ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)
ສັບພະທານັງ ທຳມະທານັງ ຊິນາຕິ ອິທັງ ຕຸມຫັງ ນະຫາຕະວາ ອິທັງ ສັດຖາ ເຊຕະວະເນ ວິຫະຣັນໂຕ ອັດຕະໂນ ທານະປາຣະມີ ອາຣັບພະກະເຖສິຕິ.
ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ຜະລະອານິສົງສະ ແຫ່ງການຖວາຍ ສັງຄະທານ ພ້ອມທັງມີການ ເຖຣາພິ ເສກຫົດສົງ ພຣະພິຂຸສົງ ເພື່ອເປັນເຄື່ອງ ເຍືອງທາງໃຫ້ແກ່ ນໍຣະຍິງຊາຍທັງຫຼາຍ ທີ່ມີຈິດສັດທາ ເຫຼື້ອມໃສໃນ ພຣະພຸດທະສາສນາ ຈິ່ງໄດ້ແບ່ງ ຊັບສົມບັດອອກ ໃຫ້ເປັນທານ ຫວັງເອົາກຸສົນຜົນບຸນ ໃນຊາດນີ້ ແລະ ຊາດໜ້າ ຄົງຈະໄດ້ດັ່ງ ຄວາມປາຖນາ ຂອງທ່ານທຸກປະການ ຜູ້ທີ່ບໍຣິຈາກຊັບຂອງຕົນ ໃຫ້ເປັນສາທາຣະນະ ປະໂຫຍດ ຍ່ອມເປັນທີ່ສັນຣະເສີນ ຂອງມະຫາຊົນ ເປັນ ອັນມາກ.
ເຫດດັ່ງນັ້ນ ທ່ານຜູ້ມີປີຊາຍານ ຈິ່ງຄວນເຜີຍແຜ່ ເຈືອຈານຕາມສົມຄວນ ແກ່ຖານະຂອງຕົນ ບໍ່ໃຫ້ສະຫຼະທານ ຈົນໝົດເນື້ອໝົດຕົວ ນຶກເຖິງຄວາມນ້ອຍ ຫຼາຍແຫ່ງໂພຄະຊັບ ໂດຍການໃຫ້ແກ່ ຜູ້ອື່ນແຕ່ພໍດີ ເພື່ອຊົງຕົນ ແລະ ຊົງຜູ້ອື່ນໄວ້ທັງ 2 ຝ່າຍ ຄືຕົນເອງ ກໍ່ບໍ່ເຖິງກັບການຂາດແຄນ ແລະ ບໍ່ເປັນໜີ້ສິນ ບຸກຄົນອື່ນ ການໃຫ້ ແລະ ອຸປະຖຳໃຫ້ຜູ້ໃດ ໄດ້ຮັບໃຫ້ພົ້ນຈາກ ຄວາມຂາດແຄນ ພໍເປັນທາງໃຫ້ຕັ້ງຕົນໄດ້ ຫຼື ເປັນເຄື່ອງຜູກນ້ຳໃຈ ໂດຍສາມັກຄີທຳ ຍ່ອມນັບວ່າ ເປັນທາງດີ ທາງຊອບ ເປັນທາງໄປສູ່ ສຸຄະຕິສະຖານ ຍ່ອມເປັນທີ່ຮັກແພງ ຊອບໃຈຂອງຜູ້ໄດ້ຮັບທານ ເພາະການບໍຣິຈາກນັ້ນ ຈິ່ງສົມດ້ວຍ ວະຈະນະປະພັນ ພຸດທະພາສິດທີ່ມາໃນ ປັນຈະກະນິບາດ ອັງຄຸດຕະຣະນິກາຍວ່າ “ທະທັງ ປິໂຍ ພະຊັນຕິ ນັງ ພະຫູຊະນາ” ຜູ້ໃຫ້ຍ່ອມເປັນທີ່ຮັກ ຂອງຄົນເປັນອັນມາກ.
