ບົດຄວາມຊີວິດ2025

Wat Dhammanivesaya.com



1.ການຮັກຕົວເອງໃຫ້ຫຼາຍ ເປັນສິ່ງສໍາຄັນ ເພາະມັນຈະເຮັດໃຫ້ເຮົາເຂັ້ມແຂງ ແລະ ສາມາດຜ່ານທຸກເລື່ອງລາວທີ່ຍາກໆອອກໄປໄດ້.

2. ຢ່າເອົາຄວາມສຸກຝາກໄວ້ກັບຄົນອື່ນ ແຕ່ຈົ່ງຫາຄວາມສຸກໄດ້ດ້ວຍຕົວເຮົາເອງ

3. ຢ່າເລືອກໃຜໆເຂົ້າມາເພາະເຫງົາ ແຕ່ເລືອກຄົນທີ່ເຮັດໃຫ້ເຮົາເປັນໂຕຂອງຕົວເອງໄດ້.

4. ໂລກມັນບໍ່ໄດ້ໂຫດຮ້າຍເກີນໄປ ແຕ່ເຮົາແຄ່ເປັນເດັກຄົນໜຶ່ງທີ່ກຳລັງເຕີບໂຕ ແລະ ຮຽນຮູ້ອີກຫຼາຍໆຢ່າງຈາກມັນ.

5. ອ່ອນແອໄດ້ບໍ່ຜິດ ເຫັນແກ່ຕົວເປັນບາງຄັ້ງ (ແຕ່ຢ່າເຮັດໃຫ້ຄົນອື່ນເດືອດຮ້ອນ) ເຮົາກໍ່ເປັນຄົນໜຶ່ງທີ່ຮ້ອງໄຫ້ແລະອ່ອນແອເປັນ

6. ຢ່າໄປໃສໃຈເລື່ອງທີ່ນ້ອຍໆເກີນໄປ ປ່ອຍມັນໄປກໍ່ດີ ຍິ່ງແບກທຸກເລື່ອງຍິ່ງເມື່ອຍ.

7. ຮັກສຸຂະພາບເປັນໃຫຍ່ ເພາະມັນຈະຢູ່ກັບເຮົາໄປຈົນແກ່

8. ກັບຢາມບ້ານໃນວັນທີ່ທໍ່ແທ້ ເພາະການກັບບ້ານມັນຄືການເຕີ່ມພະລັງທີ່ດີທີ່ສຸດ

9. ເສຍໃຈໄດ້ໃນບາງຄັ້ງ ເພາະບໍ່ມີອັນໃດຈະໄດ້ດັ່ງໃຈເຮົາໄປໝົດທຸກຢ່າງ.

10. ອົດທົນໃຫ້ເປັນ ແຕ່ຖ້າມັນເກີນໄປກໍ່ໜີອອກມາ.

11. ມັນໃຫ້ກຳລັງໃຈ ແລະ ເວົ້າກັບຕົວເອງເລື່ອຍໆ ຢ່າປ່ອຍໃຫ້ຕົວເອງລະເບີດເວລາ.

12. ອອກໄປທ່ຽວ ຫາປະສົບການໃໝ່ໆ ຢ່າໝົກມຸນຢູ່ກັບບ່ອນເກົ່າ ເພາະໂລກມັນກວ້າງ ແລະ ຍັງມີອີກຫຼາຍຢ່າງທີ່ລໍຖ້າເຮົາຢູ່.

14.ຈົ່ງມອງຂ້າມຂໍ້ຜິດພາດທີ່ນ້ອຍໆອອກໄປ ຢ່າໂທດຕົວເອງຫຼາຍເກີນໄປ ເພາະຄົນເຮົາເປັນມະນຸດມີຜິດພາດກັນໄດ້ສະເໝີ.

15.ເວລາຈະຊ່ວຍຢຽວຢາໄດ້ທຸກເລື່ອງ ແຕ່ມັນຕ້ອງໃຊ້ເວລາ ບໍ່ແມ່ນມັນຈະໄວຄືແບບທີ່ເຮົາຢາກໃຫ້ເປັນ.

16. ບາງຄັ້ງເຮົາກໍ່ຕ້ອງເດີນຕໍ່ໄປ ເຖິງມັນຈະບໍ່ສົມບູນແບບ  ເຊິ່ງຂໍ້ທີ່ 13 ຫາຍໄປ ແຕ່ເຮົາກໍ່ອ່ານມາຮອດຂໍ້ 16 ແລ້ວ. ໃຈຄວາມຍັງເໝືອນເດີມກໍ່ແຄ່ບໍ່ສົມບູນແບບເທົ່ານັ້ນເອງ.

