08.ສະຫຼອງອັຕຖະ

 

ສະຫຼອງອັຕຖະ

ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸທທັສສະ (ວ່າ ໓ ເທືອ)


ປັນຍາສິນທຸ ວະຍຸຕຕານັນຕິ ອິທັງ ສັຕຖາ ເຊຕະວະເນ ວິຫະຣັນໂຕ ອັຕຖະປະຣິກ ຂາຣະທານັງ ອາຣັພພະ ກະເຖສີຕິ.

ໂພນຕາ ສາທະໂວ ດູຣາສັບປຸຣິສາເຈົ້າທັງຫຼາຍ ຝູງມີຄວາມປາຖະນາມັກໃຄ່ຫາຍັງ ສຸຂສາມປະການຄື ມະນຸດສົມບັດ ສະຫວັນສົມບັດ ແລະພຣະນິບພານສົມບັດ ຈົ່ງຕັ້ງໂສ ຕາປະສາດຫູທັງສອງຟັງ ຍັງຜະລະອານິສົງສະແຫ່ງການຖວາຍເຄື່ອງອັດຖະບໍຣິຂານ ຕູ

ປະການ ໃຫ້ເປັນທານແກ່ພຣະພິກຂຸສັງຄະເຈົ້າທັງຫຼາຍ ເພື່ອຫວັງເອົາກຸສົນຜົນບຸນໃນ ຊົ່ວນີ້ ແລະຊົ່ວຫນ້າ ກໍຈະໄດ້ດັ່ງຄວາມມຸ້ງມາດປາຖະນາ ຂອງທ່ານທຸກປະການ ຜູ້ທີ່ບໍຣິ ຈາກຊັບເປັນສາທາຣະນະປະໂຫຍດ ຍ່ອມເປັນທີ່ສັນລະເສີນຂອງມະຫາຊົນເປັນອັນມາກ ດ້ວຍເຫດນີ້ ທ່ານຜູ້ທີ່ມີປັນຍາສະຫຼຽວສະຫຼາດ ຈິ່ງຄວນເພື່ອແຜ່ເຈືອຈານວັດຖຸໄທຍະ ທານ ຕາມສົມຄວນແກ່ຖານະຂອງຕົນ ທານັງ ນາມະ ຊື່ວ່າທານນັ້ນແບ່ງອອກເປັນ ໒ ຢ່າງ ຄື ເຈຕະນາທີ່ບໍຣິຈາກທານ ໃຫ້ເຊິ່ງສັບພະວັດຖຸຕ່າງໆ ມີເຂົ້ານ້ໍາໂພຊະນະອາຫານ ແລະຜ້າຜ່ອນແຜ່ນແຜ ເປັນຕົ້ນ ແກ່ປະຕິຄາຫົກຊື່ວ່າ ອາມິດສະທານ໑ ເຈຕະນາທີ່ຄິດໃຫ້ ເປັນປະໂຫຍດແກ່ຜູ້ອື່ນ ໂດຍບໍ່ຫວັງອາມິດເຄື່ອງຕອບແທນ ມີຈິດບໍຣິສຸດເທສະນາທັນ ສັ່ງສອນ ໃຫ້ຜູ້ອື່ນຮູ້ບາບຄືຄວາມຊົ່ວ ແລະຮູ້ບຸນຄຸນງາມຄວາມດີ ສີ່ງທີ່ເປັນປະໂຫຍດ ແລະບໍ່ເປັນປະໂຫຍດຕະຫຼອດເຖິງ ການແນະນໍາໃຫ້ຮູ້ທາງໄປສູ່ສະຫວັນ ແລະພຣະນິບ ພານ ຊື່ວ່າທັມມະທານ໑ ຜະລະອານິສົງສະທານທັງປວງນັ້ນ ເປັນສິ່ງເກື້ອກູນໃຫ້ເກີດ ຄວາມສຸຂກາຍສະບາຍຈິດແກ່ຜູ້ບໍຣິໂພກ ຄວນທີ່ສາທຸຊົນ ໄດ້ປະກອບບໍາເພັນກຸສົນຕາມ ຄວນແກ່ໂພຄະຊັບຂອງຕົນ ເພື່ອຈະໃຫ້ທານ ຈົ່ງບໍາຣຸງເຈຕະນາໃຫ້ບໍຣິສຸດບໍຣິບູນ ໃນ ການທັງ ໓ ຄືເມື່ອກ່ອນຈະບໍຣິຈາກ ໑ ກໍາລັງທໍາການບໍຣິຈາກ ໑ ເມືອບໍຣິຈາກແລ້ວ ໑ ຢ່າມີຄວາມເດືອດຮ້ອນຄິດເຖິງ ຕໍ່ການໃນພາຍຫຼັງ ເມື່ອພ້ອມໄປດ້ວຍເຈຕະນາທັງ ໓

