ນະໂມ 3 ຈົບ
ຕະຖາ ໂພຄະວະຫັງ ທານັງ ສິລັນຕິ ພາວະ ສໍາປະທັງ ໄສເທຕິ ອິທະສັນຕານັງ ວິເສເສນະ ປະກາສິຕັນຕິ
ໂພ ສາທະໂວ ດູລາສັບປຸຣິສາທັງຫຼາຍ ຝູງປາດຖະຫນາ ຍັງສຸກສາມປະການ ມີພຣະນີຣະພານເປັນທີ່ແລ້ວ ຂໍຈົ່ງຕັ້ງໂສຕະ ປາສາດແກ້ວທັງສອງ ຮອງຮັບຟັງເອົາຍັງພຣະສັດທັມມະເທສະຫນາ ພັນລະນາເຖິງການຖວາຍ ເຂົ້າສະຫຼາກກະພັດຕາທານ ແກ່ທ່ານ ສາທຸຊົນພຸດທະບໍຣິສັດທັງຫຼາຍ ທີ່ມາບາເພັນກຸສົນໃນເວລາວັນນີ້ ເບື້ອງຕົ້ນກໍໄດ້ໄຫ້ວພຣະ ສະມາທານສິນ ຕາມສົມຄວນແກ່ຕົນ ແລະ ໄດ້ມີການຖວາຍທານ ອັນເປັນບຸບພະກິດສໍາເຣັດແລ້ວ ກໍໄດ້ ມີການຟັງພຣະທັມມະເທດສະຫນາອີກ ທ່ານທັງຫຼາຍທີ່ມາບໍາເພັນ ບຸນຈະເຣີນກຸສົນໃນເວລານີ້ ໄດ້ຊື່ວ່າສ້າງມະຫາກຸສົນ ເພາະວ່າ ສິນກໍໄດ້ຮັກສາ ທານກໍໃຫ້ ທັມມະກໍຟັງ ຖືວ່າຄົບຖ້ວນພ້ອມໄປ ດ້ວຍ ອົງຄຸນທັງສາມປະການ ເພາະວ່າການກະທໍາໄດ້ດັ່ງນີ້ເປັນ ສິ່ງທີ່ກະທໍາໄດ້ຍາກຍິ່ງ ໂດຍສ່ວນຫຼາຍແລ້ວ ແມ່ນໄດ້ກະທໍາ ແຕ່ພຽງຢ່າງດຽວ ຫຼື ສອງຢ່າງເທົ່ານັ້ນ ຄືບາງເວລາໄດ້ໃຫ້ແຕ່ທານ ບາງທີໄດ້ສະມາທານແຕ່ສິນ ບາງເທື່ອໄດ້ຟັງແຕ່ທັມ ບາງຄາວໄດ້ ໃຫ້ແຕ່ທານກັບສະມາທານສິນ ແຕ່ບໍ່ໄດ້ຟັງທັມ ບາງທີໄດ້ສະມາ ທານສິນກັບຟັງທັມ ແຕ່ບໍ່ໄດ້ຖວາຍທານ ບາງຄາວໄດ້ຖວາຍທານ ກັບສະດັບຮັບຟັງທັມ ແຕ່ບໍ່ໄດ້ຮັກສາສິນ ແຕ່ວ່າວັນນີ້ທ່ານທັງນີ້ຈຶ່ງມີຫຼາຍ ໄດ້ກະທໍາຄົບທັງສາມອົງຄຸນ ໃນເວລາດຽວກັນ ແລະການ ໃຫ້ທານໃນວັນນີ້ກໍແຕກຕ່າງ ຈາກວັນທຳມະດາທີ່ເຄີຍໄດ້ກະທຳມາ ເພາະມີການຈັບສະຫຼາກ ແລ້ວຈຶ່ງຖວາຍທານຕາມລາຍຊື່ ຂອງພິກຂຸສາມະເນນທີ່ຈັບໄດ້ນັ້ນ ທານແບບນີ້ຈຶ່ງມີຊື່ຕາມອາ. ການທີ່ກະທໍາວ່າ ສະຫຼາກກະພັດຕາທານ ດ້ວຍອໍານາດຜົນທານ ສິນຜົນສຸດຕະ ຄື ຜົນຂອງການສະດັບຟັງພຣະທັມມະ ນີ້ ຈັດເປັນມູນລະນິທິແຫ່ງບຸນກຸສົນ ອັນທ່ານໄດ້ສ້າງສົມໄວ້ໃນ ວັນນີ້ ຈະເປັນມັກຄາທາງ ຊັກນໍາໃຫ້ທ່ານໄດ້ໄປເຖິງສຸກຄະຕິ ໂລກສະຫວັນ ສົມດັ່ງພຣະພຸດທະພາສິດທີ່ພຣະຄະວັນຕະບໍພິດ ຕັດເທດສະຫນາໄວ້ວ່າ
