ເດືອນ 05

 

Picture
  

            ບຸນປີໃໝ່ລາວ
                                                                                     
                                                         

                   ບຸນປີໃໝ່ລາວ                                                                                       ຂັດມາຈາກ http://www.ecom.org.la 
ຕຸດ​ສົງ­ການ ຫມາຍ​ເຖິງ​ພະ​ອາທິດ​ໄດ້​ເຄື່ອນ​ຍ້າຍ​ຈາກ​ປີ​ເກົ່າ​ເຂົ້າສູ່​ປີ​ໃຫມ່, ຕຸດຫມາຍ​ເຖິງ​ຕັດ ຫລື ສິ້ນ​ໃຫ້​ຫມົດ​ໄປ, ສົງ­ການ ຫມາຍເຖິງ​ການ​ເຄື່ອນ​ຍ້າຍ ໂດຍ​ເພິ່ນ​ຖືເອົາ​ສຸ­ລິ­ຍະ​ຄະ­ຕິ​ກົງ​ກັບ​ວັນ​ທີ 13-14 ແລະ 15 ຄ່ຳ ເດືອນ​ເມ­ສາ​ຂອງທຸກໆ​ປີ​ເປັນ​ວັນ​ຈັດ​ງານ​ບຸນ­ປີ­ໃຫມ່ລາວ, ຂໍ​ຢ່າ​ຊູ​ເວົ້າ “ກຸດ” ເຊິ່ງ​ມັນມີ​ຄວາມ​ວ່າ ກຸດ​ຫ້ຽນ​ໄປ​ເລີຍ, ທັງແມ່ນ​ພາ­ສາ​ເວົ້າ​ຂອງ​ຈີນ ແລະ ຫວຽດ­ນາມ, ສ່ວນ​ຄຳ​ວ່າ “ຕຸດ” ນັ້ນ​ແມ່ນ​ພາ­ສາ​ເວົ້າ​ເດີມ​ຂອງ​ລາວແທ້. ເພິ່ນ​ເຄີຍ​ເວົ້າ​ມາ​ແຕ່​ດຶກ​ດຳບັນ ເຊິ່ງ​ມີ​ຄວາມ​ຫມາຍ­ວ່າ: “ຢຸດຢູ່​ກ່ອນ” ສ່ວນ​ສົງ­ການ​ແມ່ນ​ເຄື່ອນຍ້າຍ​ໄປ​ສິ້ນ​ປີ​ເກົ່າ​ແລ້ວສົງ­ການ​ປີໃຫມ່​ກ້າວ​ ເຂົ້າ​ມາ​ແທນ​ຕາມ​ສຸ​ລິຍະ​ຄະ­ຕິ ດັ່ງ​ວ່າ ສົງ­ການ ເປັນ​ມື້​ທີຫວ່າງ​ກາງ​ປີ​ເກົ່າ​ກັບ​ປີ​ໃຫມ່​ນັ້ນເປັນ​ມື້​ຕຸດ​ຢູ່​ນີ້​ເອງ.

ເຫດ­ຜົນ ແລະ ຄວາມ​ເປັນ​ມາຂອງ​ບຸນ­ປີ­ໃຫມ່​ລາວ (ບຸນ​ຕຸດ​ສົງການ​ລາວ) ແມ່ນ​ອີງ­ໃສ່​ນິ­ທານ​ພື້ນເມືອງ ແຕ່​ກ່ອນ​ຍັງ​ມີ​ຊາຍ​ຄົນ​ຫນຶ່ງຊື່­ວ່າ: ທຳ​ມະ​ບານ​ກຸມ­ມານ (ຄຳປາ­ລີ = ທຳ​ມະ​ປະ­ລະ) ເປັນ​ລູກຊາຍ​ຂອງ​ມະ­ຫາ​ເສດ­ຖີ​ຢູ່​ເມືອງຫນຶ່ງ (ບໍ່​ຊາບ​ຊື່) ມີ​ຜາ­ສາດ​ເຈັດຊັ້ນ, ຕັ້ງ​ຢູ່​ແຄມ​ແມ່­ນ້ຳ, ທຳ​ມະບານ​ການ​ກຸມ­ມານ​ຮຽນ​ຈົບ​ໄຕເພັດ (ມະ­ນຸດ, ສັດ, ສັງ­ຄົມ​ສາດ) ເປັນ​ຄົນ​ຮອບ​ຮູ້​ສະ­ຫລາດ​ເປັນ​ນັກປາດ​ອາ­ຈານ​ເກ່ງ​ກ້າ ​ຊື່​ສຽງ​ລືນາມ​ປາ­ກົດ​ໄປ​ທົ່ວ​ພົມ​ມະ​ໂລກ, ເທວະ​ໂລກ, ມະ­ນຸດ­ສະ­ໂລກ​ຈົນ​ສົ່ງຜົນ​ສະ­ທ້ອນ​ຮອດ​ກະ­ບິນ​ລະ​ພົມຜູ້ເປັນ​ເຈົ້າ​ພົມ​ມະ​ ໂລກ ເຊິ່ງ​ມີ​ຄວາມເກ່ງ​ກ້າ​ສາ­ມາດມີ​ຊື່​ສຽງ​ຮຽງນາມ​ເຫມືອນ​ກັນເມື່ອ​ໄດ້​ຍິນ​ ແນວນັ້ນ ກະ­ບິນ​ລະ​ພົມ ບໍ່​ຍອມ​ເສຍປຽບ​ໃຫ້​ໃຜ​ມາ​ກ່ອນຈິ່ງ​ເກີດ​ມີຄວາມ​ສົນ­ໃຈ​ຢາກ​ລົງ​ມາ​ພົບ ແລະ ທົດ​ສະ­ຫມອງ​ລອງ​ປັນ­ຍາ​ກັບ​ທຳມະ​ບານ​ກຸມ­ມານ​ນັ້ນ​ເບິ່ງ,ມີ​ມື້ ຫນຶ່ງ​ກະ­ບິນ​ລະ​ພົມ ກໍ່​ໄດ້​ມີ​ໂອ­ກາດ  ບິນ​ແອ່ນ​ລົງ​ມາ­ສູ່​ມະ­ນຸດ​ສາ​ໂລກ ແລ້ວ​ກໍ່​ເຂົ້າ​ພົບ​ທຳ​ມະ​ບານ​ກຸມມານຢູ່​ທີ່​ຜາ­ສາດ​ເຈັດ​ຊັ້ນ​ນັ້ນ​ໂລດ. ກະ­ບິນ​ລະ​ພົມ​ກໍ່​ໄດ້​ທັກ​ທາຍ​ປາ​ໄສກັບ​ທຳ​ມະ​ບານ​ກຸມ­ມານ​ແບບ​ກົງໄປ​ກົງ​ ມາ​ອັນ​ສຳ­ຄັນ​ແມ່ນ​ມາ​ທົດລອງ​ຖາມ​ຕອບ​ບັນ­ຫາ​ກັນ​ເຖາະ! ບັນ­ຫາ​ທີ່​ກະ­ບິນ​ລະ​ພົມຕັ້ງ​ໃຫ້​ທຳ ມະ​ບານ​ກຸມ­ມານ ເປັນ​ຜູ້​ຕອບ​ມີ​ຢູ່ສາມ​ຂໍ້​ຄື: 1. ຕອນ​ເຊົ້າ ລາ­ສີ (ສີລິ) ຂອງ​ຄົນ​ຢູ່​ໃສ?, 2. ຕອນ​ທ່ຽງ ລາ­ສີ (ສີ​ລິ) ຂອງ​ຄົນ​ຢູ່​ໃສ?, 3. ຕອນ​ຄ່ຳ​ລາ­ສີ (ສີ​ລິ) ຂອງ​ຄົນ​ຢູ່ ໃສ?. ຖ້າ​ທຳ​ມະ​ບານ​ກຸມ­ມານຕອບ​ໄດ້​ໃຫ້​ຕັດ​ຄໍກະ­ບິນ​ລະ​ພົມ ໂລດ, ແຕ່​ຖ້າ​ຕອບ​ບໍ່​ໄດ້ກາ​ບິນ​ລະ ພົມ ຈະ​ລົງ​ມາ​ຕັດ​ຄໍທຳ​ມະ​ບານກຸມ­ມານ​ເຫມືອນ​ກັນ, ນັດ​ກັນ​ພາຍໃນ​ເຈັດ​ວັນ.

