07.ສະຫລອງອານິສົງການເຜົາສົບ

 

ສະຫລອງອານິສົງການເຜົາສົບ

ນະໂມ 3 ຈົບ

         ອາທາສິເມ ອະກາສິເມ ຍາຕິມິດຕາ ສະຂາ ຈະ ເມເປຕານັງ ທັກຂີນັງ ທັດຊາປຸບເພ ກະຕະມະນຸດສາຣັງ ນະ ຫິຣຸນນັງ ວາໂສໂກ ວາ ຍາວັນຍາ ປະຣິເທວະນາ ນະ ຕັງ ເປຕານະ ມັດຖາຍ ເອວັງ ຕິດຖັນຕີຕິ

        ໂພນຕາ ສາທະໂວ ດູລາ ສັບປຸຣິສາເຈົ້າທັງຫຼາຍ ຜູ້ມັກໄຄ່ຕໍ່ການຟັງບັດນິ້ ຈັກໄດ້ສະແດງພຣະສັດທັມມະເທດສະຫນາ ໃນປຸບພະເປຕະພລິ ຂັກຂີນານຸປະທານ ແກ່ທ່ານຜູ້ເປັນປະມຸກປະທານ, ແລະ ບໍຣິວານ ທີ່ໄດ້ຊັກຊວນຍາດສະນິດມິດສະຫາຍມາປະລົບເຖິງຜູ້ມໍຣະນາ ແລ້ວກໍ່ສ້າງເຊິ່ງກອງການກຸສົນ ຈະໄດ້ອຸທິດກັນລະປະນາຜົນສົງໄປໃຫ້ ພະຍາຍາມຂົ່ມຈິດ ອົດກັ້ນໄວ້ໄດ້ ຊຶ່ງຄວາມໂສກເສົ້າເສັຍໃຈ ອັນເປັນທໍາມະດາຂອງຄົນທີ່ປາດສະ ຈາກຂອງຮັກ ຍ່ອມປາກົດແກ່ເຫຼົ່ານິລະຊົນທຸກໆຄົນ ເພາະຄວາມ ຕາຍເປັນຂອງທ່ຽງແທ້ບໍ່ແປຜັນ ບໍ່ວັນໃດກໍວັນຫນຶ່ງ ຈະຕ້ອງປະສົບ ແກ່ເຮົາເຫຼົ່າພຸດທະບໍລິສັດທັງຫຼາຍ ທີ່ມາປະຊຸມພ້ອມພຽງກັນ ຢູ່ ໃນສະຖານທີ່ນີ້ ທຸກຮູບທຸກນາມເປັນທໍາມະດາຂອງສັງຂາຣະທັມ ທັງຫຼາຍ ຍ່ອມມີເກີດ ແກ່ ເຈັບ ຕາຍ ແຕກສະຫຼາຍໄປ ເປັນ ທໍາມະດາປະຈໍາທຸກໆສັບພະສິ່ງ ອັນນີ້ມັນບໍ່ແມ່ນຈະເປັນແຕ່ ເຮົາ ທ່ານທັງຫຼາຍທີ່ມີວິນຍານ ເກີດຕາຍດັບເປັນເຊັ່ນນີ້ເລີຍ ແມ່ນ ແຕ່ ສິ່ງຂອງທີ່ບໍ່ມີວິນຍານ ເຊັ່ນ ຫມໍ້ ໄຫ ຖ້ວຍຕາດຖາດ ໂຖ ໂອຊາມ ກໍຍັງບໍ່ຄົງທົນຖາວອນຢູ່ໄດ້ດົນເທົ່າໃດເລີຍ.

