09.ສະຫຼອງ ສັບພະທານ

 

ສະຫຼອງ ສັບພະທານ

  ນະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ (ວ່າ 3 ເທື່ອ)


  ເອວຳເມ ສຸຕັງ ເອກັງ ສະມະຍັງ ພະຄະວາ ສາວັດຖິຍັງ ວິຫະຣະຕິ ເຊຕະວະເນ ອະນາຖາບິນດິກັດສະ ອາຣາເມ ຣາຊານາໂມ ອະພິວັນທິຕະວາ ພະຄະວັນຕັງ ມະຫາຣາຊະນາມັງ ອາຣາທະນັງ ກະໂຣຕິຕິ.

  ໂພນຕາ ສາທະໂວ ດູຣາ ສັບປຸຣິສະເຈົ້າທັງຫຼາຍ ຜູ້ມີຄວາມປາຖນາ ມັກໃຄ່ຫາຍັງ ສຸກສາມປະການຄື: ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງໂສຕະຜາສາດ ຫູທັງສອງຟັງຍັງ ພຣະສັດທຳມະເທສນາ ພະລະອານິສົງສະ ແຫ່ງການຖະຖວາຍທານຕ່າງໆ ດັ່ງພຸດທະຄາຖາ ທີ່ຕັ້ງໄວ້ໃນເບື້ອງຕົ້ນນັ້ນວ່າ “ເອວຳເມສຸຕັງ” ອັນວ່າສູດດັ່ງນີ້ ຫາກເປັນນິທານແກ່ສູດທັງຫຼາຍ “ເອກສາມາຍັງ” ຍັງມີໃນກາລະຄັ້ງໜື່ງ “ພະຄະວາ” ອັນວ່າພຣະພຸດ ທະເຈົ້າ ແຫ່ງເຮົາທັງຫລາຍ “ວິຫະຣັນໂຕ” ກໍ່ສະຖິດສໍາຣານ ຢູ່ປ່າເຊຕະວັນ ອັນເປັນອາຣາມຂອງ ນາຍອະນາຖະບິນກະ ມະຫາເສດຖີ ອັນມີຢູ່ໃນທີ່ຈິ່ມໃກ້ເມືອງສາວັດຖີ “ອະຖະໂຂ”.

  ໃນກາລະຄັ້ງນັ້ນ ຍັງມີພຣະຍາຕັນໜື່ງ ຊື່ວ່າ ມະຫານາມະ ກໍ່ຍັງຖືເອົາປະທູບປະທິບ ດອກໄມ້ ຄັນທະຣົດຂອງຫອມ ພ້ອມດ້ວຍໝູ່ບໍຣິວານ ທັງຫຼາຍ ເຂົ້າໄປກາບໄຫວ້ ສໍາພັນຍູເຈົ້າ “ພັນເຕ ພະຄະວາ” ຂ້າຂໍໄຫວ້ອົງສົມເດັດສັພພັນຍູເຈົ້າ ນໍລະຍິງຊາຍ ຜູ້ໃດຜູ້ໜື່ງ ມີນໍ້າໃຈ ເຫຼື້ອມໃສສັດທາ ໄດ້ມາສ້າງກະ ທຳບຸນໃຫ້ທານຕ່າງໆແລ້ວ ຍ່ອມຈະມີ ຜະລະອະນິສົງສະ ເປັນດັ່ງລືກໍ່ຂ້າຈາ “ພະຄະວາ” ອັນວ່າ ພຣະພຸດທະເຈົ້າ ຈິ່ງຕັດ ທຳມະເທສນາວ່າ “ມະຫາຣາຊະ” ດູກ່ອນມາຫາຣາຊ ຕົນເປັນອາດ ກວ່າຄົນ ແລະ ເທວະດາທັງຫຼາຍ ນໍຣະຍິງຊາຍທັງຫຼາຍ ມີນໍ້າໃຈໃສສັດທາ ໄດ້ທຳບຸນກໍ່ສ້າງ ກະທໍາບຸນໃຫ້ທານ ມີປະການຕ່າງໆ ເປັນຕົ້ນວ່າ.

  ໄດ້ສ້າງໜັງສືພະໄຕປີດົກ ອັນເປັນຫຼັກທໍາຄໍາ ສັ່ງສອນຂອງ ພຣະພຸດທະ ເຈົ້າ ລະພະຕິ ກໍໄດ້ສະເຫວີຍ ຍັງຍົດສັກບໍຣິວານໄດ້ໝື່ນໜຶ່ງແລ ຜູ້ໃດໄດ້ໃຫ້ເຂົ້ານໍ້າໂພຊະນະ ອາຫານເປັນທານ ແກ່ສັບພະສັດທັງຫຼາຍ ມີກາເປັນຕົ້ນ ກໍ່ຍັງໄດ້ຍົກສັກບໍໍຣິວານ ຮ້ອຍໜື່ງແລ ຜູ້ໃດໄດ້ໃຫ້ວັດຖຸ ເຂົ້າຂອງ ແກ່ຍາຈົກ ວັນນິພົກຄົນຂໍທານ ກໍຈັກໄດ້ຍົດສັກບໍຣິວານ ພັນໜື່ງແລ ຜູ້ໃດໄດ້ໃຫ້ເຂົ້ານໍ້າໂພຊະນະ ອາຫານເປັນທານ ແກ່ສາມະເນນຜູ້ມີສີນ ກໍ່ຈັກໄດ້ຍົກສັກບໍຣິວານໝື່ນໜື່ງແລ ຜູ້ໃດໄດ້ໃຫ້ເຂົ້ານໍ້າ ໂພຊະນະອາຫານ ເປັນທານ ແກ່ເຈົ້າພິກຂຸຕົນມີສີນ ກໍ່ຈັກໄດ້ຍົດສັກບໍຣິວານ ສອງໝື່ນແລ ຜູ້ໃດໄດ້ໃຫ້ເຂົ້ານໍ້າ ໂພຊະ ນະອາຫານ ເປັນທານ ແກ່ພຣະອໍລະຫັນຕາເຈົ້າ ກໍຈັກໄດ້ ຍົດສັກບໍຣິວານສາມໝື່ນແລ.

ຜູ້ໃດໄດ້ໃຫ້ເຂົ້ານໍ້າ ໂພຊະນະອາຫານ ເປັນທານ ແກ່ພຣະພຸດທະເຈົ້າ ກໍ່ຈະໄດ້ຍົດສັກບໍຣິວານ ແສນໜື່ງແລ ຜູ້ໃດໄດ້ບວດຕົນເອງ ໃຫ້ເປັນສາມະເນນ ກໍ່ຈັກໄດ້ຍົກສັກບໍຣິວານ 12 ໝື່ນແລ ຜູ້ໃດໄດ້ບວດຕົນເອງ ເປັນເຈົ້າພິກຂຸ ກໍ່ຈະໄດ້ບໍຣິວານ 24 ໝື່ນແລ ຜູ້ໃດໄດ້ບວດຍັງລູກຂອງຕົນ ໃຫ້ເປັນສາມະເນນ ກໍ່ຈະໄດ້ຍົດສັກບໍຣິວານ 8 ໝື່ນແລ ຜູ້ໃດໄດ້ບວດ ຍັງລູກຂອງຕົນໃຫ້ເປັນ ພຣະພິກຂຸ ກໍ່ຈັກໄດ້ຍົດສັກບໍຣິວານ 16 ໝື່ນແລ ຜູ້ໃດໄດ້ບວດຍັງ ລູກຜູ້ອື່ນໃຫ້ເປັນສາມະເນນ ກໍ່ຈັກໄດ້ຍົດສັກບໍຣິວານ 4 ໝື່ນແລ ຜູ້ໃດໄດ້ບວດຍັງລູກຜູ້ອື່ນໃຫ້ເປັນ ເຈົ້າພິກຂຸ ກໍ່ຈະໄດ້ຍົດສັກບໍຣິວານ 8 ໜື່ນແລ.