ຈາກ​ນັ້ນ, ກາ​ບິນ​ລະ​ພົມ ກໍ່​ໄດ້ບິນ​ແອ່ນ​ສະ­ເດັດ​ຂຶ້ນ​ເມືອ​ສູ່​ພົມ​ມະໂລກ, ສ່ວນ​ທຳ​ມະ​ບານ​ກຸມ­ມານກໍ່​ຍັງ​ຢູ່​ຫໍ­ຜາ­ສາດ​ເຈັດ​ຊັ້ນ​ນັ້ນ. ແຕ່ລະ​ວັນ​ກໍ່​ມີ​ແຕ່​ຄິດ​ຫາກ​ບໍ່​ເຂົ້າ​ບໍ່ອອກ​ຍ້ອນ​ບໍ່​ຮູ້, ນອກ​ກໍ່​ບໍ່​ຫລັບ​ກິນບໍ່​ໄດ້, ເກີດ​ເປັນ​ມື້​ເປັນ​ວັນ​ມາ​ມີ​ແຕ່ຄິດ​ຕອບ​ບັນ­ຫາ​ຂອງ ກະ­ບິນ​ລະພົມ ຈົນ​ຮ່າງ­ກາຍ​ຈ່ອຍ​ຈົນ​ຜອມ. ຈົນ​ຮອດ​ມື້​ທີ​ຫົກຈິ່ງ​ອອກ​ຈາກ​ຜາສາດ​ເພື່ອ​ຈະ​ຂ້າ​ໂຕ​ເອງ​ຕາຍ, ບໍ່ຍອມ​ໃຫ້ ກະ­ບິນ​ລະ​ພົມຕັດ​ຄໍ​ຕົນ, ໄປ​ຕາມ​ໄປ​ກໍ່​ເລີຍ​ໄປ​ຮອດ​ທົ່ງ​ນາທົ່ງ​ຫນຶ່ງ​ຢູ່​ຫົວ​ນາ​ທົ່ງ​ນັ້ນມີ​ ກົກຕານ​ໃຫຍ່ 2 ກົກ, ທຳ​ມະ​ບານ​ກຸມມານ ໄດ້​ໄປ​ລີ້​ຊົ້ນ​ຢູ່​ກ້ອງ​ກົກ​ຕານຫວັງ​ຈະ​ໃຫ້​ຕາຍ​ຢູ່​ທີ່​ນັ້ນ. ພໍ​ຮອດຫົວ​ແລງ​ຂອງ​ມື້​ນັ້ນ​ໄດ້​ມີ​ແຮ້ງ​ເຖົ້າຜົວ​ເມຍ​ຄູ່​ຫນຶ່ງ​ບິນ​ມາ​ ເຊົາ​ຢູ່​ເທິງກົກ​ຕານ​ນັ້ນ, ເດິກ​ມາ​ແຮ້ງ​ເຖົ້າ​ຜົວເມຍ​ຄູ່​ນັ້ນ​ລົມ​ກັນ​ວ່າ: “ມື້­ອື່ນ​ນີ້ເຮົາ​ຈະ​ກິນ​ຫຍັງ? ຊາກ​ງົວ​ຊາກຄວາຍ​ຕາຍ​ກໍ່​ຫມົດ​ແລ້ວ“ ໂຕ​ເມຍຖາມ, ໂຕ​ຜົວ​ຕອບ​ວ່າ: “ບໍ່​ຍາກດ໋ອກ ມື້­ອື່ນ​ນີ້​ເຮົາ​ຈະ​ໄດ້​ກິນ​ຊີ້ນ​ຄົນເພາະ­ວ່າ​ມື້­ອື່ນ​ເປັນ​ມື້​ຖ້ວນ​ ເຈັດ​ວັນຂອງ​ການ​ນັດ​ກັນ​ລະ­ຫວ່າງກະບິນ​ລະ​ພົມກັບທຳ​ມະ​ບານ​ກຸມມານເພື່ອ​ຕອບ​ບັນ­ຫາ​ກັນ. ແຕ່​ຖ້າທຳ​ມະ​ບານ​ກຸມ­ມານ​ຕອບ​ບັນ­ຫາກະ­ບິນ​ລະ​ພົມ​ບໍ່​ໄດ້ຈະ​ຖືກ​ຕັດ​ ຄໍແທ້ໆ.,” ໂຕ​ເມຍ​ຖາມ​ຕໍ່​ໄປ​ວ່າ: “ບັນ­ຫາ​ທີ່​ກະ­ບິນ​ລະ​ພົມ​ຖາມ​ນັ້ນມີ​ຫຍັງ​ແດ່? “ໂຕ​ຜົວ​ເວົ້າ​ວ່າ: “ຕອນ​ເຊົ້າ​ລາ­ສີ (ສີ​ລິ) ຂອງ​ຄົນ ຢູ່​ໃສ?, ຕອນ​ທ່ຽງ​ລາ­ສີ (ສີ​ລິ) ຂອງ​ຄົນ​ຢູ່​ໃສ?, ຕອນ​ຄ່ຳ​ລາ­ສີ (ສີ​ລິ) ຂອງ​ຄົນ​ຢູ່​ໃສ, ຂ້ອຍ​ຄິດ​ວ່າ ທຳ​ມະ​ບານ​ກຸມ­ມານ​ຕອບ​ບໍ່​ໄດ້ດອກ ເພາະ​ມັນ​ຍາກ​ໂພດ”. ໂຕເມຍ​ຖາມ​ຕໍ່​ໄປ​ອີ​ກວ່າ: “ຄັນ​ຈັ່ງຊັ້ນ​ເຈົ້າ​ຮູ້​ຄຳ​ຕອບ​ສາມ​ບັນ­ຫາ​ນັ້ນບໍ ແມ່ນ​ຫຍັງ​ກັນ​ແທ້?”. ໂຕ​ຜົວ ຈິ່ງ​ເວົ້າ​ວ່າ: “ມັນ​ຊິ​ຍາກ​ຫຍັງ!, ຕອນ​ເຊົ້າ​ລາ­ສີ (ສີ​ລິ) ຂອງ​ຄົນ​ກໍ່ຢູ່​ທີ່​ຫນ້າ ເພາະ­ວ່າ​ຕື່ນ​ເຊົ້າ​ມາ​ຄົນຕ້ອງ​ໄດ້​ລ້າງ​ຫນ້າ​ຂອງ​ຕົນເພື່ອຄວາມ​ຊຸ່ມ​ເຢັນ ແລະ ສວຍ​ງາມ, ຕອນ​ທ່ຽງ​ລາ­ສີ (ສີ​ລິ) ຂອງ​ຄົນ​ຢູ່ທີ່​ເອິກ ເພາະ­ວ່າ​ເມື່ອ​ຮ້ອນ​ມາ​ຄົນຈະ​ມັກ​ເອົາ​ນ້ຳ​ມາ​ລູບ​ເອິກ ເພື່ອ ຜ່ອນ​ຄວາມ​ຮ້ອນ ແລະ ການ​ຫົນຫວຍ​ກະ­ວົນ­ກະ­ວາຍ, ຕອນ​ຄ່ຳ ລາ­ສີ (ສີ​ລິ) ຂອງ​ຄົນ​ກໍ່​ຢູ່​ທີ່​ຕີນເພາະ­ວ່າກ່ອນ​ຈະ​ເຂົ້າ​ບ່ອນ​ນອນຄົນ​ຈະ​ລ້າງ​ຕີນ​ໃຫ້ ​ສະ­ອາດ​ເສຍກ່ອນ”. ພໍ​ແຕ່​ທຳ​ມະ​ບານ​ກຸມ­ມານໄດ້​ຍິນ ແລະ ເຂົ້າ­ໃຈ​ດີ​ແລ້ວ​ກໍ່​ຜຸດລຸກ­ຂຶ້ນ​ແລ້ວ​ຮີບ​ແລ່ນ​ເມືອ​ຫາ​ຜາສາດ​ເຈັດ​ຊັ້ນ​ ຂອງ​ຕົນ ເພື່ອ​ລໍ­ຖ້າກະ­ບິນ​ລະ​ພົມຈະ​ສະ­ເດັດ​ລົງ​ມາພົບເພາະ​ຮອດ​ມື້​ນັດ​ຫມາຍ​ ຕອບບັນ­ຫາ. ຮອດ​ມື້​ນັດ​ຫມາຍ ກະ­ບິນລະ​ພົມ ກໍ່​ສະ­ເດັດ​ລົງ​ມາ​ແທ້, ແລ້ວກໍ່​ເຂົ້າ​ໄປ​ພົບ ທຳ​ມະ​ບານ​ກຸມ­ມານຢູ່​ຫໍ­ຜາ­ສາດ​ເຈັດ​ຊັ້ນ​ຕາມ​ນັດຫມາຍ​ແລ້ວ ທຳ​ມະ​ບານ​ກຸມ­ມານ ກໍ່​ໄດ້​ຕອບ​ບັນ­ຫາ​ທັງ​ສາມ​ຂໍ້​ຂອງ ກະ­ບິນ​ລະ​ພົມນັ້ນ​ຖືກ​ຫມົດ ບໍ່​ມີ​ຜິດຈັກ​ຫນ້ອຍ​ເລີຍ. ກະ­ບິນ​ລະ​ພົມ ຍອມ ­ຮັບ​ຄວາມ​ພ່າຍ​ແພ້​ຂອງ​ຕົນແລ້ວຕົກ­ລົງ​ໃຫ້ ທຳ​ມະ​ບານ​ກຸມມານ ຕັດ​ຄໍ​ຕົນ​ຕາມ​ສັນ­ຍາ. ກ່ອນຈະ​ຖືກ​ຕັດ​ຄໍ​ກະ­ບິນ​ລະ​ພົມ​ໄດ້ເອີ້ນ​ລູກ​ສາວ​ທັງ​ເຈັດ​ມາ​ພົບ​ແລ້ວໃຫ້ ​ເອົາ​ຂັນ​ຮອງ­ຄໍ​ພໍ່​ເພື່ອ​ບໍ່​ໃຫ້ຫົວ​ຕົກ­ລົງ​ໄປ​ທົ່ວ­ທີບ​ຈະ​ເປັນ​ ເຫດຮ້າຍ​ຕໍ່​ມະ­ນຸດ​ໂລກ ເພາະ­ວ່າ​ຖ້າ ຫົວ​ພໍ່​ຕົກ­ລົງ​ດິນ ດິນ​ຈະ​ຖືກ​ແຫ້ງແລ້ງ​ເກີດ​ໄຟ​ໄຫມ້​ເຜົາ, ຖ້າ​ຕົກ​ໃສ່ມະ­ຫາ​ສະ­ຫມຸດ​ກໍ່​ຈະ​ບົກ​ແຫ້ງກາຍ­ເປັນ​ພູ­ຜາ​ປ່າ­ໄມ້, ຖ້າ​ຕົກ​ຢູ່ສະ ຫວັນ​ຊັ້ນ​ຟ້າ​ກໍ່​ຈະ​ກາຍ­ເປັນພະ­ຍຸ​ລົມ­ແດງ, ຝົນ­ຕົກ ແລະ ມີ​ຫິ­ມະ​ກ້າມ​ຕະ­ຫລອດ​ໄປ.