ສິ່ງທັງຫຼາຍທີ່ມີຢູ່ໃນພື້ນພິພົບນີ້ ຍ່ອມມີເກີດກັບດັບຕາຍ  ໄປເປັນຂອງຄູ່ກັນມາ ເມື່ອຮູ້ຄວາມເປັນຈິງຂອງສິ່ງທັງຫຼາຍ ເຊັ່ນນີ້ແລ້ວກໍບໍ່ຄວນທີ່ຈະມີຄວາມເສົ້າໂສກ ເສັຍໃຈກັນເກີນປະມານ ເມື່ອມາຣະນຶກເຖິງຜູ້ວາຍຊົນແລ້ວກໍຈົ່ງຮີບກະທໍາການກຸສົນອັນຈະເປັນປະໂຫຍດແກ່ຕົນແລະ ຜູ້ຊິ້ນຊີບວາຍຊົນນັ້ນແລ ຈຶ່ງເປັນ ສິ່ງທີ່ຖືກຕ້ອງຕາມທໍານອງຄອງທັມປະເພນີພຸດທາບັນດິດທັງຫຼາຍຈະໄດ້ບັນເທົາຄວາມເສົ້າໂສກເສັຍໃຈ ໃຫ້ເສືອມຄາຍຫາຍໄປຈາກ ສະກົນກາຍ ດ້ວຍການມາກະທໍາບຸນອຸທິດແຜ່ວິບາກຜົນໃຫ້ໄປເຖິງ ຜູ້ທີ່ຈາກໄປ ດີກວ່າຈະມາເສັຍໃຈຮ້ອງໄຫ້ຢູ່ ບໍ່ເປັນປະໂຫຍດດັ່ງ ພຣະບາລີທີ່ຍົກຂຶ້ນມາຕັ້ງໄວ້ໃນເບື້ອງຕົ້ນນັ້ນວ່າ

ອາຫາສິເມ ອະກາສິເມ ຍາຕິມິດຕາ ສະຂາ ຈະ ເມເປຕານັງ ທັກຂິນັງ ທັດຊາ ປຸບເພ ກະຕະມະນຸດສາຣັງ ເມື່ອມາລະນຶກເຖິງ ອຸປະກາຣະທີ່ຍາດມິດສະຫາຍ ກະທໍາແລ້ວ ແກ່ຕົນ ຈົ່ງຮີບກະທໍາທານຮັກສາສິນ ສ້າງສົມເຊິ່ງກອງການກຸສົນ ຈຶ່ງຈະເປັນປະໂຫຍດ ນະ ຫິ ຣຸນນັງ ວາ ໂສໂກ ວາ ຍະວັນຍາ ປະຣິເທວະນາ ການຮ້ອງໄຫ້ຮໍ່ໄຮລ ໍາພັນບໍ່ມີປະໂຫຍດເລີຍ ນະ ຕັງ ເປຕານະ ມັດຖາຍະ ເອວັງ ຕິດຖັນຕິ ຍາຕະໂຍ ຈະຮ້ອງ ໄຫ້ໂສກເສົ້າ ປະຣິເທວະນາການ ເທົ່າໃດກໍຕາມ ຍາດມິດສະຫາຍ ຜູ່ລ່ວງລັບໄປເຫຼົ່ານັ້ນ ກໍບໍ່ມີທາງຮັບຮູ້ໄວ້ ຄົງຕັ້ງຢູ່ຕາມສະພາບ ເດີມ ອະຍັນຈະໂຂທັກຂີນາ ທິນນາ ສັງຄັມຫິ ສຸປະຕິຖິຕາ ມີແຕ່ ທັກຂີນາທານ ທີ່ຍົກທາຍິກາຜູ້ເປັນຍາດຕິພີ່ນ້ອງເພື່ອນມິດໄດ້ຖວາແລ້ວນີ້ແລ ທິຄະຣັດຕັງ ຫິຕາຍັດຖານະໂສອຸປະກັບປະຕິ ຈະເຂົ້າໄປໃຫ້ບັງເກີດເປັນຜົນສໍາເຣັດ ໂດຍຖາວອນ  ໂສຍາຕິທັມໂມ ຈະ ອາຍັງ ນິທັດສິໂຕ ອີກປະການຫນຶ່ງ ຍາຕິທັມທັງຫຼາຍນີ້:ໄດ້ຊື່ວ່າ ປາກົດແລ້ວແກ່ຄົນທັງຫຼາຍ ເປຕານະ ປູຊາ ຈະ ກະຕາ ອຸລະຣາ ແລະ ການບູຊາ ເພື່ອເປຕະຊົນທີ່ສິ້ນຊີບໄປນັ້ນ ກໍໄດ້ຊື່ວ່າພວກທ່ານທັງຫຼາຍ ໄດ້ກະທໍາ ຄວາມດີທີ່ສຸດຍິ່ງແລ້ວ ພະລັນຈະພິກຂຸນັມ ມະນຸບ ປະທິນນັງ ອີກປະການຫນຶ່ງພວກທ່ານທັງຫຼາຍ ກໍໄດ້ຊື່ວ່າເປັນ ກໍາລັງ ເຈືອຈູນໝູ່ ພຣະພິກຂຸຜູ້ເປັນກໍາລັງຄໍ້າຊູ ພຣະພຸດທະສາດສະຫນາ ຕູມເຫຫິປຸນຍັງ ປະສຸຕັງ ອະນັບປະກັນຕິ ແລະ ທ່ານທັງຫຼາຍ ກໍຍ່ອມໄດ້ ສ່ວນບຸນໃນການກະທໍາຄັ້ງນີ້ ບໍ່ນ້ອຍເລີຍ

