ສະຫຼອງເຂົ້າປະດັບດິນ
ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ (ວ່າ ໓ ເທື່ອ)
ເອໂກ ທຸຄຄະຕະປຸຣິໂສ ພິກຂຸງ ພິກຂາຍະ ຈະຣັນຕັງ ທິສະວາ ຕັສສະ ທານັງ ທັຕະວາ ສະຫັສສະເທວະກັລະຍາ ປະຣິມຸຕຕະສັງຂາຕັງ ຜະລັງ ລະພະຕີຕິ.
ໂພນຕາ ສາທະໂວ ດູຣາສັບປຸຣິສະເຈົ້າທັງຫຼາຍ ຝູງມີຄວາມປາຖະນາມັກໃຄ່ຫາຍັງ ສຸຂ ໓ ປະການຄື ມະນຸດສົມບັດ ສະຫວັນສົມບັດ ແລະພຣະນິບພານສົມບັດ ຈົ່ງຕັ້ງໂສຕະ ປະສາດຫູທັງສອງຟັງຍັງ ປິນທະປາຕານິສັງສະກະຖາ ພັນລະນາເຖິງຜະລະອານິສົງ ແຫ່ງການໃສ່ບາດ ແກ່ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຈິດສັດທາເຫຼື້ອມໃສ ໃນພຣະພຸທທະ ສາສະນາ ໄດ້ພ້ອມກັນພ້ອມນໍາມາ ເຊິ່ງວັດຖຸທານ ມີອາຫານບິນທະບາດ ເປັນຕົ້ນ ແລ້ວ ໄດ້ໃສ່ບາດ ຖວາຍໃຫ້ເປັນທານແກ່ພິກຂຸ ສາມະເນນ ຜູ້ເປັນສົມມຸດຕິສົງ ໃນພຣະພຸທທະ ສາສະນາ ປາກົດວ່າ ເປັນເນື້ອນາບຸນຂອງໂລກ ສໍາຫຼັບຫວ່ານພືດລົງໃສ່ຄື ບຸນກຸສົນຂອງ ອຸປາສິກາ ຜູ້ສະແຫວງຫາຄວາມສຸຂແກ່ຕົນ ໃນປັດຈຸບັນພົບນີ້ ແລະອະນາຄົດໃນພົບຫນ້າ ແລະເປັນບ່ອນສະຖານກາງ ສໍາຫຼັບສົ່ງວັດຖຸທານໃຫ້ໄປເຖິງ ຍາດພີ່ນ້ອງມິດສະຫາຍ ຜູ້ ທີ່ຕາຍໄປສູ່ປະຣະໂລກເບື້ອງຫນ້າ ຄືໃນວັນນີ້ ອຸປາສົກອຸປາສິກາທັງຫຼາຍ ກໍໄດ້ພ້ອມກັນ ມາ ຕັກບາດທໍາທານ ຖວາຍອາຫານບິນທະບາດ ເຊິ່ງຮຽກວ່າ ເອົາບຸນເຂົ້າປະດັບດິນ ເພື່ອອຸທິດສ່ວນບຸນກຸສົນໄປໃຫ້ແກ່ເປຕະຊົນ ເປັນເຄື່ອງບັນນາການຕອບແທນບຸນຄຸນ ສະແດງເຖິງຄວາມກະຕັນຍູກະຕະເວທີ ສ່ວນຍາດມິດທີ່ເປັນເຜດ ກໍາລັງສະເຫວີຍຜົນກັມໃນອະບາຍພູມມີຢູ່ ເມື່ອໄດ້ຮັບຜົນທານທີ່ທາຍົກທາຍິກາ ອຸທິດໄປໃຫ້ ກໍຈະໄດ້ຊ້ອງ ສາທຸການ ອະນຸໂມທະນາໃນຜົນທານນັ້ນ ເຄື່ອງພັນທະນາການຈ່ອງ ກໍຈະອັນຕະຣະ ທານຫາຍໄປ ເຜດເຫຼົ່ານັ້ນ ກໍຈະລະອັດຕະພາບອັນຊົ່ວຮ້າຍນັ້ນເສຍ ນໍາຕົນໄປບັງເກີດ ໃນສຸຄະຕິໂລກສະຫວັນ ຕາມສົມຄວນແກ່ຖານານຸຮູບຂອງຕົນ ດັ່ງວັດຖຸທານຂອງ
ຊາຍທຸຄຄະຕະເຂັນໃຈ ໄຮ້ຊັບ ໄດ້ກະທໍາມາແລ້ວຄື ເອໂກ ທຸຄຄະຕະປຸຣິໂສ ພິກຂຸງ
ພິກຂາຍະ ຈະຣັນຕັງ ດັ່ງນີ້ເປັນຕົ້ນ.