ຈາກ​ນັ້ນ​ລູກ​ສາວ​ທັງ​ເຈັດ​ກໍ່ໄດ້​ເອົາ​ພາ​ຂັນ​ມາ​ຮອງ­ຄໍ​ພໍ່​ຕົນ ແລ້ວ​ໃຫ້​ທຳ​ມະ​ບານ​ກຸມ­ມານ​ຕັດ​ຄໍລົງ​ໃສ່​ພາ​ຂັນ​ນັ້ນ ແລ້ວ​ລູກ​ສາວ​ໄດ້ ເອົາ​ໄປ​ແຫ່​ອ້ອມ​ເສົາ​ສະ­ເຫມນສາມ​ຮອບ ແລ້​ວຈິ່ງ​ເອົາ​ໄປ​ໄວ້​ພູເຂົາ​ໄກ­ລາດ​ຢູ່​ແດນ​ໄກ. ພໍ​ເຖິງຂອບ​ປີ (ເດືອນ​ຫ້າ​ລາວ) ມາຮອດ​ແລ້ວລູກ​ສາວ​ທັງ​ເຈັດກໍ່​ຜັດປ່ຽນ​ກັນ​ໂຈມ​ພາ​ຂັນ​ອອກ​ມາ​ລ້າງສ່ວຍ​ໃຫ້ ​ຊຸ່ມ​ເຢັນ ແລະ ສະ­ອາດເປັນ​ປະ­ຈຳ. ແຕ່​ນັ້ນ​ມາ​ບ່າວ​ໄພ່ລາດ​ສະ​ດອນ​ເຫັນ​ວ່າ​ຈົບ­ງາມ​ດີແທ້​ຈິ່ງ​ຈັດ​ຕັ້ງ​ກັນ​ ເອົາ​ນ້ຳ­ອົບ​ນ້ຳຫອມ ຫລື ນ້ຳ​ສະ­ອາດ​ມາ​ຫົດສົງ​ກັນ (ເອີ້ນ​ວ່າ: ບຸນ​ຫົດ​ນ້ຳ) ຈົນ​ເທົ່າ​ທຸກ​ວັນ​ນີ້. ສ່ວນ­ວ່າ​ນາງສັງ­ຂານ ຫລື ການ​ແຫ່​ສັງ­ຂານນັ້ນ​ກໍ່​ແມ່ນ​ແຫ່​ລູກ​ສາວ​ທັງ​ເຈັດຂອງກະ­ບິນ​ລະ​ພົມ ທີ່​ຜັດ­ປ່ຽນ​ກັນອອກ​ມາ​ໃນ​ແຕ່​ລະ​ປີ​ນັ້ນ​ດ້ວຍ.