ນີ້ແລ້ວ ຈິ່ງຈັດວ່າເປັນທານະສັມປະທານ ມີວິບາກຜົນອັນໄພສານຍິ່ງຫນັກຫນາ ສົມດັ່ງພຸທ າ ທີ່ໄດ້ຍົກໄວ້ໃນຂ້າງຕົ້ນນັ້ນວ່າ ປັນຍາສິນທຸ ວະຍຸຕຕານັນຕິ ດັ່ງນີ້ເປັນເຄົ້າ. ໃນກາລະຄາບຫນຶ່ງ ພຣະສັມມາສັມພຸທທະເຈົ້າຂອງເຮົາທັງຫຼາຍ ໄດ້ສະເດັດອາໃສຢູ່ ໃນເມືອງສາວັດຖີ ອັນເປັນທີ່ໂຄຈອນບິນທະບາດ ແລ້ວສະເດັດປະທັບຢູ່ໃນວັດພຣະເຊຕະ ວັນມະຫາວິຫານໃນກາລະຄັ້ງນັ້ນ ຍັງມີມະຫາເສດຖີຜູ້ຫນຶ່ງ ຢູ່ໃນບ້ານສະຄາມ ຊື່ວ່າ ຫະໂຕສະເສດຖີ ກໍເກີດມີສັດທາເຫຼື້ອມໃສ ໃນພຣະພຸທທະສາສະນາ ມັນດະເປ ກໍມາປູກ ຂຶ້ນຍັງໂຮງມົນທົບ ໄວ້ທີ່ຊ່ອງຫນ້າແຫ່ງເຮືອນຂອງຕົນ ແລ້ວຈິ່ງກະທໍາສ້າງແປງກອງ ອັດຖະບໍຣິຂານ ໘ ປະການ ເປັນຕົນວ່າ ຜ້າຈີວອນ ສະບົງ ສັງຄາຕິ ບາດ ຜ້າຕອງນ້ໍາ ຄິລານະເພສັດ ແລະຂວານ ສຽນ ສີວ ຊີ ພາ ເສື້ອ ສາດ ອາສະນາ ຫມອນ ພາຊະນະຄັນທີ ຄົບເຄື່ອງອັດຖະ ແລ້ວຈຶ່ງນໍາເອົາກອງອັດຖະເຂົ້າໄປ ສູ່ວັດພຣະເຊຕະວັນມະຫາວິຫານ ເຊິ່ງເປັນທີ່ປະທັບຢູ່ ແຫ່ງສົມເດັດພຣະສັມມາສັມພຸທທະເຈົ້າ ແລ້ວຖວາຍບິນທະບາດ ພ້ອມທັງເຄື່ອງອັດຖະບໍຣິຂານແດ່ພຣະອົງ ກັບທັງພຣະພິກຂຸສົງເຈົ້າມີປະມານ ໕໐໐ ອົງ ຄັນກະທໍາອະນຸໂມທະນາແລ້ວ ກໍໄຫວ້ຖາມຜະລະອານິສົງສະ ອັນໄດ້ໃຫ້ອັດຖະບໍຣິ ຂານເປັນທານວ່າ ພັນເຕ ພະຄະວາ ຂ້າແຕ່ອົງສົມເດັດພຣະສັມມາສັມພຸທທະເຈົ້າ ອົງ ປະເສີດອຸດົມ ຊະນາ ອັນວ່ານໍຣະຍິງຊາຍທັງຫລາຍ ຝູງທີ່ມີຈິດສັດທາເຫຼື້ອມໃສ ກະໂຣຕິ ມາກະທໍາສ້າງແປງອັດຖະບໍຣິຂານ ໘ ປະການ ໃຫ້ເປັນທານ ກໍຈັກໄດ້ຜະລະອານິສົງສັງ ດັ່ງລືກໍຂ້າຈາ ໃນກາລະເມື່ອນັ້ນ ພະຄະວາ ອັນວ່າພຣະພຸທທະເຈົ້າ ຈິ່ງຕັດພຣະສັດທັນ ມະເທສະນາວ່າ ດູຣາມະຫາເສດຖີ ອັນວ່ານໍຣະຍິງຊາຍທັງຫຼາຍ ມີຈິດສັດທາເຫຼື້ອມໃສ ມາກໍ່ສ້າງອັດຖະບໍຣິຂານ ໘ ປະການ ໃຫ້ເປັນທານ ກໍຈັກໄດ້ຜະລະອານິສົງສະ ໓໖ ກັບ