 ໃນພຣະຄາຖາທີ່ຍົກຂຶ້ນມາສະແດງນີ້ ເມື່ອຖືເອົາເນື້ອໃນ ໃຈຄວາມແລ້ວ ກໍຄົງຈະໄດ້ຄວາມຫມາຍດັ່ງນີ້ວ່າ ບັນດາຍາດມິດ ສາໂລຫິດພີ່ນ້ອງບິດາມານດາເພື່ອນສະຫາຍຄົນໃດຄົນຫນຶ່ງ ໄດ້ ເຖິງແກ່ກໍາ ຊິ້ນຊີບທໍາລາຍຊັນລົງໄປແລ້ວ ພວກເຮົາເຊິ່ງເປັນ ຜູ້ຍັງຢູ່ພາຍຫຼັງບໍ່ຄວນໂສກເສົ້າເສັຍໃຈຮ້ອງໃຫ້ລພັນລະນຶກເຖິງ ຈົນເກີໄປ ສິ່ງໃດທີ່ຕົນປາດຖະຫນາຈະໃຫ້ຜູ້ຕາຍ ກໍບໍ່ຄວນຈະ ເອົາໄປເຜົາໃນກອງໄຟກັບຜູ້ຕາມດ້ວຍ ເພາະວ່າວັດຖຸເຫຼົ່ານັ້ນ ຈະ ບໍ່ເປັນປະໂຫຍດຕໍ່ຜູ້ຕາຍເລີຍ ຈະເປັນແຕ່ພຽງເຊື້ອເພີງເຜົາຜານ ໄປ ເທົ່ານັ້ນ ເມື່ອມີຄວາມຄິດຮັກໄຄ່ອາໄລປາດຖະຫນາຈະໃຫ້ສິ່ງ ວ ຈົ່ງສະຫຼະວັດຖຸສິ່ງນັ້ນອອກກະທໍາທານ ແລະ ຮັກສາສິນຈະເຣີນເມດຕາພາວະນາ ແລ້ວອຸທິດສ່ວນກຸສົນນັ້ນໆ ໄປໃຫ້ຜູ້ວາຍ ຊົນ ຈຶ່ງຈະໄດ້ຮັບເຊິ່ງວັດຖຸເຂົ້າຂອງນັ້ນໆ ຖ້າວ່າກະທຳໄດ້ຕາມທີ່ກ່າວມານີ້ ຈຶ່ງຈະເອີ້ນວ່າເປັນຜູ້ຮູ້ຈັກແລະຄິດເຖິງກະຕັນຍູກະ ຕະເວທີ ຕໍ່ຜູ້ເປັນບຸບພະກາລີ ຫຼື ຍາດມິດສະຫາຍຜູ້ລ່ວງລັບໄປແລ້ວ ຢ່າງແທ້ຈິງ.

