04. ສະລາກາລະວິຊາສູດ

 

ສະລາກາລະວິຊາສູດ

  ນະໂມ ຕັດສັດຖຸ

ເອວັມເມ ສຸຕັງ ເອກັງ ສະມະຍັງ ພະຄະວາ ລາຊະຄະເຫ ວິຫະລະຕິ ຄິດຊະກູເຕ ປັບພະເຕຕິ

  ໂພ ສາທະໂວ ດູລາສັບປຸລິສະທັງຫຼາຍ ຝູງປາດຖະນາຫາຍັງສຸກ ສາມ ປະການ ມີນີລະພານເປັນທີ່ແລ້ວ ຈົ່ງຕັ້ງໂສຕະປະສາດແກ້ວທັງສອງ ຄອຍຮອງຮັບຟັງລົດສະທັມມະເທດສະນາ ຊື່ວ່າ ສະລາ ກາລະວິຊາສູດ ແຫ່ງອົງພະສັມມາສັມພຸດທະເຈົ້າ ຫາກຈັກເທດສະນາໄປພາຍໜ້າວ່າ

  ເອກັງ ສະມະຍັງ ຍັງມີໃນກາລະຄາບໜຶ່ງ ພະຄະວາ ອັນວ່າ ພະພຸດທະເຈົ້າແຫ່ງ ເຮົາກໍ່ ສະຖິດ ຢູ່ສຳລານເໜືອຈອມເຂົາຄິດຊະກູດ ໃກ້ກຸງລາດຊະຄຶມະຫານະຄອນ ມີປະມານວ່າ ໄດ້ຫ້າຮ້ອຍ ຊົ່ວຂາທະນູກໍ່ ມີແລ

  ເຕນະ ໂຂ ປະນະ ສະມະເຍນະ ໃນກາລະເມື່ອນັ້ນ ພະອານົນເຖລະເຈົ້າ ເກີດເປັນພະຍາດບໍ່ສຳບາຍ ເປັນທຸກຂະເວທະນາ ລຳບາກຍິ່ງນັກ  ໜາ ມີຄວາມເຈັບປວດຍວດຍິ່ງ ບໍ່ອາດຈະອົດທົນ ຢູ່ໄດ້ຄັ້ງນັ້ນ ພະພຸດທະເຈົ້າ ກໍ່ສະເດັດໄປຢາມປະທັບນັ່ງເທິງອາສະນະທີ່ພະອານົນເຖລະເຈົ້າ ປູ່ໄວ້ດີແລ້ວ ຈຶ່ງກລ່າວ ເຊິ່ງພະອານົນວ່າ ອານັນທະ ດູລາອານົນ ສະພາວະ ອັນຫາພະຍາດບໍ່ໄດ້ ກໍ່ຍັງມີແກ່ທ່ານອັນ ຊະລື ພະອານົນຂາບທູນວ່າ ພັນເຕ ພະຄະວາ ຂ້າໄຫວ້ພະສັບພັນຍູເຈົ້າ ສ່ວນອັນວ່າພະຍາທິໂລຄາອັນ ບໍ່ໄດ້ ເສື່ອມຄາຍຫາຍໄປຈາກຜູ້ຂ້າແລ ພະພຸດທະເຈົ້າ ຈຶ່ງກລ່າວວ່າ ອານັນທະ ດູລາອານົນ ທ່ານຈົ່ງສູດຮຽນເອົາຍັງ ສະລາກາລະວິຊາສູດອັນນີ້ ຈື່ຈຳໄວ້ຢ່າໃຫ້ຂາດສາຍເຖີ້ນ ກໍ່ຈັກເປັນປະໂຫຍດ ແກ່ທ່ານມາກ ນັກແລ ແມ່ນວ່າໂພຍໄພ ອັນຕະລາຍຕ່າງໆ ເປັນຕົ້ນວ່າພະຍາທິໂລຄາ ແລະໄພອັນສະດຸ້ງຕົກໃຈ ກົວທັງ ຫົວພອງສະ ຍອງເກົ້າ ຂົນລຸກອັນໃດກໍ່ດີ ກໍ່ລະງັບດັບຫາຍໄປດ້ວຍ ເຕຊະອານຸພາບແຫ່ງສະລາກາລະວິຊາສູດດວງນີ້ແລ ອານັນທະ ດູລາອານົນ ສ່ວນອັນວ່າ ພະພຸດທະເຈົ້າທັງຫຼາຍ ອັນມີພະວິປັດສິພຸດ ທະເຈົ້າ ເປັນເຄົ້າກໍ່ຫາກເທດສະນາຍັງ ຄາຖາ ສະລາກາລະວິຊາສູດ ອັນນີ້ໝົດທຸກອົງສືບໆກັນມາເພື່ອປະໂຫຍດແລະ ຄວາມສຸກແກ່ທ່ານທັງຫຼາຍວ່າດັ່ງນີ້