ພິ­ທີ​ຈັດ​ງານ​ບຸນ­ປີ­ໃຫມ່​ລາວ, ຂຶ້ນ 13 ຄ່ຳ​ເດືອນ 5 ກົງ​ກັບ​ວັນ​ທີ 13 ເມ­ສາ ແມ່ນ​ວັນ​ສົ່ງ​ທ້າຍ​ປີ​ເກົ່າ. ໃນ​ວັນ​ນີ້ ແຕ່​ລະ​ຄອບ­ຄົວ, ທຸກໆສະ­ຖານ­ທີ່​ພາຍ​ໃນ​ວັດ, ໂຮງ­ຮຽນ, ສຳ­ນັກ­ງານ​ຫ້ອງ­ການຈະ​ມີ​ການຮ່ວມ​ຈິດ​ຮ່ວມ​ໃຈ​ກັນ​ເຮັດ​ອະ​ນາໄມ​ລວມ​ ຫມູ່ໃຫ້​ສະ­ຖານ­ທີ່​ຕ່າງໆສະ­ອາດ​ງາມ​ຕາ ແລະ ຢູ່​ຕາມ​ບ້ານເຮືອນຈະ​ມີ​ການ​ຫ້າງ​ຫາ​ກະ­ກຽມດອກ​ໄມ້​ທູບ​ທຽນນ້ຳ­ອົບ​ນ້ຳ​ຫອມ ເພ​ື່ີອ​ຫົດ­ສົງ​ພະ​ພຸດ​ທະ​ຮູບ. ຢູ່​ວັດຈະ​ມີ​ການ​ເຮັດ​ຮ້ານ​ພະ  ພໍ​ເມື່ອຮອດ​ສາມ​ໂມງ​ແລງ​ພະ­ສົງ​ຈະ​ຕີຄ້ອງ​ຮ້ອງ​ປ່າວ​ໃຫ້​ຊາວ­ບ້ານ​ມາໂຮມ​ ກັນ​ຢູ່​ວັດ ແລ້ວ​ທຳ​ພິ­ທີ​ໄຫວ້ພະ​ຮັບ​ສິນ, ຟັງ­ເທດ, ຄາ­ລະ­ວະສົມ​ມາ​ສວດ​ໄຊ​ຢັນ​ໂຕ, ຊິດ​ນ້ຳພຸດ​ທະ​ມົນ, ນິ­ມົນ​ພະ​ພຸດ​ທະ​ຮູບລົງ​ຈາກ​ແທ່ນ​ບູ­ຊາ ເພື່ອ​ໃຫ້​ຊາວບ້ານ​ໄດ້​ຫົດ­ສົງ.

