06.ສະຫຼອງ ຕົ້ນກາຣະພຶກ

 ສະຫຼອງ ຕົ້ນກາຣະພຶກ


  ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາ ສັມພຸດທັດສະ (ວ່າ 3 ເທື່ອ)

  ພຸດໂທ ໂລເກ ອະນຸດຕະໂຣ ຕິດສະມານັງ ເສດຖັງ ກັບປາຣຸກໂຂ ພຸດໂທ ພະຄະວາ ສາວັດຖີຍັງ ອຸປະນິດສາຍະ ເຊຕະວະເນ ວິຫະຣະຕິຕິ.

ໂພນຕາ ສາທະໂວ ດູຣາສັບປຸຣິສະ ເຈົ້າທັງຫຼາຍ ຝູງມີຄວາມ ປາຖນາ ຫາຍັງສຸກ 3 ປະການຄື ມະນຸດສົມບັດ ສະຫວັນສົມບັດ ແລະ ພຣະນິບພານສົມບັດ ຈົ່ງຕັ້ງ ໂສຕະຜາສາດຫູ ທັງສອງຟັງຍັງ ທຳມະເທສະນາ ຜະລະອາ ນິສົງສະ ແຫ່ງການຖວາຍ ກັບປາຣຸກຂັງ ຍັງຕົ້ນກາຣະພຶກ ໃຫ້ເປັນທານ ແກ່ພຣະພິກຂຸສັງຄະເຈົ້າ ຫວັງເອົາບຸນ ເອົາກຸສົນຜົນທານ ໃນປັດຈຸບັນ ແລະ ອະນາຄົດ.

  ກໍ່ຈະໄດ້ດັ່ງ ຄວາມປາຖນາ ຂອງທ່ານນັ້ນແລ ສາທຸຊົນ ທີ່ມີສັດທາ ໄດ້ສະລະຈະຕຸປັດໄຈ ມາທຳການກໍ່ສ້າງ ເຊິ່ງກອງການກຸສົນ ຄືວ່າ ໄດ້ໃຫ້ກັບປາຣຸກຂັງ ປະຣິກຂາຣະທານັງ ຍັງຕົ້ນກາຣະພຶກ ພ້ອມດ້ວຍບໍລິຂານ 8 ປະການ ເປັນທານ ດັ່ງທ່ານສາທຸຊົນ ພຸດທະບໍລິສັດທັງຫຼາຍ ກະທຳຢູ່ ໃນເວລາວັນນີ້ ພຣະສັບພັນຍູເຈົ້າ ໄດ້ເທສນາວ່າ ມີຜະລະອານິສົງສະມາກ ຖ້າປາຖນາສິ່ງໃດ ກໍຈະໄດ້ສິ່ງນັ້ນ ບໍ່ຄາດບໍ່ຄາແລ

  “ນະຫິ ທຳໂມ ອະທຳໂມຈະ” ເປັນສິ່ງທຳ ແລະ ເປັນສິ່ງທີ່ບໍ່ຄວນທຳ ມີໝາກຜົນຕ່າງກັນ ຈະໃຫ້ມີ ໝາກຜົນສະເໝີກັນນັ້ນ ບໍ່ມີ “ອະທຳໂມ ນິຣະຍັງ ເນຕິ” ສິ່ງທີ່ບໍ່ເປັນທຳນັ້ນ ນຳສັດໄປສູ່ນະຣົກ “ທຳໂມ ປາເປຕິ ສຸຄະຕິ” ສິ່ງທີ່ເປັນທຳນັ້ນ ນຳສັດໄປສູ່ສຸຄະຕິ ຄືສະຫວັນ.