  ອຸດຖູນລາ ທຸດຖູນລາ ປັນທຸລາ ມະທຸລາ ຕັນທຸລາ ປຸບພະລາ ກັນລະລາ ນະ ໂຈເລນະ ໂສກາລັງ ກະລິດສະຕິ ນະອັກຄິໂສ ກາລັງ ກະລິດສະຕິ ນະອຸທະເກນະ ໂສ ກາລັງ ກະລິດສະຕິ ນະວະຕິ ນະສິດສາ ເຈນະ ໂສ ກາລັງ ກະລິດສະຕິ ນະ ນາເຄນະ ໂສ ກາລັງ ກະລິດສະຕິດ ນະໂລເພນະ ໂສ ກາລັງ ກະລິດສະຕິ ນະ ພະຍາທິ ໂສ ກາລັງ ກະລິດສາຕິ ນະຕັດຖະ ສັນຕະສັງ ກະຕັງ ພະະວິດສະຕິ ນະປາທາ ສັນຕະສັງ ລັກຂັງ ກະຕັງ ພະວິດສະຕິ ນະ ສຸຂັງ ສັນຕະສັງ ກະຕັງ ພະວິດສະຕິ ນະຈັກຂຸ ສັນຕະສັງ ລັກຂັງ ກະຕັງ ພະວິດສະຕິ ນະຄານະ ສັນຕະສັງ ລັກຂັງ ກະຕັງ ພະວິດສະຕິ ນະ ໂສຕະ ສັນຕະສັງ ກະຕັງ ພະວິດສະຕິ ນະຄານະ ສັນຕະສັງ ລັກຂັງ ກະຕັງ ພະວິດສະຕິ ນະ ຊີວຫາ ສັນຕະສັງ ກະຕັງ ພະວິດສະຕິ ນະ ກາໂຍ ສັນຕະສັງ ລັກຂັງ ກະຕັງ ພະວິດສະຕິ ນະ ມະໂນ ສັນຕະສັງ ກະຕັງ ພະວິດສະຕິ ນະ ພະວັກຄະສັນ ຕະສັງ ລັກຂັງ ກະຕັງ ພະວິດສະຕິ ຕັດຖະ ອຸດຕະລັງ ນະ ລະພິດສະຕິ

  ຄາຖາອັນນີ້ຊື່ວ່າ ສະລາກາລະວິຊາສູດແລ ອານັນທະດູລາອານົນ ບຸກຄົນຜູ້ໃດ ໄດ້ສູດສາທະຍາຍ ຢູ່ແຕ່ບົດໃດ ບົດໜື່ງກໍດີ ບຸກຄົນຜູ້ນັ້ນກໍຈັກ ບໍ່ຫ່ອນຕາຍຍ້ອນໂຈນຜູ້ຮ້າຍ ແລະສັດປ່າໂຕຊົ່ວຊ້າກ້າຄະນອງ ເປັນຕົ້ນວ່າ ຊ້າງຮ້າຍ ມ້າຮ້າຍ ຄວາຍຮ້າຍ ຂີ້ເຂັບ ແມງງອດ ແລະເງືອກ ງູ ເສືອ ໝີ ເໝືອຍຮ້າຍແລ ບໍ່ຫ່ອນຕາຍຍ້ອຍຫອກດາບ ໄມ້ຄ້ອນ ກ້ອນດິນ ໜ້າໄມ້ ປືນໄຟ ແລອາດຍາສິດ ແຫ່ງອຳນາດທັງຫຼາຍ ແລະບໍ່ຫ່ອນຕາຍຍ້ອນພູດຜີປີສາດ ມີຜີເສື້ອນ້ຳ ເສື້ອບົກຈັກຄາບແລະ ບໍ່ຫ່ອນຕາຍຍ້ອນ ນ້ຳ ໄຟ ລົມ ອັນໃດອັນໜື່ງ ແລະບໍ່ຫ່ອນຕາຍຍ້ອນພະຍາທິໂລຄາອັນຮ້າຍອັນນີ້ ກໍຍ້ອນເຕຊະອານຸພາບແຫ່ງ ສະລາກາລະວິຊາສູດ ດວງປະເສີດນີ້ແລ