ຂຶ້ນ 14 ຄ່ຳ ເດືອນ 5 ກົງ​ກັບວັນ​ທີ 14 ເມ­ສາ ແມ່ນ​ວັນ​ເນົາ ຊາວ­ບ້ານ​ທຸກໆ​ຄົນ​ທຸກໆ​ຄອບ­ຄົວຈະ​ຢຸດ​ງານບໍ່​ກະ­ທຳ​ກິດ­ຈະ­ການໃດໆ​ພັກ­ຜ່ອນ ​ທ໋ຽວ​ຫລິ້ນ ແລະ ໄປ​ຢ້ຽມ­ຢາມ​ພີ່­ນ້ອງ​ຕະ­ຫລອດ​ມື້, ຕອນ​ແລງ​ເວ­ລາ 4 ໂມງ ພະ­ສົງຈະ​ຕີ​ຄ້ອງ​ຮ້ອງ​ປ່າວ​ໃຫ້​ຊາວ­ບ້ານມາ​ໂຮມ​ກັນ​ຢູ່​ທີ່​ວັດ ເພື່ອ​ໄປ​ເກັບດອກ​ໄມ້​ມາ​ບູ­ຊາ​ພະ ແລະ ຕົກຕອນ​ຄ່ຳ​ມາພໍ​ກິນ​ເຂົ້າ​ແລງ​ແລ້ວ ພະ­ສົງ​ຈະ​ຕີ​ຄ້ອງ​ຮ້ອງ​ປ່າວ​ໃຫ້ຊາວ­ ບ້ານ​ມາ​ໂຮມ​ກັນຢູ່​ທີ່​ວັດ ເພື່ອ​ແຫ່​ດອກ​ໄມ້​ທູບ​ທຽນ, ມີ​ການທຳ​ພິ­ທີ​ທາງ​ສາ­ສະ­ຫນາ​ຟັງ­ເທດ ແລະ ການ​ລະ​ຫລີ້ນ​ແບບ​ພື້ນ ­ເມືອງຕ່າງໆ​ຂອງ​ບ່າວ​ສາວ​ໄວ​ຄະ­ນອງ, ໄດ້​ເວ­ລາ​ສົມ­ຄວນ​ຈິ່ງ​ເລີກ­ລາເມືອ. ຂຶ້ນ 15 ຄ່ຳ ເດືອນ 5 ກົງ​ກັບວັນ​ທີ 15 ເມ­ສາ ແມ່ນ​ມື້​ໃຫມ່​ຂອງປີ​ໃຫມ່ຕອນ​ເຊົ້າ​ຢູ່​ວັດ​ຈະ​ມີ​ການຕັກ­ບາດຖວາຍ​ ບາ­ສີສູ່­ຂວັນ​ແກ່ພະ­ສົງ​ສາ­ມະ­ເນນ ແລະ ອວຍ­ພອນໃຫ້​ເຊິ່ງ​ກັນ ແລະ ກັນ. ນອກ­ຈາກ​ນີ້ ຢູ່​ແຕ່​ລະ​ຄອບ­ຄົວ​ຍັງ​ມີ​ການ​ສູດ​ມົງຄຸນ, ຕັກ­ບາດ​ບາ­ສີ­ສູ່­ຂວັນ​ຢູ່​ເຮືອນໃຜ​ເຮືອນ​ລາວ ເພື່ອ​ສົ່ງ​ທ້າຍ​ປີ​ເກົ່າ ຕ້ອນ­ຮັບ​ປີ​ໃຫມ່. ພໍ​ຮອດ​ຕອນແລງ ແລະ ຕອນ​ຄ່ຳ​ກໍ່​ຈະ​ໄປ​ເອົາ​ດອກໄມ້​ແຫ່​ວຽນ­ທຽນ​ໃນ​ແຕ່​ລະ​ມື້ຈົນ​ຮອດ​ເດືອນ 6 ເພັງຈິ່ງ​ລາ ເລີກ​ກັນ​ກໍ່​ມີ ນີ້​ແມ່ນ​ຄວາມ​ນິ­ຍົມປະ­ພຶດ​ຂອງ​ບາງ​ບ້ານ.


ກິດ­ຈະ­ກຳ​ຕ່າງໆໃນ​ງານ​ບຸນປີ​ໃຫມ່​ລາວ.

1. ບາ­ສີ­ສູ່­ຂວັນ​ພະ­ສົງສາ​ມະເນນ, ສົງ​ພະ​ພຸດ​ທະ​ຮູບ, ສູດ​ມົງຄຸນ​ຕັກ­ບາດ​ເຮືອນ, ບາ­ສີ­ສູ່­ຂວັນອວຍ­ພອນ​ເຊິ່ງ​ກັນ ແລະ ກັນ. ສະເພາະ​ມື້​ສູ່­ຂວັນ​ພະ­ສົງສາ­ມະ­ເນນສຳ­ເລັດ​ແລ້ວ ກໍ່​ກັບ​ຄືນ​ເມືອ​ສູ່­ຂວັນຢູ່​ເຮືອນ​ໃຜ​ເຮືອນ​ລາວ ເມື່ອ​ເຖິງຕອນ​ບ່າຍ 1ໂມງ ຫາ 2 ໂມງ ຊາວ­ບ້ານ​ອອກ​ຕົນ​ຍາດ​ໂຍມ​ຈະພາ­ກັນ​ໄປ​ຂົນ​ເອົາ​ຊາຍ​ມາ​ກອງ​ໄວ້ ເພື່ອ​ຕົບ​ເປັນ​ເຈ­ດີ​ຊາຍ​ໄວ້​ຮອດ 4ໂມງ ພວກ​ອອກ​ຕົນ​ຍາດໂຍມ​ກໍ່​ໄປນຳ​ເອົາ​ດອກ​ໄມ້. ຕອນ​ຄ່ຳເວນກອງ​ຊາຍ ແລະ ແຫ່​ດອກກ​ໄມ້ແລ້ວ​ຈິ່ງ​’ກັບ​ເຮືອນ​ໃຜ​ເຮືອນ​ລາວ.

2. ສົງ​ນ້ຳ​ທ່ານ​ຜູ້​ໃ້ຫຍ່, ຜູ້​ຊົງຄຸນ​ນະ​ວຸດ, ພໍ່​ແມ່­ເຖົ້າ​ແກ່​ອາ­ວຸ­ໂສເຮັດ­ບຸນ​ກິນ​ທານ​ແດ່​ພໍ່​ແມ່​ຍາດ­ຕິພົງ­ພັນທີ່​ ລ່ວງ​ລັບ​ໄປ​ແລ້ວ.

3. ຕົບ​ເຈ­ດີ​ພະ​ທາຍ ຫລື ກໍ່​ເຈ­ດີ​ຊາຍ​ຢູ່​ຕາມ​ວັດ ແລະ ສະຖານ​ທີ່​ຕ່າງໆ.

4. ປ່ອຍ​ສັດ, ໂຜດ​ສັດ​ໃຫ້​ພົ້ນອອກ​ຈາກ​ຄວາມ­ທຸກ, ພົ້ນ​ຈາກ​ສະຖານ​ທີ່​ຄຸມ​ຂັງ, ພົ້ນ​ຈາກ​ຄວາມຕາຍ​ໃຫ້​ມີ​ຄວາມ​ເປັນ​ອິດ­ສະ­ຫລະ ໃນ​ມື້​ຕອນ​ແລງ​ຂອງ​ມື້ 15ຄ່ຳ.