ອັນໜື່ງ ພະຣິຍາ ໄດ້ມີນໍ້າໃຈໃສສັດທາ ໄດ້ບວດສາມີຂອງຕົນ ໃຫ້ເປັນສາມະເນນ ກໍ່ຈັກໄດ້ຍົດສັກບໍຣິວານ 16 ໝື່ນແລ ຜູ້ໃດໄດ້ບວດສາມີຂອງຕົນໃຫ້ເປັນເຈົ້າພິກຂຸ ກໍ່ຈັກໄດ້ຍົດສັກຍໍຣິວານ 32 ໝື່ນແລ ສາມີໃດມີນໍ້າໃຈໃສສັດທາ ໄດ້ບວດພະຣິຍາຂອງຕົນ ໃຫ້ເປັນສາມະເນນຣີ ກໍ່ຈັກໄດ້ຍົດສັກບໍຣິວານ 16 ໝື່ນແລ ຜູ້ໃດໄດ້ບວດ ພະຣິຍາຂອງຕົນ ໃຫ້ເປັນພິກຂຸນິ ກໍ່ຈັກໄດ້ຍົດສັກບໍຣິວານ 32 ໝື່ນແລ.

  ມະຫາຣາຊະ ດູກ່ອນມະຫາຣາດ ນໍລະຍິງຊາຍ ຜູ້ໃດໄດ້ມາສ້າງຍັງພຣະທາດເຈດີຊາຍ ບູຊາພຣະຣັດຕະນະໄຕຣ ກໍ່ຈັກໄດຍົດສັກບໍຣິວານ 30 ໝື່ນແລ ຜູ້ໃດໄດ້ສ້າງ ຍັງພຣະທາດເຈດີ ເຂົ້າເປື້ອກໃຫ້ເປັນທານ ກໍ່ຈັກໄດ້ຍົດສັກບໍຣິວານ 32 ໝື່ນແລ ຜູ້ໃດໄດ້ສ້າງ ພຣະທາດເຈດີເຂົ້າສານ ໃຫ້ເປັນທານ ກໍ່ຈັກໄດ້ຍົດສັກບໍຣິວານ 42 ໝື່ນແລ ຜູ້ໃດໄດ້ສ້າງ ພຣະທາດເຈດີເກືອ ໃຫ້ເປັນທານ ກໍ່ຈັກໄດ້ຍົດສັກບໍຣິວານ 16 ໝື່ນແລ ຜູ້ໃດໄດ້ສ້າງກຸຕິວິຫານ ແລະ ວັດວາອາຣາມ ໃຫ້ເປັນທານ ກໍ່ຈັກໄດ້ຍົດສັກບໍຣິວານ 40 ໝື່ນແລ ຜູ້ໃດໄດ້ສ້າງພັດທະສິມາ (ສິມ) ໃຫ້ເປັນທານ ກໍ່ຈັກໄດ້ຍົດສັກບໍຣິວານ ຮ້ອຍໝື່ນແລ ຜູ້ໃດໄດ້ສ້າງຕ້າຍ ແລະ ກໍາແພງລ້ອມວັດວາອາຣາມ ກໍ່ຈັກໄດ້ຍົດສັກບໍຣິວານ16 ໝື່ນແລ ຜູ້ໃດໄດ້ສ້າງ ກອງມະຫາກະຖີນ ໃຫ້ເປັນທານ ກໍໍ່ຈັກໄດ້ຍົດສັກບໍຣິວານ 80 ໝື່ນແລ ຜູ້ໃດໄດ້ສ້າງ ກອງອັດຖະໃຫ້ເປັນທານ ກໍ່ຈະໄດ້ຍົດສັກບໍຣິວານ 36 ໝື່ນແລ ຜູ້ໃດໄດ້ສ້າງທຸງຝ້າຍ ທຸງເຜີ້ງ ທຸງເຫຼັກ ແລະ ທຸງຊາຍບູຊາພຣະຣັດຕະນະໄຕ ກໍ່ຈັກໄດ້ຍົດສັກບໍຣິວານ 34 ໝື່ນແລ ຜູ້ໃດໄດ້ຂຸດນໍ້າບໍ່ ກໍ່ສາລາ ແລະ ສ້າງຂົວໃຫ້ເປັນທານ ກໍ່ຈັກໄດ້ຍົດສັກບໍຣິວານ 30 ໝື່ນແລ ຜູ້ໃດໄດ້ຖວາຍ ດອກໄມ້ທູບທຽນ ແລະ ຄັນທະຣົດສະ ຂອງຫອມທັງຫຼາຍບູຊາພຣະພຸດທະເຈົ້າ ພຣະທັມມະເຈົ້າ ແລະ ພຣະສັງຄະເຈົ້າ ກໍ່ຈັກໄດ້ຍົດສັກບໍຣິວານ 8 ໝື່ນແລ ຜູ້ໃດໄດ້ໃຫ້ ເຂົ້າພັນກ້ອນ ແລະ ຂັນໝາກເບັງບູຊາ ພຣະຣັດຕະນະໄຕ ກໍ່ຈັກໄດ້ຍົດສັກບໍຣິວານ 16 ໝື່ນແລ ຜູ້ໃດໄດ້ຖວາຍ ຜ້າອາບ ນໍ້າຝົນ ແລະ ຜ້າຈໍານໍາພັນສາ ໃຫ້ເປັນທານ ກໍ່ຈັກໄດ້ຍົດສັກບໍໍຣິວານ 16 ໝື່ນແລ ຜູ້ໃດໄດ້ສ້າງຜາສາດເຜີ້ງ ໃຫ້ເປັນທານ ກໍ່ຈັກໄດ້ຍົດສັກບໍຣິວານ 9 ໝື່ນແລ ຜູ້ໃດໄດ້ສ້າງ ຕົ້ນກາລະພຶກ ໃຫ້ເປັນທານ ກໍ່ຈັກໄດ້ຍົດສັກບໍຣິວານ16 ໝື່ນແລ ຜູ້ໃດໄດ້ສ້າງ ເຄື່ອງເສບຕຸຣິຍະມົນຕິ ມີຄ້ອງ ກອງ ຣະຄັງ ຫອຍສັງ ແລະ ຊິ່ງແຊ່ງ ໃຫ້ເປັນທານ ກໍ່ຈັກໄດ້ຍົດສັກບໍຣິວານ 30 ໝື່ນແລ ຜູ້ໃດໄດ້ສ້າງ ຕຽງ ຕັ່ງ ເສື່ອ ສາດ ອາສະນາ ໝອນ ກໍ່ຈັກໄດ້ຍົດສັກບໍຣິວານ 13 ໝື່ນແລ ຜູ້ໃດໄດ້ສ້້າງ ປຸກຕູບເຂົ້າກໍາໃຫ້ແກ່ພິກຂຸ ເຂົ້າປະຣິວາດສະກໍາ ກໍ່ຈະໄດ້ຍົດສັກບໍຣິວານ 13 ໝື່ນແລ ຜູ້ໃດໄດ້ສ້າງວິດ -ຖານ ໃຫ້ເປັນບ່ອນຖ່າຍກໍ່ຈັກໄດ້ຍົດສັກບໍຣິວານ 40 ໝື່ນແລ ຜູ້ໃດໄດ້ໃຫ້ ຍັງບາດເປັນທານ ກໍ່ຈະໄດ້ສະເຫວີຍ ພາຊະນະຄຳຮ້ອຍໝື່ນ 4 ພັນພາແລ ຜູ້ໃດໄດ້ໃຫ້ ເພສັດຊັງ ຍັງຫວ້ານຢາເປັນທານ ກໍ່ບໍ່ຮູ້ເກີດ ພະຍາດທິໂລຄາສັງເທື່ອແລ.

