວາມງາມ ຍ່ອມເປັນທີ່ເພິ່ງ ທີ່ອາໃສຂອງສັດທັງຫຼາຍ ໃນປະຣະພົບເບື້ອງໜ້າ ແມ່ນໃນອັດຕະພາບນີ້ ເມື່ອລະນຶກເຖິງກຸສົນ ຂື້ນມາຄາວໃດ ກໍ່ມີໃຈປິຕິປາໂມດເຫຼື້ອມໃສ ຄັນທຳລາຍຂັນລະໂລກນີ້ໄປ ກໍ່ມີສຸຄະຕິ ໂລກສະຫວັນ ເປັນທີ່ຢູ່ອາໃສ ດັ່ງໄດ້ເທສນາທຳມາ ນຸດຕະຣິຍາ ຜະລະອານິສົງແຫ່ງ ການສ້າງ ພຣະພຸດທະຮູບຕ່າງໆ ນິດຖິຕາ ກໍ່ຈົບລົງ ພຽງເທົ່ານີ້ແລ.

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top