ບາງ​ທ້ອງ­ຖິ່ນການ​ສົງ​ນ້ຳ​ພະພຸດ​ທະ​ຮູບຖືກ​ແກ່­ຍາວ​ໄປ​ແຕ່​ຂຶ້ນ 13 ຄ່ຳ ເດືອນ 5 ຈົນ​ເຖິງ​ຂຶ້ນ 15 ຄ່ຳ ເດືອນ 6 ເພັງ ຈິ່ງ​ສິ້ນ​ສຸດ​ລົງ. ການ​ສົງ​ນ້ຳ​ພະ​ນັ້ນ, ນອກ­ຈາກຈະ​ສົງ​ຢູ່​ຕາມ​ຫົວ​ວັດ​ຕ່າງໆ​ແລ້ວ ເພິ່ນ​ຍັງ​ນິ­ຍົມ​ຈັດ​ຕັ້ງ​ກັນ​ທັງ​ຝ່າຍພະ­ສົງ​ສາ­ມະ­ເນນ ແລະ ຝ່າຍ​ບ້ານເມືອງ​ໄປ​ສົງ​ນ້ຳ​ພະ​ຢູ່​ຕາມ​ສະ­ຖານທີ່​ຕ່າງໆ​ເຊັ່ນ: ຖ້ຳ, ຫ້ວຍ, ພູ, ວັດ​ຮ້າງ ແລະ ສະ­ຖານ­ທີ່​ອື່ນໆ​ທີ່​ມີພະ​ພຸດ​ທະ​ຮູບ​ນັ້ນ​ອີກ.



Picture



ບຸນປີໃໝ່ລາວ

ຂຽນໂດຍ ຮສ. ມະນີຈັນ ໄຊຍະວົງ
ແຕ້ມຮູບໂດຍ ກົງເງິນ ແສງດີ
Picture

        ບຸນປີໃໝ່ລາວ ຫຼື ເອີ້ນວ່າ ສົງການ ເປັນບຸນປະເພນີອີກອັນໜຶ່ງຂອງລາວເຮົາ ແລະ ກໍເປັນບຸນສະເຫຼີມສະຫຼອງກັນທົ່ວ ປະເທດ ຕັ້ງແຕ່ເໜືອຕະຫຼອດໃຕ້ ປີລະຄັ້ງ ຄືໂດຍທົ່ວໄປເລີ່ມແຕ່ວັນທີ່ 13 ຫາ 15 ຂອງເດືອນເມສາ ເຊິ່ງເປັນເດືອນທີ່ຮ້ອນ ທີ່ສຸດໃນຮອບປີ. ນອກຈາກປະເທດລາວເຮົາແລ້ວ ບາງປະເທດອື່ນ ກໍສະຫຼອງສົງການເໝືອນກັນ ເຊັ່ນ ປະເທດໄທ, ກຳປູເຈຍ ແລະ ມ່ຽນມ້າ. ໃກ້ຈະຮອດບຸນປີໃໝ່ ຊາວລາວພາກັນກະກຽມ ຕ້ອນຮັບປີໃໝ່ ເຊັ່ນ ທຳຄວາມສະອາດ ຕາມເຮືອນຊານ ບ້ານຊ່ອງ, ກະກຽມຫາດອກໄມ້ທີ່ມີກິ່ນຫອມ ເຊັ່ນ ດອກເຂັມຂາວ, ດອກຂັດເຄົ້າ, ດອກຈຳປາ, ດອກຈຳປີ,ດອກດາວເຮືອງ, ດອກຄູນ ແລະ ອື່ນໆ ເຊິ່ງເພິ່ນເອົາມາປະສົມໃສ່ກັນ ເພື່ອປຸງແຕ່ງນ້ຳຫອມສົງພະ. ນອກຈາກນັ້ນ ເພິ່ນຍັງເອົາດອກ ແລະ ໃບຄູນ ມາເໜັບໄວ້ນຳປະຕູບ້ານປະຕູເຮືອນ ເພາະມີຄວາມເຊື່ອວ່າເປັນສີລິມົງຄຸນ. ນ້ຳຫອມສົງພະ ແມ່ນປະສົມຈາກນ້ຳ, ຂີ້ໝິ້ນ, ໝາກສົ້ມປ່ອຍເຜົາໄຟ ແລະ ກີບດອກໄມ້ຊະນິດຕ່າງໆ ດັ່ງທີ່ກ່າວມານັ້ນ.