  ອານັນທະດູລາອານົນ ບຸກຄົນຜູ້ໃດມີຈິດໃຈ ເຫຼື້ອມໃສຊົມຊື່ນຍີນດີ ໃນພຣະທັມອັນປະເສີດ ຊື່ວ່າ ສະລາກາລະະວິຊາສູດ ດວງນີ້ແລະປາຖະນາຄວາມຈະເລີນຮຸ່ງເຮືອງໃນບ້ານເຮືອນຂອງຕົນແລ້ວ ຈົ່ງແຕ່ງເຄື່ອງສັກກາລະບູຊາ ຄາຖາອັນນີ້ ດ້ວຍສິ່ງມີຕົ້ນວ່າ ເຂົ້າເປືອກ ເຂົ້າສານ ປະທູບ ປະທີບ ນ້ຳມັນ ແລະເຂົ້າຕອກດອກໄມ້ ຄັນທະລົດຂອງຫອມ ຕົ້ນກ້ວຍ ຕົ້ນອ້ອຍ ຊໍ່ນ້ອຍແລະທຸງໄຊ ໝ້ຽງ ໝາກ ເບ້ຍພ້າວ ເບ້ຍໝາກ ແລະພູ ວັດຖຸເຄື່ອງປູກຝັງທັງຫຼາຍ ຕ່າງົ ເຫຼົ່ານີ້ເປັນຕົ້ນແລ້ວ ຈິ່ງໄດ້ນິມົນພຣະສັງຄະເຈົ້າ ຕົນມີສີນ ມາເທດສະນາ ທັມດວງປະເສີດນີ້ ແລ້ວໃຫ້ຕັ້ງໃຈຟັງດ້ວຍຄວາມເຄົາລົບອ່ອນນ້ອມ ຕັ້ງແຕ່ຕົ້ນເຖິງປາຍ ໃຫ້ແລ້ວບໍລະບວນດັ່ງນັ້ນ ສ່ວນອັນວ່າ ບຸກຄົນຜູ້ນີ້ກໍຈະພົ້ນຈາກພະຍາທິເຖລະຄາ ອັນເກີດຈາກເຈັບຕາ ເຈັບຫູ ເຈັບຫົວ ເຈັບດັງ ເຈັບປາກ ເຈັບມື ເຈັບແຂນ ເຈັບຫຼັງ ເຈັບແອວ ເຈັບແຂ່ງ ເຈັບຂາ ແລະກາຍເນື້ອຕົນຕົວທັງມວນ ແລະສັບພະທຸກເດືອດຮ້ອນທັງຫຼາຍ ອັນໃດອັນໜື່ງກໍຈັກຫ່າງຫາຍໄປເສຍຫັ້ນແລ ຍ້ອນເຕຊະອຳນາດແຫ່ງຄາຖາ ສະລາກາລະວິຊາສູດ ຂອງພຣະພຸດທະເຈົ້າ ຫາກມາປົກປັກຮັກສາທູກເມື່ອທຸກຍາມແລ ອານັນທະດູລາອານົນ ບຸກຄົນຜູ້ໃດມັກໄຄ່ຢາກຮັ່ງມີ ເປັນດີມີສົມບັດເຂົ້າຂອງ ເງີນ ຄຳ ແກ້ວ ແຫວນ ເສື້ອຜ້າອາພອນ ເຂົ້າເປືອກ ເຂົ້າສານ ຊ້າງ ມ້າ ງົວ ຄວາຍ ດັ່ງນັ້ນກໍດີ ແລະມັກໄຄ່ໃຫ້ພົ້ນຈາກເຄາະະເຂັນ ອຸບາດວິນາດຈັງໄຮ ແລະພົ້ນຈາກຂ້າເສິກສັດຕູທັງມວນກໍດີ ກໍຈົ່ງນິມົນພຣະສົງຄະເຈົ້າຜູ້ມີສີນບໍລິສຸດມາສູດເທດສະນາຍັງ ສະລາກະລະວິຊາສູດ ອັນນີ້ ໄປສັງຮອມຊ່ອມເຫຼືອຄືວ່າ ສືບຊາຕາບ້ານ ຊາຕາເມືອງ ຊາຕາຢ້າວເຮືອນ ຊາຕາສັບພະວັດຖຸທັງຫຼາຍ ແລະສືບຊາຕາວັດວາອາຮາທັງຫຼາຍ ກໍຈັກວຸດທິຈຳເລີນຮຸ່ງເຮືອງມາກນັກແທ້ແລ ກໍຍ້ອນລົດສະທັມມະຄຳສອນແຫ່ງພຣະພຸດທະເຈົ້າ ນັ້ນບໍ່ຢ່າຊະແລ ບ້ານເມືອງ ຢ້າວເຮືອນ ສັບພະວັດຖຸເຄື່ອງປູກຂອງຝັງ ເງິນຄຳ ງົວ ຄວາຍ ແລະຄົນທັງຫຼາຍຝູງນັ້ນ ກໍໍບໍ່ຫ່ອນຈັກມີຄຳໂທມະນັດຂັດໃຈເຍື່ອງໃດແລ ຈັກປະກອບໄປດ້ວຍລາບຍົດສັນລະເສີນ ແລະຄວາມສຸກໃນ ອະລິຍາບົດທັງສີ່ ຄື ຍືນ ຍ່າງ ນັ່ງ ນອນ ມີຄວາມສຸກທຸກເມື່ອເປັນດັ່ງ ເງົາທຽມຕົນໄປຫັ້ນແລ ກໍຍ້ອນເຕຊະອານຸພາບ ແຫ່ງສະລາກາລະວິຊາສູດດວງປະເສີດ ກໍຫາກມາຮັກສາຄຸ້ມຄອງຍັງບຸກຄົນຜູ້ນັ້ນໄປທຸກພົບທຸກຊາດກໍມີແລ