ນໍຣະຍິງຊາຍທັງຫຼາຍຝູງນັ້ນ ຈະບໍ່ໄປສູ່ອະບາຍພູມນານປະມານໄດ້ ໑໐໐ ຊາດ ຈະໄດ້ ສະເຫວີຍສົມບັດໃນມະນຸດ ແລະມີສຸຄະຕິເປັນທີ່ໄປ ຈະໄດ້ສະເຫວີຍສົມບັດໃນເມືອງ ສະຫວັນ ພາຍຫຼັງກໍຈັກໄດ້ພຣະນິບພານສົມບັດ ອັນເປັນທາງແຫ່ງຄວາມສຽງພົບ ສຽງ ອັດສຽງຊະຣາ ສິ້ນມະຣະນະ ແລະສິ້ນທຸກສິ້ນໄພໃນວັດຕະສົງສານ ກໍແລ ການກໍ່ສ້າງ

ອັດຖະບໍຣິຂານນີ້ ເປັນປະເພນີອັນດີງາມແຫ່ງພຣະບໍຣົມມະໂພທິສັດເຈົ້າທັງຫຼາຍສືບໆ ກັນນາ ພຣະພຸທທະເຈົ້າຕັດດັ່ງນີ້ແລ້ວ ຈິ່ງໄດ້ນໍາເອົາວັດຖຸນິທານທີ່ລ່ວງມາ ຕັດເທສະນາ

ວ່າ ດູຣາມະຫາເສດຖີ ອະຕີເຕ ກາເລ ໃນອະດີດຕະກາລທີ່ລ່ວງມາແລ້ວ ຄັ້ງພຣະຕິສສະ ບໍຣົມໂພທິສັດເຈົ້າ ບໍາເພັນພຣະປາຣະມີບໍຣິບູນແລ້ວ ໄດ້ສໍາເຣັດເປັນພຣະສັມມາສັມໂພທິ ຍານ ຊົງພຣະນາມວ່າ ພຣະຕິສສະສັມມາສັມພຸທທະເຈົ້າ ຊົງມີພຣະມະຫາກະຣຸນາທິຄຸນ ໂຜດເວໄນຍະສັບພະສັດ ໃຫ້ຕັ້ງຢູ່ໃນສະຫວັນ ແລະທາງພຣະນິບພານ ທຸຄຄະຕະ ປຸຣິໂສ ຫຸຕະວາ ຄັງນັ້ນ ຍັງມີບຸຣຸດເຂັນໃຈ ລ້ຽງຊີວິດໄດ້ໂດຍຄວາມຍາກໄປທ່ຽວສະແຫວງຫາ ເກັບຜັກຫັກຝິ່ນ ມາຂາຍລ້ຽງຊີວິດຂອງຕົນ ເອກະ ທິວະສັງ ຢູ່ມາວັນຫນຶ່ງ ໄດ້ໄປພົບເຫັນ ພຣະປັຈເຈກະໂພດອົງຫນຶ່ງ ອາໃສຢູ່ໃນປ່າ ກໍເກີດມີຈິດສັດທາປະສາທະການ ເຫຼື້ອມໃສ ໃນຄຸນພຣະສີຣັດຕະນະໄຕຣ ຈິ່ງໄດ້ເຂົ້າໄປສູ່ທີ່ໃກ້ ແລະນະມັດສະການຕໍ່ພຣະປັຈເຈກະ ໂພທິເຈົ້າ ແລ້ວກໍແບກເອົາມັດສີນ ແລະຜັກຂອງຕົນ ກັບເຂົ້າເມືອສູ່ບ້ານເຮືອນ ແລ້ວຈິ່ງ ໄດ້ເອົາຟືນໄປຂາຍ ພໍເປັນມູນຄ່າ ນໍາເອົາໄປຊື້ຜ້າແພ ມາເຮັດເປັນຜ້າສະບົງ ຜ້າຈີວອນ ຜ້າສັງຄາ ແລະບາດ ຈົນຄົບເຄື່ອງອັດຖະບໍຣິຂານ ແລ້ວຈຶ່ງນໍາໄປຖວາຍ ແກ່ພຣະປັຈເຈ ກະໂພທິເຈົ້າ ເມື່ອຖວາຍແລ້ວບໍຣະບວນ ຈິ່ງໄດ້ຕັ້ງປະນິທານຄວາມປາຖະນາວ່າ ດ້ວຍ ເຕຊະບຸນແຫ່ງຂ້າພະເຈົ້າໄດ້ໃຫ້ທານໃນຄັ້ງນີ້ ຂໍໃຫ້ຂ້າພະເຈົ້າ ໄດ້ພົ້ນຈາກຄວາມເຂັນໃຈ ໄດ້ຍາກໃນຊາດນີ້ ແລະເມື່ອຂ້າພະເຈົ້າໄດ້ທ່ອງທ່ຽວໄປມາ ຢູ່ໃນວັຕຕະສົງສານຕາບໃດ ຂໍໃຫ້ຂ້າພະເຈົ້າບໍຣິບູນໄປດ້ວຍໂພຄະຊັບສົມບັດ ໃຫ້ໄດ້ຈໍາແນກແຈກທານແກ່ທ່ານຜູ້ ມີສີລ ແລະຍາຈົກວະນິພົກ ຄົນຂໍທານທຸກທົ່ວຫນ້າ ຕາບນັ້ນເທີ້ນ ຂໍໃຫ້ຂ້າພະເຈົ້າໄດ້ຕັດສະ ຮູ້ເປັນພຣະສັມມາສັມພຸທທະເຈົ້າ ໂຜດສັບພະສັດອອກຈາກວັຕຕະສົງສານ ຄັນປາຖະນາ ດັ່ງນີ້ແລ້ວ ກໍລາກັບໄປສູ່ບ້ານເຮືອນແຫ່ງຕົນ ຂົນຂວາຍຫາລ້ຽງມານດາ ຂອງຕົນຕາບ ເທົ້າສິ້ນຊີວິດ ກໍໄດ້ຂື້ນໄປບັງເກີດໃນຊັ້ນດຸສິດພິພົບ ມີຜາສາດສູງໄດ້ ໒໕ ໂຍດ ມີນາງ ຟ້າເທບອັບປະສອນ ໕,໐໐໐ ເປັນບໍຣິວານ ຄັນເມື່ອຈຸຕິຈາກຊັ້ນດຸສິດພິພົບນັ້ນແລ້ວ ຈິ່ງ ໄດ້ເອົາຕົນມາເກີດໃນຣາດຊະຕະກູນ ເມືອງສາວັດຖີ ຄັນເມື່ອຈະເຣີນໄວຂຶ້ນມາ ໄດ້ສະ ເຫວີຍຣາດຊະສົມບັດແທນພຣະບິດາ ຊົງພຣະນາມວ່າ ສົມເດັດພຣະຍາປະເສນທິໂກສົນ ໃນກາລະບັດນີ້ແລ.