    ອີງຕາມປະເພນີ ທີ່ສືບເນື່ອງມາແຕ່ບູຮານນະການ ບຸນປີໃໝ່ລາວ ແກ່ ຍາວ 3 ວັນຄື: ວັນສັງຂານໄປ ຫຼື ວັນສັງຂານລ່ວງ ເຊິ່ງໝາຍເຖິງ ວັນສົ່ງທ້າຍປີເກົ່າ, ວັນເນົາ ເຊິ່ງໝາຍເຖິງວັນລະຫວ່າງກາງ ແລະ ວັນສັງຂານຂຶ້ນ ເຊິ່ງແມ່ນວັນເລີ້ມຕົ້ນຂອງ
ປີໃໝ່ນັ້ນເອງ. ກ່ຽວກັບວັນບຸນ ປີໃໝ່ລາວ ຫຼື ວັນສົງການນີ້ ມີນິທານເລື່ອງໜຶ່ງໄດ້ ກ່າວໄວ້ວ່າ:
        ກາລະຄັ້ງໜຶ່ງນານມາແລ້ວ ມີລູກເສດຖີຄົນໜຶ່ງ ຊື່ ທຳມະປະລະກຸມມານຫຼື ເອີ້ນວ່າ ທຳມະບານ ເປັນຄົນມີຄວາມຮູ້, ສະຫຼາດຫຼັກແຫຼມ ແລະ ສາມາດເຂົ້າໃຈພາສານົກໄດ້. ລາວໄດ້ອອກທ່ຽວສອນທຳມະ ແລະ ຄວາມຮູ້ໃຫ້ ແກ່ປວງຊົນທັງຫຼາຍ
ເຊິ່ງເຮັດໃຫ້ຄົນທັງຫຼາຍ ສັດທາ ແລະ ເຄົາລົບນັບຖື ຈົນມີຊື່ສຽງເລືອງລືໄປທົ່ວພິພົບ ຈົນເຮັດໃຫ້ ພະຍາພົມ ກະບິນລະພົມ ຢາກທົດສອບຄວາມສະຫຼາດຂອງທຳມະປະລະກຸມມານ. ພະຍາກະບິນລະພົມ ຈຶ່ງໄດ້ສະເດັດລົງມາຫາທຳມະປະລະກຸມມານ ແລະ ຕັ້ງຄຳຖາມຂຶ້ນ 3 ຂ້ໍ ຄື:
1) ຕອນເຊົ້າ ສີລິຂອງຄົນຢູ່ໃສ ?
2) ຕອນທ່ຽງ ສີລິຂອງຄົນຢູ່ໃສ ? ແລະ
3). ຕອນກາງຄືນ ສີລິຂອງຄົນຢູ່ໃສ ?
ໂດຍວາງ ເງື່ອນໄຂໄວ້ວ່າ: ຖ້າຕອບບໍ່ໄດ້, ພະຍາພົມກະບິນລະພົມ ຈະຕັດຫົວທ້າວທຳມະປະລະກຸມມານ; ຖ້າຫາກ ວ່າຕອບໄດ້ ພະຍາ ພົມກະບິນລະພົມ ຈະຕັດຫົວຂອງຕົນເອງ ແລະ ໃຫ້ເວລາ ແກ່ທ້າວ ທຳມະປະລະກຸມານ ໄປຄົ້ນຄິດ 7 ວັນ. ພໍເຖິງວັນຖ້ວນ 3 ທ້າວທຳມະປະລະກຸມມານ ກໍຍັງ ຄິດຫາຄຳຕອບບໍ່ໄດ້ ຈຶ່ງຄິດວ່າຕົນຈະຕ້ອງ
ຕາຍຍ້ອນ ຄົມດາບຂອງພະຍາ ກະບິນລະພົມ ເພື່ອປະໂຫຍດອັນໃດ ຕົນຈະໜີໄປຕາຍເອົາດາບໜ້າ ຈະບໍ່ດີກວ່າບໍ.
ເວົ້າແລ້ວ ລາວກໍ່ອອກເດີນທາງ, ພໍຮອດຍາມຄ່ຳລາວໄດ້ໄປ ນອນຢູ່ກ້ອງຕົ້ນຕານ, ກໍ່ບັງເອີນ ໄດ້ຍິນນົກອິນຊີຜົວເມຍ ຄູ່ໜຶ່ງ ເຊິ່ງອາໄສຢູ່ເທິງຕົ້ນຕານ ລົມກັນ. ນົກຕົວເມຍຖາມຜົວວ່າ ມື້ອື່ນນີ້ ພວກເຮົາຈະເອົາອັນໃດມາເປັນອາຫານ, ນົກຕົວຜົວຈຶ່ງຕອບວ່າ ຈະໄດ້ກິນຊາກສົບ ຂອງ ທຳມະປະລະກຸມມານທ່ີພະຍາກະບິນລະພົມ ຈະຂ້າເພາະຕອບຄຳຖາມ ບໍ່ໄດ້. ເມື່ອນົກຕົວເມຍ ຖາມວ່າຄຳຖາມນັ້ນເປັນຄືແນວໃດ ນົກຕົວຜູ້ ກໍເລີຍເວົ້າສູ່ເມຍຟັງ ແລະ ບອກຄຳຕອບພ້ອມຄື: ຕອນເຊົ້າ ສີລິຂອງຄົນຢູ່ທີ່ໜ້າ ດັ່ງນັ້ນ ຄົນທັງຫຼາຍ ຈຶ່ງເອົານ້ຳ ສວ່າຍໜ້າ, ຍາມທ່ຽງສີລິຂອງຄົນຢູ່ເອິກ ຄົນທັງຫຼາຍ ຈຶ່ງເອົານ້ຳ ແລະ ຂອງຫອມ ລູບເອິກ, ຕອນຄ່ຳ ສີລິຂອງຄົນຢູ່ຕີນ ຄົນທັງຫຼາຍຈຶ່ງເອົານ້ຳລ້າງຕີນກ່ອນເຂົ້ານອນ. ເມື່ອ ທຳມະປະລະກຸມມານ ໄດ້ຍິນດ່ັງນັ້ນ ກໍຈື່ຈຳເອົາ ແລ້ວກໍ່ຕ່າວກັບຄືນມາ ຜາສາດຂອງຕົນ ແລະ ຕອບຄຳຖາມໄດ້ໃນວັນຕໍ່ມາ.
        ດ່ັງນັ້ນ ພະຍາກະບິນລະພົມ ຈຶ່ງຕ້ອງໄດ້ຕັດຫົວຂອງຕົນເອງ ດັ່ງທີ່ ໄດ້ວາງເງື່ອນໄຂໄວ້. ກ່ອນຕັດຫົວຂອງຕົວເອງ ພະຍາກະບິນລະພົມ ໄດ້ເອີ້ນລູກສາວທັງ 7 ມາສັ່ງວ່າ ພໍ່ຈະຕັດຫົວບູຊາ ທຳມະປະລະກຸມມານ;  ຖ້າຫົວຂອງພໍ່ຫາກຕົກລົງໃສ່ ແຜ່ນດິນ ໄຟກໍຈະໃໝ້ໂລກ; ຖ້າໂຍນຂຶ້ນໄປ ເທິງຟ້າ ກໍຈະເກີດໄພ ແຫ້ງແລ້ງ; ຖ້າຖິ້ມລົງໃນມະຫາສະມຸດ ນ້ຳກໍຈະແຫ້ງ. ດັ່ງນັ້ນ ໃຫ້ພວກລູກ ທັງ 7 ຄົນເອົາພາພານ ມາຮອງຮັບເອົາຫົວຂອງພໍ່ໄວ້ ແລ້ວເຊີນໄປຕັ້ງໄວ້ໃນຖ້ຳຄັນທະທຸລີ ທີ່ພູເຂົາໄກລາດ ແລະ ບູຊາດ້ວຍເຄື່ອງ ສັກກາລະທິບຕ່າງໆດ້ວຍເຖີ້ນ. ເມື່ອຄົບຮອບເວລາ ໃນແຕ່ລະປີ ດັ່ງ ວັນປີໃໝ່ ຫຼື ວັນສັງຂານ ລູກສາວທັງ 7 ກໍປ່ຽນຜ່ຽນ ກັນຕາມລຳດັບ ພາບໍລິວານ ແລະ ເທບພະຍະດາ ທັງຫຼາຍ ມາເຊີນເອົາຫົວຂອງ ພະຍາ ພົມກະບິນລະພົມ ອອກມາຫົດສົງ ແລະ ແຫ່ວຽນອ້ອມເຂົາພະສຸເມນ. ຫຼັງຈາກນັ້ນ ຂະບວນ ກໍນຳຫົວຂອງພະຍາກະບິນລະພົມ ໄປໄວ້ທີ່ເດີມ.  ສະນັ້ນ ເພິ່ນຈຶ່ງເອີ້ນ ລູກສາວທັງ 7 ຂອງ ພະຍາກະບິນລະພົມ ວ່າ ນາງສັງຂານ ແຕ່ນັ້ນມາ. ນາງສັງຂານທັງ 7 ນີ້ສະເດັດ ມາໃນທ່າຕ່າງກັນ ເຊິ່ງເພິ່ນຖືວ່າເປັນສັນຍາລັກໃຫ້ແກ່ແຕ່ລະວັນເຊັ່ນວ່າ ນາງສັງຂານ
Picture
ຜູ້ທີ່ເປັນສັນຍາລັກໃຫ້ແກ່ ວັນເສົາ ແມ່ນ ນາງມະໂນທອນ ທັດດອກຜັກຕົບ, ລາວມັກຊີ້ນຊາຍ (ສັດປະເພດຟານ) ມີອາວຸດ ຄື ມືຂວາຖືກົງຈັກ ມືຊ້າຍຖື ຕຣີສູນ (ຫອກສາມງ່າມ) ພາຫະນະ ແມ່ນ ນົກຍຸງ;