  ຈັດຕາໂລ ມະຫາລາຊາ ອັນວ່າ ທ້າວມະຫາລາດທັ້ງສີ່ ຄື ທ້າວທະຕະລັດຖະ ອັນເປັນເຈົ້າແຫ່ງຄັນທັບພະທັງຫຼາຍ ຜູ້ຮັກສາຍັງທິດບົວລະພາກໍດີ ທ້າວວິລຸນຫົກ ອັນເປັນກົກແຫ່ງກຸມພັນທັງຫຼາຍ ຜູ້ຮັກສາຍັງທິດທັກຂີນກໍດີ ທ້າວວິລູປັກຂະ ອັນເປັນເຈົ້າແຫ່ງນາກທັງຫຼາຍ ຜູ້ຮັກສາຍັງທິດປະຈິມກໍດີ ທ້າວກຸເວລະ ອັນເປັນເຈົ້າແຫ່ງຍັກທັງຫຼາຍ ຜູ້ຮັກສາຍັງທິດອຸດອນກໍດີ ແລະພ້ອມໄປດ້ວຍບໍລິວານຂອງຕົນເປັນຕົ້ນວ່າ

  ຍັກໂຂ ວາ ຍັກຂິນີ ວາ ຍັກຂະໂປຕະໂກ ວາ ຍັກຂະໂປຕິກາ ວາ ຍັກຂະມະຫາມັດໂຕ ວາ ຍັກຂະປາລິສັດໂຊ ວາ ຍັກຂະປະຈາໂລ ວາ ຄັນທັບໂພ ວາ ຄັນທັບພີ ວາ ຄັນທັບພະ ມະຫາມັດໂຕ ວາ ຄັນທັບພະ ປາລິສັດໂຊ ວາ ຄັນທັບພະ ປະຈາໂລ ວາ ກຸມພັນໂດ ວາ ກຸມພັນດີ ວາ ກຸມພັນດະ ມະຫາມັດໂຕ ວາ ກຸມພັນດະໂປຕິກາ ວາ ກຸມພັນດະ ມະຫາມັດໂຕ ວາ ກຸມພັນດະ ປາລິສັດໂຊ ວາ ກຸມພັນດະ ປະຈາໂລ ວາ ນາໂຄ ວາ ນາຄີວາ ນາຄະ ໂປຕະໂກ ວາ ນາຄະໂປຕິກາ ວາ ນາຄະມະຫາມັດໂຕ ວາ ນາຄະປາລິສັດໂຊ ວາ ນາຄະປາຈາໂລ ວາ ປະທຸດຖະຈິດໂຕ ພິກຂຸນັງ ພິກຂຸນີນັງ ອຸປາສະການັງ ອຸປາສິການັງ ຄຸດຕິຍາ ລັກຂາຍະ ອະວິຫິງສາຍະ ຜາສຸວິຫາລາຍາຕິ