  ເຫດນັ້ນແລ ຈິ່ງໄດ້ຊື່ວ່າ ກຸສົນ ຄືຄວາມສະຫຼາດ ນີ້ສົມຄວນ ທີ່ສາທຸຊົນທັງຫຼາຍ ພ້ອມກັນຂົນຂວາຍ ຫາກໍ່ສ້າງສະສົມ ໄວ້ໃຫ້ຫຼາຍໆ ຢູ່ໃນຈິດໃຈຂອງຕົນ ສາທຸຊົນຜູ້ມີສັດທາ ເພິ່ງອຸດສະຫະ ກະທຳບຸນໃຫ້ທານ ຢ່າໄດ້ເບື່ອໜ່າຍ “ທານັງ ສະຫາຍະສຳ ພູຕັງ” ຜົນທານນີ້ແລ ຈະບັງເກີດເປັນສະຫາຍ ຊ່ວຍ ເຫຼືອອຸດໜູນ ໃຫ້ພົ້ນຈາກທຸກ ໄພທັງປວງ “ທານັງ ສຳປັດຕະ ໂພຊະນັງ” ຜົນທານນີ້ແລ ເປັນຜູ້ຈຳແນກແຈກຈ່າຍ ນຳເອົາຊັບສົມບັດທັງຫຼາຍ ແຈກຈ່າຍ ໄປຕາມຄວມປະສົງ ຜົນທານນີ້ ເປັນເຂົ້າໄຖ່ ເຂົ້າຖົງຕິດຕາມ ຄ້ຳຊູອຸປະຖຳ ຢູ່ບໍ່ໄດ້ວ່າງເວັ້ນ ຍ່ອມນຳອອກເສຍ ເຊິ່ງຄວາມເຂັນໃຈ ບໍ່ໃຫ້ຕົກທຸກໄດ້ຍາກ ບໍ່ໃຫ້ຂັດສົນ ຈົນໃຈສິ່ງໃດ ສິ່ງໜຶ່ງເລີຍ

  “ທານັງ ສັກຄະໂສ ປານັງ” ຜົນທານນີ້ ເໝືອນຂັ້ນໃດ ນຳຂຶ້ນສູ່ທີ່ສູງ ຈົນເຖິງຊັ້ນຟ້າ ແດນສະຫວັນ ເປັນທາງນຳໄປສູ່ ພຣະນິບພານ ອັນປະເສີດ ບໍ່ກັບມາສູ່ ວັດຕະສົງສານ ມີແຕ່ຈະໃຫ້ສຸກ ປິດບັງເສຍເຊິ່ງ ທຸກໄພຄື ອະບາຍ ພູມ 4 ມີນະຣົກ ເຜດ ອະສຸຣະກາຍ ແລະ ສັດເດຍລະສານ.

  “ທານັງ ພຸດທານະ ໂຄຈະຣັງ” ຫົນທາງນີ້ເປັນມັກຄາ ແຫ່ງພຣະພຸດທະ ເຈົ້າທັງຫຼາຍ ສືບໆກັນມາ ຜົນທານີ້ ເປັນມານດາ ເບິ່ງແຍງສັບພະສັດ ທັງ ຫຼາຍໃນໂລກ ບໍ່ມີມານດາໃດ ທີ່ຈະເອົາໃຈໃສ່ລ້ຽງດູ ເບິ່ງແຍງເໝືອນ ຜົນທານນີ້. “ນັດຖິ ທານະສະໂມ ທິຕາ” ຜົນທານນີ້ ປຽບເໝືອນບິດາ ບັງເກີດເກົ້າ ຂອງສັດທັງຫຼາຍ ບໍ່ມີບິດາໃດ ຈະເປັນທີ່ເພິ່ງ ອັນປະເສີດ ເໝືອນບິດາ ຄື ທານະ ປາຣະມີນີ້ ຜົນທານນີ້ແລ ຈະເປັນບິດາ ມານດາ ເປັນຍາດ ເປັນມິດ ເປັນພີ່ລ້ຽງ ຕິດຕາມຕົວເຮົາ ໄປສູ່ຊັ້ນຟ້ານິຣະພານ ໂດຍດັ່ງຄວາມມຸ້ງ ມາດປາຖນາຂອງຕົນແລ.