ວັນອາທິດ ຊື່ວ່ານາງທຸງສະເທວີ ມັກກິນ ໝາກເດື່ອເປັນອາຫານ ຖືອາວຸດຄື ມືຂວາຖື ກົງຈັກ ມືຊ້າຍຖື ສັງ(ຫອຍສັງ) ແລະ ພາຫະນະແມ່ນ ຄຸດ.
ສັນຍາລັກຂອງວັນຈັນ ແມ່ນ ນາງ ໂຄຣາຄະ ທັດ ດອກກາງຂອບ (ແມ່ນຊື່ຂອງດອກໄມ້ຊະນິດຫນື່ງ) ເຄື່ອງປະດັບ ເປັນແກ້ວ ແລະ ມຸກ, ອາຫານ ໄດ້ແກ່ນ້ຳນົມ ໃນມື ຖື ພະຂັນ (ດາບ) ມືຊ້າຍ ຖືໄມ້ເທົ້າ, ພາຫະນະ ແມ່ນ ເສືອ;
ວັນອັງຄານແມ່ນ ນາງ ຣາກສະ ທັດດອກບົວຫຼວງ ພ້ອມດ້ວຍເຄື່ອງປະດັບແກ້ວໂມຣາ, ອາຫານ ແມ່ນ ໂລຫິດ (ເລືອດ) ມືຂວາຖື ຕຼີສູນ ມືຊ້າຍຖືທະນູ ພາຫະນະ ແມ່ນ ໝູ.
ສັນຍາລັກຂອງວັນພຸດ ແມ່ນ ນາງ ມຸນທາ ທັດດອກຈຳປາ ພ້ອມດ້ວຍ ເຄື່ອງປະດັບແກ້ວພິທູນ,ອາຫານ ແມ່ນນົມເນີຍ ແລະ ມືຂວາຖືເຂັມ ມືຊ້າຍ ຖືໄມ້ເທົ້າ ພາຫະນະ ແມ່ນ ລໍ.
ສັນຍາລັກຂອງວັນພະຫັດ ແມ່ນ ນາງ ກິຣິນີ ທັດດອກມົນທາ (ແມ່ນຊື່ຂອງດອກໄມ້ ຊະນິດຫນື່ງ) ພ້ອມດ້ວຍເຄື່ອງປະດັບແກ້ວ ມໍລະກົດ , ອາຫານແມ່ນ ຖົ່ວ ງາ, ມືຂວາຖືຂໍ ມືຊ້າຍຖືປືນ
ພາຫະນະ ແມ່ນ ຊ້າງ.
ສັນຍາລັກຂອງວັນສຸກ ແມ່ນ ນາງ ກິມິທາທັດດອກຈັງກອນ ພ້ອມ ດ້ວຍເຄື່ອງປະດັບແກ້ວບຸດສະຣາຄຳ, ອາຫານ ແມ່ນ ກ້ວຍນ້ຳ,ອາວຸດໃນມືຂວາ ແມ່ນພະຂັນ, ມືຊ້າຍ ຖືພິນ, ພາຫະນະ ແມ່ນ ຄວາຍ.

Picture
​ອີງຕາມປະເພນີສືບຕໍ່ກັນມາ ເມື່ອເຖິງວັນສັງຂານແລ້ວ ຍາມເຊົ້າຄົນທັງປວງພາກັນ
ອອກໄປເຮັດບຸນ ຕັກບາດຢູ່ວັດ, ໄຫວ້ພະພຸດທະຮູບ, ພະທາດເຈດີດ້ວຍດອກໄມ້ທູບ
ທຽນ ແລະ ກໍນິມົນເອົາພະພຸດທະຮູບ ລົງມາຈາກຮ້ານພະ ເພື່ອມາປະດິດສະຖານ
ໄວ້ທີ່ໂຮງ ເພື່ອຫົດສົງ ເອີ້ນວ່າ “ເອົາພະລົງ”.
ເມື່ອເຖິງ ເວລາຄ່ຳຄືນ ໃນລະຫວ່າງວັນ ສັງຂານນີ້ ກໍພາກັນກໍ່ພະທາດ ເຈດີ ດ້ວຍດິນຊາຍ ເອີ້ນວ່າ “ຕົບພະທາຍ”, ທຳບຸນໃຫ້ທານ, ຟັງທຳມະເທດສະໜາ, ເຮັດບັງສະກຸນເພື່ອເຮັດ ທານຫາ ຜູ້ທີ່ລ່ວງລັບໄປຕາມສັດທາຂອງໃຜລາວ ດັ່ງນີ້ ເປັນຕົ້ນ.
ເມື່ອເຖິງວັນທີ່ສາມ ຄືວັນສັງຂານຂຶ້ນ ພະພິຂຸສົງ ກໍຈະນິມົນເອົາພະພຸດທະຮູບທຸກອົງ
ຂຶ້ນຄືນໄວ້ແທ່ນເດີມ ເຊິ່ງເຮົາເອີ້ນວັນນີ້ວ່າ ວັນສັງຂານຂຶ້ນ ຫຼື ວັນຂຶ້ນປີໃໝ່ນັ້ນເອງ.
ຫຼັງຈາກ ທີ່ນິມົນພະຂຶ້ນແທ່ນຄືນ ແລ້ວ ພິທີການສະເຫຼີມ
ສະຫຼອງ ປີໃໝ່ລາວກໍສິ້ນສຸດລົງ. ໃນໄລຍະຕົ້ນຂອງປີໃໝ່ນີ້ ແຕ່ລະຄອບຄົວກໍມັກຈັດບາສີສູ່ຂວັນກັນເພື່ອຮັບໂຊກໄຊໃໝ່.

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top