ຜູ້ບໍຣິຈາກທານ ຍ່ອມໄດ້ຮັບອານິສົງ ທີ່ຈະເພິ່ງເຫັນໄດ້ງ່າຍໆ ຄືເປັນທີ່ຮັກໃຄ່ ຂອງຄົນທົ່ວໄປ ແລະ ມວນຊົນທັງຫຼາຍ ຍ່ອມຍົກຍ້ອງນັບຖື ວ່າເປັນຜູ້ມີສັດທາ ເຫຼື້ອມໃສ ເຖິງແມ່ນນັກປາດທັງຫຼາຍ ກໍສັນຣະເສີນຜູ້ນັ້ນວ່າ ມີເຈ ຕະນາຄື ຄວາມຕຶກຕອງ ນຶກຄິດຈະໃຫ້ເປັນປະໂຫຍດ ແກ່ຜູ້ນັ້ນ ບໍ່ໄດ້ມຸ້ງ ໝາຍຕໍ່ອາມິດ ເປັນຄິດເກີດຂຶ້ນໃນໃຈ ມີອັດທະຍາໃສ ອັນບໍຣິສຸດ ອັນໜຶ່ງການບໍຣິຈາກ ທານນັ້ນກໍມີຢູ່ 2 ຜະແນກຄື: ອາມິດສາທານ 1, ທຳມະທານ 1. ອາມິດສາທານນັ້ນຄື ການໃຫ້ເຂົ້ານໍ້າ ໂພຊະນະອາຫານ ຜ້າຜ່ອນທ່ອນສະໃບ ເຄື່ອງອຸປະໂພກ ບໍຣິໂພກ ຢ່າງນີ້ເປັນ ອາມິດສະທານອັນໜຶ່ງ ສະແດງ ພຣະທຳມະເທສນາ ແລະ ກ່າວສັງສອນ ໃຫ້ຮູ້ບາບບຸນຄຸນໂທດ ແລະ ໂທດປະໂຫຍດ ແລະ ບໍ່ເປັນປະໂຫຍດ ຢ່າງນີ້ຮຽກວ່າ ທຳມະທານ .
ທຳມະທານນີ້ ມີອານິສົງ ຫຼາຍກວ່າອະມິສະທານ ແລະ ບໍ່ເປັນອາມິສະທານ ອະທິບາຍວ່າ ທາຍົກຜູ້ຈະໃຫ້ ອະມິສະທານໄດ້ ກໍ່ເພາະໄດ້ຟັງ ຄຳ ສອນໃຫ້ຊາບ ໂດຍແຈ່ມແຈ້ງກ່ອນ. ອີກໃນໜຶ່ງ ຜູ້ປະສົບສຸກສົມບັດ ມີປະ ມານນ້ອຍຕະຫຼອດ ເຖິງຄວາມສຸກຢ່າງສູງ ໝາຍເຖິງພິບພານສຸກ ກໍ່ເພາະໄດ້ສະດັບຟັງໂອວາດ ທານຸສາສະນີ ສະແດງເຖິງພຣະອັດຖະທຳ ໂດຍເຂົ້າໃຈແຈ່ມແຈ້ງ ເພິ່ງຊາບໂດຍເຫັນ ໄດ້ໃນພຣະສາຣິບຸດ ອັນໄດ້ຟັງທຳທີ່ ພຣະອັດສະຊິສະແດງ ແລ້ວຈິ່ງທຳໃຫ້ແຈ້ງ ເຊິ່ງມັກ ແລະ ຜົນ ເຫດນັ້ນ ທຳມະ ທານ ຈິ່ງຊື່ວ່າເປັນຍອດແຫ່ງ ທານທັງຫຼາຍ ໄດ້ກະທຳກັນຢູ່ໃນເວລາ ວັນນີ້ຄື ສິນກໍ່ໄດ້ຮັບ ທຳກໍ່ໄດ້ຟັງ ທານກໍ່ໄດ້ໃຫ້ ນັບວ່າຄົບທັງສາມຢ່າງ ບໍຣິບູນແລ້ວ ອັນນັກປາດທັງຫຼາຍ ມີອົງສົມເດັດ ພຣະພຸດທະເຈົ້າຕັດວ່າ ມີຜະລະອານິສົງ ມາກເປັນອະເນກອະນັນ ຈະນັບປະມານບໍ່ໄດ້.