  ເລື່ອງນີ້ມີມາ ໃນຄັ້ງພຸດທະການ ດັ່ງທຳມະເທສນາ ທີ່ພຣະພຸດທະເຈົ້າ ກ່າວເປັນໄນຍະຄາຖາວ່າ “ພຸດໂທ ເສດໂຖ ໂລເກ ອະນຸດຕະໂລ ຕິດສະມານະໂວ” ດັ່ງນີ້ເປັນເຄົ້າ ໃນກາຣະຄັ້ງນັ້ນ. ພຣະສັບພັນຍູເຈົ້າ ຂອງເຮົາທັງຫຼາຍ ສະເດັດປະທັບຢູ່ ໃນປ່າເຊຕະວັນ ມະຫາວິຫານ ອາໃສເມືອງສາວັດຖີ ອັນເປັນທີ່ໂຄຈອນ ທ່ຽວບິນທະບາດ ຍັງມີກະດຸມພີຜູ້ໜຶ່ງ ຊື່ວ່າ ຕິດສະມານົບ ມີຈິດໃຈເຫຼື້ອມໃສ ໃນຄຸນແກ້ວ 3 ປະການ ພ້ອມດ້ວຍພັນລະຍາ ຂອງຕົນ ມາສ້າງແປງກັບປາຣຸກຂັງ ຈີວະຣະປະຣິກຂາຣັງ ຍັງຕົ້ນກາຣະພຶກ ປະຣີຂານ 8 ປະການ ມີຜ້າຈີວອນ ສັງຄາ ສະບົງ ແລະ ຂອງຄວນຄ້ຽວ ຄວນສັນ ໃາຜູກແຂວນຫ້ອຍ ຍອ້ຍໄປຕາມ ຕົ້ນກາຣະພຶກ ຄັນສຳເລັດແລ້ວ ກໍ່ນ້ອມໄປຖວາຍແກ່ ສັບພັນຍູ ແລ້ວກໍ່ໄຫ້ວຖາມພຣະເຈົ້າວ່າ “ພັນເຕ ພະຄະວາ” ຂ້າຂໍໄຫ້ວພຣະພຸດທະເຈົ້າ ຕົນປະເສີດ ອັນເປັນທີ່ເພິ່ງຂອງ ສັດຕະວະໂລກ ທັງມວນ ນໍຣະຍິງຊາຍ ຜູ້ມີຈິດໃຈ ເຫຼື້ອມໃສສັດທາ ມາສ້າງແປງ ກັບປາຣຸກຂັງ ປະຣິກຂາຣະທານັງ ຍັງຕົ້ນກາຣະພຶກ ຖວາຍບູຊາແກ້ວ 3 ປະການ ກໍຈະມີຜະລະອານິສົງສະ ດັ່ງລືກໍ່ຂ້າຈາ.

  ພະຄະວາ ອັນວ່າ ພຣະພຸດທະເຈົ້າ ຈິ່ງຕັດພຣະທຳມະເທສນາ ວ່າ ດູ ກ່ອນ ຕິດສະມານົບເສດຖີ ຜູ້ມີເຂົ້າຂອງເປັນອັນມາກ ນໍຣະຍິງຊາຍ ຝູງໃດມີ ຈິດໃຈ ເຫຼື້ອມໃສສັດທາ ມາກໍ່ສ້າງ ກັບປາຣຸກຂັງ ປະຣິກຂາຣະທານັງ ຍັງຕົ້ນ ກາຣະພຶກ ອັນຜູກຮ້ອຍ ໄປດ້ວຍບໍຣິວານຕ່າງໆ ຖວຍບູຊາ ຄຸນພຣະຣັດຕະນະໄຕ ທັງສາມປະການດັ່ງນີ້ ກໍຈະມີຜະລະອານິສົງສະ 16 ກັບນັ້ນແລ.