  ນໍລະຍິງຊາຍ ທັງຫຼາຍເຫຼົ່າໃດ ໄດ້ຟັງຍັງ ລຳມະຫາເວດສັນຕະຊາດົກ ໃຫ້ແລ້ວ ໃນມື້ໜື່ງວັນດຽວ ກໍ່ຈະໄດ້ເຫັນໜ້າ ພຣະສີອະຣິຍະເມດໄຕໂພທິສັດເຈົ້າຕົນຈັກມາ ພາຍໜ້າພຸ້ນບໍ່ຊະແລ ຜູ້ໃດໄດ້ ປູກໄມ້ສີມະຫາໂພທິ ກໍຈັກໄດ້ຍົດສັກບໍຣິວານ 9 ໝື່ນແລ ຜູ້ໃດໄດ້ສ້າງ ໂຮງອຸໂປສົດໃຫ້ເປັນທານ ກໍ່ຈັກໄດ້ຍົດສັກບໍຣິວານ 40 ໝື່ນແລ ຜູ້ໃດໄດ້ປັດກວາດຂີ່ເຫຍື່ອ ອອກຈາກເຂດອາ ຣາມ ກໍຈັກໄດ້ຍົດສັກບໍຣິວານ 13 ໝື່ນແລ ຜູ້ໃດໄດ້ຖວາຍຈີວອນ ເຖຣາພິ ເສກ (ຫົດສົງ) ກໍຈັກໄດ້ຍົດສັກບໍຣິວານ 36 ໝື່ນແລ ຜູ້ໃດໄດ້ຖວາຍ ຜ້າບັງສະກຸນ (ຜ້າປ່າ) ກໍ່ຈັກໄດ້ຍົດສັກບໍຣິວານ 40 ໝື່ນແລ ຜູ້ໃດໄດ້ໃຫ້ ຜ້າພະນັງແລະ ເພດານເປັນທານ ກໍ່ຈັກໄດ້ຍົດສັກບໍຣິວານ16 ຫມື່ນແລ ຜູ້ໃດໄດ້ສ້າງບັງໄຟຈູດບູຊາ ພຣະຣັດຕະນະໄຕ ກໍ່ຈະໄດ້ຍົດສັກບໍຣິວານ 4 ໝື່ນແລ ຜູ້ໃດໄດ້ສ້າງພັດທະສິມານໍ້າ ກໍຈັກໄດ້ຍົດສັກບໍຣິວານ 67 ໝື່ນແລ ຜູ້ໃດໄດ້ສ້າງທໍາມາດ ກໍ່ໄດ້ຍົດສັກບໍຣິວານ 32 ໝື່ນແລ ຜູ້ໃດໄດ້ເຜົາຊາກສົບ ເຮັ່ຍຮວາຍຢູ່ປ່າຕາມດົງ ກໍ່ຈັດໄດ້ຍົດສັກ 1 ໝື່ນແລ ຜູ້ໃດໄດ້ເຜົາສົບ ພີ່ນ້ອງຍາດມິດສະຫາຍ ກໍ່ຈັກໄດ້ຍົດສັກບໍຣິວານ 3 ໝື່ນແລ ຜູ້ໃດໄດ້ເຜົາສົບພໍ່ແມ່ ກໍ່ຈັກໄດ້ຍົດສັກບໍຣິວານ 1 ແສນແລ ຜູ້ໃດໄດ້ເຜົາສົບ ອຸປັດຊາ-ອາຈານ ກໍ່ຈັກໄດ້ຍົດສັກບໍຣິວານ ໂກດໜື່ງແລ ຜູ້ໃດໄດ້ຖວາຍ ໂອ່ງນໍ້າ ແລະຫ້ອງນໍ້າ ຄຸນໍ້າ ໄຫໂຕ່ງນໍ້າ ໝໍ້ນໍ້າ ກໍຈັກໄດ້ຍົດສັກບໍຣິວານ 16ໝື່ນແລ.