  ອານັນທະດູລາອານົນ ສ່ວນອັນວ່າຍັກທັງຫຼາຍ ຝຸງນັ້ນກລ່າວຄືວ່າ ຍັກຜູ້ຊາຍຜູ້ຍິງກໍດີ ຜູ້ເປັນລູກຊາຍລູກຍິງກໍດີ ຍັກຜູ້ເປັນປູ່ເປັນຍ່າເປັນຕາເປັນຍາຍກໍດີ ຍັກເປັນພີ່ຊາຍພີ່ຍິງນ້ອງຊາຍນ້ອງຍິງກໍດີ ແລະຍັກຜູ້ເປັນເສນາມະຫາອຳມາດ ເປັນບໍລິວານຮັບໃຊ້ສອຍກໍດີ ຝຸງຢູ່ໄກຄັນທັບພະທັງຫຼາຍ ຝູງເປັນຜູ້ຊາຍຜູ້ຍິງກໍດີ ຜູ້ເປັນລູກຊາຍລູກຍິງກໍດີ ຄັນທັບພະຜູ້ເປັນພີ່ຊາຍພີ່ຍິງກໍດີ ແລະຄັນທັບພະຜູ້ເປັນເສນາມະຫາອຳມາດເປັນບໍລິວານຮັບໃຊ້ສອຍກໍດີ ຝູງຢູ່ໄກແລະຢູ່ໃກ້ກໍດີ ກຸມພັນດະທັງຫຼາຍ ຝູງເປັນຜູ້ຊາຍຜູ້ຍິງກໍດີ ຜູ້ເປັນລູກຊາຍລູກຍິງກໍດີ ກຸມພັນດະ ຜູ້ເປັນພີ່ຊາຍພີ່ຍິງ ນ້ອງຊາຍນ້ອງຍິງກໍດີ ແລະກຸມພັນດະຜູ້ເປັນເສນາມະຫາອຳມາດ ເປັນບໍລິວານຮັບໃຊ້ສອຍກໍດີ ຝູງຢູ່ໄກແລະຢູ່ໃກ້ກໍດີ ນາກທັງຫຼາຍ ຝູງເປັນຜູ້ຊາຍຜູ້ຍິງກໍດີ ຜູ້ເປັນລູກຊາຍລູກຍິງກໍດີ ນາກຜູ້ເປັນປູ່ ເປັນຍ່າ ເປັນຕາ ເປັນຍາຍກໍດີ ແລະນາກຜູ້ເປັນເສນາອຳມາດ ເປັນບໍລິວານຮັບໃຊ້ສອຍກໍດີ ຝູງຢູ່ໄກແລະຢູ່ໃກ້ກໍດີ ຍັກຂະ ຄັນທັບພະ ກຸມພັນດະ ແລະນາກທັງຫຼາຍ ຝູງນັ້ນກໍບໍ່ຫ່ອນມີໃຈສາໂຫດຫຍາບຊ້າ ມັກໄຄຄາກະທຳໂທດແກ່ປານະສັດທັງຫຼາຍ ໝາຍມີບໍລິສັດສີ່ຈຳພວກ ຄືວ່າ ພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ຜູ້ໄດ້ສະດັບຮັບຟັງຍັງຜູ້ອື່ນ ເທດສະນາກໍດີ ແລະຜູ້ໃດໄດ້ທ່ອງເອາຍັງບົດສູດນີ້ກໍດີ ແລະສູດສູ່ມື້ກໍດີ ຍັງຄາຖາ ສະລາກາລະວິຊາສູດນີ້ ໂດຍເຄົາລົບອ່ອນນ້ອມຕັ້ງແຕ່ຕົ້ນເຖິງປາຍ ແລ້ວຍ່ອມຈັກເປັນທີ່ຈັ້ງທີ່ເພິ່ງແກ່ເວໄນຍະສັດທັງຫຼາຍ ໄດ້ແທ້ແລດ້ວຍເຫດນັ້ນພຣະພຸດທະເຈົ້າ ຈິ່ງໄດ້ຕັດເທດສະນາ ສະລາກາລະວິິຊາສູດ ອັນປະເສີດນີ້ໄວ້ ເພື່ອໃຫ້ເປັນເຄື່ອງຄຸ້ມຄອງຮັກສາຍັງພຸດທະສາສະນິກກາຊົນທັງຫຼາຍ ບໍ່ໃຫ້ເກີດມີຄວາມລຳບາກກາຍແລະໃຈ ເພື່ອໃຫ້ຢູ່ດ້ວຍຄວາມສຸກກະເສີມສຳລານຕາບຕໍ່ເທົ້າເຖິງອາຍຸໄຂພຸ້ນຊະແລ