ດັ່ງພຣະຄາຖາວ່າ “ອິທັງ ຕຸມຫັງ ນະຫາຕະວາ ເຊຕະວະເນ ວິຫະຣັນໂຕ ທານະປາຣະມີ ອະຣັບພະ ກະເຖສິຕິ” ໃນກາລະຄັ້ງນັ້ນ ອົງສົມເດັດ ພຣະພຸດທະເຈົ້າ ປະທັບຢູ່ໃນປ່າເຊຕະວັນ ມະຫາວິຫານ ກັບດ້ວຍໝູ່ເຕວະສິກຜູ້ໃຫ່ຍ ໃນກາລະຄັ້ງນັ້ນ ຍັງມີພຣະຍາ ປະເສນະທິໂກສົນ ກັບບໍລິວານທັງຫຼາຍ ກໍ່ນຳເອົາເຄື່ອງສັກກາຣະບູຊາ ທັງຫຼາຍ ໝາຍມີຕົ້ນວ່າ ປະທູບປະທີບ ດອກໄມ້ ຄັນທະຣົດສະຂອງຫອມ “ຄັນຕະວາ” ເຂົ້າໄປສູ່ປ່າເຊຕະວັນ “ອະພິວາເທຕະວາ” ກໍ່ບູຊາໄຫວ້ນົບ ສັກກາຣະບູຊາແລ້ວ ນັ່ງໃນທີ່ຄວນແຫ່ງຕົນ “ປຸດສິ” ກໍ່ຖາມຍັງ ສັບພັນຍູນເຈົ້າວ່າ “ພັນເຕ” ຂ້າໄຫ້ວສັບພັນຍູເຈົ້າ “ໂຍກໂກຈິ ປຸຄະໂລ” ອັນວ່າບຸກຄົນໃດ ທຳສັກກາຣະຫົດສົງ ເຖຣາພິເສກແກ່ ພິກຂຸສົງເຈົ້າ ດ້ວຍໃຈໃສສັດທາ “ລັບພະຕິ” ກໍ່ຈັກໄດ້ຜະລະອານິສົງ ຢ່າງໃດກໍ່ຂ້າຈາ?.
ສັບພັນຍູເຈົ້າ ໄດ້ຍິນຄຳຖາມແຫ່ງ ສົມເດັດພຣະຍາ ປະເສນະທິໂກສົນແລ້ວ ກໍ່ກ່າວວ່າ ດູລາມະຫາຣາດ ບຸກຄົນຜູ້ໃດຜູ້ໜຶ່ງ “ສັດທາຍະສັມປັນໂນ” ອັນເຊື່ອໃນຄຸນ ພຣະຣັດຕະນະໄຕທັງ 3 ຄື ພຣະພຸດທະເຈົ້າ ພຣະທຳມະ ເຈົ້າ ແລະ ພຣະສັງຄະເຈົ້າ “ປະສັນນະຈິດໂຕ” ມີຈິດໃຈໃສສັດທາ “ປັດເຖນໂຕ” ປາຖນາ ເອົາຍັງສຸກ 3 ປະການຄື ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ອັນໃດອັນໜຶ່ງກໍ່ຈັກໄດ້ດັ່ງມະໂນຣົດ ຄວາມປາຖານາຂອງທ່ານທຸກປະການ.