  ມະຫາຣາຊະ ດູກ່ອນມະຫາຣາດ ນໍລະຍິງຊາຍທັງຫຼາຍເຫຼົ່າໃດ ໃຫ້ຍັງວັດຖຸເຂົ້າຂອງ ອັນໃດອັນໜື່ງເປັນທານ ດັ່ງກວ່າມານີ້ ແກ່ເຈົ້າພິກຂຸຕົນມີສິນດັ່ງນັ້ນ “ລະພະຕິ” ກໍ່ຈະໃຫ້ອານິສົງມາກຫຼາຍ ທັງໃນຊາດນີ້ ແລະ ຊາດໜ້າແທ້ດີຫຼີແລ ສ່ວນອັນວ່າ ອານິສົງຜົນໃນຊາດນີ້ ຄືວ່າ ຈະໄປມາທາງໃດກໍ່ດີ ຍ່ອມມີຄົນນັບໜ້າຖືຕາ ເປັນທີ່ເຄົາລົບບູຊາ ແລະ ບໍ່ເປັນທີ່ລັງກຽດຄຽດຊັງ ຂອງຄົນທັງຫຼາຍ ມີແຕ່ຜູ້ຢາກຜູກໄມຕີຈິດ ເປັນມິດຮ່ວມທານ ນໍາກັນແທ້ແລ ແມ່ນວ່າ ຈະເຂົ້າໄປສູ່ສະມາຄົມໃຫຍ່ – ນ້ອຍໃດໆກໍ່ດີ ຍ່ອມເປັນທີ່ອົງອາດກ້າຫານ ບໍ່ສະທົກສະທ້ານ ຢ້ານກົວຕໍ່ ອໍານາດຜູ້ໃດແລ.

  ຄັນສີ້ນບຸນຍະກໍາ ໃນໂລກນີ້ແລ້ວ ກໍ່ຈະໄດ້ເອົາຕົນ ເມືອເກີດໃນຊັ້ນຟ້າເລີດຕາວະຕິງສາ ຍາມາສຸສິຕາ ໂດຍລຳດັບຈົນເຖີງ ພົມມະໂລກພຸ້ນຊະແລ ຄັນວ່າຈຸຕິຈາກ ພົມມະໂລກແລ້ວ ກໍ່ຈັກໄດ້ນໍາເອົາຕົນ ມາເກີດໃນໂລກມະ ນຸດສະໂລກ ເມືອງຄົນ ບໍ່ຫ່ອນໄດ້ໄປເກີດ ທິນະຕະກູນອັນຖ່ອຍ ອັນຮ້າຍນັ້ນຈັກເທືອແທ່ດີຫຼີແລ ທຽນຍ່ອມໄດ້ໄປເກີດ ໃນຕະກູນທ້າວພະຍາ ມະຫາກະ ສັດ ຫຼື ຕະກູນຜູ້ຮັ່ງມີ ເສດຖີກະດູມພີເປັນເຄົ້າ ແລ້ວກໍ່ໄດ້ ທົວຣະວັດພັດໄປມາ ຖ້າວ່າປາລະມີແກ່ກ້າ ກໍ່ຈັກໄດ້ອ່ວຍໜ້າເຂົ້າສູ່ ເມືອງແກ້ວ ກ່າວແລ້ວຄືວ່າ ນິລະພານພຸ້ນຊະເເລ.

 ຄັນວ່າພຣະພຸດທະເຈົ້າ ຕັດເທສນາສິ້ນສຸດລົງແລ້ວ ພຣະຍາມະທານາມກໍ່ມີໃຈຊົມຊື່ນຍີນດີ ແລະ ເຫລື້ອມໃສຕັ້ງຢູ່ໃນ ພຣະຣັດຕະນະໄຕທັງ3 ກໍ່ມີໃນວັນນັ້ນແລ ສ່ວນອັນວ່າ ບໍຣິສັດທັງຫຼາຍ ກໍ່ໄດ້ເຖີງໂສຕາ ສັກກິທາອະນາຄາ ແລະ ອະຣະຫັນຕາ ຕາມບຸນຍະສົມພານແຫ່ງຕົນ ອັນໄດ້ທອນທັບນັບມາແຕ່ ບໍຣົມມະຊາດກ່ອນ ແຕ່ພາຍຫຼັງນັ້ນກໍ່ມີແລ.

  ມະຫາປຸນຍາມີສັງກະຍະຖາ ອັນວ່າກິຣິຍາ ອັນກ່າວຍ້ອງຍໍຍັງ ມະຫາອາ ນິສົງສະ ແຫ່ງພຣະຍາມະຫານາມ ໄດ້ທູນຖາມຍັງກຸສົນ ຜົນບຸນທີ່ພຸດທະບໍຣິສັດ ທັງຫຼາຍ ໄດ້ກໍ່ສ້າງກະທຳມາ ນິດຖີຕາ ກໍ່ຈົບລົງພຽງເທົ່ານີ້ແລ.

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top