  ພະຄະວາ ອັນວ່າ ພະສັບພັນຍຸເຈົ້າ ຕົນປະກອບໄປດ້ວຍ ມະຫາກະລຸນາເປັນອັນມາກ ກໍຫາກເທດສະນາຍັງສະລາກາລະວິຊາສູດ ອັນປະເສີດນີ້ແກ່ພຣະອານົນເຖລະເຈົ້າ ສ່ວນອັນວ່າ ພຣະອານົນເຖລະເຈົ້າ ກໍໄດ້ສະດັບຮັບຟັງ ຮຽນເອົາຍັງທຳມະດວງປະເສີດນີ້ແລ້ວ ບັງເກີດມີໃຈຊົມຊື່ນຍີນດີ ມາກຍິ່ງນັກໜາອັນພະຍາທິໂລຄາຕ່າງໆ ກໍລະງັບດັບຫາຍໄປບໍ່ສ້ຽງຫຼໍຈັກອັນກໍມີໃນກາລະບົດນີ້ຫັ້ນແລ

  ເທດສະນາປະລິໂຍສາເນ ໃນເມື່ອແລ້ວພຣະສັດທຳມະເທດສະນາ ຍັງສະລາກາລະວິຊາສູດ ສຸດລົງແລ້ວ ເທວາ ມະນຸດສາ ຈະ ອັນວ່າຄົນແລະເທວະດາທັງຫຼາຍ ເປັນອັນມາກກໍດີ ຈະຕຸປະລິສາ ຈະ ອັນວ່າ ບໍລິສັດສີ່ທັງຫຼາຍກໍດີ ພ້ອມທັງພະຍາອິນ ພະຍາພຣົມ ພະຍາຍົມມະລາດ ແລະທ້າວຈະຕຸໂລກະບານທັງສີ່ ອັນໄດ້ຟັງຍັງລົດສະທຳມະເທດສະນາ ແຫ່ງອົງພະສັດຖາສັບພັນຍູເຈົ້າ ດວງວິເສດນີ້ແລ ເກີດມີຄວາມປິຕິເຫຼື້ອມໃສ ລາງພວກກໍໄດ້ເຖິງພຣະລັດຕະນະໄຕເປັນທີີ່ເພິ່ງ ລາງພວກກໍໄດ້ເຖິງທຳດວງວິເສດ ຕັດກິເລດຕັນຫາ ລາງພວກກໍໄດ້ເຖິງໂສຕາປັດຕິພະລະຍານເປັນເຄົ້າ ອັນມີອະລະຫັນຕາ ພະລະຍານເຈົ້າເປັນປະລິໂຍສາກໍມີວັນນັ້ນແລ

  ສະລາກາລະວິຊາສຸດຕັງ ອັນວ່າກິຍາ ອັນກລ່າວຍ້ອງຍໍຍັງສະລາກາລະວິຊາສູດ ອັນມີຢູ່ໃນຄັມພີ ທີບພະມົນຜູກປາຍຫັ້ນແລ ນິດຖິຕັງ ກໍສະເດັດບໍລະບວນຄວນແລ້ວທໍນີ້ກ່ອນແລ

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top