ຄັນເມື່ອຈົບພຣະສັດທັມມະເທສະນາ ກໍທູນລາເມື່ອສູ່ທີ່ຢູ່ແຫ່ງຕົນ ຄັນວ່າສຽງພຣະ ຊົນມາຍຸ ກໍໄດ້ໄປບັງເກີດໃນສະຫວັນຊັ້ນດຸສິດ ສະເຫວີຍທິບພະຍະສົມບັດ ມີຜາສາດຄໍາ/

ສູງໄດ້ ໒໐ ໂຍດ ມີນາງຟ້າອັບປະສອນກັລະຍາ ໖ ຫມີ່ນ ເປັນບໍຣິວານແວດລ້ອມໄປ ມີ ຣັດສະມີເຮືອງຮຸ່ງງາມໂອພາດ ງາມບໍຣິສຸດສະອາດ ສະເຫວີຍທິບພະສົມບັດຢູ່ໃນວິມານ ຫລັງນີ້ແລ. ທ່ານສັບປຸຣິສະເຈົ້າທັງຫຼາຍເພິງຊາບ ແລ້ວກະທໍາຕາມແບບຢ່າງ ຂອງ ພຣະອະຣິຍະເຈົ້າແຕ່ປາງກ່ອນ ທີ່ລ່ວງລັບໄປແລ້ວແຕ່ຫົນຫຼັງ ເພື່ອວ່າໃຫ້ເປັນບຸນເປັນ ກຸສົນອັນຍິ່ງໃຫຍ່ໄພສານ ສາມາດຕາມອະພິບານຄຸ້ມຄອງ ຮັກສາທ່ານທັງຫຼາຍ ໃຫ້ໄດ້ ຮັບຄວາມສຸຂຄວາມຈະເຣີນ ທັງໃນຊາດນີ້ແລະຊາດຫນ້າ ອັນວ່າກະຣິຍາກ່າວເທສະນາ ພັນລະນາຍັງອານິສົງ ການຖວາຍອັຕຖະບໍຣິຂານ ນິຕຖິຕາ ກໍສະເດັດບໍຣະບວນ ຄວນ ເທົ່ານີ້ກ່ອນແລ.




 

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top