ສະໄຫມຫນຶ່ງ ມີບູຣຸດເຂັນໃຈໄຮ້ຍາດພີ່ນ້ອງ ອາໃສຊາວບ້ານລ້ຽງຊີວິດ ພໍເປັນໄປໃນ ວັນນີ້ຫນຶ່ງ ແຕ່ມີສັດທາເຫຼື້ອມໃສໃນພຣະພຸທທະສາສະນາ ປາຖະນາທີ່ຈະໃຫ້ທານຢູ່ເປັນ ເນື່ອງນິດ ແຕ່ບໍ່ມີວັດຖຸທານອັນປານີດ ຈະນໍາມາໃຫ້ທານໄດ້ ຢູ່ມາວັນຫນຶ່ງ ເປັນວັນທີ່ ຊາວບ້ານເຮັດບຸນເຂົ້າປະດັບດິນ ຫມູ່ປະຊາຊົນກຽມເຄື່ອງໄທຍະທານຕ່າງໆ ມີເຂົ້ານໍ້າໂພ ຊະນະອາຫານ ເປັນຕົນ ນໍາໄປສູ່ວັດອາຮາມຢ່າງຫຼວງຫຼາຍ ທຸກໆ ຄົນມີຫນ້າຕາອັນເບີກ ບານ ແລະປິຕິຍິນດີໃນທານຂອງຕົນ ຝ່າຍທຸກຄະຕະບຸຣຸດຜູ້ເຂັນໃຈ ອອກຈາກຕູບນອຍ ຫຼຽວແລເບິ່ງປະຊາຊົນ ພາກັນທໍາບຸນໃຫ້ທານ ດ້ວຍຄວາມດີອົກດີໃຈຍິ່ງຫນັກ ໄດ້ເກີດ ຄວາມນ້ອຍໃຈໃນຊີວິດ ອັນລໍາບາກ ຢາກທໍາບຸນຖວາຍທານດັ່ງເຂົາ ກໍບໍ່ໄດ້ ເພາະ ວ່າຄວາມຍາກຈົນ ອາພັບຂອງຕົນ ດ້ວຍຄວາມປາຖະນາ ຈະທໍາບຸນຢ່າງແຮງກ້າ ຊາຍ ທຸກຄະຕະນັ້ນ ພິກຂຸງ ພິກຂາຍະ ຈະຣັນຕັງ ທິສະວາ ໃນເມື່ອຄວາມໂສກເສົ້າກໍາລັງມາ ທັບຖົມດວງໃຈ ເຫມືອນດັ່ງຈະແຕກຢູ່ນັ້ນ ດວງຈັກຂຸຄີຕາ ຂອງຊາຍທຸກຄະຕະ ໄດ້ທັດສະນາການຫຼຽວເຫັນ ເຈົ້າພິກຂຸອົງຫນຶ່ງ ກໍາລັງທ່ຽວໂຄຈອນບິນທະບາດ ມາຢືນຢູ່ສະເພາະ ຕໍ່ຫນ້າເຮືອນແຫ່ງຕົນ ຈິ່ງເກີດສັດທາອັນແຮງກ້າອາດຫານ ເປັນມະຫາກຸສະລະເຈຕະນາ ມີຄວາມປິຕິຍິນດີເກີດຂຶ້ນ ຫາຍຈາກຄວາມໂທມະນັດຄັບແຄ້ນໃຈ ນຶກເຫັນເຂົ້າກ້ອນຫນຶ່ງ ປະມານທໍ່ຫນ່ວຍຫມາກຕູນ ທີ່ຕົນຫາມາໄດ້ ຮີບເອົາມາໃສ່ລົງໃນບາດ ຂອງພຣະຜູ້ເປັນເຈົ້າ ແລ້ວອຸທິດສ່ວນບຸນກຸສົນ ທີ່ຕົນໄດ້ກະທໍາແລ້ວນັ້ນ ໃຫ້ໄປເຖິງສັບພະສັດທັງຫຼາຍ ມີບິດາ ມານດາ ຍາດພີ່ນ້ອງ ແລະຄູອຸປັດຊາອາຈານ ເປັນຕົ້ນ ດ້ວຍຄວາມບັນເທິງຊີນຊົມໃຈ ໃນບຸນກຸສົນທີ່ຕົນໄດ້ໃຫ້ທານແລ້ວນັ້ນ.