ເພາະວ່າຜູ້ທີ່ລ່ວງລັບໄປສູ່ປາຣະໂລກເບື້ອງຫນ້ານັ້ນຈະ ບໍ່ໄດ້ແບກຫາບເອົາສະບຽງອາຫານໄປນໍາ ທັງບໍ່ມີບ່ອນເຮັດໄຮ່ໄຖນາ ສະຖານທີ່ທໍາມາຄ້າຂາຍແລະຮັບຈ້າງລ້ຽງຊີບກໍບໍ່ມີ ມີແຕ່ສະ ເຫວີຍຜົນກັມທີ່ຕົນໄດ້ກະທໍາໄວ້ແລ້ວແຕ່ຄັ້ງ ຍັງເປັນມະນຸດ ແລະ ອາໄສສ່ວນບຸນກຸສົນ ທີ່ຍາດມິດອຸທິດສົ່ງໄປໃຫ້ເທົ່ານັ້ນ ຖ້າຂາດຜົນກັມທັງສອງປະການນີ້ ກໍຖືວ່າເປັນຜູ້ອົດຢາກ ທຸກຍາກ ອານາຖາເທົ່ານັ້ນ ອີກປະການຫນຶ່ງພວກທ່ານທັງຫຼາຍ ທີ່ມາກະ ທຊາປານະກິດ ຈູດເຜົາສະຣິຣະຮ່າງກາຍ ທີ່ເນົ່າເຫມັນເປັນ ທີ່ອຸສາດ ເປີະເປື້ອນໃຫ້ຍ່ອຍຢັບຫາຍໄປໃນໄຟນັ້ນ ສົມເດັດພຣະ ບໍຣົມມະຄຣູພຣະສຸຄົດເຈົ້າ ຊົງຕັດເທດສະຫນາໄວ້ວ່າ ເປັນມະ ຫາອານິສົງອັນຍິ່ງໃຫຍ່ ສາມາດອໍານວຍຜົນໃຫ້ປະສົບສຸກສົມ ບັດອັນໂອລານຍິ່ງຫນັກ ສົມດັ່ງພຸດທະພົດຄາຖາພາສິດ ທີ່ຕັດກັບພິກຂຸທັງຫຼາຍ ວ່າ ພິກຂະເວ ດູລາ ພິກຂຸທັງຫຼາຍ ບຸກຄົນ ຜູ້ໃດເຜົ່າສະຣີລະຮ່າງກາຍຂອງຄົນອານາຖາ ທີ່ມີແຕ່ຮ່າງກະດູກ ຜູ້ນັ້ນ ຈະບໍລິບູນໄປດ້ວຍຍົດຖາບັນດາສັກ ບໍຣິວານຫຼາຍເຖິງ ເກົ່າພັນ ຖ້າຊາກສົບນັ້ນຍັງມີເລືອດເນື້ອຢູ່ ຈະອໍານວຍຜົນໃຫ້ເປັນຜູ້ມີຍົດສັກບໍຣິວານຫນຶ່ງຫມື່ນ ຖ້າເຜົາສະຣີຣະຮ່າງກາຍ ຂອງຄົນແກ່ເຖົ້າຊະລາອໍານວຍມາໃຫ້ເຊິ່ງທະນະສານສົມ ບັດຍົດສັກບໍຣິວານແວດລ້ອມ,ເຖິງສີ່ໝື່ນຖ້າເຜົ່າຊາກສົບຍາດຕິພີ່ນ້ອງ ເພື່ອນມິດສະຫາຍບຸດທິດາແລະທາຣົກຈະອໍານວຍຜົນໃຫ້ຜູ້ນັ້ນສົມບູນດ້ວຍຍົດສັກສົມບັດບໍຣິວານປະມານແປດຫມື່ນຖ້າບຸກ ຄົນຜູ້ໃດ ໃຈໃສສັດທາມາກະທໍາ ຊາປານະກິດສົບ ບິດາມານດາ ຈະໄດ້ ສະເຫວີຍຜະລາອານິສົງ ອັນເປັນທິບ ຍົດສັກບໍຣິວານປະ ມານແສນຫນຶ່ງ ຜູ້ໃດໄດ້ເຜົາສະຣີລະຮ່າງກາຍ ຂອງພຣະພິກຂຸສົງ ່ຈະໄດ້ຮັບຜະລາອານິສົງຍົດສັກສົມບັດບໍຣິວານ ປະມານສອງແສນ ແມ່ນແຕ່ເຜົາຊາກສົບ ນົກທີ່ຕາຍຕົກຢູ່ໃນປ່າ. ດ້ວຍໃຈຍິນ ດິເຫຼື້ອມໃສສັດທາ ຄັນວ່າແຕກກາຍ ທໍາລາຍເບັນຈະຂັນລົງ ກໍຈະ ໄດ້ໄປເກີດໃນສະຫວັນເທວະໂລກ ມີວິມານຄໍາວິມານແກ້ວມະນີເປັນທີ່ຢູ່ ການກະທໍາຊາປານະກິດສະຣິລະສັດເດັຍຣະສານ ກໍຍັງໄດ້ສະເຫວີຍທິບພຣະວິມານເຖິງພຽງນີ້ ແຕ່ນີ້ທ່ານທັງຫຼາຍ ໄດ້ກະທໍາການຈູດເຜົາສະຣິລະຮ່າງກາຍຂອງມະນຸດຍິ່ງຈະມີຜົນ ຜະລາອານິສົງອັນໂອລານກວ່ານີ້ຮ້ອຍເທົ່າທະວີຄູນ ຈະເປັນບຸນລະນິທິ ຂຸມຊັບຕິດຕາມນໍາຫນູນສົ່ງ ໃຫ້ອຸບັດໃນສຸກຄະຕິໂລກສະຫວັນ ຢ່າງທ່ຽງແທ້ໂດຍບໍ່ຕ້ອງສົງໄສ ເອວັງ.

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top