ຫົວໃຈຂອງພຣະພຸດທະສາສະໜາ

www.xamneua.com


 ຫົວໃຈຫຼັກຂອງພຣະສາສະໜາ ຄື ອະຣິຍະສັຈ 4 ທີ່ພຣະພຸທທະເຈົ້າຕຣັສສະຮູ້ ແລະ ສັງສອນທັມແກ່ຊາວໂລກ ຄື:
* ທຸກ ໝາຍເຖີງ ສະພາບທີ່ທົນໄດ້ຍາກ ຄືຄວາມບໍ່ສະບາຍກາຍ ຄວາມບໍ່ສະບາຍໃຈ, ຄວາມໂສກເສົ້າເສັຍໃຈ, ຄວາມຄັບແຄ້ນໃຈ, ຄວາມຍຶດໝັ້ນຖືໝັ້ນໃນສິ່ງຕ່າງໆວ່າໂດຍຫຍໍ້ການຍຶດໝັ້ນຖືໝັ້ນ ໃນຂັນ 5 ເປັນຕົວທຸກ. * ສະມຸທັຍ ໝາຍເຖີງ ສາເຫດທີ່ກໍ່ໃຫ້ເກີດທຸກ ເຊີ່ງມີສາເຫດຫຼັກມາຈາກຕັນຫາ ມີ 3 ປະການຄື: ກ. ກາມະຕັນຫາ ໄດ້ແກ່ ຄວາມຢາກໄດ້ສິ່ງນັ້ນສິ່ງນີ້ (ມີກາມະຄຸນ 5 ຄື: ຮູບ, ສຽງ, ກິ່ນ,ຣົດ ແລະ ສຳພັດ.ເປັນຕົ້ນ ຂ. ພາວະຕັນຫາ ໄດ້ແກ່ຄວາມຢາກເປັນນັ້ນຢາກເປັນນີ້. ຄ. ວິພາວະຕັນຫາ ໄດ້ແກ່ ຄວາມບໍ່ຢາກເປັນ ບໍ່ຢາກເກີດ ບໍ່ຢາກມີ. * ນິໂຣທ ໝາຍເຖີງ ຄວາມດັບທຸກ ບໍ່ເຫຼື່ອແຫ່ງທຸກຂ໌ອີກແລ້ວ ຄື: ການດັບຕັນຫາ ແລະ ອຸປະທານຂັນທັງ 5 ທີ່ເປັນຕົວເຫດແຫ່ງທຸກຂ໌. * ມັຄ ໝາຍເຖີງ ຂໍ້ປະຕິບັດເພື່ອໃຫ້ພົ້ນອອກຈາກຄວາມທຸກຂ໌ທັງປວງ ປະກອບມີມັຄມີອົງ 8 ເປັນຫົນທາງ ໄດ້ແກ່ ຄວາມເຫັນຖຶກຕ້ອງ, ຄວາມດໍາຣິຖຶກຕ້ອງ, ການເວົ້າຈາຖຶກຕ້ອງ, ການງານຖຶກຕ້ອງ, ການລ້ຽງຊີບຖຶກຕ້ອງ, ຄວາມພຽນຖຶກຕ້ອງ, ຄວາມຣະລຶກຖຶກຕ້ອງ ແລະ ຄວາມຕັ້ງໃຈໝັ້ນອັນຖຶກຕ້ອງ. -------"*ການໃຫ້ທັມມະເປັນທານ ຍ່ອມຊະນະການໃຫ້ທານທັງປວງ *”-------

#buttons=(Accept !) #days=(20)

ເວັບໄຊທ໌ຂອງພວກເຮົາໃຊ້ນະໂຍບາຍ ຄຸກກີ້ ເພື່ອເພີ່ມປະສົບການຂອງທ່ານຍິ່ງຂື້ນ. ອ່ານເພີ່ມເຕີມ
Accept !
To Top