ບັດນີ້ ກ່າວເຖິງເປຕະຊົນ ຜູ້ເປັນຍາດຂອງຊາຍທຸກຄະຕະບຸຣຸດ ທີ່ໄດ້ສະເຫວີຍຜົນ ການທໍຣະມານ ໃຫ້ຂຶ້ນໄປທ່ຽວສະແຫວງຫາອາຫານ ພໍດີມາປະຈອບພົບກັບການເຮັດ
ບຸນ ຂອງຊາຍທຸກຄະຕະ ຜູ້ເປັນຍາດຂອງຕົນອຸທິດໄປເຖິງໄດ້ພາກັນອະນຸໂມທະນາສາທຸ
ການ ແລ້ວອວຍພອນ ຂໍໃຫ້ຍາດຂອງຕົນໄດ້ປະສົບອາຍຸ ວັນນະ ສຸຂະ ພະລະ ທຸກທິບາ ຣາຕີການ ຝ່າຍພຣະຍາຍົມພິບານ ເມື່ອໄດ້ຊາບວ່າສັດນະຣົກເຫຼົ່ານັ້ນ ມີສ່ວນບຸນອັນໄດ້ ກະທໍາແລ້ວ ເພາະການໄດ້ຮັບອະນຸໂມທະນາທານ ທີ່ຍາດມິດອຸທິດໄປເຖິງ ຈິ່ງໄດ້ປ່ອຍ ໃຫ້ພົ້ນຈາກເຄື່ອງທັນດະກັນ ຄັນແລ້ວເຜດເຫຼົ່ານັ້ນ ໄດ້ພົ້ນຈາກກັນໃນອະບາຍ ແລ້ວກໍ ນາຕົນໄປຖືເອົາປະຕິສົນທິ ເກີດໃນເທວະສະຖານວິມານ ດ້ວຍອໍານາດບຸບພະວາສະນາ ປາຣະມີ ແລະຜົນທານທີ່ຊາຍທຸກຄະຕະບຸຣຸດ ສົ່ງໄປເຖິງນັ້ນແລ ໂສ ທຸຄຄະຕະປຸຣິໂສ ສ່ວນຊາຍທຸກຄະຕະບຸຣຸດນັ້ນ ຕັ້ງແຕ່ວັນໃຫ້ທານເປັນຕົ້ນມາ ກໍມີຄວາມຍິນດີໃນບຸນ ກຸສົນ ທີ່ຕົນໄດ້ກະທໍາແລ້ວຢູ່ສະເຫມີ ການສະແຫວງຫາລ້ຽງຊີວິດ ຄິດຫາຊັບກໍຄ່ອງແຄ້ວ ບໍ່ຂັດສົນ ນາຕົນໃຫ້ປະສົບຄວາມຮຸ່ງເຮືອງເປັນລໍາດັບມາ ເຖິງກັບມີຊັບສົມບັດ ທໍາມາ ຄ້າຂາຍໂດຍສະດວກ ຝ່າຍບຸນກຸສົນກໍເຮັດທະວີຂື້ນເປັນລໍາດັບ ມີການໃຫ້ທານ ຮັກສາສີລ ແລະຈະເຣີນເມດຕາພາວະນາ ເປັນຕົນ ກາລັງ ກັຕະວາ ຄັນການກິຣິຍາຕາຍ ແລ້ວ ກໍໄດ້ໄປບັງເກີດເທິງສະຫວັນເປັນເທພະບຸດ ມີມະເຫສັກໃຫຍ່ ມີນາງຟ້າອັບປະ ສອນກັລຍາ ມາແວດລ້ອມເປັນຍົດສັກບໍຣິວານ ບໍ່ອາດຄະນານັບໄດ້ ຫມູ່ເທພະບຸດ ແລະ ເທພະທິດາ ທີ່ເປັນຍາດພີ່ນ້ອງ ເມື່ອໄດ້ຊາບຂ່າວແລ້ວ ກໍພາກັນຖືເອົາປະທູບປະທີບ ຄັນ ທະຣົດສະຂອງທອນ ເຂົ້າໄປສັກກາຣະບູຊາ ສັນຣະເສີນບຸນຄຸນຂອງທ່ານຢ່າງລົ້ນເຫຼືອ.
ສາທະໂວ ດູຣາສັບປຸຣິສະເຈົ້າທັງຫຼາຍ ຝູງມີຄວາມປາຖະນາ ຈະຊ່ວຍຫມູ່ຍາດມິດ ໃຫ້ພົ້ນຈາກທຸກ ກໍດີ ຢາກຈະຊ່ວຍຕົນໃຫ້ພົ້ນຈາກຄວາມກັນດານ ກໍດີ ແລະຢາກຈະພົບ ຫນ້າມວນຫມູ່ຍາດທີ່ລ່ວງລັບໄປແລ້ວ ກໍດີ ຈົ່ງໃຊ້ຍານວິຖີພິຈາຣະນາເບິ່ງ ຕາມເລື່ອງຂອງ ຊາຍທຸກຄະຕະບຸຣຸດນີ້ແລ້ວ ຮີບເປັນຕົນຕາມແບບຢ່າງ ກໍຈະປະສົບຫມາກຜົນເຊັ່ນ ດຽວກັນ ແລະຈະເປັນປັດໃຈ ຄໍ້າຊູອຸດຫນູນໃຫ້ເຖິງຍັງສຸຂສາມປະການ ຄື ມະນຸດສົມບັດ ສະຫວັນສົມບັດ ແລະພຣະນິບພານສົມບັດ ໃນເມື່ອປາຣະມີທ່ານ ແກ່ກ້າເຕັມບໍຣິບູນແລວ ກໍຈະໄດ້ດັ່ງຄວາມປາຖະນາທຸກປະການ ນິຕຖິຕາ ກໍຈົບບໍຣະບວນລົງພຽງເທົ່ານີ້ແລ.