  ນໍຣະຍິງຊາຍ ຝູງນັ້ນ ຄັນດັບຂັນສິ້ນບຸນກຳ ໃນເມືອງຄົນນີ້ແລ້ວ ກໍຈະໄດ້ເອົາຕົນເມືອງເກີດ ໃນສະຫວັນເທວະໂລກ ໄດ້ສະເຫວີຍທິບ ພະສົມບັດຢູ່ ໃນສະຫວັນທີ່ນັ້ນ ເຫິງຍືນນານ ຄັນຈຸຕິຕາຍຈາກ ເມືອງສະຫວັນແລ້ວ ກໍຈະໄດ້ເອົາຕົນລົງມາເກີດ ໃນມະນຸດສະໂລກ ເມືອງຄົນເຮົາທີ່ນີ້ ກໍຈະໄດ້ສົມບັດ ເປັນພຣະຍາຈັກກະພັດ ຕິຣາດໃນບ້ານນ້ອຍ ແລະ ເມືອງໃຫ່ຍໄດ້ 27 ຊາດນັ້ນແລ ຄັນເມື່ອຕິດສະມານົບ ກະດຸມພີຜູ້ນັ້ນ ໄດ້ຟັງທຳມະເທສນາ ຂອງພຣະພຸດທະເຈົ້າແລ້ວ ກໍ່ທູນລາພຣະພຸດທະເຈົ້າ ໜີເມືອສູທີ່ເຮືອນຂອງຕົນ ກໍ່ມີແລ.

  “ໂສ ກຸດຸມພີ ໂກ” ຄັນເມື່ອກຸດຸມພີຜູ້ນັ້ນ ກໍຕັ້ງຢູ່ຕາມເຂດອາຍຸ ຂອງຕົນ “ຕະໂຕ ຈະຣິດຕະວາ” ຈາກຕາຍຈາກ ພາວະອັນເປັນ ກຸດຸມພີນັ້ນແລ້ວ “ນິບພັດຕິ” ກໍຈັກໄດ້ເມືອເກີດ ເປັນເທວະບຸດ ໃນຊັ້ນຟ້າຕາວະຕິງສາ ເທວະໂລກ ມີຜາສາດສູງໄດ້ 7 ໂຍດຊະນະ ມີນາງຟ້າໝື່ນໜຶ່ງ ເປັນບໍຣິວານ ຄັນຈຸຕິຈາກ ຊັ້ນຟ້ານັ້ນແລ້ວ ກໍ່ຈັກໄດ້ເກີດມາ ໃນສຳນັກຂອງ ພຣະພຸດທະເຈົ້າຕົນຊື່ວ່າ ອະຣິຍະເມດໄຕ ເມື່ອລົງມາຕັດເປັນສັບພັນຍູ ເປັນຄູແກ່ໂລກ ໃນກາລະອັນຈັກມາ ພາຍໜ້ານີ້ແລ.

  ອັນນີ້ ກໍ່ດ້ວຍ ຜະລະອານິສົງສະຂອງທ່ານ ພຸດທະບໍຣິສັດທັງຫຼາຍ ທີ່ໄດ້ຖວາຍ ກັບປາຣຸກຂັງ ຍັງຕົ້ນກາຣະພຶກ ອັນປະກອບໄປດ້ວຍ ບໍຣິຂານ 8 ປະການ ໃຫ້ເປັນທານນັ້ນແລ ຂໍໃຫ້ທ່ານ ພຸດທະບໍຣິສັດທັງຫຼາຍ ຈົ່ງມີຈິດ ຍິນດີ ຊື່ນຊົມໃນທານ ທີ່ໄດ້ກະທຳແລ້ວນີ້ ນິດຖິຕາ ກໍ່ຈົບລົງພຽງເທົ່ານີ້ແລ.

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top