ກໍ່ແລວ່າດ້ວຍການ ເຖຣາພິເສກ ສິດທິພຣະພອນ ນາມມະກອນແຖມ ພອນສັງຄະສະມະນະເຈົ້າ ເປັນປະເພນີ ສືບໆກັນມາ ແຫ່ງນັກປາດເຈົ້າທັງ ຫຼາຍໃນເມື່ອກ່ອນ ໃນຄະນະຄັ້ງນັ້ນ ເປັນສະໄໝສາສນາ ຂອງພຣະພຸດທະ ເຈົ້າເມທັງກະໂຣພຸດໂທ ໄດ້ມາໂຜດປານະສັດທັງຫຼາຍ ຍັງມີພຣະຍາຕົນໜື່ງຊື່ວ່າ ວິໄຊຍະ ກໍ່ສະເຫວີຍສົມບັດ ໃນເມືອງສາຣະນະຄອນ ປະກອບໄປດ້ວຍທະສະພິທະຣາຊາະທຳ 10 ປະການ “ເອໂກ ເຖໂຣ” ຍັງມີເຖຣະເຈົ້າຕົນໜື່ງຊື່ວ່າ “ອຸສຸສາ” ເປັນອັນເຕວາສິກ ແຫ່ງພຣະພຸດທະເຈົ້າ ເມທັງກອນ “ຄະໂຕ” ກໍ່ເຂົ້າມາສູ່ ເມືອງສາຣະນະຄອນ ກັບດ້ວຍບໍຣິວານແຫ່ງຕົນ.
ໃນກາຣະຄັ້ງນັ້ນ ພະຍາວິໄຊຍະ ທອດພຣະເນດເຫັນ ຍັງພຣະເຖຣະເຈົ້າເຂົ້າສູ່ວັງແຫ່ງຕົນ “ວິປະທິຕະວາ” ພຣະຍາກໍ່ມີໃຈເຫຼື້ອມໃສໃນ ອິຣິຍະບົດ 4 ປະການ “ປັດຈາຄັດສັນໂຕ” ກໍ່ໄປຕ້ອນໄປຮັບ ຍັງພຣະມະຫາເຖຣະເຈົ້າ ກັບ ດ້ວຍບໍຣິວານແຫ່ງຕົນ “ວັນທິຕະວາ” ກໍ່ໄຫວ້ແລ້ວ ແລະ ນິມົນນໍາເມືອສູ່ຜາ ສາດແຫ່ງຕົນ “ອະພິສິນຈິຕະວາ” ກໍ່ຫົດສົງເຖຣາພິເສກ ອະດິເລກມັງຄະລະຈະຕຸ ຄັນທາຣະສາຄະເຕຫິ ດ້ວຍນໍ້າຫອມ “ຕັດຕະວາ” ກະທໍານິສິດທິ ພຣະພອນນາມະກອນແຖມຊື່ ທໍາມະສານະປະຕິແລ້ວ ພຣະຍາກໍ່ມອບ ເວນເຄນໃຫ້ຍັງເຄື່ອງບໍຣິວານ ມີສາດ ໝອນ ຕາລະບັດ ຕຽງຖ້ວຍ ພາສະນະນ້ອຍໃຫຍ່ທຸກປະການ ມີຂອງຄວນຄ້ຽວສັນ ແລ້ວກໍ່ຕັັ້ງຍັງຄວາມປາຖນາ “ອາຫະ” ກໍ່ກວ່າ “ພັນເຕ ອິມີິນາຕຸຍຫັງ ນະຫາຕະວາ ອະພິສິນ ຈະເນນະ” ດັ່ງນີ້ເປັນເຄົ້າ ຂ້າໄຫວ້ພຣະມະຫາເຖຣະເຈົ້າ.