17. ທຳໃນສີ່ງເຮົາມັກຮັກ ຢ່າຝືນໃຈທຳໃນທີ່ບໍ່ມັກ ເຖິງຊີວິດມັນເລືອກບໍ່ໄດ້ ແຕ່ພໍເຖິງຈັງຫວະເວລາທີ່ເຮົາຈະຕ້ອງເປັນຜູ້ເລືອກເອົາເອງ.

18.ຈົ່ງເຊື່ອມັນຕົວເອງຫຼາຍກວ່າຄໍາເວົ້າຂອງຄົນອື່ນ ເພາະເຮົາທໍ່ນັ້ນທີ່ຮູ້ດີກວ່າຄົນອື່ນ.ວ່າເຮົາທຳໄດ້ ຫລື ບໍ່ໄດ້

19. ຢ່າເສຍເວລາກັບການພິສູດຕົວເອງ ຄົນທີ່ເຊື່ອໝັ້ນໃນຕົວເຮົາ ຈະເຫັນຄຸນຄ່າເຮົາເອງ.

20. ບໍ່ຕ້ອງຮີບຮ້ອນທີ່ຈະປະສົບຜົນສຳເລັດ ທຸກຢ່າງມັນຈະມີຈັງຫວະ ເວລາຂອງມັນຢູ່.

21. ຄວາມຜິດຫວັງບໍ່ແມ່ນຈຸດຈົບ ແຕ່ເປັນຈຸດເລີ່ມຕົ້ນຂອງການຮຽນຮູ້ ແລະ ວິທີຊີວິດໃໝ່.

22. ບາງຄົນມາເພື່ອນສອນບົດຮຽນ ບໍ່ແມ່ນມາເພື່ອຢູ່ນຳຕະຫຼອດໄປ. 

23. ຄວາມສຸກບໍ່ໄດ້ຢູ່ທີ່ການມີທຸກຢ່າງ ແຕ່ຢູ່ທີ່ການຮູ້ຈັກຄວາມພໍດີ.

24. ບາງຄັ້ງການຍ່າງຖອຍອອກມາ ກໍ່ເປັນກ້າວໄປຂ້າງໜ້າເໝືອນກັນ.

25. ຈົ່ງຮັກສາພະລັງງານບວກໄວ້ກັບຕົວເອງ ໂລກນີ້ມີຄົນມາຄ່ອຍດຶງພະລັງງານລົບອອກມາຫຼາຍຢູ່ແລ້ວ. 

26. ເຮົາບໍ່ຈຳເປັນແບກທຸກຢ່າງໄວ້ພຽງຄົນດຽວ ເພາະຄົນອື່ນກໍ່ແບກໃນແບບຂອງເຂົາຢູ່ແລ້ວ.

27. ຢ່າລື່ມເປັນເພື່ອນທີ່ດີກັບຕົວເອງ ເພາະເຮົາຈະຕ້ອງຢູ່ກັບຕົວເອງໄປອີກນານ.

28. ຈົ່ງເຊື່ອຈັງຫວະຂອງຊີວິດ ເພາະບາງຢ່າງມັນຕ້ອງໃຊ້ເວລາ ບາງຢ່າງມັນມາຊ້າແຕ່ກໍ່ຄຸມຄ່າ.

29.ຈົ່ງໃຊ້ຊີວິດໃນແບບທີ່ເຮົາຈະບໍ່ເສຍໃຈໃນພາຍຫຼັງ. 

30.ຄວາມສຸກທີ່ແທ້ຈິ່ງຢູ່ທີ່ການຍ່ອມຮັບວ່າຊີວິດ ບໍ່ຈຳເປັນຕ້ອງສົມບູນແບບໝົດທຸກຢ່າງ.

31. ເຖິງຄົນເຮົາເລືອເກີດບໍ່ໄດ້ ແຕ່ກໍ່ສາມາດເລືອກໃນສິ່ງທີ່ຢາກຈະເປັນໄດ້. 

32. ບໍ່ມີເງີນ ບໍ່ມີງານ ບໍ່ມີບ້ານ ແຕ່ເລືອກທີ່ຈະມີຄວາມສຸກໄດ້ ເພາະເງີນ, ງານ ,ບ້ານ ບໍ່ແມ່ນຄວາມສຸກທີ່ແທ້ຈິ່ງ.

33. ການສ້າງໜີ້ເປັນທຸກ ແຕ່ຢ່າທຸກເພາະມີໜີ້.

34. ຊີວິດມັນບໍ່ແນ່ນອນ ແຕ່ຈົ່ງສ້າງຄວາມແນ່ນອນໃຫ້ກັບຊີວິດ.

35. ໂລກອາດບໍ່ຍຸດຕິທຳກັບເຮົາທຸກຢ່າງ ແຕ່ເຮົາກໍ່ຢ່າທຳລາຍມັນໄປ ເພາະທຸກຢ່າງກໍ່ບໍ່ແມ່ນຂອງເຮົາສະເໝີໄປ.

Cr ພ. ທອງສີ ວິໄລພອນ

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top