ຕັດຖະ ໂພຄະວະຫັງ ທານັງ ສີລັນຕິ ພະວະສັມປະທັງ ດັ່ງນີ້ເປັນຕົ້ນ ຊຶ່ງແປເປັນໃຈຄວາມວ່າ ກຸສົນ ຄື ທານ ແລະ ສິນທັງສອງປະການນັ້ນ ເມື່ອຈະກ່າວເຖິງຜົນອັນພິເສດ ສ່ວນອະດີ ໄສວິບາກແລ້ວ ທານຍ່ອມໃຫ້ຜົນໄວກວ່າ ອັນຈະນໍາມາເຊິ່ງ ໂພ ຄະຊັບສົມບັດ ໃຫ້ງອກງາມໄພບູນໃນມະນຸດໂລກ ແລະ ທິບພະ ສະຖານ ສ່ວນວ່າສິນນັ້ນມີວິບາກອັນແຮງກ້າ ກະທໍາຫນ້າທີ່ນາ ພາມາເຊິ່ງພາວະສົມບັດ ໃຫ້ສໍາເລັດແກ່ຜູ້ກໍ່ສ້າງດັ່ງນີ້ ມີຄໍາອະທິ ບາຍຕື່ມອີກວ່າ ອໍານາດຜະລາອານິສົງທີ່ຜູ້ຮັກສາສິນນັ້ນ ຈະໄດ້ ຮັບກໍຄືຈະໄດ້ໄປເກີດໃນສຸຄະຕິໂລກສະຫວັນ ສົມດັ່ງພຸດທະພາ ສິດຮັບຮອງໄວ້ວ່າ ສີເລນະ ສຸຄະຕິງ ຍັນຕິ ບຸກຄົນຈະໄປຊູຊາ ຕິໄດ້ກໍເພາະການ ຮັກສາສິນ ເມື່ອສິ້ນອໍານວຍໃຫ້ຜູ້ປະພຶດປະຕິ ບັດກໍຈະໄດ້ໄປອຸບັດໃນມະນຸດໂລກ ຫຼື ສະຫວັນເທວະໂລກ ປະລາອານິສົງຂອງທານ ກໍຮັບຫນ້າທີ່ອຸປະຖໍາພົກຍົກຍໍໃຫ້ ຜູ້ ນັ້ນບໍ ,ຣິບູນດ້ວຍໂພຄະຊັບສົມບັດ ຍົດຖາບັນດາສັກ ບໍຣິວານ ສ່ວນວ່າ ການຟັງທັມນັ້ນ ກໍຈະອໍານວຍວິບາກຜົນໃຫ້ຜູ້ນັ້ນ ເປັນ ພະຫູສູດມີປັນຍາຮອບຮູ້ເລິກແລບນຽບນຽນສ້ຽມແຫຼມ ຮູ້ທັນເຊິ່ງ ເຫດແຫ່ງຄວາມເສື່ອມ ແລະ ເຫດແຫ່ງຄວາມຈະເຣີນ ສາມາດ ຮັກສາພາວະສົມບັດ ແລະ ໂພຄະສົມບັດ ອັນວ່າສີນ ແລະ ທານ ນັ້ນ ສົ່ງຜົນໃຫ້ແລ້ວບໍ່ໃຫ້ເສື່ອມເສຍໄປ ແລະ ວັນນີ້ທ່ານສາທຸຊົນ ພຸດທະບໍຣິສັດທັງຫຼາຍ ໄດ້ກະທໍາຊຶ່ງບຸນຫໍ່ເຂົ້າສະຫຼາກກະພັດຕາ ທານ ຖວາຍອາຫານບິນດະບາດກະທໍາແລ້ວເຊິ່ງການບູຊາແກ່ຄຸນ ພຣະຣັດຕະນະໄຕຣ ຍ່ອມມີຜະລາອານິສົງອັນຍິ່ງໃຫຍ່ໄພສານ ດັ່ງພຸດທະພົດພາສິດທີ່ ອົງສົມເດພຣະສໍາມາສາພຸດທະເຈົ້າຊົງສະ ແດງ ແກ່ພຣະເຈົ້າປັດເສນທິໂກສົນວ່າ ມະຫາຣາຊາ ດູລາ ມະຫາບໍພິດ ພຣະຣາຊະສົມພານເຈົ້າຟ້າ ໃນອະດີດຕະການອັນ ລ່ວງມາແລ້ວ ຍັງມີພຣະພຸດທະເຈົ້າພຣະອົງຫນຶ່ງ ຊົງພຣະນາມວ່າ ປະທຸມຸດຕະຣະ ອາໄສຢູ່ໃນກຸງສາວັດຖີມະຫານະຄອນ ເປັນ ທີ່ໂຄຈອນບິນດະບາດ ມີສາມີພັນລະຍາຄູ່ຫນຶ່ງ ເປັນຄົນອານາຖາ ເຂັນໃຈໄຮ້ຊັບອັບປັນຍາ ແຕ່ມີຈິດໃຈນ້ອມໄປສູ່ກອງການກຸສົນ ເກີດສັດທາເຈຕະນາປາດຖະຫນາທີ່ຈະກະທໍາທານເພື່ອຈະໄດ້ເປັ ນນິທິຂຸມຊັບ ສໍາຫລັບຈະເປັນສະບຽງໄປໃນປາຣະພົບເບື້ອງຫນ້າ ຈິງປຶກສາພັນລະຍາຕາມເຈຕະນາທີ່ຕົນດໍາຣິໄວ້ນັ້ນ ພັນລະຍາກໍເຫັນດີນຳດ້ວຍຄວາມໂສມະນັດ ກໍຮີບຈັດຫາໄຊຍະທານຕ່າງໆປະນິທານເຣັດແລ້ວ ນໍາໄປສູ່ອາຮາມກະທໍາສະຫຼາກໃຫ້ເປັນກະພັດຕາຫານ ພ້ອມດ້ວຍມະຫາຊົນ ສາມີພັນລະຍານັ້ນ ຈັບຖຶກພິກຂຸອົງຫນຶ່ງຈື່ງ ນ້ອມນໍາຍັງພັດຕາຫານນັ້ນ ເຂົ້າໄປຖວາຍດ້ວຍຄວາມທີ່ ຫຼັ່ງນ້ໍາທັກຊີໂນທົກລົງເຫນືອພື້ນປະທະພີ ຕັ້ງປະນິທານ ຄວາມປາດຖະຫນາວ່າ ດ້ວຍເດຊະກຸສົນຜົນທານນີ້ ຂໍໃຫ້ຜູ້ຂ້າໄດ້ດ້ວຍຊັບສົມບັດບໍຣິວານ ສົມບູນໄປດ້ວຍເດຊານຸພາບແລະຂື້ນຊື່ວ່າ ຄວາມທຸກຍາກເຂັນໃຈ ດັງອັດຕະພາບນີ້ ຂໍຢ່າໄດ້ມີອັດຕະພາບຕໍ່ໆໄປ ດ້ວຍເທີ້ນ.
ຢູ່ຕໍ່ມາຄັນກະທໍາການ ກິຣິຍາແຕກກາຍທໍາລາຍຂັນແລ້ວ ກໍໄປອຸບັດຂຶ້ນຢູ່ເທິງ ສະຫວັນຊັ້ນດາວະດິງ ເມື່ອສິ້ນບຸນຍະ ແລ້ວ ກໍໄດ້ກັບລົງມາເກີດເປັນ ພຣະເຈົ້າສັດທາຕິດສະເມືອງພາລາ ນະສີ ພຣະເຈົ້າສັດທາຕິດສະຄັນກັບຊາດມາກໍຄືເຮົາຕະຖາຄົດນີ້ ເອງ ເມື່ອຈົບກະແສພຣະພຸດທະດີກາລົງ ອັນວ່າມວນຫມູ່ພູດທະບໍ ຣິສັດທັງຫຼາຍທີ່ໄດ້ສະດັບຮັບດື່ມເຊິ່ງໂອຊະ ແຫ່ງພຣະທັມມະເທ ສະຫນາ ມີຈໍານວນຫຼວງຫຼາຍຕ່າງກໍຊ້ອງສາທຸການຊື່ນຊົມ ໃນ ພຸດທະບັນຫານ ເຣື່ອງບຸນຫໍ່ເຂົ້າສະຫຼາກກະພັດຕາທານ ທີມີຄຸນນານິສົງ ດັ່ງທີ່ໄດ້ວິຊິດສະນາມາດ້ວຍປະກາຣະສະນີ້ແລ ເອວັງ.