“ສັພເພ ສັດຕາ ປານາ” ຄືວ່າສັດທັງຫຼາຍສັດທັງມວນ ຂໍໃຫ້ຈົ່ງຕັ້ງຢູ່ໃນຄຳສັ່ງສອນ ແຫ່ງຜູ້ຂ້າທຸກເມືອ ຂໍໃຫ້ຜູ້ຂ້າໄດ້ພົ້ນຈາກໂພຍໄພ ແລະ ເວນຂ້າ ເສິກສັດຕູທັງຫຼາຍ “ສັບພະໂພຄະທານັງ” ຂໍຈົ່ງເກີດມີ ເຕັມໃຈນັກແຫ່ງຜູ້ຂ້າໃນຊາດໃດກໍ່ດີ ດ້ວຍກຸສົນຜົນບຸນ ອັນຜູ້ຂ້າໄດ້ອຸປະຖາກບູຊາ ດ້ວຍເຄື່ອງອຸປະກອນ ທັງຫຼາຍຝຸງນີ້ “ພຸດໂທໂຫມິ” ຂໍໃຫ້ຂ້າໄດ້ຕັດສະຮູ້ ເປັນພຣະສັບພັນຍູອົງໜື່ງ “ອະນາຄະຕາກາເລ” ໃນການອັນຈັກມາ ພາຍພາກໜ້າ.
ດ້ວຍຜະລາອານິສົງ ອັນຜູ້ຂ້າໄດ້ໄດ້ຫົດສົງ ເຖຣາພິເສກ ນິສິດທິພຣະພອນນາມະກອນ ແຖມຊື່ແກ່ ພຣະມະຫາເຖຣາເຈົ້າ ແລ້ວນີ້ ກໍ່ຂ້າເທີ້ນ ໃນກາລະຄັ້ງນັ້ນ ພຮະມະຫາເຖຣາເຈົ້າ ກໍ່ໄດ້ຮັບອະນຸໂມທະນາ ແຫ່ງພຣະຍາ ວິໄຊຍະ ແລ້ວກໍ່ຖວາຍພຣະພອນທິບ 10 ປະການແລ້ວ ກໍ່ລາໄປສູ່ທີ່ຢູ່ແຫ່ງຕົນ “ໂສຣາຊາ” ພຣະຍາວິໄຊຍະ ກໍ່ໄດ້ຮັບພອນແຫ່ງ ພຣະມະຫາເຖຣະເຈົ້າ ແລ້ວກໍ່ມີຄວາມຍີນດີ ລື້ນເລີງບັນເທີງໃຈ ຕ່ໍບຸນກຸສົນແຫ່ງຕົນ ຄັນຈຸຕິຈາກສະໂລກແລ້ວກໍ່ໄດ້ເອົາຕົນ ເມືອອຸບັດຂື້ນເທີງ ສະຫວັນຊັ້ນດຸສິດພິພົບ ມີຜາສາດຄຳ ສູງໄດ້ 22 ໂຍດ ໃນຊັ້ນດຸສິດອັນຮຸ່ງເຮືອງ ໄປດ້ວຍສີສົມບັດທິບ ມີນາງຟ້າເທພະອັບສອນ ກັນລະຍາໜື່ງແສນ ເປັນບໍຣິວານ ຄັນສິ້ນຊີບເປັນ ເທວະບຸດແລ້ວນັ້ນ ແລ້ວກໍ່ໄດ້່ມາເກີດເປັນ ເຈົ້າພຣະຍາສິຣິຕະ ແລ້ວກໍ່ທົວລະວັດພັດໄປມາ ປາຣະມີແກ່ກ້າກໍ່ໄດ້ ມາເກີດເປັນ ອົງພຣະຕະຖາຄົດ ດຽວນີ້ແລ.
ທ່ານປັດໃຈຍະທານາ ທິບໍດີທັງຫຼາຍຄັນ ໄດ້ຟັງຜະລະອານິສົງ ເຖຣາພິ ເສກຢ່າງ ແຈ່ມແຈ້ງແລ້ວ ຈົ່ງມີຄວາມປິຕິຍິນດີ ຕໍ່ບຸນກຸສົນຂອງຕົນ ທີ່ໄດ້ກະທໍາມາແລ້ວ ກ່ໍຈະສົມດັ່ງມະໂນຣົດ ຄວາມປາຖນາຂອງທ່ານ ທຸກປະການນິດ ຖິຕາ ຈົບພຽງເທົ່ານີ້ແລ.